ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງພົນລະເມືອງຊາບທົ່ວເຖິງກັນວ່າ: 1. ການເກັບຄ່າບໍລິການເອກະສານໃນການອອກບັດປະຈຳຕົວດີຈີຕອນໃນປັດຈຸບັນ ແມ່ນປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2068/ປກສ, ລົງວັນທີ 14 ສິງຫາ 2025 ວ່າດ້ວຍການເກັບຄ່າບໍລິການອອກບັດປະຈໍາຕົວປະຊາຊົນລາວໃນໄລຍະຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ; 2. ການເກັບຄ່າບໍລິການອອກບັດປະຈຳຕົວດີຈີຕອນໃນລາຄາ 30,000 ກີບຕໍ່ບັດ ລວມທັງການປະກອບເອກະສານ ແລະ ຄ່າບັດປະຈຳຕົວດີຈີຕອນ; ຂໍ້ຕົກລົງດັ່ງກ່າວມີຜົນບັງຄັບໃຊ້ຮອດວັນທີ 31 ທັນວາ 2026; 3. ສ່ວນມີການກ່າວຫາເຈົ້າໜ້າທີ່ອອກບັດປະຈຳຕົວວ່າເກັບເງິນຄ່າບໍລິການເກີນນຳນົດໃນສື່ອອນລາຍຕ່າງໆນັ້ນແມ່ນບໍ່ມີມູນຄວາມຈິງ. ຮຽກຮ້ອງມາຍັງພົນລະເມືອງລາວທຸກຄົນ, ຖ້າພົບເຫັນບຸກຄົນພາຍນອກທີ່ເຄື່ອນໄຫວເປັນນາຍໜ້າ ແລະ ມີການຮຽກຮ້ອງຄ່າບໍລິການອື່ນໆເພີ່ມຕື່ມໃຫ້ແຈ້ງຕໍ່ເຈົ້າໜ້າທີ່ອອກບັດປະຈຳຕົວບ່ອນຕົນຍື່ນເອກະສານ ຫຼື ແຈ້ງຕໍ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ. ສາຍດ່ວນ 1529 ເພື່ອຮັບການຊີ້ແຈງຂໍ້ມູນເພີ່ມເຕີມ.
ທີ່ມາ: ຄວາມສະຫງົບ
ຄໍາເຫັນ