![]() |
ຫ້ອງວາງສະແດງດັ່ງກ່າວ, ໄດ້ນໍາສະເໜີຈຸດເດັ່ນ ຂອງແຂວງເຊກອງ ທັງດ້ານການທ່ອງທ່ຽວທໍາມະຊາດ, ປະຫວັດສາດ, ວັດທະນະທໍາ, ສິນຄ້າກະສິກໍາ, ຫັດຖະກໍາ ແລະ ທ່າແຮງດ້ານການລົງທຶນ. ພ້ອມທັງ ນໍາໃຊ້ຮູບພາບ ແລະ ສື່ປະກອບທີ່ສວຍງາມ ເພື່ອໃຫ້ຜູ້ມາທ່ຽວຊົມໄດ້ຮັບຮູ້ເຖິງເອກະລັກ ແລະ ສະເໜ່ຂອງແຂວງເຊກອງຢ່າງກວ້າງຂວາງ.
![]() |
ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ, ກອງເລຂາຄະນະຮັບຜິດຊອບຂັ້ນແຂວງເຂົ້າຮ່ວມງານ ໄດ້ກ່າວວ່າ: ການທີ່ໄດ້ຮັບລາງວັນດັ່ງກ່າວ, ແມ່ນເປັນກຽດຢ່າງສູງຂອງຫ້ອງວາງສະແດງ ແຫ່ງຊາດ ແລະ ເປັນກໍາລັງໃຈສໍາຄັນ ໃຫ້ແຂວງເຊກອງສືບຕໍ່ຍົກສູງການປັບປຸງຜະລິດຕະພັນສິນຄ້າທ່າແຮງຂອງແຂວງ, ການສົ່ງເສີມສິນຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ກໍຄື ທ່າແຮງຂອງແຂວງໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈການນໍາພັກ-ລັດຖະບານ ທັງສອງຝ່າຍ, ການນໍາຂອງແຂວງ, ຂະແໜງການກ່ຽວຂ້ອງຂັ້ນສູນກາງ-ແຂວງ ແລະ ຍ້ອງຍໍຊົມເຊີຍພະນັກງານ-ລັດຖະກອນ, ຄະນະຮັບຜິດຊອບຈັດງານ CAEXPO ຄັ້ງທີ 23 ແລະ ຜູ້ມີສ່ວນຮ່ວມທຸກພາກສ່ວນ ທີ່ໄດ້ທຸ່ມເທກໍາລັງແຮງກາຍ, ຄວາມສາມາດ ຈົນສາມາດນໍາພາບພົດ “ແຂວງເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວ ອອກສູ່ສາຍຕາຂອງຊາວຕ່າງປະເທດໄດ້ຢ່າງໂດດເດັ່ນ ແລະ ມີຜົນສໍາເລັດ.
ຂ່າວ: ສັນຍາ


ຄໍາເຫັນ