ພິທີເປີດຂະບວນປະຕິບັດແຜນພັດທະນາ ແລະ ແກ້ໄຂຄວາມທຸກຍາກ

ເຊກອງ ເປີດຂະບວນປະຕິບັດແຜນພັດທະນາ ແລະ ແກ້ໄຂຄວາມທຸກຍາກບ້ານໃຫຍ່ນາວາ

ເຊກອງ ເປີດຂະບວນປະຕິບັດແຜນພັດທະນາ ແລະ ແກ້ໄຂຄວາມທຸກຍາກບ້ານໃຫຍ່ນາວາ
ພິທີເປີດຂະບວນປະຕິບັດແຜນພັດທະນາ ແລະ ແກ້ໄຂຄວາມທຸກຍາກ ແບບມີສ່ວນຮ່ວມຂອງປະຊາຊົນບ້ານໃຫຍ່ນາວາ ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 25 ທັນວາ ຜ່ານມາ ທີ່ໂຮງຮຽນປະຖົມບ້ານ

ດັ່ງກ່າວ ໂດຍມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ຕຸລາວັນ ວົງໄຊ ເຈົ້າເມືອງລະມາມ, ມີພາກສ່ວນກ່ຽວຂ້ອງຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.
ບ້ານໃຫຍ່ນາວາ ແມ່ນບ້ານໜຶ່ງຂອງເມືອງລະມາມ ມີເນື້ອທີ່ການປົກຄອງທັງໝົດ 10,991 ເຮັກຕາ, ປະກອບມີ 4 ຄຸ້ມ,ມີ 157ຫຼັງຄາເຮືອນ, ມີ226 ຄອບຄົວ, ມີພົນລະເມືອງ 1,066 ຄົນຍິງ 512 ຄົນ. ໃນໄລຍະຜ່ານມາ, ພັກ-ລັດຖະບານ ກໍຄືຄະນະພັກ, ອົງການປົກຄອງແຂວງ ໄດ້ສຸມທຶນຮອນຫຼາຍສິບຕື້ກີບ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນເສັ້ນທາງ, ຊົນລະປະທານ, ໂຮງຮຽນ, ລະບົບໄຟຟ້າ, ນໍ້າປະປາ ແລະ ອື່ນໆໃຫ້ປະຊາຊົນໄດ້ຊົມໃຊ້ພັດທະນາເສດຖະກິດຄອບຄົວ. ແຕ່ເຫັນວ່າ ການພັດທະນາຍັງມີລັກສະນະຊັກຊ້າ ຊຶ່ງຜ່ານການເກັບຂໍ້ມູນຕົວຈິງ ພາຍໃນບ້ານມີຄອບຄົວທຸກຍາກ ກວມເຖິງ 94.25% ຂອງຄອບຄົວທັງໝົດ.
ທ່ານ ເຫລັກໄຫລ ສີວິໄລ ມີຄໍາເຫັນວ່າ: ການເປີດຂະບວນການຄັ້ງນີ້, ຖືວ່າເປັນນິມິດໝາຍສໍາຄັນ ໃນການຜັນຂະຫຍາຍແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ສູ່ຊີວິດຕົວຈິງຂອງປະຊາຊົນ. ທັງນີ້, ກໍເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ, ປຸກລະດົມການມີສ່ວນຮ່ວມ ຂອງປະຊາຊົນໃນການພັດທະນາໃຫ້ມີຄວາມຍືນຍົງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງດ້ານຈິນຕະນາການ, ແນວຄິດຮັກສາຄອງເດີມ, ຂີ້ຄ້ານມັກງ່າຍ ແລະ ແບບແຜນການດໍາລົງຊີວິດແບບເກົ່າຫຼ້າຫຼັງ ໄປສູ່ການດຳລົງຊີວິດແບບໃໝ່ສີວິໄລ, ປັບປຸງການຈັດຕັ້ງໃນລະບົບການເມືອງ, ຍົກສູງຄວາມສາມາດນໍາພາຂອງຄະນະພັກ-ອົງການປົກຄອງ, ກໍາລັງ ປກຊ-ປກສ ບ້ານໃຫ້ເຂັ້ມແຂງ, ສ້າງວຽກເຮັດງານທໍາ ແລະ ລາຍໄດ້ທີ່ໝັ້ນຄົງໃຫ້ປະຊາຊົນ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ທ່ານເຈົ້າແຂວງ ຍັງໄດ້ຮຽກຮ້ອງມາຍັງບັນດາຂະແໜງການ, ອົງການປົກຄອງບ້ານ ກໍຄືພໍ່ແມ່ປະຊາຊົນ ຈົ່ງພ້ອມກັນເປັນເຈົ້າການເຂົ້າຮ່ວມທຸກຂະບວນການ ເພື່ອປະຕິບັດແຜນພັດທະນາ ແລະ ແກ້ໄຂຄວາມທຸກຍາກບ້ານໃຫຍ່ນາວາ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.
(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິຄໍາໄຊ ປະກາດການຈັດຕັ້ງ ພາຍຫຼັງໂຮມພະແນກ

ບໍລິຄໍາໄຊ ປະກາດການຈັດຕັ້ງ ພາຍຫຼັງໂຮມພະແນກ

ພິທີປະກາດການຈັດຕັ້ງ ພາຍຫຼັງໂຮມພະແນກແຜນການ ແລະ ການລົງທຶນ ເຂົ້າກັບພະແນກການເງິນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 5 ສິງຫານີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ, ເປັນປະທານໂດຍທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຂາຊົນແຂວງ, ທ່ານ ອຸບັນ ສຸພິດາ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງ ຄະນະນໍາປັບປຸງ ກົງຈັກການຈັດຕັ້ງກະຊວງການເງິນ.
ທຫລ ພາກໃຕ້ແຂວງຈຳປາສັກ ສືບຕໍ່ຄຸ້ມຄອງມະຫາພາກດ້ານເງິນຕາ

ທຫລ ພາກໃຕ້ແຂວງຈຳປາສັກ ສືບຕໍ່ຄຸ້ມຄອງມະຫາພາກດ້ານເງິນຕາ

ສະຫາຍ ໄຊລືຊາ ຜູຍຍະວົງ ເລຂາຄະນະພັກຮາກຖານ ຫົວໜ້າສາຂາ ທະນາຄານແຫ່ງ ສປປ ລາວ ພາກໃຕ້ (ທຫລ.ພຕ) ແຂວງຈຳປາສັກ ໄດ້ລາຍງານ ຕໍ່ຜູ້ສື່ຂ່າວພວກເຮົາ ເມື່ອບໍ່ດົນມານີ້ ວ່າ: ທຫລ.ພຕ ແຂວງຈຳປາສັກ ແມ່ນມີພາລະບົດບາດ ແລະ ໜ້າທີ່ທຽບເທົ່າກົມ ທີ່ເປັນເສນາທິການໃຫ້ຄະນະຜູ້ວ່າການ ທຫລ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງມະຫາພາກທາງດ້ານເງິນຕາ, ສະຖາບັນການເງິນ ແລະ ລະບົບຊຳລະໃນ 4 ແຂວງພາກໃຕ້ (ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ);
ເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ

ເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ໂດຍການເປັນປະທານຂອງທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ, ມີທ່ານ ດາວຽງສັກ ຫວ່າງວິຈິດ ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ, ທ່ານ ຫຼ້າສາຍ ນວນທາສິງ ຜູ້ອໍານວຍການໃຫຍ່ ໂຄງການກອງທຶນສາມັກຄີ ແລະພັດທະນາແນວລາວສ້າງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທັງແບບປົກກະຕິ ແລະ ທາງໄກໃນວັນທີ 5 ສິງຫານີ້.
ຈໍາປາສັກ​ ປະກາດການຈັດຕັ້ງ

ຈໍາປາສັກ​ ປະກາດການຈັດຕັ້ງ

ວັນທີ 4 ສິງຫາຜ່ານມາ ​ຢູ່​ສະໂມສອນ​ແຂວງ,​ ແຂວງຈໍາປາສັກ​ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ຂອງພະແນກການ - ກົມກອງອ້ອມຂ້າງແຂວງ ທີ່ໄດ້ຮັບການປັບປຸງ ພ້ອມທັງແຕ່ງຕັ້ງພະນັກງານນາພາ​ - ຄຸ້ມຄອງ ໃນກົງຈັກການຈັດຕັ້ງຄະນະພັກ, ຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງການຂອງແຂວງ ຈໍານວນໜຶ່ງ ຕາມນິຕິກຳຂອງສູນກາງພັກ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈໍາປາສັກ.​
ປົກປັກຮັກສາ, ຄຸ້ມຄອງ ຊັບພະຍາກອນທໍາມະຊາດຢູ່ປະເທດເຮົາໃຫ້ຍືນຍົງ

ປົກປັກຮັກສາ, ຄຸ້ມຄອງ ຊັບພະຍາກອນທໍາມະຊາດຢູ່ປະເທດເຮົາໃຫ້ຍືນຍົງ

ຊັບພະຍາກອນທໍາມະຊາດ ແມ່ນສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດທີ່ເກີດຂຶ້ນຕາມທໍາມະຊາດເຊັ່ນ: ດິນ, ນໍ້າ, ອາກາດ, ຊີວະນາໆພັນ, ບໍ່ແຮ່, ຫີນ, ຊາຍ ແລະ ອື່ນໆ ຊຶ່ງເປັນເງື່ອນໄຂອັນຈໍາເປັນໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.
ນັກຂ່າວ ຮັບການຍົກລະດັບການຫັນເປັນດີຈີຕອນ

ນັກຂ່າວ ຮັບການຍົກລະດັບການຫັນເປັນດີຈີຕອນ

ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຮ່ວມກັບສໍານັກຂ່າວ ABC ແລະ ສະຖານທູດອົສຕຣາລີ ປະຈໍາລາວ ຈັດຊຸດຝຶກອົບຮົມໃນຫົວຂໍ້: “ເວທີສົນທະນາການຫັນໄປສູ່ດີຈີຕອນ” ໃນວັນທີ 5 ສິງຫານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ທ່ານ ນາງ ເມການ ຈອນ (Megan Jones) ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງປະເທດອົສຕຣາລີ ປະຈໍາ ສປປ ລາວ, ທ່ານ ແອຣອນ ແກນ (Mr Aaron Kearney) ຜູ້ອຳນວຍການ ABCID - ຜູ້ມີສ່ວນຮ່ວມ ແລະ ພັດທະນາໂຄງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສໍາມະນາກອນ.
ພັດທະນາສື່ມວນຊົນໃຫ້ທັນກັບສະຖານະການ ແລະ ສອດຄ່ອງຕາມແນວທາງປ່ຽນແປງໃໝ່ຂອງພັກ

ພັດທະນາສື່ມວນຊົນໃຫ້ທັນກັບສະຖານະການ ແລະ ສອດຄ່ອງຕາມແນວທາງປ່ຽນແປງໃໝ່ຂອງພັກ

ເນື່ອງໃນໂອກາດລະນຶກວັນສ້າງຕັ້ງສື່ມວນຊົນລາວ ກໍຄືວັນສ້າງຕັ້ງ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ຄົບຮອບ 75 ປີ (13/8/1950 - 13/8/2025), ທ່ານ ດວງຈິດ ສະຫວັດບຸນມີ ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ມີຄຳເຫັນວ່າ: ຕະຫຼອດ 75 ປີຜ່ານມາ, ພາຍໃຕ້ການຊີ້ນຳ ແລະ ນຳພາຢ່າງໃກ້ຊິດຂອງພັກ ປປ ລາວ ສື່ມວນຊົນລາວເວົ້າລວມ ແລະ ສື່ມວນຊົນທາງການຂອງລາວເວົ້າສະເພາະ ໄດ້ຮັບການພັດທະນາທັງດ້ານປະລິມານ ແລະ ຄຸນນະພາບ, ປະກອບສ່ວນບຸກທະລຸການໂຄສະນາຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກໄປສູ່ຄຸນນະພາບໃໝ່, ຈາກເມື່ອກ່ອນປະຊາຊົນເຂດຫ່າງໄກສອກຫຼີກບໍ່ສາມາດເຂົ້າເຖິງໄດ້ຂໍ້ມູນຂ່າວສານທາງການ,ແຕ່ປັດຈຸບັນກໍສາມາດຮັບຂໍ້ມູນຂ່າວສານໄດ້ສະດວກສະບາຍຂຶ້ນຫຼາຍກວ່າເກົ່າໂດຍຜ່ານສື່ແບບໃໝ່. ພ້ອມນັ້ນການຫັນສື່ມວນຊົນໄປສູ່ຄຸນນະພາບໃໝ່ກໍໄດ້ຮັບການປັບປຸງຢ່າງເປັນຮູບປະທຳ ແລະ ປັດຈຸບັນແມ່ນພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຂອງຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສົມກັບວ່າແມ່ນກະບອກສຽງຂອງພັກຢ່າງແທ້ຈິງ.
ບໍລິສັດ ໄຟຟ້າຫົງສາ ຈໍາກັດ ເຂົ້າອວຍພອນໜັງສືພິມປະຊາຊົນ

ບໍລິສັດ ໄຟຟ້າຫົງສາ ຈໍາກັດ ເຂົ້າອວຍພອນໜັງສືພິມປະຊາຊົນ

ໃນຕອນເຊົ້າວັນທີ 5 ສິງຫາ ນີ້, ບໍລິສັດ ໄຟຟ້າຫົງສາ ຈຳກັດ ຕາງໜ້າໂດຍ ທ່ານນາງ ພະນັດຊະກອນ ການຕານົນ ຜູ້ຮັບຜິດຊອບສື່ສານອົງກອນ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ທີ່ສຳນັກງານໜັງສືພິມ ເນື່ອງໃນໂອກາດວັນສ້າງຕັ້ງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຄົບຮອບ 75 ປີ (13/8/1950 - 13/8/2025) ຊຶ່ງໃຫ້ກຽດຕ້ອນຮັບໂດຍທ່ານ ສີວັນ ຫອມໄຊຍະເດດ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຄະນະ.
ຫ້ອງວ່າການແຂວງຜົ້ງສາລີ ຖອດຖອນບົດຮຽນ ແລະ ແລກປ່ຽນຄຳຄິດເຫັນ.

ຫ້ອງວ່າການແຂວງຜົ້ງສາລີ ຖອດຖອນບົດຮຽນ ແລະ ແລກປ່ຽນຄຳຄິດເຫັນ.

ວັນທີ 4 ສິງຫານີ້ ທີຫ້ອງປະຊຸມຊັ້ນ 5 ຕຶກອົງການປົກຄອງແຂວງຜົ້ງສາລີ, ຫ້ອງວ່າກາແຂວງຜົ້ງສາລີ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານ, ໂດຍການເປັນປະທານຂອງ ທ່ານ ອຸ່ຄຳ ຕຸລາພັນ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງຜົ້ງສາລີ.
ເຊກອງ ປິດຊຸດຝຶກອົບຮົມດົນຕີພື້ນເມືອງລາວ

ເຊກອງ ປິດຊຸດຝຶກອົບຮົມດົນຕີພື້ນເມືອງລາວ

ຊຸດຝຶກອົບຮົມດົນຕຣີພື້ນເມືອງລາວ ໃຫ້ແກ່ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ແຂວງເຊກອງ ໄດ້ປິດລົງໃນວັນທີ 4 ສິງຫານີ້, ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ວິໄລວັນ ດາລາສິນ ວ່າການປະທານແນວລາວສ້າງຊາດແຂວງ ຫົວໜ້າອະນຸຂະບວນການຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ Xl ຂອງອົງຄະນະພັກແຂວງ.
ເພີ່ມເຕີມ