ເຊກອງ ພົບການຈໍາໜ່າຍນໍ້າມັນເຊື້ອໄຟບໍ່ຜ່ານປໍ້າ-ບໍຜ່ານຫົວຈ່າຍ ໃນສອງເມືອງ 24 ຫົວໜ່ວຍ

ເຊກອງ ພົບການຈໍາໜ່າຍນໍ້າມັນເຊື້ອໄຟບໍ່ຜ່ານປໍ້າ-ບໍຜ່ານຫົວຈ່າຍ ໃນສອງເມືອງ 24 ຫົວໜ່ວຍ

ເຊກອງ ພົບການຈໍາໜ່າຍນໍ້າມັນເຊື້ອໄຟບໍ່ຜ່ານປໍ້າ-ບໍຜ່ານຫົວຈ່າຍ ໃນສອງເມືອງ 24 ຫົວໜ່ວຍ
ໃນວັນທີ 24 ມີນານີ້,, ເຈົ້າໜ້າທີ່ກວດກາການຄ້າ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ ສົມທົບກັບຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງລະມາມ ແລະ ເມືອງທ່າແຕງ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ການຈໍາໜ່າຍນໍ້າມັນເຊື້ອໄຟ ໂດຍບໍ່ຜ່ານປໍ້າ-ບໍ່ຜ່ານຫົວຈ່າຍນໍ້າມັນ.
ເຊກອງ ພບການຈາໜາຍນາມນເຊອໄຟບຜານປາ-ບຜານຫວຈາຍ ໃນສອງເມອງ 24 ຫວໜວຍ - image 1
 

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ ກ່າວວ່າ: ການລົງກວດກາໃນຄັ້ງນີ້, ແມ່ນອີງໃສຫາງສຽງຂອງສັງຄົມ ທີ່ສ່ອງແສງເຂົ້າມາຫາພະແນກອຸດສາຫະກໍາ ແລະ ການຄ້າແຂວງ. ຜ່ານການຕິດຕາມກວດກາຕົວຈິງ ພົບເຫັນປະຊາຊົນນໍາເອົານໍ້າມັນເຊືິອໄຟຮ່າຍໃສ່ແກ້ວ-ຕຸກນໍ້າດື່ມ ມາຈໍາໜ່າຍທັງໝົດ 24 ຫົວໜ່ວຍ. ໃນນີ້, ຢູ່ເມືອງລະມາມ 9 ຫົວໜ່ວຍ ແລະ ຢູ່ເມືອງທ່າແຕງ 15 ຫົວໜ່ວຍ ຊຶ່ງການກະທຳດັ່ງກ່າວ ເປັນການລະເມີດດຳລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 559/ລບ, ລົງວັນທີ 9 ກັນຍາ 2025. ຍ້ອນແນວນັ້ນ, ຄະນະກໍາມະການທີ່ເຄື່ອນໄຫວກວດກາຄັ້ງນີ້, ຈິ່ງໄດ້ສ້າງບົດບັນທຶກກ່າວເຕືອນ, ສຶກສາອົບຮົມ ແລະ ໃນຕໍ່ໜ້າ ຖ້າຫາກພວກກ່ຽວຍັງສືບຕໍ່ເຮັດແບບເກົ່າອີກ ກໍຈະໄດ້ປັບໃໝ່ ເປັນຈໍານວນເງິນ 45 ລ້ານກີບ ຕາມກົດໝາຍກໍານົດ.

ເຊກອງ ພບການຈາໜາຍນາມນເຊອໄຟບຜານປາ-ບຜານຫວຈາຍ ໃນສອງເມອງ 24 ຫວໜວຍ - image 2
 

ທ່ານ ນາງ ວິລະຄອນ ບັນທະເວີ ໃຫ້ຮູ້ຕື່ມວ່າ: ຕະຫຼອດໄລຍະ 20 ກວ່າວັນຜ່ານມາ, ທີ່ແຂວງເຊກອງ ໄດ້ຮັບຜົນກະທົບຈາກສະພາບບໍ່ຄ່ອງຕົວຂອງນໍ້າເຊື່ອໄຟ ທີ່ເກີດຈາກສະພາບຄວາມບໍ່ສະຫງົບຢູ່ພາກພື້ນຕະເວັນອອກກາງ. ແຕ່ອົງການປົກຄອງແຂວງ ກໍຄື ຂະແໜງອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ປະສານສົມທົບກັບຂະແໜງກ່ຽວຂ້ອງຂັ້ນສູນກາງ ແລະ ປໍ້າຕົວແທນຈໍາໜ່າຍນໍ້າມັນເຊື້ອໄຟທົ່ວແຂວງ ເພື່ອສະຫຼັບສັບປ່ຽນກັນຈໍາໜ່າຍນໍ້າມັນເຊືິ້ອໄຟໃຫ້ປະຊາຊົນໄດ້ຊົມໃຊ້ໃນແຕ່ລະວັນ. ແຕ່ໃນປັດຈຸບັນ, ມີປະຊາຊົນຈໍານວນໜຶ່ງສວຍໂອກາດກັກຕຸນນໍ້າມັນ ເພຶ່ອນໍາໄປຂາຍຕໍ່ເກນກຳໄລ ເຮັດໃຫ້ປະຊາຊົນຫຼາຍຄົນພົບຄວາມຫຍຸ້ງຍາກຂຶ້ນຕື່ມອີກ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ ບໍ່ໃຫ້ເກີດຂຶ້ນອີກ ຈຶ່ງຫ້າມບໍ່ໃຫ້ປໍ້າຕົວແທນຈຳໜ່າຍນໍ້າມັນເຊື້ອໄຟບີບຂາຍໃສ່ຕຸກອີກ ໃຫ້ຂາຍແຕ່ໃສ່ລົດເທົ່ານັ້ນ. ພ້ອມນີ້, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຈົ່ງຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຍາມລຳບາກ, ຮູ້ເສຍສະຫລະ ເພຶ່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ການຈໍາໜ່າຍນໍ້າມັນເຊື້ອໄຟບໍ່ຜ່ານປໍ້າ-ບໍ່ຜ່ານຫົວຈ່າຍ, ນອກຈາກຈະຜິດລະບຽບກົດໝາຍແລ້ວ ຍັງມີຄວາມສ່ຽງຕໍ່ການເກີດອັກຄີໄຟນຳອີກ.

(ຂໍ້ມູນ: ພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຕພ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ຄຕພ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13/8/1950-13/8/2026) ໃນວັນທີ 25 ສິງຫານີ້ ທີ່ ສຳນັກງານ ຄຕພ, ໃຫ້ກຽດປາຖະກະຖາ ຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກຮອງເລຂາຄະນະບໍລິຫານງານພັກ ຮອງປະທານສູນກາງແນວລາວສ້າງຊາດ, ເຂົ້າຮ່ວມຮັບຟັງມີສະຫາຍ ວາລະໄຊ ເລັ່ງສະຫວັດ ກຳມະການສໍາຮອງສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍບັນດາສະຫາຍ ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍ ພະນັກງານພາຍໃນ ຄຕພ ເຂົ້າຮ່ວມ ຢ່າງພ້ອມພຽງ.
ເປີດງານເວທີສົນທະນາທັກສະ AI ລາວ 2026

ເປີດງານເວທີສົນທະນາທັກສະ AI ລາວ 2026

ຫວ່າງມໍ່ໆມານີ້ ທີ່ໂຮງແຮມ ອາມາລີ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານ Lao AI Skills Dialogue 2026 (ເວທີສົນທະນາທັກສະ AI ລາວ 2026) ຢ່າງເປັນທາງການພາຍໃຕ້ຫົວຂໍ້: "Building an AI-Ready Lao Through Skills and Collaboration" (ສ້າງທັກສະ ແລະ ຄວາມຮ່ວມມື ເພື່ອຄວາມພ້ອມດ້ານປັນຍາປະດິດ ໃນ ສປປ ລາວ). ງານດັ່ງກ່າວຈັດຂຶ້ນພາຍໃຕ້ການຮ່ວມມືຂອງ ວິທະຍຸຊາວໜຸ່ມລາວ, ບໍລິສັດ XM Innovator ແລະ ມູນນິທິອາຊຽນ (ASEAN Foundation).
ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນວຽກງານ 6 ເດືອນຕົ້ນປີກັບລັດຖະບານ

ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນວຽກງານ 6 ເດືອນຕົ້ນປີກັບລັດຖະບານ

ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນແລະ ລາຍງານຄວາມຄືບໜ້າໃນການປະຕິບັດວຽກງານ 6 ເດືອນຄັ້ງທີໜຶ່ງຂອງປີ 2026 ກັບລັດຖະບານລາວໃນວັນທີ 14ສິງຫາຜ່ານມາ ຢູ່ໂຮງແຮມ ອາວານີ ພລັສ໌ ລ້ານຊ້າງ, ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ ແລະ ສືບຕໍ່ປຶກສາຫາລືແບບສອງສົ້ນຮ່ວມກັນລະຫວ່າງບໍລິສັດ ພູເບ້ຍ ມາຍນິງ ແລະ ລັດຖະບານລາວ ກ່ຽວກັບເນື້ອໃນສໍາຄັນຂອງຜົນປະໂຫຍດຮ່ວມກັນ.
ຫົວໜ້າ ຄອ​ສ​ພ ໂອ້ລົມພະນັກງານ ຄະນະນະໂຄສະນາອົບຮົມ ແຂວງຫຼວງພະບາງ

ຫົວໜ້າ ຄອ​ສ​ພ ໂອ້ລົມພະນັກງານ ຄະນະນະໂຄສະນາອົບຮົມ ແຂວງຫຼວງພະບາງ

ໃນໂອກາດເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ວຽກງານຄຸ້ມຄອງ ແລະ ແກ້ໄຂໄພພິບັດ ຢູ່ແຂວງຫຼວງພະບາງ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ), ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ພົບ​ປະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫຼວງ​ພະ​ບາງ ໃນ​ວັນ​ທີ 24 ສິງ​ຫາ​ນີ້ ທີ່ ຫ້ອງປະຊຸມສະຖານີວິທະຍຸ-ໂທລະພາບແຂວງ, ໂດຍມີ ທ່ານ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະ ແລະ ພະນັກງານ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເຂົ້າ​ຮ່ວມ.
ແຂວງຽງຈັນເປີດຝຶກອົບຮົມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້​ພະ​ນັກ​ງານຫຼັກ​ແຫຼ່ງ

ແຂວງຽງຈັນເປີດຝຶກອົບຮົມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້​ພະ​ນັກ​ງານຫຼັກ​ແຫຼ່ງ

ແຂວງວຽງ​ຈັນ ໄດ້ຈັດພິທິເປີດຝຶກອົບຮົມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງວຽງຈັນ ໃຫ້ແກ່ພະນັກງານຫຼັກແແຫຼ່ງຂັ້ນແຂວງຊຸດທີ I ໃນ​ວັນ​ທີ 24 ສິງ​ຫາ​ນີ້ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ບັນດາສະຫາຍກຳມະການພັກແຂວງ ແລະ ພະນັກງານຫລັກແຫຼ່ງທົ່ວແຂວງເຂົ້າຮ່ວມ.
ນາຍົກຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງປະທຸມພອນ

ນາຍົກຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງປະທຸມພອນ

ໃນວັນທີ 23 ສິງຫາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມດ້ວຍຄະນະຈາກສູນກາງ ແລະ ແຂວງຈຳປາສັກ ໄດ້ລົງພື້ນທີ່ຕົວຈິງເພື່ອຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ເມືອງປະທຸມພອນ, ແຂວງຈຳປາສັກ ໂດຍມີການນຳຂອງເມືອງ ແລະ ປະຊາຊົນຜູ້ຖືກຜົນກະທົບໃຫ້ການຕ້ອນຮັບ.
ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ ປີ 2024 ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ມີທ່ານຮອງປະທານສານພາກກາງ, ຮອງປະທານສານນະຄອນຫຼວງວຽງຈັນ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ຮັກສາການຫົວໜ້າຄະນະສານແພ່ງ, ຮັກສາການຫົວໜ້າຄະນະສານປົກຄອງ ສປສສ ແລະ ບັນດາຮອງປະທານສານ, ຫົວໜ້າຄະນະສານ, ຜູ້ພິພາກສາຂອງສານພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ພະນັກງານທີ່ເຮັດວຽກງານກວດກາ ຢູ່ຄະນະໂຄສະນາອົຍຮົມສູນກາງພັກ ປະຈຳປີ 2026 ຂຶ້ນໃນ ລະຫວ່າງວັນທີ 18-28 ສິງຫານີ້ ທີ່ ຄອສພ, ໂດຍ ການເປັນປະທານ ແລະ ເປີດຊຸດອົບຮົບດັ່ງກ່າວ ຂອງ ສະຫາຍ ສາຄອນ ພົມມະລາດ ຄະນະປະຈໍາພັກ ປະທານກວດກາ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄອສພ ຄະນະຮັບຜິດຊອບການຝຶກອົບຮົມ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ໃນວັນທີ 17 ສິງຫາຜ່ານມານີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍໝາກຮຽວນະຄອນຫຼວງວຽງຈັນ ທີ່ນໍາໃຊ້ຮ່ວງເງິນກູ້ຢືມເອດີບີ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ຫຼື ພຊຄ. ພິທີໃນຄັ້ງນີ້ໄດ້ມີການເຊັນມອບ 2 ໂຄງການ:
ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫາງານພັກແຂວງ ຜູ້ຊີ້ນຳວຽກງານ ການເມືອງແນວຄິດ, ພັກ - ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ຂັ້ນແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ເມືອງບາຈຽງຈະເລີນສຸກ ໃນວັນທີ 17 ສິງຫາຜ່ານມາ ໂດຍມີ ທ່ານ ອຳນວຍ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງບາຈຽງຈະເລີນສຸກ ພ້ອມຄະນະໃຫ້ການຕ້ອນຮັບ.
ເພີ່ມເຕີມ