ພ້ອມນີ້, ຍັງຈະສືບຕໍ່ຊຸກຍູ້ການສ້າງຖານການຜະລິດໃໝ່ ໃນຂົງເຂດອຸດສາຫະກໍາ, ກະສິກໍາ, ຫັດຖະກໍາ ແລະ ການບໍລິການໃຫ້ແຂງແຮງກວ່າເກົ່າ ເພື່ອເປັນຖານເສດຖະກິດທີ່ເຂັ້ມແຂງ ກໍຄືຖານລາຍຮັບທີ່ໝັ້ນຄົງ ແລະ ສາມາດປ່ຽນແທນການນຳເຂົ້າ ແລະ ສະໜອງໃຫ້ໂຄງການລົງທຶນຂະໜາດໃຫຍ່, ຂະໜາດກາງ ພາຍໃນແຂວງໃຫ້ພຽງພໍ ໂດຍການຊຸກຍູ້ສົ່ງເສີມການລົງທຶນ ຂອງເອກະຊົນພາຍໃນ ແລະ ຕ່າງປະເທດເຂົ້າໃນວຽກງານດັ່ງກ່າວ.
ທ່ານ ບຸນທະວີ ນະຄອນສິດ ຍັງໃຫ້ຮູ້ອີກວ່າ: ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ, ສະບັບລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໄລຍະຜ່ານມາອົງການປົກຄອງແຂວງເຊອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຜັນຂະຫຍາຍລົງສູ່ບັນດາເມືອງ, ພະແນກການ, ອົງການທຽບເທົ່າຂັ້ນແຂວງ ຕະຫຼອດຮອດການມີສ່ວນຮ່ວມຂອງປະຊາຊົນບັນດາເຜົ່າແຕ່ຫົວທີ, ລົງເລິກ ແລະ ເຖິງຖອງ ເພື່ອສ້າງເງື່ອນໄຂທີ່ຈໍາເປັນພື້ນຖານໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການພັດທະນາເສດຖະກິດ-ສັງຄົມ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ໃຫ້ນັບມື້ເປັນຮູບປະທໍາຍິ່ງໆຂຶ້ນ ໂດຍເລັ່ງໃສ່ພັດທະນາຂະແໜງ ເສດຖະກິດ ທີ່ເປັນປາຍແຫຼມ ເຊັ່ນ: ກະສິິກຳ (ກາເຟ, ພືດຜັກ, ໄມ້ໃຫ້ໝາກ, ການລ້ຽງສັດເປັນຟາມ, ໂສມ, ການປຸງແຕ່ງຜົນຜະລິດກະສິກຳ); ອຸດສາຫະກຳ-ຫັດຖະກຳ (ພະລັງງານໄຟຟ້າ, ບໍ່ແຮ່, ອຸດສາຫະກຳເບົາ ແລະ ຫັດຖະກຳຕ່ຳແຜ່ນ) ແລະ ການບໍລິການ (ການທ່ອງທ່ຽວ, ການຂົນສົ່ງ).
ໃນຕໍ່ໜ້າຈະຕ້ອງສຸມໃສ່ການເພີ່ມທະວີການສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ເປັນຮູບປະທຳຕົວຈິງ ແລະ ຫຼາຍຂຶ້ນ ຫັນການນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຈັດເກັບລາຍຮັບ, ສະກັດກັ້ນການຮົ່ວໄຫຼ, ໄປພ້ອມກັບການຂະຫຍາຍຖານລາຍຮັບໃໝ່ ສ້າງການຫັນປ່ຽນ ເພື່ອກ້າວເຂົ້າສູ່ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ເອົາໃຈໃສ່ພັດທະນາຂະແໜງເສດຖະກິດ ທີ່ເປັນປາຍແຫຼມຕິດພັນກັບການເກັບພັນທະເຂົ້າງົບປະມານແຫ່ງລັດຂອງບັນດາໂຄງການລົງທຶນຂະໜາດໃຫຍ່ ເປັນຕົ້ນໂຄງການພະລັງງານໄຟຟ້ານ້ຳຕົກ, ໂຄງການພະລັງງານໄຟຟ້າຖ່ານຫີນ, ໂຄງການໄຟຟ້າພະລັງງານລົມ ແລະ ໂຄງການຂຸດຄົ້ນແຮ່ທາດຕ່າງໆ.
(ຂ່າວ-ພາບ: ສຳນານ)
ຄໍາເຫັນ