![]() |
ທ່ານ ຄໍາແສນ ພະສະແຫວງ ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້, ກໍເພື່ອເປັນການຍົກລະດັບຄວາມຮູ້, ເສີມທັກສະ ແລະ ສ້າງຄວາມເຂັ້ມແຂງໂດຍກົງໃຫ້ຫົວໜ່ວຍ ຈນກ ຜູ້ຜະລິດ ແລະ ປຸງແຕ່ງກະສິກໍາເປັນສິນຄ້າ (ກາເຟ) ເປັນຕົ້ນແມ່ນ ເຕັກນິກການປູກກາເຟ ແລະ ຄັດເລືອກແນວພັນ; ການບົວລະບັດຮັກສາ ແລະ ການເກັບມ້ຽນກາເຟ; ການເກັບກູ້ກາເຟໃຫ້ຖືກວິທີ ແລະ ມີຄຸນນະພາບ; ການແປຮູບຜະລິດຕະພັນກາເຟເປັນສິນຄ້າ ແລະ ການເຂົ້າຫາຕະຫຼາດ.
![]() |
ການຝຶກອົບຮົມຄັ້ງນີ້, ຈະໄດ້ດໍາເນີນໄປເປັນເວລາ 3 ວັນ ຊຶ່ງນອກຈາກການຮຽນຮູ້ພາກທິດສະດີແລ້ວ ຜູ້ເຂົ້າຮ່ວມຍັງຈະໄດ້ລົງຢ້ຽມຢາມບັນດາ ຈນກ, ຜູ້ຜະລິດ ແລະ ປຸງແຕ່ງກາເຟ ເພື່ອເບີ່ງການບົວລະບັດ ຮັກສາ, ພ້ອມທັງຈະໄດ້ຖອດຖອນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຜະລິດ ແລະ ປຸງແຕ່ງກາເຟມີຄຸນນະພາບ, ໄດ້ມາດຕະຖານ ຕາມຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດໃນປັດຈຸບັນ.
(ຂ່າວ: ສັນຍາ)


ຄໍາເຫັນ