ເຊັນສັນຍາ ການລົງທຶນປູກຖົ່ວເຫຼືອງ ເປັນສິນຄ້າຢູ່ເມືອງແກ່ນທ້າວ.

ເຊັນສັນຍາ ການລົງທຶນປູກຖົ່ວເຫຼືອງ ເປັນສິນຄ້າຢູ່ເມືອງແກ່ນທ້າວ.

ເຊັນສັນຍາ ການລົງທຶນປູກຖົ່ວເຫຼືອງ ເປັນສິນຄ້າຢູ່ເມືອງແກ່ນທ້າວ.
ໃນວັນທີ 24 ກຸມພາຜ່ານມາ, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ເຊັນສັນຍາ ການລົງທຶນປູກພືດລະດູແລ້ງ (ໝາກຖົ່ວເຫຼືອງ) ເປັນສິນຄ້າ ສົກປີ 2024-2025 ລະຫວ່າງ ທ່ານ ໂອລາ ໄພວົງ

 ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ກັບ ທ່ານ ປະສິດ ຖະໜອມສຸກ ໃນນາມບໍລິສັດ ວຽງແກ້ວ ພັດທະນາ ແລະ ສົ່ງເສີມກະສິກໍາ ຂາອອກ-ຂາເຂົ້າ ຈໍາກັດ. ໂດຍຊ່ອງໜ້າທ່ານ ສີຄານ ແກ່ນມະນີ ຮອງເລຂາພັກເມືອງ, ມີຄະນະຮັບຜິດຊອບຄຸ້ມຄອງການປູກພືດເປັນສິນຄ້າ ແລະ ຕາງໜ້າບໍລິສັດ ເຂົ້າຮ່ວມ.

ສັນຍາ ການລົງທຶນປູກຖົ່ວເຫຼືອງ ເປັນສິນຄ້າ ສົກປີ 2024-2025 ມີຈຸດປະສົງ ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ດ້ານກະສິກໍາ ໃນການຜະລິດເປັນສິນຄ້າເພື່ອສົ່ງອອກ, ເພື່ອເຮັດໃຫ້ປະຊາຊົນໄດ້ມີວຽກເຮັດງານທໍາ, ມີລາຍຮັບ, ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ ແລະ ເຊົ່າດິນນາຂອງປະຊາຊົນ ຢູ່ຂອບເຂດບ້ານຈອມແກ້ວ ເນື້ອທີ່ທັງໝົດ 72.44 ເຮັກຕາ ປູກພືດລະດູແລ້ງ (ໝາກຖົ່ວເຫຼືອງ) ເພື່ອສົ່ງຜົນຜະລິດອອກໄປ ສປ ຈີນ. ການມອບທຶນພັດທະນາ 1,500,000 ກີບ/ເຮັກຕາ/ປີ (1 ລະດູການ) ລວມເປັນເງິນທັງໝົດ 108,660,000 ກີບຕໍ່ປີ. ໃນນີ້, ບ້ວງແຂວງ 50%, ເມືອງ 24%, ບ້ານ 13% ແລະ ບ້ວງວິຊາການ 13%. ກໍານົດເວລາຂອງສັນຍາ 4 ເດືອນ ເລີ່ມແຕ່ເດືອນ ທັນວາ 2024 ຫາ ເດືອນ ເມສາ 2025.

(ຂ່າວ: ແກ່ນທ້າວ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກົມສື່ສານ ສະຫຼຸບວຽກງານປີ 2025 ແລະ ວາງທິດທາງປີ 2026

ກົມສື່ສານ ສະຫຼຸບວຽກງານປີ 2025 ແລະ ວາງທິດທາງປີ 2026

ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງປີ 2026 ໃນວັນທີ 3 ມີນານີ້ ໂດຍການເປັນປະທານຂອງທ່ານ ພົຈວ ແສງປະເສີດ ສຸທຳມະວົງ ຫົວໜ້າກົມສື່ສານ, ມີຄະນະພັກ-ຄະນະກົມ, ຫ້ອງການ, ພະແນກ, ຄ້າຍ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ສະຫຼຸບວຽກງານສັນຕິບານ ປະຈຳປີ 2025

ສະຫຼຸບວຽກງານສັນຕິບານ ປະຈຳປີ 2025

ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບວຽກງານສັນຕິບານ ປະຈຳປີ 2025 ແລະ ວາງທິດທາງປີ 2026 ໃນວັນທີ 3 ມີນານີ້ ທີ່ສະໂມສອນກະຊວງ ປກສ (ສະໜາມມ້າ) ພາຍໃຕ້ການເປັນປະທານຂອງທ່ານ ພົຈວ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ, ມີຮອງຫົວໜ້າຫ້ອງກົມໃຫຍ່, ຫ້ອງວ່າການກະຊວງ, ວສປ, ຄະນະກອງບັນຊາການ ປກສ ແຂວງທົ່ວປະເທດ, ຄະນະບັນຊາກົມ-ຫ້ອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງກົມໃຫຍ່ສັນຕິບານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກະຊວງ ອຄ ອອກ​ແຈ້ງ​ການຫາກພົບປໍ້ານໍ້າມັນປິດ ຫຼື ຂາຍເກີນລາຄາ ແຈ້ງສາຍດ່ວນທັນທີ

ກະຊວງ ອຄ ອອກ​ແຈ້ງ​ການຫາກພົບປໍ້ານໍ້າມັນປິດ ຫຼື ຂາຍເກີນລາຄາ ແຈ້ງສາຍດ່ວນທັນທີ

ເພື່ອຮັບປະກັນການສະໜອງນໍ້າມັນເຊື້ອໄຟໃຫ້ເປັນປົກກະຕິ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ ໃນທ່າມກາງສະພາບການໃນພາກພື້ນຕາເວັນອອກກາງມີຄວາມບໍ່ສະຫງົບ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຂໍແຈ້ງປະຊາສຳພັນມາຍັງປະຊາຊົນ ແລະ ຜູ້ຊົມໃຊ້ລົດໃຊ້ຖະໜົນທຸກທ່ານ ຊາບວ່າ: ອີງຕາມແຈ້ງການຂອງຫ້ອງການ, ກະຊວງ ອຄ ສະບັບເລກທີ 0583/ຫກ, ລົງວັນທີ 2 ມີນາ 2026, ທາງກະຊວງໄດ້ວາງມາດຕະການຢ່າງເຂັ້ມງວດໃຫ້ທຸກປໍ້ານໍ້າມັນຕ້ອງເປີດບໍລິການເປັນປົກກະຕິ ແລະ ຫ້າມມີການກັກຕຸນ ຫຼື ປະຕິເສດການສະໜອງນໍ້າມັນໂດຍບໍ່ມີເຫດຜົນ.
ຍົກລະດັບຄວາມຮູ້ ການນໍາໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ

ຍົກລະດັບຄວາມຮູ້ ການນໍາໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ

ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດພິທີເປີດຊຸດຝຶກອົບຮົມ ການນໍາໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ຊຸດທີ 1 ຂຶ້ນໃນວັນທີ 2 ມີນາຜ່ານມາ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານ ຂອງທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ, ມີສຳມະນາກອນຈາກບັນດາເມືອງເປົ້າໝາຍເຂົ້າຮ່ວມ.
ແຕ່ງຕັ້ງ ທ່ານ ເສົານາວາ ດວງມາລາ ແລະ ທ່ານ ມະນີວອນ ຊຽງທໍາ ເປັນຮອງຫົວໜ້າພະແນກການເງິນ ແຂວງຄຳມ່ວນ

ແຕ່ງຕັ້ງ ທ່ານ ເສົານາວາ ດວງມາລາ ແລະ ທ່ານ ມະນີວອນ ຊຽງທໍາ ເປັນຮອງຫົວໜ້າພະແນກການເງິນ ແຂວງຄຳມ່ວນ

ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າພະແນກການເງິນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 3 ມີນາ 2026, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີແຂກຖືກເຊີນ ຕະຫຼອດເຖິງພະນັກງານຫຼັກແຫຼ່ງພາຍໃນພະແນກການເງິນແຂວງເຂົ້າຮ່ວມ.
ງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຍົກລະດັບສູ່ເວທີສາກົນ

ງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຍົກລະດັບສູ່ເວທີສາກົນ

ສຳນັກພິມດີບຸກ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີຖະແຫຼງຂ່າວງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປີ 2026 ຂຶ້ນຫວ່າງບໍ່ດົນມານີ້ ທີ່ ມຊ ເພື່ອແຈ້ງເຖິງຄວາມພ້ອມຮອບດ້ານ ໃນການຈັດງານໃນວັນທີ 10-15 ມີນາ 2026 ທີ່ສະໂມສອນໃຫຍ່ ມຊ (ວິທະຍາເຂດດົງໂດກ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂວັນ “ໜັງສືເຊື່ອມໂຍງວັດທະນະທຳ (Books Connecting Culture)”.
ບໍລິສັດ ອາຊີ-ໂປຕາສ ສາກົນ ມອບເຄື່ອງນຸ່ງຫົ່ມກັນໜາວ ຊ່ວຍເຫຼືອເດັກນ້ອຍເຂດຫ່າງໄກສອກຫຼີກ

ບໍລິສັດ ອາຊີ-ໂປຕາສ ສາກົນ ມອບເຄື່ອງນຸ່ງຫົ່ມກັນໜາວ ຊ່ວຍເຫຼືອເດັກນ້ອຍເຂດຫ່າງໄກສອກຫຼີກ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີມອບ-ຮັບເຄື່ອງນຸ່ງຫົ່ມກັນໜາວ ເພື່ອຊ່ວຍເຫຼືອເດັກນ້ອຍຜູ້ດ້ອຍໂອກາດ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພໜາວ ໃນເຂດຊົນນະບົດຫ່າງໄກສອກຫຼີກ ໂດຍສະເພາະແມ່ນບັນດາແຂວງພາກເໜືອຂອງລາວໃນວັນທີ 2 ມີນານີ້ ທີ່ນະຄອນຫຼວງວຽງຈັນ
ລັດວິສາຫະກິດຫວຍພັດທະນາມອບຜ້າຫົ່ມໃຫ້ບ້ານເປົ້າໜາຍ

ລັດວິສາຫະກິດຫວຍພັດທະນາມອບຜ້າຫົ່ມໃຫ້ບ້ານເປົ້າໜາຍ

ເມື່ອບໍ່ດົນຜ່ານມານີ້, ຢູ່ທີ່ຫ້ອງປະຊູມ ຫ້ອງວ່າການເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີມອບ-ຮັບຜ້າຫົ່ມໃຫ້ 16 ບ້ານເປົ້າໜາຍໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຫຼວງນ້ຳທາ, ມີທ່ານ ສຸບັນເພຍສັກຂາ ຮອງຜູ້ອຳນວຍການບໍລິສັດຫວຍພັດທະນາ, ມີພາກສ່ວນກ່ຽວຂ້ອງ ແລະ ນາຍບ້ານເປົ້າໝາຍເຂົ້າຮ່ວມ.
ສາຍພູຫຼວງ ເນັ້ນສົ່ງເສີມການຜະລິດກະສິກໍາ ຄຽງຄູ່ກັບການຊ່ວຍເຫຼືອສັງຄົມ

ສາຍພູຫຼວງ ເນັ້ນສົ່ງເສີມການຜະລິດກະສິກໍາ ຄຽງຄູ່ກັບການຊ່ວຍເຫຼືອສັງຄົມ

ບໍລິສັດ ສາຍພູຫຼວງອັດຕະປື ພັດທະນາ ຈໍາກັດຜູ້ດຽວ ດໍາເນີນທຸລະກິດ ເນັ້ນການຊຸກຍູ້ສົ່ງເສີມການຜະລິດກະສິກໍາ ເພື່ອປະກອບສ່ວນເຂົ້າໃນການສ້າງອາຊີບ, ສ້າງວຽກເຮັດງານທໍາ, ສ້າງລາຍໄດ້ທີ່ໝັ້ນຄົງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ.
ປະກາດຜົນສະໝັກ ສະມາຊິກສະພາແຫ່ງຊາດ ຊຸດທີ X

ປະກາດຜົນສະໝັກ ສະມາຊິກສະພາແຫ່ງຊາດ ຊຸດທີ X

ວັນທີ 2 ມີນານີ້ ທີ່ສະພາແຫ່ງຊາດໄດ້ມີຖະແຫຼງຂ່າວການປະກາດຜົນສະໝັກ ສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ X, ໃຫ້ກຽດຖະແຫຼງຂ່າວໂດຍ ທ່ານ ນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຮອງຫົວໜ້າອະນຸກໍາມະການໂຄງປະກອບ ແລະ ບຸກຄະລາກອນ(ຄລຊ).
ເພີ່ມເຕີມ