![]() |
ທ່ານນາງ ອາລີ ວົງໜໍ່ບຸນທຳ ໄດ້ເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີIX, ເຜີຍແຜ່ ແນະນຳ ກ່ຽວກັບໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີV, ເຜີຍແຜ່ການນຳໃຊ້ກົດລະບຽບສະຫະພັນແມ່ຍິງ ສະໄໝທີIX ຊຶ່ງທ່ານໄດ້ເນັ້ນໜັກວຽກງານບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຈົ່ງໂຄສະນາ ເຜີຍແຜ່ ປຸກລະດົມພໍ່ແມ່ປະຊາຊົນ ໃຊ້່ສິດປະຊາທິປະໄຕເລືອກເອົາຜູ້ແທນ, ຈົ່ງພ້ອມກັນຮັກສາຄວາມສະຫົງບ ຄວາມເປັນລະບຽບຮຽບຮ້ອຍ ອານາໄມສະຖານທີ່ຕ່າງໆໃຫ້ສະອາດງາມຕາ ພ້ອມກັນໄປໃຊ້ສິດຕາມວັນເວລາ ແລະ ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງໃຫ້ມີຜົນສຳເລັດຢ່າງຈົບງາມ.
![]() |
(ຂ່າວ: ບຸນມີ ແສງທຸມມີ)


ຄໍາເຫັນ