ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ
ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຈັດບຸນໃຫ້ເດັກນ້ອຍທີ່ເສຍຊີວິດຢູ່ໂຮງໝໍ ຈໍານວນ 36 ສົບ ໃນລະຫວ່າງ ວັນທີ 21, 22, 23 ສິງຫາ 2025 ນີ້ ທີ່ ວັດໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

 

ເຊນທກທານຮວມກອງບນໃຫກບເດກນອຍ - image 1
 

ທ່ານ ນາງ ສະນັນຍາ ວົງຄໍາສອນ ຫົວໜ້າໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: 1 ປີ ຜ່ານມາ ໜ່ວຍງານໄດ້ຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ, ຜູ້ປະສົບໄພໃນທົ່ວປະເທດ ເປັນຈໍານວນຫຼາຍ ສະແດງອອກຄື: ຊ່ວຍເຫຼືອແມ່ເກີດລູກແຝດທີ່ຂາດເຂີນເງິນ, ຊ່ວຍເຫຼືອ 3 ຄອບຄົວລູກນ້ອຍ, ຊ່ວຍຊື້ອຸປະກອນການຮຽນເມືອງນາກາຍ ແຂວງຄໍາມ່ວນ, ຊ່ວຍໂຮງຮຽນບ້ານຫາດເຟືອງ ເມືອງນາກາຍ ແຂວງຄໍາມ່ວນ, ຊື້ລົດກູ້ໄພ, ຈ່າຍຄ່າໂຮງໝໍໃຫ້ກັບແອນ້ອຍ ບ້ານກາງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ຈ່າຍຄ່າໂຮງໝໍໃຫ້ກັບແຝດຊາຍ ບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ, ຊ່ວຍຄອບຄົວຖືກໄຟໄໝ້ ບ້ານງີ້ວ ເມືອງຊໍາເໜືອ ແຂວງຫົວພັນ, ຊ່ວຍຄອບຄົວເມືອງປາກລາຍ ແຂວງໄຊຍະບູລີ ແລະ ການໃຊ້ຈ່າຍການເດີນທາງອື່ນໆ ເປັນຈໍານວນເງິນ 190 ລ້ານກ່ວາກີບ ຊຶ່ງເຫັນວ່າ ປະຊາຊົນລາວຈຳນວນບໍ່ໜ້ອຍ ສະແດງຈຸດປະສົງຢາກປະກອບສ່ວນ ແລະ ໃຫ້ຄວາມສໍາຄັນໃນການຊ່ວຍເຫຼືອໃນແຕ່ລະກໍລະນີທີ່ເກີດຂຶ້ນດັ່ງກ່າວ ທີ່ໄດ້ຮັບຮູ້ຂໍ້ມູນຂ່າວສານ ຂໍການຊ່ວຍເຫຼືອຜ່ານສື່ສານອອນລາຍຢ່າງວ່ອງໄວ ແລະ ໄດ້ບອກຕໍ່ໆກັນທັນເວລາ, ໃນໄວໆນີ້ ທາງມູນນິທິໄດ້ຈັດພິທີເຮັດບຸນສົ່ງສະການຄັ້ງໃຫຍ່ເພື່ອເຮັດບຸນກຸສົນສົ່ງໃຫ້ແອນ້ອຍເກີດໃໝ່ ກໍຄື ເດັກນ້ອຍ ທີ່ເສຍຊີວິດຢູ່ໂຮງໝໍ (ຝາກໄວ້ໃນໂຮງເຢັນ) ຂອງໂຮງໝໍມະໂຫສົດ ແລະ ໂຮງໝໍມິດຕະພາບ (150ຕຽງ) ຈໍານວນ 36 ສົບ ທີ່ພໍ່, ແມ່ ບໍ່ສາມາດນໍາເອົາສົບດັ່ງກ່າວ (ບໍ່ມີເງິນ) ຈະຈັດສົ່ງສະການຈຶ່ງຝາກໄວ້ໃນໂຮງໝໍ.

ເຊນທກທານຮວມກອງບນໃຫກບເດກນອຍ - image 2
 

ໂອກາດດັ່ງກ່າວ, ທ່ານ ນາງ ສະນັນຍາ ວົງຄໍາສອນ ກ່າວຕື່ມວ່າ: ລະຫວ່າງ ວັນທີ 21, 22, 23 ສິງຫານີ້ ທີ່ວັດໂນນສະຫງ່າ ເມືອງໄຊເສດຖາ ຈະໄດ້ເຮັດບຸນສົ່ງໃຫ້ຈໍານວນແອນ້ອຍທີ່ເສຍຊີວິດ, ຈຶ່ງຂໍເຊີນຊວນ ບັນດາທ່ານທັງຫຼາຍທີ່ມີຈິດໃຈເຫຼື້ອມໃສສັດທາ ຮ່ວມເຮັດບຸນ-ບໍລິຈາກ ເພື່ອສົ່ງເຖິງດວງວິນຍານ ຂອງຈໍານວນແອນ້ອຍເຫຼົ່ານັ້ນໃຫ້ໄປສູ່ສຸຄະຕິ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊີວະປະຫວັດ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ຊີວະປະຫວັດ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ສະຖານທີ່ເກີດ ນະຄອນຫຼວງບາງກອກ ປະເທດໄທ ການສຶກສາ: ປະລິນຍາຕີ ສາຂາ ວິສະວະກຳອຸດສາຫະກຳ, ມະຫາວິທະຍາໄລ Hofstra ນິວຢອກ ສະຫະລັດອາເມຣິກາ ສາສະໜາ: ພຸດ ປະຫວັດທາງອາຊີບ
ບໍລິສັດໄຟຟ້ານໍ້າເທີນ 2 ຈັດກິດຈະກໍາວັນແຫ່ງຄວາມປອດໄພປະຈໍາປີ 2025.

ບໍລິສັດໄຟຟ້ານໍ້າເທີນ 2 ຈັດກິດຈະກໍາວັນແຫ່ງຄວາມປອດໄພປະຈໍາປີ 2025.

ພິທີສະເຫຼີມສະຫຼອງ ວັນແຫ່ງຄວາມປອດໄພ (SAFETY DAY)ປະຈໍາປີ ຂອງບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຈັດຂຶ້ນ ໃນວັນ 15 ຕຸລານີ້ ທີ່ເຮືອນຈັກເຂື່ອນໄຟຟ້ານໍ້າເທີນ 2 ເມືອງຍົມມະລາດ ແຂວງຄໍາມ່ວນ, ໃຫ້ກຽດເຂົ້າຮ່ວມ ເປັນປະທານ ໂດຍ ທ່ານ ມາກ ອັງຕວນຣຸບ ຜູ້ອຳນວຍການບໍລິສັດ ໄຟຟ້ານໍ້າເທີນ 2, ມີບັນດາທ່ານໃນຄະນະບໍລິຫານງານຂອງບໍລິສັດ, ພ້ອມດ້ວຍແຂກຖືກເຊີນຈາກພະແນກການຂັ້ນແຂວງ, ເມືອງນາກາຍ, ຍົມມະລາດ ແລະ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະກຳມາທິການວັດທະນະທຳ-ສັງຄົມ (ກວທສ) ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ເຂົ້າຮ່ວມໂອ້ລົມໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ມີບັນດາທ່ານປະທານ-ຮອງປະທານກຳມາທິການ, ຮອງເລຂາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດ ກວທສ, ຮອງປະທານອົງການກາແດງລາວ, ຫົວໜ້າຫ້ອງການຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຈາກ ສພຊ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ໃນຕອນເຊົ້າວັນທີ 14 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງການເມືືອງສິງ ແຂວງຫຼວງນໍ້າທາ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ນໍາເອົາເຂົ້າສານມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ກອນແກ້ວ ບັນນະວົງ ຮັກສາການ ຮອງປະທານຄະນະກໍາມະການ ປົກຄອງເມືອງ ປະທານແນວລາວສ້າງຊາດເມືອງສິງ, ທ່ານ ຊຽງວັນ ສົມລັດທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຄະນະກໍາມະການໄພພິບັດຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ເມື່ອບໍ່ດົນຜ່ານມານີ້, ທີ່ສານປະຊາຊົນພາກເໜືອ ແຂວງຫຼວງພະບາງ ໄດ້ມີພິທີມອບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຄັ້ງທີ III ປະຈຳປີ 2024, ປະດັບຫຼຽນກາລະນຶກ 65 ປີ ແລະ ມອບໃບຍ້ອງຍໍ ໂດຍເປັນປະທານຂອງ ທ່ານ ສົມໃຈ ຢາທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ, ມີຄະນະນຳສານປະຊາຊົນພາກເໜືອ, ເລຂາ, ຮອງເລຂາ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ແລະແຂກຮັບເຊີນ ເຂົ້າຮ່ວມ.
ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ວັນທີ 14 ຕຸລານີ້ ທີ່ສະໂມສອນໃຫຍ່ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສຳມະນາວຽກງານວິຊາສະເພາະ ໃຫ້ກັບວິຊາການຂະແໜງທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານຈາກ 3 ແຂວງ ຄື: ແຂວງໄຊຍະບູລີ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ, ໂດຍເປັນປະທານຂອງ ທ່ານ ວາລະສິນ ດາລາພອນ ຮອງຫົວໜ້າ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ.
ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ຂຶ້ນໃນວັນ 14 ຕຸລາ 2025 ຢູ່ທີສະໂມສອນຂອງເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສີງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ຜູ້ຊີ້ນວຽກງານ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ
ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມແລກປ່ຽນປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ໂດຍການເປັນປະທານຮ່ວມຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງລັດ ຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີບັນດາຜູ້ຕາງໜ້າຈາກອົງການໄອຍະການປະຊາ ຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງປ້ອງກັນປະເທດ ແລະ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດເຂົ້າຮ່ວມ.
ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ໃນຕອນເຊົ້າວັນທີ 14 ຕຸລາ ນີ້ ທີ່ສຳນັກງານອົງການກາແດງແຫ່ງຊາດລາວ, ພາກສ່ວນທະນາຄານ ແລະ ບໍລິສັດຫຼາຍແຫ່ງໄດ້ຮ່ວມມອບເງິນສະໜັບສະໜູນໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອສະໜັບສະໜູນການຈັດກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກອົງການກາແດງແຫ່ງຊາດລາວທີ່ຈະຈັດຂຶ້ນໃນໄວໆນີ້.
5 ປີ​ຜ່ານ​ມາ ຂະ​ແໜງປູກຝັງ - ລ້ຽງສັດ​ ມີ​ຜົນ​ສຳ​ເລັດຫຼາຍ​ດ້ານ ໂດຍ:ວັນໄຊ ຕະວິນຍານ

5 ປີ​ຜ່ານ​ມາ ຂະ​ແໜງປູກຝັງ - ລ້ຽງສັດ​ ມີ​ຜົນ​ສຳ​ເລັດຫຼາຍ​ດ້ານ ໂດຍ:ວັນໄຊ ຕະວິນຍານ

ແຜນພັດທະນາ ກະສິກຳ ແລະ ສິ່ງແວດລ້ອມ 5 ປີ ​ຄັ້ງ​ທີ IX (2021-2025) ຂອງລັດຖະບານແມ່ນເລັງໃສ່ກະຕຸກຊຸກຍູ້ເຮັດໃຫ້ການຜະລິດກະສິກຳ ມີການຂະຫຍາຍຕົວຢ່າງຮອບດ້ານ, ເພີ່ມທະວີບົດບາດການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະຕິບັດກົນໄກ, ນິຕິກຳຢ່າງປະສິດທິພາບ, ປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງຕາມທິດສີຂຽວ, ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ, ຜະລິດສິນຄ້າກະສິກຳໃຫ້ມີຄຸນນະພາບ ແລະ ຫຼາກຫຼາຍ; ປະຊາຊົນມີລາຍຮັບເພີ່ມຂຶ້ນ ເຮັດໃຫ້ຄວາມທຸກຍາກຫຼຸດລົງ ແລະ ຊີວິດການເປັນຢູ່ຂອງ​ປະ​ຊາ​ຊົນ​ຢູ່ຊົນນະບົດໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ; ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໄດ້ຮັບການປົກປັກຮັກສາ, ພັດທະນາ, ສ້າງມູນຄ່າເພີ່ມ ແລະ ສ້າງລາຍຮັບເຂົ້າໃນເສດຖະກິດແຫ່ງຊາດໃຫ້ສູງຂຶ້ນ.
ເພີ່ມເຕີມ