![]() |
ທ່ານ ແກ້ວປະເສີດ ແກ້ວມະນີວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ຮອງປະທານຄະນະກໍາມະການດ້ານຄວາມປອດໄພທາງຫຼວງແຂວງ ກ່າວວ່າ: ໃນແຕ່ລະປີ ອຸປະຕິເຫດທາງບົກ ໄດ້ສ້າງຄວາມສູນເສຍຢ່າງມະຫາສານ ໃຫ້ແກ່ຊີວິດ, ຊັບສິນ ແລະ ຊັບພະຍາກອນມະນຸດຂອງຊາດເຮົາ ໂດຍຜ່ານການເກັບກຳຂໍ້ມູນ ຊຶ່ງມີສາເຫດຕົ້ນຕໍທີ່ພາໃຫ້ເກີດຄວາມສູນເສຍ ແມ່ນມາຈາກການດື່ມສິ່ງມືນເມົາແລ້ວຂັບຂີ່, ຂັບລົດໄວເກີນກຳນົດ, ເມື່ອຂາດສະຕິ ຈາກລິດຂອງທາດເຫຼົ້າ, ຍານພາຫະນະທີ່ທ່ານຂັບຂີ່ ກໍຈະກາຍເປັນອາວຸດທີ່ທໍາລາຍ ທັງຕົວທ່ານເອງ ແລະ ຄົນອ້ອມຂ້າງ. ດັ່ງນັ້ນ, ການຈັດງານໃນຄັ້ງນີ້ຂຶ້ນ ກໍເພື່ອເປັນການສ້າງຄວາມຮັບຮູ້ເຖິງຄວາມສໍາຄັນຂອງວັນດັ່ງກ່າວ ແລະ ທັງເປັນການປູກຈິດສໍານຶກໃຫ້ທົ່ວສັງຄົມຮັບຮູ້ວ່າ "ຄວາມປອດໄພ ເລີ່ມຕົ້ນທີ່ຕົວເຮົາເອງ” ດ້ວຍການປ່ຽນພຶດຕິກຳ ທີ່ວ່າ: "ເມົາບໍ່ຂັບ” ກາຍເປັນວັດທະນະທຳໃໝ່ໃນການໃຊ້ລົດ-ໃຊ້ຖະໜົນ ເພື່ອຫຼຸດຜ່ອນອຸບປະຕິເຫດ ແລະ ທຸກຄອບຄົວ ກໍຈະໄດ້ຢູ່ຮ່ວມກັນຢ່າງມີຄວາມສຸກ ຊຶ່ງບໍ່ຕ້ອງມີໃຜສູນເສຍຄົນທີ່ຮັກຍ້ອນຄວາມປະໝາດ; ທັງນີ້ ກໍຮຽກຮ້ອງມາຍັງຜູ້ຂັບຂີ່ທຸກໆທ່ານ ຈົ່ງມີສະຕິທຸກຄັ້ງກ່ອນການຂັບຂີ່ ເມື່ອຮູ້ວ່າ ມີການດື່ມສິ່ງມືນເມົາ ຂໍໃຫ້ເລືອກໃຊ້ບໍລິການລົດສາທາລະນະ ຫຼື ໃຫ້ຜູ້ທີ່ບໍ່ດື່ມ ສິ່ງມຶນເມົາ ເປັນຜູ້ຂັບແທນ ເພາະວ່າ: "ຊີວິດຂອງທ່ານ ແລະ ຄົນອື່ນໆ ມີຄ່າກວ່າຈອກເຫຼົ້າພຽງຈອກດຽວ".
![]() |
ໃນໂອກາດນີ້, ທ່ານ ບຸນທະວີ ນະຄອນສິດ ກໍໄດ້ກ່າວເປີດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ຢ່າງເປັນທາງການ. ໃນງານຄັ້ງນີ້, ຍັງມີກິດຈະກຳ ຖາມ-ຕອບ ກ່ຽວກັບກົດຈະລາຈອນ, ຄວາມປອດໄພຕ່າງໆກັບການໃຊ້ລົດ-ໃຊ້ຖະໜົນ ຈາກພະແນກຈະລາຈອນ ປກສ ແຂວງ; ນອກນັ້ນ, ກໍມີຂະບວນຍ່າງ ເປັນການໂຄສະນາການຂັບຂີ່ ເພື່ອຄວາມປອດໄພ ທັງເປັນການອອກກຳລັງກາຍ ເພື່ອສຸຂະພາບນໍາອີກ.
(ຂ່າວ: ອັດສະວິນ)


ຄໍາເຫັນ