![]() |
ທ່ານ ສົມສະຫວັນ ຊຸມພົນພັກດີ ຮອງປະທານກວດກາພັກ ແຂວງ ລາຍງານວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ, ຄະນະກວດກາພັກແຂວງ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ, ເຜີຍແຜ່, ເຊື່ອມຊຶມເອກະສານມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ນິຕິກຳທີ່ໄດ້ວາງອອກ; ຄຽງຄູ່ກັນນີ້, ຄະນະພັກ, ຄະນະກວດກາແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທ້າຍສະໄໝ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກ ແຂວງ ທ້າຍສະໄໝ, ຕິດຕາມການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ຄໍາແນະນໍາຂອງຄະນະເລຂາທິການສູນກາງພັກ ເລກທີ 169/ຄລສພ ເປັນປົກກະຕິ-ຕໍ່ເນື່ອງ ເຮັດໃຫ້ສະມາຊິກພັກ, ພະນັກງານງານລັດຖະກອນ, ເຈົ້າໜ້າທີ່ສອງກຳລັງປະກອບອາວຸດ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວແຂວງ ຮັບຮູ້ເຂົ້າໃຈກ່ຽວກັບວຽກງານກວດກາພັກ-ລັດ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ແລະ ແກ້ໄຂວຽກງານການຄົ້ນຄວ້າຄຳຮ້ອງ-ຄໍາສະເໜີ ໄດ້ຫຼາຍຂຶ້ນ, ສາມາດນໍາໄປຈັດຕັ້ງປະຕິບັດຖືກຕ້ອງ, ສອດຄ່ອງຕາມລະບຽບຫຼັກການຂອງພັກ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ, ປະກົດການຫຍໍ້ທໍ້ດ້ານແນວຄິດ ແລະ ການກະທໍາທີ່ເປັນການລະເມີດຕໍ່ລະບຽບກົດໝາຍຂົງເຂດວຽກງານກວດກາ ໄດ້ຮັບການແກ້ໄຂຕາມຂັ້ນຕອນແຕ່ຫົວທີ ແລະ ມີຄວາມສະຫງົບໂດຍພື້ນຖານ. ຈາກນັ້ນ, ກໍໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານ ໄລຍະ 1 ປີ 2025 ໂດຍຜ່ານການສ່ອງແສງລາຍງານ ແລະ ການລົງຕິດຕາມຕົວຈິງໃນດ້ານວຽກງານກວດກາພັກ ແມ່ນໄດ້ຮັບການລາຍງານ ຈາກ 109 ຮາກຖານພັກ (92 ເທື່ອໜ່ວຍພັກຮາກຖານ, 17 ເທື່ອຄະນະພັກຮາກຖານ ແລະ 4 ເທື່ອຄະນະພັກກອງບັນຊາການ ປກຊ ແຂວງ ແລະ ປກສ ແຂວງ) ຊຶ່່ງບັນດາຮາກຖານພັກ, ໜ່ວຍພັກ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດລະບອບດໍາເນີນຊີວິດການເມືອງ ຕາມກົດລະບຽບຂອງພັກທີ່ໄດ້ກຳນົດໄວ້, ຕິດຕາມ, ຊຸກຍູ້ກອງປະຊຸມໃຫຍ່ ຂອງບັນດາຮາກຖານພັກອ້ອມຂ້າງແຂວງ ແລະ 4 ເມືອງ. ໃນນັ້ນ, ກວດກາເນື້ອໃນບົດສຳຫຼວດການນໍາພາລວມ ຂອງຄະນະພັກ ໄດ້ 75 ຮາກຖານພັກ, ເຂົ້າຮ່ວມຕິດຕາມກອງປະຊຸມທາບທາບ ບຸກຄະລາກອນ ຮອບ 1, ຮອບ 2 ຕິດພັນກັບການດໍາເນີນຊີວິດການເມືອງທ້າຍສະ ໄໝ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ ໄດ້ 75 ຮາກຖານພັກ ແລະ 4 ຕົວເມືອງ.
ຜ່ານການຕິດຕາມ ເຫັນວ່າ: ບັນດາຮາກຖານພັກ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມຄໍາແນະນຳເລກທີ 285/ຄກສພ, ຄໍາສັ່ງ 411/ຄລສພ, 211 /ຄສຈພ, ຊ່ວຍວຽກອະນຸໂຄງປະກອບບຸກຄະລາກອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງຄະນະບໍລິຫານງານສູນກາງພັກ ຮອບ 1, ຮອບ 2 ແລະ ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ, ຄໍາເຫັນການປະຕິບັດໜ້າທີ່ຄວາມຮັບຜິດຊອບ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ເຂົ້າຮ່ວມຕິດຕາມ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ພ້ອມທັງສະຫຼຸບສັງລວມສະຖິຕິຜົນສໍາເລັດກອງປະຊຸມໃຫຍ່ ປີ 2025 ຂອງຄະນະບໍລິຫານງານພັກເມືອງ 4 ຕົວເມືອງ ສົ່ງໃຫ້ຄະນະກວດກາສູນກາງພັກ (ກົມກວດກາພັກ).
ທ່ານ ສົມສະຫວັນ ຊຸມພົນພັກດີ ໃຫ້ຮູ້ຕື່ມວ່າ: ທົ່ວແຂວງ ມີ 7 ອົງຄະນະພັກ, 600 ຮາກຖານພັກ ( 64 ຄະນະພັກຮາກຖານ ແລະ 536 ໜ່ວຍພັກ. ຈາກນັ້ນ,ຜູ້ເຂົ້າຮ່ວມ ກໍໄດ້ແລກປ່ຽນຄຳຄິດຄຳເຫັນ, ບົດຮຽນ ລວມທັງແນວທາງແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ເພື່ອເຮັດໃຫ້ການປະຕິບັດທິດທາງແຜນການໃນຕໍ່ໜ້າ ໃຫ້ມີຜົນສຳເລັດຫຼາຍຂຶ້ນກວ່າເກົ່າ.
(ຂ່າວ: ເຊກອງ)

ຄໍາເຫັນ