ທ່ານ ບຸນທະວີ ນະຄອນສິດ ຫົວໜ້າພະແນກໂຍທາ ທິການ ແລະ ຂົນສົ່ງແຂວງ ຮອງປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໄດ້ເຖິງປະຫວັດຄວາມເປັນມາຂອງວັນດັ່ງກ່າວວ່າ: ສັບປະດາຄວາມປອດໄພທາງຫຼວງສາກົນ ຫຼື (UN Global Road Safety Week) ຊຶ່ງອົງການສະຫະປະຊາຊາດ ເປັນຜູ້ລິເລີ່ມຈັດຄັ້ງທີ 1 ໃນປີ 2007, ມາຮອດປີ 2013 ຈຶ່ງຈັດຄັ້ງທີ 2. ຫຼັງຈາກນັ້ນ, ກໍໄດ້ຈັດເປັນປົກກະຕິ ໃນ 2 ປີຕໍ່ຄັ້ງ; ສ່ວນຫຼາຍບັນດາປະເທດຕ່າງໆ ແມ່ນຈັດໃນທຸກໆປີ.
ສໍາລັບຢູ່ ສປປ ລາວ ແມ່ນປະຕິບັດຕາມກົດໝາຍ ວ່າດ້ວຍຈະລາຈອນທາງບົກ ສະບັບເລກທີ 23/ສພຊ, ລົງວັນທີ 12 ທັນວາ 2012 ມາດຕາ 78 ໄດ້ກໍານົດເອົາສັບປະດາທໍາອິດຂອງເດືອນ ເມສາ ເປັນມື້ຈັດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໃນແຕ່ລະແຂວງຂອບເຂດທົ່ວປະເທດ ແລະ ແຂວງເຊກອງ ກໍເປັນຄັ້ງທຳອິດທີ່ໄດ້ຈັດຂຶ້ນ ໃນປີນີ້.
ໃນໂອກາດນີ້, ທ່ານ ແພງສີ ສີລາວີ ປະທານຄະນະກຳມະການດ້ານຄວາມປອດໄພທາງຫຼວງ ກໍໄດ້ກ່າວເປີດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງຢູ່ແຂວງເຊກອງຢ່າງເປັນທາງການ ຊຶ່ງໃນງານຄັ້ງນີ້, ແຂວເຊກອງ ໄດ້ຈັດກິດຈະກຳໂຄສະນາໃຫ້ສັງຄົມຮັບຮູ້ ດ້ວຍຂະບວນຍ່າງ ປະມານ 1 ກິໂລແມັດ ພາຍໃນເມືອງລະມາມ ໄດ້ທັງໂຄສະນາຄວາມປອດໄພທາງຫຼວງ ແລະ ໄດ້ທັງສຸຂະພາບ ນໍາອີກ.
(ຂ່າວ: ອັດສະວິນ)
ຄໍາເຫັນ