ເຊກອງ ແບ່ງຄວາມຮັບຜິດຊອບ ແລະ ຄຸ້ມຄອງການປຸກສ້າງ

ເຊກອງ ແບ່ງຄວາມຮັບຜິດຊອບ ແລະ ຄຸ້ມຄອງການປຸກສ້າງໃນຕົວເມືອງ

ເຊກອງ ແບ່ງຄວາມຮັບຜິດຊອບ ແລະ ຄຸ້ມຄອງການປຸກສ້າງໃນຕົວເມືອງ
ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຮ່ວມກັບ ອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບຕ) ຈັດກອງປະຊຸມແບ່ງງານ-ແບ່ງຄວາມຮັບຜິດຊອບວຽກງານຄຸ້ມຄອງການປຸກສ້າງຢູ່ເທສະບານເມືອງລະມາມ

ແຂວງເຊກອງຂຶ້ນໃນວັນທີ 7 ມັງກອນ 2025 ທີ່ພະແນກ ຍທຂ ແຂວງ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນທະວີ ນະຄອນສິດ ຫົວໜ້າພະແນກ ຍທຂ ແຂວງ, ທ່ານ ຕຸລາວັນ ວົງໄຊ ເຈົ້າເມືອງລະມາມ ປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງ, ມີພາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄໍາຜົນ ຈັນທະວົງ ຮອງຫົວໜ້າຂະແໜງເຄຫາ ແລະ ຜັງເມືອງ ພະແນກ ຍທຂ ແຂວງ ໄດ້ຂຶ້ນນໍາສະເໜີກ່ຽວກັບການແບ່ງຄວາມຮັບຜິດຊອບວຽກງານຄຸ້ມຄອງການປຸກສ້າງ ລະຫວ່າງ ພະແນກ ຍທຂ ແຂວງ ກັບ ອົງການປົກຄອງເມືອງລະມາມ ຫຼື ອພບຕ. ໃນນີ້, ຂັ້ນແຂວງຮັບຜິດຊອບ ແມ່ນອາຄານປະເພດສໍານັກງານຂອງລັດ ເປັນຕົ້ນ ແມ່ນໂຮງໝໍ, ສຸກສາລາ, ໂຮງຮຽນ, ອາຄານທີ່ຢູ່ອາໄສ 2 ຊັ້ນຂຶ້ນໄປ, ກຳແພງ, ຮົ້ວອ້ອມອາຄານສໍານັກງານຂອງລັດ, ປະເພດຮ້ານອາຫານ, ເຮືອນພັກ, ໂຮງແຮມ, ປໍ້ານໍ້າມັນ, ຕະຫຼາດສົດ, ຮ້ານຄ້າທຸກປະເພດ, ສາງເກັບມ້ຽນສິນຄ້າ ແລະ ໂຮງງານອຸດສາຫະກຳທຸກປະເພດ, ຄຸ້ມຄອງ-ອອກອະນຸຍາດວຽກຖົມດິນທີ່ມີບໍລິມາດໃຫ່ຍກວ່າ 500 ແມັດກ້ອນຂຶ້ນໄປ, ຈັດວາງລະບົບສິ່ງສາທາລະນຸປະໂພກ ຄື: ໄຟເຍືອງທາງ, ຕາຂ່າຍໄຟຟ້າ, ນໍ້າປະປາ, ຕົ້ນໄມ້ປະດັບຕາມເສັ້ນທາງ, ແລວຕ່າຂ່າຍຄົມມະນາຄົມ, ພູມີທັດຕົວເມືອງ ແລະ ປະຕິບັດໜ້າທີ່ອື່ນໆ ຕາມສິດ-ພາລະບົດບາດທີ່ກົດໝາຍກຳນົດ ແລະ ຂັ້ນເມືອງ ຫຼື ອພບຕ ຮັບຜິດຊອບວຽກຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ, ວຽກຄຸ້ມຄອງຂີ້ເຫຍື້ອ ແລະ ສິ່ງແວດລ້ອມຕົວເມືອງ, ຄຸ້ມຄອງປ້າຍຈາລະຈອນຕ່າງໆ ທີ່ກໍ່ສ້າງສຳເລັດແລ້ວ, ຄຸ້ມຄອງສັດລ້ຽງປະເພດ (ຄວາຍ, ງົວ, ໝູ ແລະ ແບ້), ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ແລະ ປະດັບປະດາ ຕາມເສັ້ນທາງ ໃນເທສະບານເມືອງທີ່ກໍ່ສ້າງສຳເລັດແລ້ວ ເຊັ່ນ: ປ້າຍ, ຕົ້ນໄມ້ປະດັບ, ດອກໄມ້, ການເຊົ່າສະຖານທີ່ເຂດສາທາລະນະຕ່າງໆຊົ່ວຄາວ ແລະ ປະຕິບັດໜ້າທີ່ອື່ນໆຕາມສິດ-ພາລະບົດບາດທີ່ກົດໝາຍກຳນົດ.

ທ່ານ ບົວລີ ສຸຂະວົງ ຮອງຫົວໜ້າພະແນກ ຍທຂ ແຂວງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ໄດ້ເອົາໃຈໃສ່ຄຸ້ມຄອງວຽກງານການປຸກສ້າງ ດ້ວຍການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໃຫ້ປະຊາຊົນ, ບໍລິສັດ-ລັດວິສາຫະກິດ ມີຄວາມຮັບຮູ້-ເຂົ້າໃຈຢ່າງຈະແຈ້ງ ແລະ ຈັດຕັ້ງປະຕິບັດ ເພື່ອແນໃສ່ເຮັດໃຫ້ຕົວເມືອງລະມາມ ຊຶ່ງເປັນເມືອງເທສະບານແຂວງເຊກອງ ມີຄວາມເປັນລະບຽບ ແລະ ສວຍງາມ ຕາມຄຳຂວັນ 4 ສໍ ຄື: ສ. ສະອາດ, ສ. ສີຂຽວ, ສ. ສະຫງົບ, ສ. ສີວິໄລ.

(ຂ່າວ: ອັດສະວິນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງລັດຖະມົນຕີ ກະຊວງ ອ​ຄ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄຳມ່ວນ

ຮອງລັດຖະມົນຕີ ກະຊວງ ອ​ຄ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄຳມ່ວນ

ເພື່ອຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ), ໃນວັນທີ 21 ກັນຍາ 2026 ນີ້, ທ່ານ ພຸດທະວັນ ນັນທະວົງຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາ ວຽກງານປົກກະຕິ ປະຈຳປີ 2026 ຢູ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນໂດຍ​ມີທ່ານ ສົມວິໄຊ ວົງທິລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຄໍາມ່ວນພ້ອມ​ຄະ​ນະແລະພະ​ນັກ​ງານ-ລັດ​ຖະ​ກອນໃຫ້​ການ​ຕ້ອນ​ຮັບ.
ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທຳ

ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທຳ

ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ ນີ້ ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ເປັນປະທານຮ່ວມໂດຍ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທໍາ, ເປັນກຽດເຂົ້າຮ່ວມໂອ້ລົມໂດຍທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູງກາງພັກ ພ້ອມດ້ວຍການນໍາຂອງ 4 ພາກສ່ວນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຊ ປະຈໍາປີ

ກອງປະຊຸມຄົບຄະນະກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຊ ປະຈໍາປີ

​ ກໍາມາທິການ ວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະ ປະຈໍາປີ 2026 ຂຶ້ນຢ່າງເປັນທາງການ ໃນວັນທີ 22 ກັນຍານີ້ ທີ່ໂຮງແຮມເມື່ອງແທັງ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງ ທ່ານນາງ ອໍາໄພວອນ ລ້ອມບຸນແພງ ປະທານກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ມີບັນດາຄະນະປະທານກໍາມາທິການ, ສະມາຊິກສະພາແຫ່ງຊາດ ທີ່ເປັນກໍາມະການຂອງກໍາມາທິການ ຈາກເຂດເລືອກຕັ້ງທົ່ວປະເທດ, ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງວ່າການສະພາແຫ່ງຊາດ, ບັນດາກະຊວງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມແນະນຳດ້ານວິຊາການ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ກອງປະຊຸມແນະນຳດ້ານວິຊາການ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ກອງປະຊຸມແນະນຳດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030 ໄດ້ຈັດຂຶ້ນ ລະຫວ່າງວັນທີ 21-22 ກັນຍານີ້ ທີ່ ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ກອງບັນຊາການທະຫານແຂວງຄຳມ່ວນ ປະດັບທຽບຊັ້ນນາຍທະຫານ

ກອງບັນຊາການທະຫານແຂວງຄຳມ່ວນ ປະດັບທຽບຊັ້ນນາຍທະຫານ

ວັນທີ 18 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງຄໍາມ່ວນ ໄດ້ຈັດພິທີປະດັບທຽບຊັ້ນນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພັນໂທ ພົມວິຫານ ອິນສັກດາ ກໍາມະການຄະນະພັກ ກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງພັນ 629 ປາຖະກະຖາ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ

ກອງພັນ 629 ປາຖະກະຖາ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ

ວັນທີ 21 ກັນຍາຜ່ານມາ, ກອງພັນ 629 ກອງພົນທີ 2 ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ (12 ຕຸລາ 1981-12 ຕຸລາ 2026) ໂດຍການເປັນປະທານ ແລະ ປາຖະ ກະຖາຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງ ກອງພົນທີ 2, ມີຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ແກ່ນທ້າວ ກຽມຄວາມພ້ອມຈັດງານແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2026

ແກ່ນທ້າວ ກຽມຄວາມພ້ອມຈັດງານແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2026

ໃນວັນທີ 21 ກັນຍາຜ່ານມາ, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມລາຍງານຄວາມພ້ອມການຈັດງານແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2026 ໂດຍການເປັນປະທານຂອງທ່ານ ຄໍາປຸ່ນ ນວນສະບັບ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນປະຈຳເຂດເລືອກຕັ້ງເມືອງ, ມີທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍຄະນະຊີ້ນຳລວມ ເຂົ້າຮ່ວມ.
ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ອະນຸມັດສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ພ້ອມທັງປະກາດການຈັດຕັ້ງ

ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ອະນຸມັດສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ພ້ອມທັງປະກາດການຈັດຕັ້ງ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັດພິທີປະກາດການອະນຸມັດສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ແລະ ແຕ່ງຕັ້ງຫົວໜ້າ ແລະ ຮອງພະແນກ, ບັດດາຫົວໜ້າ ແລະ ໜ່ວຍງານຂອງພະແນກຄຸ້ມຄອງພົນລະເມືອງ ທີ່ຂຶ້ນກັບກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ສະໂມສອນກອງບັນຊາການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ພັອ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີຄະນະພັກຮາກຖານກອງບັນຊາການ, ຫົວໜ້າ ແລະ ຮອງພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

ສານປະຊາຊົນສູງສຸດ ປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມປາຖະກະຖາ ມູນເຊື້ອວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945 - 2ກັນຍາ 2026), ໃຫ້ກຽດປາຖະກະຖາໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານອ້ອມຂ້າງສານເຂົ້າຮ່ວມ.
ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ

ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ

ໃນວັນທີ 21 ກັນຍາຜ່ານມາ, ຄະນະສະຫະພັນແມ່ຍິງແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ ຊຶ່ງນຳໂດຍທ່ານ ນາງ ບົວຈັນ ພັນທະວົງ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ໃຫ້ກຽດຕ້ອນຮັບຂອງທ່ານ ຈັນເພັງ ແສນຄຳ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດ ຕັ້ງມະຫາຊົນຂັ້ນເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ