ເຊກອງ ເຂັ້ມງວດຄຸ້ມຄອງ-ກວດກາລາຄາສິນຄ້າ ຫຼັງມີການປັບຂຶ້ນລາຄານໍ້າມັນເຊື້ອໄຟ

ເຊກອງ ເຂັ້ມງວດຄຸ້ມຄອງ-ກວດກາລາຄາສິນຄ້າ ຫຼັງມີການປັບຂຶ້ນລາຄານໍ້າມັນເຊື້ອໄຟ

ເຊກອງ ເຂັ້ມງວດຄຸ້ມຄອງ-ກວດກາລາຄາສິນຄ້າ ຫຼັງມີການປັບຂຶ້ນລາຄານໍ້າມັນເຊື້ອໄຟ
ໃນວັນທີ 17 ມີນານີ້, ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງເຊກອງ ພ້ອມດ້ວຍເຈົ້າໜ້າທີ່ກວດກາການຄ້າ ແລະ ຂະແໜງການກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຕິດຕາມກວດກາລາຄາສິນຄ້າຢູ່ທີ່ຕະຫຼາດສົດເທສະບານແຂວງເຊກອງ.
ເຊກອງ ເຂມງວດຄມຄອງ-ກວດກາລາຄາສນຄາ ຫງມການປບຂນລາຄານາມນເຊອໄຟ - image 1
 

ທ່ານ ນາງ ວິລະຄອນ ບັນທະເວີ ກ່າວວ່າ: ການລົງກວດກາຄັ້ງນີ້, ກໍເພື່ອເປັນການປົກປ້ອງຄຸ້ມຄອງລາຄາສິນຄ້າທີ່ນອນໃນບັນຊີຄວບຄຸມ ແລະ ສິນຄ້າທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ, ເຮັດໃຫ້ການຊື້-ຂາຍສິນຄ້າໃນທ້ອງຕະຫຼາດມີຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານລາຄາ ແລະ ສິ່ງສໍາຄັນ ແມ່ນເປັນການປົກປ້ອງຜົນປະໂຫຍດຂອງຜູ້ຊົມໃຊ້, ຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າທີ່ບໍ່ສົມເຫດສົມຜົນ ໃນຊ່ວງໄລຍະທີ່ມີການເໜັງຕີງຂອງລາຄານໍ້າມັນເຊື້ອໄຟ ທີ່ເກີດຈາກສະພາບຄວາມບໍ່ສະຫງົບຢູ່ພາກພື້ນຕາເວັນອອກກາງ.

ເຊກອງ ເຂມງວດຄມຄອງ-ກວດກາລາຄາສນຄາ ຫງມການປບຂນລາຄານາມນເຊອໄຟ - image 2
 

ຜ່ານການຕິດຕາມ, ກວດກາຕົວຈິງເຫັນໄດ້ວ່າ: ບັນດາສິນຄ້າຄວບຄຸມຖືວ່າຢູ່ໃນລາຄາປົກກະຕິ, ພໍ່ຄ້າ-ແມ່ຄ້າໄດ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ ແລະ ສິນຄ້າປະເພດພືດຜັກ ໂດຍສະເພາະ ສິນຄ້າທີ່ຜະລິດໄດ້ຕາມລະດູການ ດ້ານລາຄາແມ່ນມີທ່າອ່ຽງຫຼຸດລົງ, ສ່ວນສິນຄ້າທີ່ບໍ່ສາມາດຜະລິດໄດ້ ແມ່ນມີການປັບເພີ່ມຂຶ້ນເລັກນ້ອຍ ຫຼື ບວກ-ລົບຢູ່ໃນລະດັບ 5%. ຄາດວ່າໃນຕໍ່ໜ້າ ອາດຈະມີຜົນກະທົບເຮັດໃຫ້ລາຄາສິນຄ້າບາງປະເພດເພີ່ມຂຶ້ນ, ແຕ່ທາງພາກລັດ ກໍຄື ຂະແໜງອຸດສາຫະກໍາ ແລະ ການຄ້າຈະເອົາໃຈໃສ່ຄວບຄຸມໃຫ້ຢູ່ໃນກົນໄກຕະຫຼາດ.

ເຊກອງ ເຂມງວດຄມຄອງ-ກວດກາລາຄາສນຄາ ຫງມການປບຂນລາຄານາມນເຊອໄຟ - image 3
 

(ຂ່າວ: ສັນຍາ, ພາບ: ພະແນກ ອຄ ແຂວງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງພຽງ ປະກາດສ້າງຕັ້ງຕາແສງທົ່ງນາພຽງ

ເມືອງພຽງ ປະກາດສ້າງຕັ້ງຕາແສງທົ່ງນາພຽງ

ພິທີປະກາດສ້າງຕັ້ງຕາແສງ ທົ່ງນາພຽງ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ 2026 ທີ່ ສຳນັກງານຕາແສງບ້ານເມືອງພຽງ ໂດຍມີທ່ານ ອາເມ ຊົງເຢ້ຽເລັ່ງ ຮອງປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສະມາຄົມນັກທຸລະກິດ ມອບຕົ້ນຄູນ ໃຫ້ແຂວງຄໍາມ່ວນ ຮ່ວມສ້າງພື້ນທີ່ສີຂຽວ

ສະມາຄົມນັກທຸລະກິດ ມອບຕົ້ນຄູນ ໃຫ້ແຂວງຄໍາມ່ວນ ຮ່ວມສ້າງພື້ນທີ່ສີຂຽວ

ສະມາຄົມນັກທຸລະກິດໜຸ່ມ ແຂວງຄໍາມ່ວນ ນໍາໂດຍ ທ່ານ ສຸກທັນວາ ຊາພູວົງ ປະທານສະມາຄົມນັກທຸລະກິດໜຸ່ມແຂວງ ພ້ອມດ້ວຍ ທ່ານ ອະພິສິດ ຜົນວິຈິດ ຮອງປະທານສະມາຄົມ ແລະ ຄະນະບໍລິຫານສະໄໝທີ 4 ໄດ້ນໍາເອົາຕົ້ນຄູນຈໍານວນ 1,000 ຕົ້ນ ມູນຄ່າລວມ 418 ລ້ານກີບ ມາມອບໃຫ້ແກ່ແຂວງຄໍາມ່ວນ ເພື່ອນໍາໄປປູກປະດັບປະດາພາຍໃນຕົວເມືອງທ່າແຂກ ໃຫ້ມີຄວາມສວຍງາມ, ຮົ່ມເຢັນ ແລະ ເປັນລະບຽບຮຽບຮ້ອຍ. ການສະໜັບສະໜູນໃນຄັ້ງນີ້ ຍັງເປັນການປະກອບສ່ວນສໍາຄັນໃນການສ້າງພື້ນທີ່ສີຂຽວ, ສົ່ງເສີມການອະນຸລັກສິ່ງແວດລ້ອມ ແລະ ສະໜັບສະໜູນແນວທາງການພັດທະນາເມືອງຢ່າງຍືນຍົງ.
ຫາລື ການປັບປຸງ ກົດໝາຍ 2 ສະບັບໃນ​ຂົງ​ເຂດອຸດສາຫະກຳ ແລະ ການຄ້າ

ຫາລື ການປັບປຸງ ກົດໝາຍ 2 ສະບັບໃນ​ຂົງ​ເຂດອຸດສາຫະກຳ ແລະ ການຄ້າ

ໃນລະຫວ່າງ ວັນທີ 17-18 ມິຖຸນາ 2026 ນີ້ ທີ່ໂຮງແຮມສຸພັດຕຣາ ແຂວງຫຼວງພະບາງ, ໄດ້ ກອງປະຊຸມປຶກສາຫາລື ໃນຫົວຂໍ້ “ການທົບທວນຄືນການຈັດຕັ້ງປະຕິບັດ, ເກັບກຳຂໍ້ມູນ ເພື່ອປັບປຸງ ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ແລະ ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້” ໂດ້​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 17-18 ມິ​ຖຸ​ນາ​ນີ້ ທີ່ ແຂວງຫຼວງ​ພະ​ບາງ ໂດຍເປັນປະທານຂອງ ທ່ານ ນາງ ວິໄລພອນ ຊິນດາວົງ ຮອງຫົວໜ້າກົມການຄ້າພາຍໃນ; ມີຜູ້ຈັດການພາກພື້ນຂອງ ອົງການການຄ້າລະດັບພາກພື້ນເພື່ອການພັດທະນາ (RT4D), ພ້ອມດ້ວຍຜູ້ຕາງໜ້າຈາກພາກລັດ-ພາກເອກະຊົນຂັ້ນສູນກາງ ແລະ 7 ແຂວງພາກເໜືອ ເຂົ້າຮ່ວມ.
ຫຼາຍພາກສ່ວນ ໄດ້ຮັບແນວພັນພືດ ສະ​ໜັບ​ສະ​ໜູນ​ການ​ຜະ​ລິດເປັນສີນຄ້າ

ຫຼາຍພາກສ່ວນ ໄດ້ຮັບແນວພັນພືດ ສະ​ໜັບ​ສະ​ໜູນ​ການ​ຜະ​ລິດເປັນສີນຄ້າ

ພິ​ທີມອບ-ຮັບແນວພັນພືດ ເພື່ອສົ່ງເສີມຂະບວນການປູກພືດໃຫ້ເປັນສີນຄ້າ ໃຫ້ບັນດາເມືອງ-ນະຄອນຫຼວງພະບາງ, ສູນ-ສະຖານີ ແລະ ກຸ່ມຊາວກະສິກອນ ແຂວງຫຼວງ​ພະ​ບາງ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ມິ​ຖຸ​ນາ​ຜ່ານ​ມາ ທີ່ ພະ​ແນກ ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ​ແຂວງຫຼວງ​ພະ​ບາງ ກ່າວມອບໂດຍ ທ່ານ ສົມແວວເພັດ ດວງປະສິດ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແລະ ຮັບໂດຍຜູ້ຕາງໜ້າແຕ່ລະພາກສ່ວນ, ມີ ທ່ານ ສຸວັນທອງ ນາມວົງ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ກະຊວງ ປກສ ຈັດກອງປະຊຸມຫາລືການແກ້ໄຂອາຊະຍາກຳທາງໄຊເບີ

ກະຊວງ ປກສ ຈັດກອງປະຊຸມຫາລືການແກ້ໄຂອາຊະຍາກຳທາງໄຊເບີ

ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມປຶກສາຫາລືການແກ້ໄຂກຸ່ມແກ້ງສໍ້ໂກງຊັບທາງເອເລັກໂຕຣນິກ (ອາຊະຍາກຳທາງໄຊເບີ) ໃນວັນທີ 17 ມິຖຸນາ ນີ້ ທີ່ກະຊວງ ປກສ, ເປັນປະທານກອງປະຊຸມໂດຍ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຮອງກົມໃຫຍ່ ແລະ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຫ້ອງສັນຕິບານ, ຫ້ອງຕຳຫຼວດ ແລະ ພະນັກງານທີ່ກ່ຽວ ເຂົ້າຮ່ວມ.
ສະມາຄົມນັກທຸລະກິດໜຸ່ມແຂວງຄໍາມ່ວນ ມອບຕົ້ນຄູນ 1,000 ຕົ້ນໃຫ້ແຂວງ

ສະມາຄົມນັກທຸລະກິດໜຸ່ມແຂວງຄໍາມ່ວນ ມອບຕົ້ນຄູນ 1,000 ຕົ້ນໃຫ້ແຂວງ

ສະມາຄົມນັກທຸລະກິດໜຸ່ມແຂວງຄໍາມ່ວນ ນໍາໂດຍທ່ານ ສຸກທັນວາ ຊາພູວົງ ປະທານສະມາຄົມນັກທຸ ລະກິດໜຸ່ມແຂວງ ພ້ອມດ້ວຍທ່ານ ອະພິສິດ ຜົນວິຈິດ ຮອງປະທານສະມາຄົມ ແລະ ຄະນະບໍລິຫານສະໄໝທີ 4 ໄດ້ນໍາເອົາຕົ້ນຄູນຈໍານວນ 1,000 ຕົ້ນ ມູນຄ່າລວມ 418 ລ້ານກີບ ມາມອບໃຫ້ແຂວງຄໍາມ່ວນ ເພື່ອນໍາໄປປູກປະດັບປະດາພາຍໃນຕົວເມືອງທ່າແຂກໃຫ້ມີຄວາມສວຍງາມ, ຮົ່ມເຢັນ ແລະ ເປັນລະບຽບຮຽບຮ້ອຍ. ການສະໜັບສະໜູນໃນຄັ້ງນີ້, ຍັງເປັນການປະກອບສ່ວນສໍາຄັນໃນການສ້າງພື້ນທີ່ສີຂຽວ, ສົ່ງເສີມການອະນຸລັກສິ່ງແວດລ້ອມ ແລະ ສະໜັບສະໜູນແນວທາງການພັດທະນາເມືອງຢ່າງຍືນຍົງ.
ເປີດຊຸດອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ເປີດຊຸດອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ໃນວັນທີ 15 ມິຖຸນາຜ່ານມາ, ທີ່ສະໂມສອນເມືອງພູຄູນ ແຂວງຫຼວງພະບາງ ໄດ້ເປີດຊຸດຝຶກອົບຮົມ ວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃຫ້ຕາໜ່າງເດັກຂັ້ນບ້ານ ພາຍໃນເມືອງພູຄູນ, ທີທ່ານ ສອນໄຊ ທຳມຸງຄຸນ ຮອງປະທານຄະນະນະກຳມະການປົກຄອງເມືອງ ແລະ ທ່ານ ສົມບູນ ພົມມະປັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ແຕ່ງຕັ້ງປະທານ-ຮອງປະທານ ຜູ້ປະຈຳການ ແລະ ຄະນະກຳມະການ ປກສ ແຂວງຊຽງຂວາງ

ແຕ່ງຕັ້ງປະທານ-ຮອງປະທານ ຜູ້ປະຈຳການ ແລະ ຄະນະກຳມະການ ປກສ ແຂວງຊຽງຂວາງ

ພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ຄະນະກຳມະການປ້ອງກັນຄວາມສະຫງົບ (ປກສ) ແຂວງຊຽງຂວາງ ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ, ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຄະນະກຳມະ ການປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ (ປກສ) ສູນກາງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ທາບທາມບຸກຄະລາກອນ ຮອບທີ II

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ທາບທາມບຸກຄະລາກອນ ຮອບທີ II

ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມທາບທາມເນື້ອໃນເອກະສານກອງປະຊຸມໃຫຍ່ ແລະ ບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະໄໝທີ V ຮອບທີ II, ໃນວັນທີ 17 ມິຖຸນານີ້ທີ່ສະໂມສອນຄະນະກວດກາສູນກາງພັກ; ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ບັນດາສະຫາຍຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກອາວຸໂສບຳນານ ແລະ ສະມາຊິກພັກສົມບູນ ທີ່ຂຶ້ນກັບຄະນະກວດກາສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ນວ ສືບຕໍ່ຝຶກອົບຮົມ ພະນັກງານລົງກໍ່ສ້າງຮາກຖານການເມືອງຈໍາປີ 2026

ນວ ສືບຕໍ່ຝຶກອົບຮົມ ພະນັກງານລົງກໍ່ສ້າງຮາກຖານການເມືອງຈໍາປີ 2026

ນະຄອນຫຼວງວຽງຈັນ (ນວ) ເປີດຝຶກອົບຮົມ ຫຼັກສູດສະເພາະສ້າງພະນັກງານກໍ່ໍ່ສ້າງຮາກຖານການເມືອງປະຈໍາປີ 2026, ໃນວັນທີ 17 ມິຖຸນານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ນວ.
ເພີ່ມເຕີມ