ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ
ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3,000 ກີບຕໍ່ເດືອນ ໃນໄລຍະຜ່ານມາໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດເເລ້ວເປັນຫຍັງພາຍຫຼັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື ຄໍເຊັນເຕີ ລວມເຖິງບໍລິສັດເຊົ່າສິນເຊື່ອຈໍານວນໜຶ່ງຍັງສາມາດໂທມາລົບກວນໄດ້ຢູ່.

 

ຕໍ່ກັບບັນຫາທີ່ເກີດຂຶ້ນ, ທ່ານ ປະລີນຍາ ພົມມະວິເສດ ຮັກສາການຫົວໜ້າກອງເລຂາກອງທຶນພັດທະນາໂທລະຄົມມະນາຄົມ ເເລະ ການຫັນເປັນດີຈີຕອນກະຊວງເຕັກໂນໂລຊີ ເເລະ ການສື່ສານໃຫ້ສໍາພາດຢູ່ກະຊວງເຕັກໂນໂລຊີເເລະ ການສື່ສານໃນວັນທີ 19 ມີຖຸນາ ຜ່ານມາວ່າ:

ການເກັບເງິນດັ່ງກ່າວ, ແມ່ນຄ່າສິດໃນການຄຸ້ມຄອງກ່ຽວກັບວຽກງານໂທລະຄົມມະນາຄົມ ແລະ ອິນເຕີເນັດ ຊຶ່ງລັດຖະບານມີຄວາມຈໍາເປັນຕ້ອງໄດ້ນໍາໃຊ້ເຂົ້າໃນການພັດທະນາ ແລະ ປັບປຸງວຽກຕ່າງໆທີ່ຕິດພັນກັບການນໍາໃຊ້ການບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດໃຫ້ມີຄວາມສະຫງົບ ແລະ ປອດໄພ. ສໍາລັບເລກໝາຍໂທລະສັບທຸກປະເພດບໍລິການທີ່ມີເລກລະຫັດບໍລິການຂຶ້ນຕົ້ນດ້ວຍ 020 ແລະ 030 ທີ່ມີການນໍາໃຊ້ແມ່ນກໍານົດເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 3,000 ກີບຕໍ່ເດືອນຕໍ່ໜຶ່ງເລກໝາຍ; ສໍາລັບການບໍລິການອິນເຕີເນັດຜ່ານສາຍFTTx ແມ່ນກໍານົດເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 5,000 ກີບຕໍ່ເດືອນຕໍ່ໜຶ່ງລູກຄ້າ; ສໍາລັບຕໍ່ກັບຄໍາຖາມທີ່ສັງຄົມຕັ້ງຂຶ້ນພາຍຫຼັງເກັບໄປແລ້ວເປັນຫຍັງຈຶ່ງມີກຸ່ມເເກ້ງສໍ້ໂກງທາງໂທລະຄົມ ຫຼື ຄໍເຊັນເຕີ ລວມເຖິງບໍລິສັດເຊົ່າສິນເຊື່ອໂທມາລົບກວນນັ້ນ, ຕໍ່ບັນຫານີ້ອາດປາສະຈາກບໍ່ໄດ້ເນື່ອງຈາກວ່າບັນດາກຸ່ມຄົນເຫຼົ່ານີີ້ໄດ້ຊອກຫາທຸກຊ່ອງທາງເພື່ອຫວັງສ້າງຄວາມບໍ່ສະຫງົບໃນສັງຄົມບໍ່ວ່າຈະຢູ່ປະເທດທີ່ຈະເລີນເເລ້ວກໍມີເຫດການລັກສະນະນີ້ເກີດຂຶ້ນເຊັ່ນດຽວກັນ.

ເເຕ່ໄລຍະຜ່ານມາໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງເເຈ້ງໄປຫາບັນດາທະນາຄານ ເເລະ ບໍລິສັດເຊົ່າສິນເຊື່ອໃຫ້ຢຸດຕິການໂທໄປລົບກວນຜູ້ຊົມໃຊ້, ສ່ວນການຮັກສາຄວາມປອດໄພຈາກກຸ່ມແກ້ງຄໍເຊັນເຕີນັ້ນປັດຈຸບັນໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະກະຊວງປ້ອງກັນຄວາມສະຫງົບ, ສູນອິນເຕີເນັດເເຫ່ງຊາດຈະສ້າງຕັ້ງສູນຮັບເເຈ້ງຄວາມຕ້ານການເຮັດທຸລະກໍາຄວາມປອດໄພທາງໄຊເບີຂຶ້ນມາເພື່ອສະກັດກັ້ນບັນຫາຕ່າງໆທີ່ອາດຈະເກີດຂຶ້ນທາງໂທລະຄົມໄດ້ຢ່າງທັນການ.

ສ່ວນອັດຕາຫົວໜ່ວຍລາຄາໂທລະຄົມມະນາຄົມ ແລະ ອິນເຕີເນັດທຽບໃສ່ສາກົນອີງຕາມຂໍ້ມູນຂອງເວັບໄຊເກັບກຳຂໍ້ມູນກ່ຽວກັບອັດຕາຄ່າບໍລິການໂທລະສັບມືຖື, ອິນເຕີເນັດຜ່ານລະບົບສາຍ ແລະ ໂທລະພາບໃນທົ່ວໂລກ (www.cable.co.uk), ຂໍ້ມູນໃນໄຕມາດ 3 ປີ 2023 ເຫັນວ່າລາວເຮົາຖືກຈັດເປັນປະເທດທີ່ມີອັດຕາລາຄາຄ່າບໍລິການອິນເຕີເນັດຜ່ານມືຖືທີ່ມີລາຄາຖືກເປັນອັນດັບ 2 ຂອງບັນດາປະເທດອາຊຽນ ແລະ ອັນດັບ 14 ຂອງໂລກ, ນອກຈາກນີ້ອັດຕາລາຄາຄ່າບໍລິການອິນເຕີເນັດຜ່ານລະບົບສາຍ ຫຼື FTTx ຂອງລາວຍັງຈັດອັນດັບທີ 10 ຂອງອາຊຽນ ແລະ ອັນດັບທີ່ 47 ໃນທົ່ວໂລກ.

ສໍາລັບການສ້າງຕັ້ງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນເເມ່ນອີງໃສ່ກົດໝາຍວ່າດ້ວຍການໂທລະຄົມມະນາຄົມໄດ້ຮັບການປັບປຸງໃນປີ 2021, ດໍາລັດເລກທີ 278 ວ່າດ້ວຍກອງທຶນພັດທະນາຄົມມະນາຄົມ ແລະ ຫັນເປັນດີຈີຕອນ ເເລະ ໃນພາກທີ 7 ມາດຕາ 39 ຂອງກົດໝາຍດັ່ງກ່າວ; ຈຸດປະສົງເພື່ອສະສົມແລະ ລະດົມທຶນຈາກພາຍໃນ ແລະ ຕ່າງປະເທດນຳໃຊ້ເຂົ້າໃນການຫັນເປັນເສດຖະກິດດີຈີຕອນ, ການຂະຫຍາຍ ແລະ ພັດທະນາໂຄງລ່າງພື້ນຖານໂທລະຄົມມະນາຄົມໄປເຖິງຊົນນະບົດເຂດຫ່າງໄກສອກຫຼີກ, ການພັດທະນາຊັບພະຍາກອນມະນຸດ, ລະບົບຖານດີຈີຕອນມີຄວາມປອດໄພຂອງການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ສົ່ງເສີມການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ມາດຕາ 40 ແຫຼ່ງກອງທຶນໄດ້ມາຈາກການປະກອບສ່ວນຂອງງົບປະມານແຫ່ງລັດ, ການນໍາໃຊ້ລະບົບຖານດີຈີຕອນທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ສ້າງ ຫຼື ຮ່ວມສ້າງຂຶ້ນ, ການປະກອບສ່ວນຂອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ການຊ່ວຍເຫຼືອ ແລະ ປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ, ງົບປະມານຂອງລັດ, ການປະກອບສ່ວນຂອງບຸກຄົນ, ການຫັກເອົາຈາກຄ່າປັບໃໝຕາມລະບຽບການ, ລາຍໄດ້ຈາກການເຄື່ອນໄຫວກິດຈະການໂທລະຄົມມະນາຄົມ, ຄ່ານຳໃຊ້ຊັບພະຍາກອນໂທລະຄົມ, ການເກັບຄ່າທໍານຽມ 1% ຈາກບັນດາຫົວໜ່ວຍທີ່ດໍາເນີນທຸລະກິດໂທລະຄົມ, ໄປສະນີ ເເລະ ດີຈີຕອນ ແລະ ໄດ້ມາຈາກລາຍຮັບອື່ນທີ່ຖືກຕ້ອງຕາມກົດໝາຍ.

ສໍາລັບເເຫຼ່ງທຶນທີ່ໄດ້ມາເເມ່ນນໍາໃຊ້ໃນການສ້າງ, ພັດທະນາ ແລະ ບຳລຸງຮັກສາໂຄງລ່າງພື້ນຖານໂທລະຄົມມະນາຄົມທີ່ຈຳເປັນເພື່ອໃຫ້ໄປເຖິງເຂດຫ່າງໄກສອກຫຼີກ, ເຂດຍຸດທະສາດ, ຮັບປະກັນຄວາມໝັ້ນຄົງຂອງຊາດແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ສ້າງ, ພັດທະນາ ແລະ ບຳລຸງຮັກສາລະບົບຄຸ້ມຄອງເຕັກໂນໂລຊີ ແລະ ການສື່ສານ, ແອັບພີເຄເຊິນ, ໂຄງລ່າງພື້ນຖານດີຈີຕອນ ແລະ ລະບົບຖານດີຈີຕອນໃຫ້ມີຄວາມປອດໄພ, ມີຄຸນນະພາບ, ຮັບປະກັນຄວາມໝັ້ນຄົງຂອງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ນຳໃຊ້ເຂົ້າໃນການສ້າງ, ພັດທະນາ, ບຳລຸງຮັກສາ ແລະ ຄຸ້ມຄອງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດເພື່ອຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມການຕົກລົງເຫັນດີຂອງລັດຖະບານ; ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ, ສະໜອງອຸປະກອນ ແລະ ສິ່ງອຳນວຍຄວາມສະດວກທີ່ຈຳເປັນເຂົ້້າໃນການພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນເພື່ອຮອງຮັບໃນການສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ; ພັດທະນາບຸກຄະລາກອນທາງດ້ານໂທລະຄົມມະນາຄົມ ແລະ ດີຈີຕອນໃຫ້ໄດ້ຄຸນນະພາບສູງ ເເລະ ອື່ນໆ.

(ຂ່າວ ແລະ ພາບ : ເດດອາລຸນ ແລະ ພູເງິນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 1 ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມານີ້ ທີ່ວິທະຍາຄານນາຍທະຫານບົກກົມມະດຳ ໂດຍມີທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍບັນດາຄະນະນໍາກົມໃຫຍ່ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ມີຫຼາຍພາກ ສ່ວນລວມທັງບຸກຄົນ ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງຈໍາໜ່າຍ. ທ່ານ ນາງ ມິດຕາວັນ ພັນວົງສາ ເຈົ້າຂອງຮ້ານສິ້ນໄໝມ້ອນຊໍາເໜືອ ເມືອງວຽງໄຊ ແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ຕົນເອງຮູ້ສຶກຕື່ນເຕັ້ນ-ດີໃຈ ປີນີ້, ເປັນປີທໍາອິດທີ່ໄດ້ມີໂອກາດນໍາເອົາສິ້ນໄໝມ້ອນຊໍາເໜືອ ຊຶ່ງເປັນຜະລິດຕະພັນສິ້ນເອກະລັກຂອງຊໍາເໜືອແທ້ມາວາງຂາຍໃນງານບຸນພະທາດຫຼວງ ທີ່ເປັນບຸນປະເພນີລະດັບຊາດຂອງລາວເຮົາ. ປົກກະຕິຂາຍຢູ່ຕະຫຼາດວຽງໄຊ ເມືອງວຽງໄຊ ແຂວງຫົວພັນ. ສິ້ນທີ່ນໍາມາວາງສະແດງ-ຂາຍໃນປີນີ້ ມີຂາຍປະເພດຄື: ຫຼັກໆແມ່ນສິ້ນໄໝມ້ອນສົດ, ສິ້ນຝ້າຍ, ມ້ອນປົນຝ້າຍ, ລາຄາເລີ່ມຕົ້ນ 2 ແສນກີບ ຫາ 3 ລ້ານກວ່າກີບ, ສິ້ນໄໝມ້ອນຊໍາເໜືອ ຈະມີເອກະລັກສະເພາະໃນຕົວ ແລະ ມີລວດລາຍສວຍງາມ ປານີດທີ່ສຸດ ຕໍາດ້ວຍສີມືຂອງຄົນລາວຊາວຊໍາເໜືອແທ້ ປະກອບມີ: ລາຍນາກ, ລາຍຮູບດອກໄມ້, ລາຍນົກຍຸງ, ລາຍງູ, ລາຍຊ້າງ.
ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2025 ທ່ານນາງ ວັນນີ ລໍມະນີ ຄະນະຜູ້ບໍລິຫານກຸ່ມຫັດຖະກຳຕໍ່າຫູກ-ທໍໄໝລາຍເຜົ່າເມີ້ຍດັ້ງເດີມເຮືອນລໍມະນີ ເປັນຕົວແທນຜະລິດຕະພັນເຜົ່າເມີ້ຍ ເມືອງປາກຊັນ ແຂວງບໍລິຄຳໄຊ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບຂອງແຂວງ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 3 ພະຈິກນີ້ວ່າ: ມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງເຂົ້າຮ່ວມງານໃນຄັ້ງນີ້ ເພື່ອເຜີຍແຜ່ວັດທະນະທໍາຂອງເຜົ່າເມີ້ຍຜ່ານເຄື່ອງນຸ່ງຫົ່ມອັນຈົບງາມ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກ ແລະ ເຫັນວ່າເຜົ່າເມີ້ຍມີເອກະສະເພາະຂອງຕົນ ເພື່ອຈຳໜ່າຍສິນຄ້າ ແລະ ກະຈາຍລາຍໄດ້ໃຫ້ປະຊາຊົນພາຍໃນແຂວງ.
ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ພິທີ ມອບ-ຮັບ ໂຄງການ ກໍ່ສ້າງຮ່ອງລະບາຍນໍ້າ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ລະຫວ່າງບໍລິສັດຜູ້ຮັບເໝົາ (ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ) ກັບ ເຈົ້າຂອງໂຄງການ (ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ) ເພື່ອມອບຕໍ່ໃຫ້ແກ່ ອົງການພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ ເປັນຜູ້ຄຸ້ມຄອງຊົມໃຊ້, ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ ຢູ່ທີ່ໂຮງແຮມ ຣີເວີເຣຍ ເມືອງທ່າແຂກ ແຂວງຄໍາມ່ວນ.
ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມເປັນປະທານໃນຊຸດຝຶກອົບຮົມໃຫ້ບັນດາສະຫາຍຄະນະບໍລິຫານງານພັກເມືອງ ແລະ ນະຄອນໄກສອນພົມວິຫານ, ຊຶ່ງຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນລະຫວ່າງວັນທີ 4-8 ພະຈິກ 2025; ເຂົ້າຮ່ວມມີສະຫາຍ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສະ ຫວັນນະເຂດ ແລະ ສະຫາຍ ສາລີ ວິນລາວັນ ຄະນະປະຈຳພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງສະຫວັນນະເຂດ.
ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ, ຊຶ່ງວຽກງານດັ່ງກ່າວ ແມ່ນວຽກງານໃຫຍ່ລະດັບຊາດ ຈະໄດ້ຈັດຂຶ້ນໃນທຸກໆ 10 ປີ. ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025, ເມືອງແກ່ນທ້າວ ແຂວງໄຊຍະບູລີມີທັງໝົດ 51 ເຂດສໍາຫຼວດ ຊຶ່ງໄດ້ເລີ່ມລົງສໍາຫຼວດຢ່າງເປັນທາງການໃນວັນທີ 3 ພະຈິກ 2025 ແລະ ຈະໄດ້ດໍາເນີນໄປຮອດວັນທີ 14 ທັນວາ 2025.
ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ໃນວັນທີ 4 ພະຈິກຜ່ານມານີ້, ສະຫາຍ ເວ ຢົງຊານ ຮອງປະທານສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແຂວງກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ກັບ ສະຫະພັນກຳມະບານແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງວຽງຈັນ ພ້ອມດ້ວຍຄະນະ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງວຽງຈັນ.
ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກໍາລັງສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ພາຍໃນເມືອງຊຶ່ງມີຫຼາຍຈຸດທີ່ໜ້າສົນໃຈ ເຂດທາງເລກ 10 ໂດຍສະເພາະແຫຼ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ທີ່ຕິດພັນກັບເຫດການທາງປະຫວັດສາດ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 10-21 ພະຈິກ 2025 ນີ້, ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 10 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ເພີ່ມເຕີມ