ສປປ ລາວເຮົາ ຈະໄດ້ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

ຊົມເຊີຍຜົນສຳເລັດການເປັນເຈົ້າພາບຂອງ ນວ ໄດ້ເປັນພື້ນຖານອັນດີ ແກ່ກອງປະຊຸມສຸດຍອດອາຊຽນ

ຊົມເຊີຍຜົນສຳເລັດການເປັນເຈົ້າພາບຂອງ ນວ  ໄດ້ເປັນພື້ນຖານອັນດີ ແກ່ກອງປະຊຸມສຸດຍອດອາຊຽນ
ອີກບໍ່ເທົ່າໃດອາທິດ, ທີ່ ສປປ ລາວເຮົາ ຈະໄດ້ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນເດືອນຕຸລາ 2024, ທີ່ນະຄອນຫຼວງວຽງຈັນ. ໜ້າທີ່ອັນສຳຄັນນັ້ນ, ພາກສ່ວນຕ່າງໆ

 

 ກໍໄດ້ສົມທົບກັນໃນການຈັດກອງປະຊຸມທີ່ ນວ ເປັນປະທານໝູນວຽນນະຄອນຫຼວງອາຊຽນ ຈັດກອງປະຊຸມຄູ່ຂະໜານຄື: ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ(MGMAC), ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນ ທີ່ນໍາໃຊ້ພາສາຝຣັ່ງ (RVASE AIMF)ໃນລະຫວ່າງວັນທີ 17-19 ກັນຍາຜ່ານມາ, ມີຜົນສໍາເລັດຢ່າງຈົບງາມ ຊຶ່ງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ກໍໄດ້ຕີລາຄາສູງ ໂດຍໃຫ້ຮູ້ວ່າ: ຜົນສໍາເລັດດັ່ງກ່າວ ເປັນການສ້າງພື້ນຖານອັນດີໃຫ້ແກ່ການຈັດບັນດາກອງປະຊຸມສຸດຍອດອາຊຽນ ທີ່ຈະມາເຖິງນີ້.

ໃນປີ 2016, ນວ ໄດ້ຮັບໜ້າທີ່ເປັນປະທານໝູນວຽນນະຄອນຫຼວງອາຊຽນ ເປັນຄັ້ງທໍາອິດ ແລະ ໃນປີ 2024 ນີ້, ກໍເປັນຄັ້ງທີສອງ ແລະ ເປັນປີທີ່ພິເສດ ທີ່ພວກເຮົາ ໄດ້ຈັດກອງປະຊຸມຄູ່ຂະໜານ ຊຶ່ງມີບັນດາທ່ານເຈົ້າຄອງ, ຮອງເຈົ້າຄອງ ແລະ ຜູ້ຕາງໜ້າບັນດານະຄອນຫຼວງ, ນະຄອນຂອງອາຊຽນ ແລະບັນດານະຄອນ ທີ່ໃຊ້ພາສາຝຣັ່ງ ຈຳນວນ 189 ທ່ານ ເຂົ້າຮ່ວມ. ໃນນີ້, ລວມທັງຜູ້ຕາງໜ້ານະຄອນຫຼວງດີລີ ປະເທດຕີມໍເເລັດສະເຕ ເຂົ້າຮ່ວມ ໃນນາມຜູ້ສັງເກດການ. ໃນພິທີເປີດກອງປະຊຸມ ທີ່ໄດ້ຈັດຂຶ້ນໃນວັນທີ 18 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມ.

ກອງປະຊຸມຄັ້ງນີ້, ໄດ້ເຕົ້າໂຮມເອົາບັນດາທ່ານເຈົ້າຄອງ-ຮອງເຈົ້າຄອງນະຄອນຫຼວງອາຊຽນ, ບັນດາທ່ານເຈົ້ານະຄອນ, ການນໍາຂັ້ນທ້ອງຖິ່ນ ພ້ອມທັງບັນດາຊ່ຽວຊານ, ວິຊາການ, ຜູ້ຕາງໜ້າຈາກຄູ່ຮ່ວມມື ແລະ ພາກສ່ວນຕ່າງໆ ມາຮ່ວມປະຊຸມ ເພື່ອແລກປ່ຽນບັນຫາຄຳຄິດເຫັນ ກ່ຽວກັບພາລະບົດບາດໜ້າທີ່ຂອງອົງການປົກຄອງຂັ້ນທ້ອງຖິ່ນ ໃນການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ແລະ ແລກປ່ຽນບົດຮຽນ, ປະສົບການ ໃນການພັດທະນາ, ແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆ ທີ່ບັນດານະຄອນກໍາລັງປະເຊີນຢູ່ໃນປັດຈຸບັນນີ້.

ກອງປະຊຸມດຳເນີນພາຍໃຕ້ຄໍາຂວັນ; “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງເພື່ອການພັດທະນາແບບຍືນຍົງຂອງບັນດານະຄອນອາຊຽນ” ຊຶ່ງສອດຄ່ອງກັບຄໍາຂວັນ ການເປັນປະທານອາຊຽນຂອງ ສປປ ລາວ ປີນີ້ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ກອງປະຊຸມ ໄດ້ກໍານົດ 5 ຂົງເຂດວຽກງານທີ່ສໍາຄັນ ເພື່ອນໍາມາປຶກສາຫາລືຄື: (1) ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ, (2) ການທ່ອງທ່ຽວສີຂຽວ, (3) ການພັດທະນາເສດຖະກິດແບບຍືນຍົງ, (4) ຕົວເມືອງທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ; (5) ຄວາມເຂັ້ມແຂງທາງດ້ານການປ່ຽນແປງດິນຟ້າອາກາດ.

ຜ່ານການຮ່ວມມືອັນດີ, ການປະກອບສ່ວນຢ່າງຫ້າວຫັນ ແລະ ການປຶກສາຫາລື ຢ່າງສ້າງສັນ ຂອງບັນດາທ່ານເຈົ້າຄອງ-ຮອງເຈົ້າຄອງນະຄອນຫຼວງອາຊຽນ, ບັນດາທ່ານເຈົ້ານະຄອນ, ການນໍາຂັ້ນທ້ອງຖິ່ນ ພ້ອມທັງບັນດາຊ່ຽວຊານ, ວິຊາການ, ຜູ້ຕາງໜ້າຈາກຄູ່ຮ່ວມມື ແລະ ພາກສ່ວນຕ່າງໆ ກໍໄດ້ຮັບຮອງເອົາຖະແຫຼງການນະຄອນຫຼວງວຽງຈັນ ຊຶ່ງມີ 6 ວຽກງານ ກໍຄືເພີ່ມທະວີການເຊື່ອມຈອດ, ການສ້າງຄວາມເຂັ້ມແຂງ ຮັບຮູ້ສິ່ງທີ່ທ້າທາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ, ສົ່ງເສີມນະວັດຕະກຳ, ສົ່ງເສີມການແລກປ່ຽນວັດທະນະທໍາ ແລະ ຄວາມໝາຍໝັ້ນໃນການເປັນຄູ່ຮ່ວມມື ຊຶ່ງລາຍລະອຽດຂອງຖະແຫຼງການນະຄອນຫຼວງວຽງຈັນ ກໍກຳລັງມີຫຼາຍພາກສ່ວນ ທັງສື່ສູນກາງ ແລະ ສື່ນະຄອນຫຼວງ ເຜີຍແຜ່ຢ່າງກວ້າງຂວາງ ດ້ວຍເນື້ອໃນໃຈຄວາມທີ່ສຳຄັນ.

ຜົນສຳເລັດການເປັນເຈົ້າພາບຂອງ ນວ ໃນການເປັນປະທານໝູນວຽນນະຄອນຫຼວງອາຊຽນເກີດຂຶ້ນ ໄດ້ຍ້ອນການຊີ້ນໍາ-ນໍາພາຂອງອົງຄະນະພັກ ນວ, ບັນດາອະນຸກຳມະການກຽມຄວາມພ້ອມຮອບດ້ານຮັບໃຊ້ກອງປະຊຸມ ແລະ ການຮ່ວມມືເປັນຢ່າງດີຈາກທຸກພາກສ່ວນ ຈຶ່ງເຮັດໃຫ້ ນວ ມີຜົນສຳເລັດຢ່າງຈົບງາມ. ພ້ອມກັນນັ້ນ, ເປັນການສ້າງພື້ນຖານອັນດີໃຫ້ແກ່ບັນດາກອງປະຊຸມສຸດຍອດອາຊຽນ ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນຕົ້ນເດືອນຕຸລາ ທີ່ຈະມາເຖິງນີ້ ໃຫ້ໄດ້ຮັບຜົນສໍາເລັດ.

ສະນັ້ນ, ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ບັນດາພາກສ່ວນທີ່ຮັບໃຊ້ກອງປະຊຸມMGMAC, ກອງປະຊຸມ AMFແລະ ກອງປະຊຸມ RVASE AIMF ທີ່ຈະໄດ້ສືບຕໍ່ເຂົ້າຮັບໃຊ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 - 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຈົ່ງກຽມພ້ອມຢ່າງເຕັມກຳລັງ ພ້ອມທີ່ຈະເປັນກຳລັງໃຫ້ການເປັນເຈົ້າພາບຂອງ ສປປ ລາວ ໃນການຈັດບັນດາກອງປະຊຸມສຸດຍອດອາຊຽນ ປີ 2024 ປະສົບຜົນສໍາເລັດຢ່າງຈົບງາມ ຈາລຶກໃນປະຫວັດສາດຂອງຊາດລາວ ໃນການເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ທີ່ໄດ້ມີບົດບາດ ແລະ ປະກອບສ່ວນໃນການສ້າງປະຊາຄົມອາຊຽນ.

ໂດຍ: ສ.ບຸດປະຊາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເມືອງເຊບັ້ງໄຟ ແຂວງຄຳມ່ວນ ວາງແຜນຟື້ນຟູການຜະລິດກະສິກຳ ຫຼັງປະສົບໄພນ້ຳຖ້ວມ ເຊິ່ງສົ່ງຜົນໃຫ້ເນື້ອທີ່ການຜະລິດເສຍຫາຍກວ່າ 3,000 ເຮັກຕາ ຄິດເປັນມູນຄ່າປະມານ 92 ຕື້ກີບ. ຂະນະທີ່ ຂະແໜງກະສິກໍາເມືອງ ກຳລັງກະກຽມມາດຕະການຟື້ນຟູທັງດ້ານການປູກພືດ, ສັດລ້ຽງ ແລະ ລະບົບຊົນລະປະທານ ພ້ອມວາງແຜນສະໜອງແນວພັນເຂົ້າ ສຳລັບການປູກເຂົ້ານາແຊງສົກປີ 2026-2027 ຈໍານວນ 214 ໂຕນ ເພື່ອປູກໃນເນື້ອທີ່ 2,680 ເຮັກຕາ.
ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລານີ້ ທີ່ ສຊປລ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ໄລຍະ 5 ປີ (2021-2025) ຜ່ານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກ, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ". ເຫັນໄດ້ວ່າ ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຮັດໃຫ້ ຫສປທ ພົ້ນເດັ່ນຂຶ້ນເທື່ອລະກ້າວ.
ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງ​ຊົນ​ເຜົ່າ​ກະ​ຕູ່ ໃນງານ​ວາງສະແດງຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ຕຶກ​ເກົ່າ. ​
ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025), ກຳນົດທິດທາງແຜນການ 5 ປີ (2026–2030) ແລະ ເຊື່ອມຊຶມ – ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດ ໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ແບບທາງໄກອອນລາຍ.
ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ວັນທີ 12 ຕຸລາ ນີ້, ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ຈັດງານວາງສະແດງ ແລະ ມະຫະກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃນໄວໜຸ່ມ” ເປັນກຽດເຂົ້າຮ່ວມ ແລະ ກ່າວເປີດງານໂດຍ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມີທ່ານ ບິລາລ ອຸແຮັງ ເຊັບ ດູຣານີ (Bilal Aurang Zeb Durrani) ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າບັນດາສະຖານທູດ, ອົງການສາກົນ, ບັນດາກະຊວງ, ອົງການ, ຄູ່ຮ່ວມພັດທະນາ ແລະ ບັນດາຊາວໜຸ່ມ-ໄວ ໜຸ່ມເຂົ້າຮ່ວມ.
81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ເພີ່ມເຕີມ