ເຊກອງ ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ

ເຊກອງ ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ
ຕາມການລາຍງານຂອງທ່ານ ສີສຸພັນ ມະຫາວົງ ຫົວໜ້າຫ້ອງວ່າການແຂວງເຊກອງ ເມື່ອບໍ່ດົນນີ້ວ່າ: ໃນໄລຍະຜ່ານມາ, ແຂວງເຊກອງໄດ້ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດ ແລະ ສ້າງຖານການຜະລິດກະສິກໍາເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ,ຊຸກຍູ້ສົ່ງເສີມຜູ້ປະກອບການສ້າງຜະລິດຕະພັນສິນຄ້າໂອດ໋ອບ (ODOP) ທີ່ມີມາດຕະຖານ ແລະ ຍືນຍົງ,ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ພັດທະນາ SME ໄປສູ່ຄຸນນະພາບໃໝ່ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດເຂົ້າເຖິງຕະຫຼາດສາກົນ. 
ໃນໄລຍະ 4 ເດືອນຕົ້ນປີ 2024 ການຜະລິດເຂົ້ານາແຊງປະຕິບັດໄດ້ 3.976 ໂຕນ,ພືດສະບຽງອາຫານ 6.021 ໂຕນ ແລະ ພືດເປັນສິນຄ້າ 10.248 ໂຕນ. ພ້ອມນີ້, ກໍໄດ້ເອົາໃຈໃສ່ປະຕິບັດນະໂຍບາຍສິນເຊື່ອ 765 ແລະ 766 ມາຮອດປະຈຸບັນມີຫົວໜ່ວຍທຸລະກິດທີ່ມີເງື່ອນໄຂ 10 ຫົວໜ່ວຍ. ໃນນີ້, ໄດ້ດໍາເນີນການເຊັນສັນຍາປ່ອຍກູ້ ແລະ ໂອນສໍາເລັດ 5 ຫົວໜ່ວຍ ວົງເງິນ 8,3 ຕື້ກີບ ແລະ ຍັງສືບຕໍ່ຄົ້ນຄວ້າ 5 ຫົວໜ່ວຍ ວົງເງິນ 14,02 ຕື້ກີບ,ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ຕິດພັນກັບການສະໜອງສະບຽງອາຫານ ແລະ ນໍ້າມັນເຊື້ອໄຟຢ່າງເປັນປົກກະຕິ,ສົ່ງເສີມຜູ້ປະກອບການສ້າງຜະລິດຕະພັນສິນຄ້າໂອດ໋ອບ (ODOP) ທີ່ມີມາດຕະຖານ ມີທ່າອ່ຽງເພີ່ມຂຶ້ນ ສາມາດຮັບຮອງໄດ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນທັງໝົດ 11 ຫົວໜ່ວຍ 14 ລາຍການ,ສ້າງສະພາບແວດລ້ອມທີ່ອໍານວຍຄວາມສະດວກໃຫ້ພາກທຸລະກິດ ແລະ ພັດທະນ SMEໄປສູ່ຄຸນນະພາບໃໝ່ໃຫ້ເຂັ້ມແຂງ,ປະຕິບັດການນໍາເຂົ້າສິນຄ້າໄດ້ທັງໝົດ 5 ແສນກວ່າໂດລາ ເທົ່າກັບ 2,78% ຂອງແຜນການ (ແຜນ 18,90 ລ້ານໂດລາ) ແລະ ສົ່ງອອກບັນລຸໄດ້ 59,16 ລ້ານໂດລາ ເທົ່າກັບ 23,11% ຂອງແຜນການ (ແຜນ 256 ລ້ານໂດລາ) ເຮັດໃຫ້ເກີນດຸ່ນການຄ້າປະມານ 58,64 ລ້ານໂດລາ.
ທ່ານ ສີສຸພັນ ມະຫາວົງ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ເສດຖະກິດ-ສັງຄົມຂະຫຍາຍຕົວ, ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ມີປະສິດທິພາບ-ປະສິດທິຜົນ,ແຂວງຈະສຸມໃສ່ຊຸກຍູ້ສົ່ງເສີມການຜະລິດ, ສ້າງກົນໄກຜະລິດ ແລະ ສະໜອງສະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການບໍລິໂພກພາຍໃນ ແລະ ສົ່ງອອກເປັນສິນຄ້າ ຕາມເງື່ອນໄຂຕົວຈິງຂອງແຂວງ,ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ, ການນໍາເຂົ້າ-ສົ່ງອອກສິນຄ້າ, ສະໜອງສະບຽງອາຫານໃຫ້ແກ່ໂຄງການໃຫຍ່ທີ່ດໍາເນີນຢູ່ທ້ອງຖິ່ນໃຫ້ເປັນຮູບປະທໍາ ເພື່ອຊ່ວຍໜູນການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.
ຂ່າວ-ພາບ: ສັນຍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ,ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ100,000,000 ກີບ, ບໍລີສັດ skvກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.
ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ, ບໍລິສັດ ທາງລົດໄຟລາວ-ຈີນ, ບໍລິສັດ ພາວເວີຊາຍນາ ແລະ ຫົວໜ່ວຍທຸລະກິດຈີນອື່ນໆ ສ້າງສູນສາທິດການຝຶກຫັດງານໃນຫຼາຍໆພື້ນທີ່, ລົງເລິກການພັດທະນາການສ້າງພະນັກງານທ້ອງຖິ່ນ ຜ່ານໂຄງການ “ພາສາຈີນ ເຕັກນິກວິຊາຊີບ”.
ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ

ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ ພາກພຽນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ ກັບເພດຊາຍ ບໍ່ວ່າຈະແມ່ນໄລຍະສົງຄາມກໍຄືໄລຍະສັນຕິສຸກ, ແມ່ຍິງປະກອບສ່ວນສ້າງສາພັດທະນາປະເທດຊາດດ້ວຍຄວາມຫ້າວຫັນໃນຫຼາກຫຼາຍສາຂາອາຊີບ ຊຶ່ງອາຊີບໃນຂົງເຂດສື່ມວນຊົນ ກໍເປັນອາຊີບໜຶ່ງ ທີ່ແມ່ຍິງລາວເຮົາ ມີບົດບາດສຳຄັນ ປະກອບສ່ວນຕໍ່ຜົນສຳເລັດຂອງການປະຕິບັດສອງໜ້າທີ່ຍຸດທະຍຸດທະສາດ ດັ່ງ ທ່ານ ນາງ ອາດີນາ ມະຫາວົງ ກໍເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມພູມໃຈຕໍ່ອາຊີບສື່ມວນຊົນ.
ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ໃນວັນທີ 12 ສິງຫາ ຜ່ານມາ ທີ່ສຳນັກພະລາດຊະວັງ ວາດູສ ປະເທດເລັກເຕິນສະເຕນ (Principality of Liechtenstein), ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳປະເທດເລັກເຕິນສະເຕນ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ເຊີແນວ ປະເທດສະວິດ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ  ສະໄໝທີ VI ຮອບທີ I

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຮອບທີ I

ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ຮອບທີ I ຂຶ້ນໃນວັນທີ 14 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ກໍາມະການພັກ, ຄະນະໜ່ວຍພັກ, ຮາກຖານພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ເພີ່ມເຕີມ