ແຂວງເຊກອງ ເປັນແຂວງໜຶ່ງທີ່ເປັນເຂດພື້ນຖານການປະຕິວັດລາວໃຕ້ ໃນສະໄໝຕໍ່ສູ້ກູ້ຊາດຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ແລະ ເປັນພື້ນທີ່ແຂວງຕາເວັນອອກວິລະຊົນ (ແຂວງເຊກອງປັດຈຸບັນ), ແຂວງເຊກອງມີ 4 ເມືອງ, ມີເນື້ອທີ່ທັງໝົດ 7,750 ກິໂລຕາແມັດ, ປະກອບມີ 203 ບ້ານ, ມີພົນລະເມືອງທັງໝົດ 140,051 ຄົນ ຍິງ 70,119 ຄົນ, ມີຄອບຄົວທຸກຍາກ 10,745 ຄອບຄົວ ກວມເອົາ 43.87%. ດ້ວຍແສງສະຫວ່າງອັນຖືກຕ້ອງຂອງມະຕິກອງປະຊຸມໃຫຍ່ຂອງພັກ, ອົງຄະນະພັກແຂວງເຊກອງ ໄດ້ເປັນເຈົ້າການນໍາພາ-ຊີ້ນໍາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ດັ່ງກ່າວ ລົງສູ່ທ້ອງຖິ່ນຮາກຖານປະຊາຊົນຕົວຈິງ, ຖືສໍາຄັນການແກ້ໄຂຄວາມທຸກຍາກ ຕິດພັນກັບການຈັດສັນອາຊີບຄົງທີ່ ໂດຍຫັນຈາກອາຊີບຖ່າງປ່າເຮັດໄຮ່ເລື່ອນລອຍ ສູ່ການປູກຝັງ-ລ້ຽງສັດຄົງທີ່ ແລະ ເປັນສິນຄ້າ ຊຶ່ງປະຊາຊົນບາງເຂດໄດ້ຫັນປ່ຽນດ້ານຈິນຕະນາການ-ມີຄວາມຕື່ນຕົວໃນການຫັນອາຊີບດັ່ງກ່າວ.
ໃນເບື້ອງຕົ້ນ, ການປູກກາເຟຂອງປະຊາຊົນ ແມ່ນພົບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນວ່າ: ຄວາມຮັບຮູ້ເຂົ້າໃຈ-ຄວາມກະຕືລືລົ້ນຂອງປະຊາຊົນຈໍານວນໜຶ່ງຍັງຈຳກັດ; ປະສົບການ-ເຕັກນິກການປູກກາເຟບໍ່ທັນຫຼາກຫຼາຍ ທຶນຮອນຈຳກັດ, ຜົນຜະລິດກາເຟບໍ່ທັນສົມຄູ່ກັບທ່າແຮງ ແລະ ການລົງທຶນ, ຜ່ານມາລາຄາກາເຟຕົກຕໍ່າ, ບາງເຂດປະຊາຊົນຮື້ຖອນສວນກາເຟ ໄປປູກມັນຕົ້ນທົດແທນ ເພື່ອຈະໄດ້ລາຄາດີກວ່າ. ດ້ວຍເຫດນັ້ນ, ຄະນະພັກ-ອົງການປົກຄອງແຂວງ ຈຶ່ງໄດ້ຄົ້ນຄວ້າຫັນພະນັກງານລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດ ໝາຍ ໂດຍສຸມໃສ່ຫັນພະນັກງານກະສິກໍາເພື່ອນໍາພາ ແລະ ແນະນໍາເຕັກນິກກ່ຽວກັບການປູກຝັງ-ລ້ຽງສັດ ເປັນຕົ້ນ ການປູກກາເຟ-ການບົວລະບັດຮັກສາ ແລະ ການເກັບກູ້. ຫຼັງຈາກນັ້ນ, ບົດຮຽນດັ່ງກ່າວ ກໍໄດ້ຂະຫຍາຍແຜ່ກວ້າງຂວາງອອກໄປສູ່ເຂດບ້ານອື່ນໆ ຂອງເມືອງທ່າແຕງ ແລະ ເມືອງດາກຈຶງຢ່າງກວ້າງຂວາງ ແລະ ໄດ້ເຮັດໃຫ້ປະຊາຊົນ-ຄອບຄົວຈຳນວນໜຶ່ງ ຫັນໄປປູກກາເຟເປັນສິນຄ້າ, ຊຶ່ງເຫັນແຈ້ງວ່າ ໃນເມື່ອກ່ອນທົ່ວແຂວງມີເນື້ອທີ່ປູກກາເຟທັງໝົດ 4,256 ຮຕ, ຜົນຜະລິດ 1,932 ໂຕນ, ສະເລ່ຍ 400-500 Kg/ຮຕ, ແຕ່ໃນປັດຈຸບັນມີເນື້ອທີ່ປູກກາເຟທັງໝົດ 11,187 ຮຕ ແລະ ຜົນຜະລິດໄດ້ 57,700 ໂຕນ, ສະເລ່ຍປະມານ 3,6 ໂຕນ/ຮຕ ເພີ່ມຂຶ້ນຫຼາຍເທົ່າຕົວ. ພ້ອມນີ້, ກໍມີຄອບຄົວ ແລະ ບ້ານປູກກາເຟ ເພີ່ມຂຶ້ນ ຊຶ່ງມີ 8,756 ຄອບຄົວ ແລະ 110 ບ້ານ. ໃນນັ້ນ, ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ. ຊຶ່ງໃນແຕ່ລະປີສ້າງລາຍຮັບເຂົ້າຄອບ ຄົວຫຼາຍຮ້ອຍລ້ານກີບ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວພວກກ່ຽວດີຂຶ້ນຢ່າງຈະແຈ້ງ.
ບັນດາປັດໄຈພື້ນຖານທີ່ເຮັດໃຫ້ການສ້າງເສດຖະກິດຄອບຄົວ ດ້ວຍການປູກກາເຟຂອງປະຊາຊົນແຂວງເຊກອງ ມີຄວາມເຂັ້ມແຂງ ແລະ ຊີວິດການເປັນຢູ່ດີຂຶ້ນນັ້ນ ສາມາດຖອດໄດ້ບາງບົດຮຽນຄື: ການນໍາພາຂອງພັກ ໃນການປະຕິບັດນະໂຍບາຍສົ່ງເສີມການຜະລິດເປັນສິນຄ້າ ແມ່ນປັດໄຈຕັດສິນຜົນສໍາເລັດໃນການປູກກາເຟເປັນສິນຄ້າ. ຜ່ານມາ, ຄະນະພັກແຂວງ ໄດ້ມີນະໂຍບາຍ, ມີໂຄງການສົ່ງເສີມການຜະລິດເປັນສິນຄ້າ, ມີວິຊາການນໍາພາ-ຊີ້ນໍາດ້ານເຕັກນິກຂັ້ນແຂວງ-ຂັ້ນເມືອງ, ມີນະໂຍບາຍໃຫ້ກູ້ຢືມທຶນຮອນ, ມີການປິ່ນອ້ອມຂອງບັນດາຂະແໜງ ການກ່ຽວຂ້ອງ ເພື່ອຊ່ວຍເຫຼືອປະຊາຊົນຜະລິດກະສິກຳ ແລະ ຊ່ວຍເຫຼືອດ້ານຕະຫຼາດ ຈຶ່ງເຮັດໃຫ້ປະຊາຊົນປະ ສົບຜົນສໍາເລັດ; ຄວາມຕື່ນຕົວຫັນປ່ຽນດ້ານຈິນຕະນາການ-ແນວຄິດແບບໃໝ່ ໃນການຜະລິດກາເຟເປັນສິນຄ້າ ນັ້ນແມ່ນບັນຫາທໍາອິດທີ່ນໍາໄປສູ່ຜົນສໍາເລັດ, ບວກກັບມູນເຊື້ອດຸໝັ່ນຂະຫຍັນພຽນຂອງປະຊາຊົນສາມັກຄີກັນ, ກ້າຫານ ແລະ ມີຄວາມສາມາດຫັນປ່ຽນການຜະລິດແບບດັ້ງເດີມ ໄປສູ່ການຜະລິດເປັນສິນຄ້າ, ບໍ່ໃຊ້ຈ່າຍຟູມເຟືອຍ, ຮູ້ປະຢັດມັດທະຍັດ, ນໍາໃຊ້ເງິນ-ທຶນຮອນຂອງຕົນຖືກເປົ້າໝາຍ ແລະ ນໍາເອົາຜົນກຳໄລໃຫ້ຄອບຄົວຈຶ່ງເຮັດໃຫ້ການຜະລິດຂອງປະຊາຊົນດີຂຶ້ນເປັນກ້າວໆ; ການປະຕິບັດຕາມເຕັກນິກຂອງການປູກກາເຟເປັນສິນຄ້າ, ການປະຕິບັດຕາມການແນະນໍາຂອງວິຊາການແມ່ນເນື້ອໃນສໍາຄັນ ເປັນຕົ້ນການປັບດິນ, ໃສ່ຝຸ່ນ, ຫົດນໍ້າ ແລະ ເອົາໃຈໃສ່ປົກປັກຮັກສາຜົນຜະລິດເປັນປະຈໍາ ຈຶ່ງເຮັດໃຫ້ການລົງທຶນບັນລຸຜົນສໍາເລັດ. ແຕ່ລະຄອບຄົວໄດ້ຍົກສູງສະຕິເປັນເຈົ້າຕົນເອງ, ກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບວກກັບການເອົາໃຈໃສ່ປຸກລະດົມຊຸກຍູ້ຂອງຄະນະພັກແຕ່ລະຂັ້ນ ແລະ ການຊ່ວຍເຫຼືອທຶນຮອນ, ເຕັກນິກ, ວິຊາການຂອງພາກລັດ ກໍຄືອົງການປົກຄອງຂັ້ນຕ່າງໆ ຢ່າງແຂງແຮງກວ່າເກົ່າ ຈຶ່ງສາມາດເຮັດໃຫ້ການສ້າງເສດຖະກິດຄອບຄົວເຂັ້ມແຂງ ມີຫຼາຍຄອບຄົວຕົວແບບທີ່ປະສົບຜົນສໍາເລັດ.
ສະຫາຍ ບຸນຫຼາຍ ບຸດທິ ກ່າວຕື່ມວ່າ: ສໍາລັບທິດທາງແຜນການໃນຕໍ່ໜ້າ, ແຂວງເຊກອງຈະສຸມໃສ່ສືບຕໍ່ນໍາພາ-ຊີ້ນໍາຊາວກະສິກອນໃນທົ່ວແຂວງ ເອົາໃຈໃສ່ສືບຕໍ່ຫັນພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງ ລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ແຂງແຮງ ແລະ ຕົວຈິງຂຶ້ນກວ່າເກົ່າ; ສືບຕໍ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດແນວທາງຂອງພັກ ຍູ້ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ເປັນຮູບປະທໍາຕົວຈິງຫຼາຍຂຶ້ນ; ສືບຕໍ່ຊຸກຍູ້, ສົ່ງເສີມ ແລະ ຂະຫຍາຍເນື້ອທີ່ປູກກາເຟ ຢູ່ເຂດທີ່ມີເງື່ອນໄຂໃຫ້ເພີ່ມຂຶ້ນ; ປັບປຸງແບບແຜນວິທີການຜະລິດຂອງປະຊາຊົນໃຫ້ຖືກຕ້ອງຕາມເຕັກນິກ, ນໍາໃຊ້ແນວພັນທີ່ໄດ້ຮັບຜົນຜະລິດສູງ.
ຄໍາເຫັນ