ເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນປະຈຳປີ 2025.

ເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນປະຈຳປີ 2025.

ເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນປະຈຳປີ 2025.
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນແຂວງເຊກອງ ປະຈຳປີ 2025 ແລະ ວາງທິດທາງປີ 2026 ໄດ້ຂຶ້ນ ໃນວັນທີ 24 ກຸມພານີ້ ທີ່ສະໂມສອນຫ້ອງວ່າການແຂວງ ໂດຍເປັນປະທານຂອງ ທ່ານ ຂັນຕີ ສີລະວົງສາ ປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ຄຳຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ ພ້ອມດ້ວຍຜູ້ຕາງໜ້າພະແນກການອ້ອມຂ້າງແຂວງ ແລະ ພະນັກງານວິຊາການທີ່ເຮັດວຽກງານການເງິນທົ່ວແຂວງເຂົ້າຮ່ວມ.
ເຊກອງ ສະຫບການຈດຕງປະຕບດວຽກງານການເງນປະຈຳປ 2025. - image 1
 

ທ່ານ ສີໄຄ ລ້ຽງສະຫວັດ ຮອງຫົວໜ້າພະແນກການເງິນແຂວງ ລາຍງານວ່າ: ຕະຫຼອດໄລຍະ 1 ປີ ຜ່ານມາ ພະແນກການເງິນແຂວງເຊກອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ກໍຄືແຜນພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປະຈຳປີ 2025 ແມ່ນເປັນປີມ້ວນທ້າຍຂອງແຜນ 5 ປີ ຄັ້ງທີ lX ຢູ່ແຂວງເຊກອງ ໂດຍອີງໃສວາລະແຫ່ງຊາດ ໄດ້ເປັນເຈົ້າການເພີ່ມທະວີການຈັດຕັ້ງປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ວຽກງານໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະແດງອອກ ໃນປີ 2025 ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 1,213.53 ຕື້ກີບ, ເທົ່າກັບ 119.73% ຂອງແຜນດັດແກ້, ທຽບໃສ່ (GDP) ເທົ່າກັບ 36.07% ທຽບໃສ່ໄລຍະດຽວ ຂອງປີຜ່ານມາ ປີ 2024 (632.48 ຕື້ກີບ) ສາມາດຈັດເກັບລາຍຮັບໄດ້ເພີ່ມຂຶ້ນ 91.86% ເປັນເງິນ 581.05 ຕື້ກີບ. ໃນນັ້ນ, ລາຍຮັບພູດສູນກາງປະຕິບັດໄດ້ 132.41 ຕື້ກີບ ເທົ່າກັບ 138.94% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວ ຂອງປີຜ່ານມາ ປີ 2024 (127.03 ຕື້ກີບ) ເພີ່ມຂຶ້ນ 4,23% ເປັນເງິນ 5.38 ຕື້ກີບ; ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 1,081.12 ຕື້ກີບ ເທົ່າກັບ 117.74% ຂອງແຜນດັດແກ້, ສົມທຽບໃສ່ໄລຍະດຽວຂອງປີຜ່ານມາ ປີ 2024 (505.45 ຕື້ກີບ) ເພີ່ມຂຶ້ນ 113.89% ເປັນເງິນ 575.67 ຕື້ກີບ. ໃນນັ້ນ, ລາຍຮັບສ່ວຍສາອາກອນປະຕິບັດໄດ້ 266.47 ຕື້ກີບ ເທົ່າກັບ 139.4% ຂອງແຜນດັດແກ້ ທຽບໃສ່ໄລຍະ ດຽວຂອງປີຜ່ານມາ ປີ 2024 (384.86 ຕື້ກີບ) ຫຼຸດລົງ 30.76% ເປັນເງິນ 118.21 ຕື້ກີບ, ລາຍຮັບຂະແໜງຄຸ້ມຄອງຊັບສິນແຫ່ງລັດປະຕິບັດໄດ້ 814.65 ຕື້ກີບ, ເທົ່າກັບ 112.04% ຂອງແຜນດັດແກ້, ສົມທຽບໃສ່ໄລຍະດຽວຂອງປີ ຜ່ານມາ ປີ 2024 (120.59 ຕື້ກີບ) ເພີ່ມຂຶ້ນ 575.55% ເປັນເງິນ 694.06 ຕື້ກີບ ພ້ອມນີ້ກໍມີລາຍຮັບຂອງບັນດາເມືອງ ຄືເມືອງລະມາມ ປະຕິບັດໄດ້ 12.07 ຕື້ກີບ ເທົ່າກັບ 123.34% ຂອງແຜນດັດແກ້ (ແຜນດັດແກ້ 9.78 ຕື້ກີບ). ລື່ນແຜນ 2.29 ຕື້ກີບ, ເມືອງທ່າແຕງ ປະຕິບັດໄດ້ 11.71 ຕື້ກີບ ເທົ່າກັບ 125.10% ຂອງແຜນດັດແກ້ (ແຜນດັດແກ້ 9.36 ຕື້ກີບ). ລື່ນແຜນ 2.35 ຕື້ກີບ, ເມືອງກະລຶມ ປະຕິບັດໄດ້ 15.08 ຕື້ກີບ ເທົ່າກັບ 133.67% ຂອງແຜນດັດແກ້ (ແຜນດັດແກ້ 11.28 ຕື້ ກີບ), ລື່ນແຜນ 3.8 ຕື້ກີບ ແລະ ເມືອງດາກຈຶງ ປະຕິບັດໄດ້ 27.18 ຕື້ກີບ ເທົ່າກັບ 120.30% ຂອງແຜນດັດແກ້ (ແຜນດັດແກ້ 22.59 ຕື້ ກີບ), ລື່ນແຜນ 4.59 ຕື້ກີບ. ຄຽງຄູ່ກັນນີ້, ການຈັດຕັ້ງປະຕິບັດຄຸ້ມຄອງດ້ານການຄຸມຄອງລາຍຈ່າຍ ສາມາດຈັດຕັ້ງປະຕິບັດລາຍຈ່າຍງົບປະມານແຫ່ງລັດ ທັງໝົດ 1,275.46 ຕື້ກີບ ເທົ່າກັບ 99.43% ຂອງແຜນດັດແກ້. ໃນນັ້ນ, ຄັງເງິນເບີກຈ່າຍຕົວຈິງ 1,238.47 ຕື້ກີບ, ທຽບໃສ່ແຜນປີເທົ່າກັບ 96.55%, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 190.36% ເປັນເງິນ 811.95 ຕື້ກີບ, ຍັງມີເອກະສານຄ້າງຈ່າຍຕາມການອະນຸມັດຂອງງົບປະມານແຫ່ງລັດ ແລະ ສືບຕໍ່ຈັດ ຕັ້ງປະຕິບັດລາຍຈ່າຍປີ 2026 ຈໍານວນ 36.99 ຕື້ກີບ. ນອກຈາກນັ້ນ, ຍັງມີຍອດເຫຼືອບັນຊີງົບປະມານຕ້ອງສົ່ງຄືນສູນກາງ ໃນຈຳນວນ 7.29 ຕື້ກີບ.

ທ່ານ ສີໄຄ ລ້ຽງສະຫວັດ ກ່າວຕື່ມອີກວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງຕໍ່ເນື່ອງ ພະແນກການເງິນແຂວງຍັງໄດ້ວາງທິດທາງແຜນການສູ້ຊົນຈັດຕັ້ງປະຕິບັດາທີ່ວຽກງານໃນຕໍ່ໜ້າ ຄືປີ 2026 ຢ່າງລະອຽດ ໂດຍສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວ ເພີ່ມຂຶ້ນ ໃນລະດັບ 6% ຂຶ້ນໄປ. ຂະແໜງກະສິກຳ ຂະຫຍາຍຕົວ ເພີ່ມຂຶ້ນໃນລະດັບ 6.4%, ກວມເອົາ 55%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ ເພີ່ມຂຶ້ນໃນລະດັບ 6.8%, ກວມເອົາ 28%, ຂະແໜງບໍລິການ ຂະຫຍາຍຕົວ ເພີ່ມຂຶ້ນໃນລະດັບ 4.9%, ກວມເອົາ 17% ຂອງ GDP ເຮັດໃຫ້ລາຍຮັບສະເລ່ຍຂອງປະຊາກອນ ບັນລຸ 25.17 ລ້ານກີບ ຫຼື 1,160 ໂດລາ, ສູ້ຊົນຈັດເກັບລາຍຮັບໃຫ້ໄດ້ 20% ຂອງລວມຍອດຜະລິດຕະພັນພາຍໃນ (GDP), ແຜນລາຍຮັບທັງໝົດ ປີ 2026 ເທົ່າກັບ 569.09 ຕື້ກີບ, ທຽບໃສ່ປີ 2025 ຫຼຸດລົງ 43.85%. ໃນນັ້ນ, ແຜນລາຍຮັບພູດສູນກາງມາປະຕິບັດຢູ່ທ້ອງຖິ່ນ 147.30 ຕື້ກີບ, ທຽບໃສ່ປີ 2025 ເພີ່ມຂຶ້ນ 54 56%, ແຜນລາຍຮັບພູດທ້ອງຖິ່ນ 421.79 ຕື້ກີບ, ທຽບໃສ່ປີ 2025 ຫຼຸດລົງ 54.06%, ແຜນລາຍຈ່າຍງົບປະມານປົກກະຕິ 695.67 ຕື້ກີບ, ທຽບໃສ່ປີ 2025 ຫຼຸດລົງ 45.53%, ແຜນຂາດດຸ່ນງົບປະມານ 273.88 ຕື້ກີບ, ທຽບໃສ່ປີ 2025 ຫຼຸດລົງ 24.86%.

. (ຂ່າວ: ອັດສະວິນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ