ເຊກອງ ຜະລິດເຂົ້າ ແລະພືດສະບຽງອາຫານໄດ້ 88,903ໂຕນ

ເຊກອງ ຜະລິດເຂົ້າ ແລະພືດສະບຽງອາຫານໄດ້ 88,903ໂຕນ

ເຊກອງ ຜະລິດເຂົ້າ ແລະພືດສະບຽງອາຫານໄດ້ 88,903ໂຕນ
ໃນປີ 2025 ຜ່ານມາ, ແຂວງເຊກອງ ສາມາດຜະລິດເຂົ້າ ແລະພືດສະບຽງອາຫານໄດ້ທັງໝົດ 88,903 ໂຕນ. ໃນນີ້, ເຂົ້ານາປີ 39,885 ໂຕນ; ເຂົ້ານາແຊງ 2,817 ໂຕນ; ເຂົ້າໄຮ່ 2,035 ໂຕນ ແລະພືດສະບຽງອາຫານ 44,165 ໂຕນ. ສະເລ່ຍເຂົ້າກິນທົ່ວແຂວງ (ເຂົ້າເປືອກ) ໄດ້ 303 ກິໂລ/ຄົນ/ປີ.
ເຊກອງ ຜະລດເຂາ ແລະພດສະບຽງອາຫານໄດ 88,903ໂຕນ - image 1
 

ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກໍາມະການປົກຄອງແຂວງເຊກອງ ລາຍງານໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນປີ 2025 ທົ່ວແຂວງເຊກອງ ມີເນື້ອທີ່ປູກພືດເປັນສິນຄ້າ ເປັນຕົ້ນ: ກາເຟ, ໝາກແໜ່ງ, ສາລີ, ມັນຕົ້ນ, ກ້ວຍ, ໂສມ, ຜັກກາດຫໍ່, ໝາກນັດ, ຜັກກະລໍ່າປີ, ພືດຜັກລວມ ແລະໄມ້ກິນໝາກທັງໝົດ 28,173 ເຮັກຕາ. ໃນນີ້, ເນື້ອທີ່ເສຍຫາຍ 5 ເຮັກຕາ ແລະເນື້ອທີ່ເກັບກ່ຽວ 28,167 ເຮັກຕາ, ຜົນຜະລິດ 312,767 ໂຕນ ທຽບໃສ່ແຜນການເທົ່າກັບ 170.4% (ແຜນ 183,552 ໂຕນ). ໃນນີ້, ມັນຕົ້ນທາດແປ້ງ 2 ແສນກວ່າໂຕນ, ກາເຟ 34 ພັນກວ່າໂຕນ, ຜັກກະລໍ່າປີ 24 ພັນກວ່າໂຕນ, ໄມ້ໃຫ້ໝາກ 16 ພັນກວ່າໂຕນ, ຜັກກາດຫໍ່ 8 ພັນກວ່າໂຕນ, ກ້ວຍ 7 ພັນກວ່າໂຕນ, ໝາກນັດ 2 ພັນກວ່າໂຕນ, ພືດຜັກລວມ 836 ໂຕນ, ໂສມ 413 ໂຕນ ແລະສາລີ 220 ໂຕນ.

ເຊກອງ ຜະລດເຂາ ແລະພດສະບຽງອາຫານໄດ 88,903ໂຕນ - image 2
 

ທ່ານ ບຸນທະວີ ນະຄອນສິດ ໃຫ້ຮູ້ຕື່ມວ່າ: ນອກຈາກຈະສົ່ງເສີມການປູກພືດເປັນສິນຄ້າແລ້ວ, ແຂວງກໍຍັງໄດ້ຊຸກຍູ້ສົ່ງເສີມການລ້ຽງສັດໃນຮູບແບບຕ່າງໆ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ເພື່ອໃຫ້ສັດແຕ່ລະປະເພດຂະຫຍາຍຕົວ ໃນລະດັບ 1-2%. ປັດຈຸບັນ, ທົ່ວແຂວງມີຟາມລ້ຽງສັດ 18 ຟາມ ແລະມີສັດລ້ຽງທັງໝົດ 1,251,231 ໂຕ. ໃນນີ້, ຄວາຍ 26,436 ໂຕ; ງົວ 46,537 ໂຕ; ໝູ 70,135 ໂຕ;ແບ້ 22,971 ໂຕ ແລະສັດປີກ 1,085,152 ໂຕ.

ເຊກອງ ຜະລດເຂາ ແລະພດສະບຽງອາຫານໄດ 88,903ໂຕນ - image 3
 

(ພາບ-ຂ່າວ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະດົມແນວຄວາມຄິດ ແລະ ການມີສ່ວນຮ່ວມຂອງສາທາລະນະຊົນເພື່ອການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ

ລະດົມແນວຄວາມຄິດ ແລະ ການມີສ່ວນຮ່ວມຂອງສາທາລະນະຊົນເພື່ອການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ

ໃນວັນທີ 9 ມັງກອນຜ່ານມາ ຢູ່ທີ່ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ປຶກສາຫາລືການມີສ່ວນຮ່ວມຂອງສາທາລະນະຊົນ ໃນເຄືອຄ່າຍແມ່ນໍ້າສົມບູນ ຄັ້ງທີ I ຂອງໂຄງການຄຸ້ມຄອງອ່າງຮັບນໍ້າໂດຍການມີສ່ວນຮ່ວມຈາກຊຸມຊົນໃນແຂວງຄຳມ່ວນ ໄລຍະ II ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກມູນນິທິເອເຊຍ ປະຈໍາ ສປປ ລາວ, ໂດຍການເປັນປະທານຂອງທ່ານ ນາງ ບຸນກັນ ພົງອຸດົມ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ.
ຄົ້ນພົບພະພຸດທະຮູບເກົ່າແກ່ 105 ອົງ ຢູ່ເມືອງໂຂງ

ຄົ້ນພົບພະພຸດທະຮູບເກົ່າແກ່ 105 ອົງ ຢູ່ເມືອງໂຂງ

ໃນວັນທີ 12 ມັງກອນ 2026ນີ້, ໄດ້ມີການແຕກຕື່ນກັນທັງບ້ານ ເມື່ອມີການລາຍງານວ່າ: ໄດ້ຄົ້ນພົບພະພຸດທະຮູບເກົ່າແກ່ຈຳນວນ 105 ອົງ ຢູ່ບໍລິເວນບ້ານເວີນຂາວ, ເມືອງໂຂງ, ແຂວງຈຳປາສັກ.ສະນັ້ນ, ທ່ານ ໜູແສງ ຜຸຍບັນດິດ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ນາງ ໄພວັນ ສີບຸນເຮືອງ ເລຂາຄະນະພັກຮາກຖານກຸ່ມຮາດຊາຍຄູນ ພ້ອມດ້ວຍຫ້ອງການກ່ຽວຂ້ອງໄດ້ລົງພື້ນທີ່ຕົວຈິງເພື່ອຕິດຕາມເຫດການດັ່ງກ່າວ.
ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025

ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025

ກອງປະຊຸມສະຫຼຸບວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025 ແລະ ກອງປະຊຸມສະຫຼຸບວຽກງານຕິດຕາມກວດກາ ການດໍາເນີນຄະດີແພ່ງໄດ້້ເປີດຂຶ້ນຢ່າງເປັນທາງການໃນວັນທີ 12 ມັງກອນນີ້ ທີ່ນະ ຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ມີບັນດາຮອງຫົວໜ້າ ອອປສ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ວາງສີລາລຶກ ກໍ່ສ້າງສຸກສາລາບ້ານປົ່ງ ມູນຄ່າ 1 ຕື້ກວ່າກີບ ເພື່ອບໍລິການໃຫ້ປະຊາຊົນ

ວາງສີລາລຶກ ກໍ່ສ້າງສຸກສາລາບ້ານປົ່ງ ມູນຄ່າ 1 ຕື້ກວ່າກີບ ເພື່ອບໍລິການໃຫ້ປະຊາຊົນ

ວາງສີລາລຶກໂຄງການກໍ່ສ້າງສຸກສາລາ ບ້ານປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 10 ມັງກອນ 2026, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ, ທ່ານ ວັນນະລອນ ອິນທະພອນເດດ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ໂລຫິດ ບັບບາ ເລຂານຸການເອກ ສະຖານທູດອິນເດຍ ປະຈໍາ ສປປ ລາວ, ມີຂະແໜງການທີ່ກ່ຽວຂ້ອງຈາກແຂວງ, ເມືອງ ຕະຫຼອດຮອດອຳນາດການປົກຄອງບ້ານແລະ ບໍລິສັດຮັບເໝົາກໍ່ສ້າງ ເຂົ້າຮ່ວມ.
ພູມໃຈໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ພູມໃຈໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ. ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການໂຮງແຮມແລນມາກແມ່ຂອງລີເວີໄຊ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 9 ມັງກອນນີ້ວ່າ: ຕົນເອງເປັນຜູ້ໜຶ່ງທີ່ໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມດັ່ງກ່າວໃນຄັ້ງນີ້, ຮູ້ສຶກພາກພູມໃຈ ແລະ ດີໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດເຂົ້າຮ່ວມ ແລະ ປະກອບສ່ວນໃນການສະໜັບສະໜູນກອງປະຊຸມໃຫຍ່ຄັ້ງປະຫວັດສາດນີ້.
ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ສະຫຼຸບວຽກງານປະຈຳປີ 2025

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ສະຫຼຸບວຽກງານປະຈຳປີ 2025

ວັນທີ 8 ມັງກອນ 2026ນີ້, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ວາງແຜນປີ 2026,ໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທິສານ ຕາງໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີຂະແໜງທີ່ກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ປກສ ຄົບຮອບ 32 ປີ

ສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ປກສ ຄົບຮອບ 32 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 32 ປີ (10 ມັງກອນ 1994-10 ມັງກອນ 2026) ຈັດຂຶ້ນໃນວັນທີ 9 ມັງກອນນີ້ ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ຈັນທອນ ແກ້ວມະນີວົງ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ສາລະວັນ ທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າລອກລຽນແບບ

ສາລະວັນ ທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າລອກລຽນແບບ

ແຂວງສາລະວັນ ຈັດພິທີທຳລາຍສິນຄ້າທີ່ໝົດອາຍຸ-ເຊື່ອມຄຸນ, ສິນຄ້າລອກລຽນແບບ, ດ້ວຍວິທີການຈູດ ຊຶ່ງມີທັງໝົດມີ 175 ລາຍການ, ປະເພດຜະລິດຕະພັນນໍ້າອັດລົມ ທີ່ນໍາເຂົ້າບໍ່ຖືກຕ້ອງ ຈໍານວນ 77 ແກັດ, ອຸປະກອນຮັບສັນຍານດາວທຽມ 3 ລາຍການ ລວມມູນຄ່າທັງໝົດ 65 ລ້ານກວ່າກີບ.
ງານບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ

ງານບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ

ງານເທດສະການບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-11 ມັງກອນ 2026. ສໍາລັບປີນີ້ ແມ່ນຈັດຂຶ້ນເປັນປີທີ 16 ຊຶ່ງໃນວັນທີ 7 ມັງກອນ ນີ້ ໄດ້ມີກິດຈະກໍາ ເປີດຕະຫຼາດນັດຢ່າງເປັນທາງການ, ໃນຕ້ອນຄ່ຳຄືນໄດ້ປະກວດນາງທິດາກອງເຂົ້າໃຫຍ່ປະຈຳປີ 2026 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງພຽງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນ, ຊາວຄ້າຂາຍ ພ້ອມດ້ວຍປະຊາຊົນບັນດາເຜົ່າພາຍໃນເມືອງພຽງ ເຂົ້າຮ່ວມ.
ຄໍາມ່ວນ ຕົກກ້ານາແຊງໄດ້ແລ້ວ 70.11%

ຄໍາມ່ວນ ຕົກກ້ານາແຊງໄດ້ແລ້ວ 70.11%

ໃນລະດູການປູກເຂົ້ານາແຊງປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 15,759 ເຮັກຕາ, ເນື້ອທີ່ແຜນການຂອງປີນີ້ລື່ນປີ 2025 ຜ່ານມາ 1,573 ເຮັກຕາ, ຄາດຄະເນຜົນຜະລິດ 77,396 ໂຕນ, ຄາດຄະເນໝົດແນວປູກ 1,261 ໂຕນ. ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 5,463 ເຮັກຕາ, ຄາດຄະເນຜົນຜະລິດ 25,734 ໂຕນ; ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 10,296 ເຮັກຕາ , ຄາດຄະເນຜົນຜະລິດ 51,662 ໂຕນ .
ເພີ່ມເຕີມ