![]() |
ຕາມບົດສະຫຼຸບການພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຂອງແຂວງເຊກອງ ໃຫ້ຮູ້ວ່າ: ໃນປີ 2026 ນີ້, ແຂວງເຊກອງ ຈະເອົາໃຈໃສ່ພັດທະນາ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສ້າງຖານການຜະລິດ, ການບໍລິການໃຫ້ເຂັ້ມແຂງ ແລະ ມີຄຸນນະພາບ; ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ປັບປຸງຄຸ້ມຄອງວຽກງານການເງິນໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ຍຸຕິທໍາ; ເພີ່ມທະວີການລະດົມລາຍຮັບພາຍໃນ, ຄຸ້ມຄອງ, ຈັດສັນ ແລະ ນໍາໃຊ້ແຫຼ່ງທຶນຢ່າງມີປະສິດທິຜົນ; ພັດທະນາພື້ນຖານໂຄງລ່າງ, ປັບປຸງບັນຍາກາດການລົງທຶນ, ສົ່ງເສີມທຸລະກິດພາກເອກະຊົນ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການລົງທຶນໂດຍກົງຈາກຕ່າງປະເທດ ໃຫ້ກາຍເປັນພື້ນຖານເສດຖະກິດທີ່ເຂັ້ມແຂງ; ປັບປຸງໂຄງປະກອບເສດຖະກິດ ໂດຍຖືເອົາກະສິກໍາ ຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະ ການບໍລິການ ຕາມທິດເສດຖະກິດພູມປັນຍາ, ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອສ້າງຄວາມຫຼາກຫຼາຍ ແລະ ສ້າງມູນຄ່າເພີ່ມການຜະລິດສິນຄ້າ-ການບໍລິການ ເຮັດໃຫ້ສັດສ່ວນໂຄງປະກອບດ້ານອຸດສາຫະກໍາເພີ່ມຂຶ້ນໃນແຕ່ລະປີ; ຊຸກຍູ້ສົ່ງເສີມການຜະລິດເພື່ອເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ໄດ້ມາດຕະຖານ, ຍົກສູງກໍາລັງແຮງ ແລະ ຄວາມສາມາດແຂ່ງຂັນພາຍໃນໃຫ້ສູງຂຶ້ນ ເພື່ອຂັບເຄື່ອນການພັດທະນາເສດຖະກິດ, ເປັນການສ້າງອາຊີບ-ສ້າງວຽກເຮັດງານທໍາ, ສ້າງລາຍຮັບທີ່ໝັ້ນຄົງ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ນັບມື້ຫຼຸດລົງເປັນກ້າວໆ.
ໃນບົດສະຫຼຸບຍັງໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ, ອົງການປົກຄອງແຂວງເຊກອງ ໄດ້ສຸມທຶນຮອນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງເງື່ອນໄຂ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການຜະລິດ, ການໄປ-ມາຫາສູ່, ແລກປ່ຽນຊື້-ຂາຍສິນຄ້າຂອງປະຊາຊົນ ເຮັດໃຫ້ເຂດຊົນນະບົດຫ່າງໄກສອກຫຼີກທີ່ທຸກຍາກ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ. ປັດຈຸບັນ, ທົ່ວແຂວງມີບ້ານພົ້ນທຸກ 52 ບ້ານ, ຄອບຄົວພົ້ນທຸກ 12,228 ຄອບຄົວ; ມີບ້ານພັດທະນາ 13 ບ້ານ, ຄອບຄົວພັດທະນາ 6,228 ຄອບຄົວ ແລະ ມີບ້ານໃຫຍ່ໄດ້ຮັບການປະກາດເປັນຕົວເມືອງນ້ອຍຢູ່ຊົນນະບົດ 1 ຈຸດ.
(ຂ່າວ: ສັນຍາ)

ຄໍາເຫັນ