ທ່ານ ອ່ອງຄໍາ ໄຊຍະລາດ ຮອງຫົວໜ້າ ພະແນກ ຍທຂ ແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງບໍ່ແກ້ວ ວ່າດ້ວຍການເຫັນດີ ຮັບຮອງເອົາບໍລິສັດ ແກ້ວຈະເລີນກໍ່ສ້າງ-ສ້ອມແປງຊົນລະປະທານ, ຂົວ-ທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຊະນະການປະມູນ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ມີລວງຍາວ 3,692 ແມັດ, ໄລຍະການປະຕິບັດໜ້າວຽກ 4 ປີ, ມູນຄ່າການກໍ່ສ້າງທັງໝົດ 350 ຕື້ 403 ລ້ານກີບ. ຕ່າງໜ້າອົງການປົກຄອງແຂວງບໍ່ແກ້ວ ເຊັນສັນຍາໂດຍ ທ່ານ ວົງເພັດ ສຸຂະວົງ ຫົວໜ້າ ພະແນກ ຍທຂ ແຂວງ ໃນນາມເຈົ້າຂອງໂຄງການ ແລະ ທ່ານ ຄຳເກິ່ງ ວົງສາ ອຳນວຍການ ບໍລິສັດ ແກ້ວຈະເລີນ ກໍ່ສ້າງ-ສ້ອມແປງຊົນລະປະທານ ຂົວ-ທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ໂດຍການເປັນສັກຂີພະຍານຂອງ ທ່ານ ຮອງເຈົ້າແຂວງບໍ່ແກ້ວ.
(ຂ່າວ: ເງິນຫຼົງ ຈິດພູວົງ)
ຄໍາເຫັນ