ຊ່ວງເຮືອທ່າວັດຈັນປີນີ້ ມີເຮືອເຂົ້າຮ່ວມ 12 ລຳ

ຊ່ວງເຮືອທ່າວັດຈັນປີນີ້ ມີເຮືອເຂົ້າຮ່ວມ 12 ລຳ

ຊ່ວງເຮືອທ່າວັດຈັນປີນີ້ ມີເຮືອເຂົ້າຮ່ວມ 12 ລຳ
ການແຂ່ງຂັນຊ່ວງເຮືອໃນງານບຸນອອກພັນສາປະວໍລະນາປະຈຳປີ 2025 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນຈະເປີດສາກການແຂ່ງຂັນຂຶ້ນໃນວັນທີ 8 ຕຸລາ 2025 ນີ້ ຊຶ່ງມີການຊີງໄຊພຽງແຕ່ 3 ລາຍ ການ, ປັດຈຸບັນມີເຮືອແຈ້ງເຈດຈຳນົງເຂົ້າຮ່ວມແຂ່ງຂັນ: ເຮືອປະເພນີຊາຍ 55 ສີພາຍ​ເຂົ້າຮ່ວມ 5 ລຳ,​ ເຮືອປະ ເພນີຍິງ​ 55 ສີພາຍ ມີ 3 ລໍາ ແລະ ເຮືອສູດຊາຍ 55 ສີພາຍ ມີ 4 ລໍາ.

 

 

ງານບຸນອອກພັນສາ-ຊ່ວງເຮືອປະເພນີ ເປັນງານບຸນໜຶ່ງທີ່ມີຄວາມໝາຍ, ສຳຄັນຫຼາຍ ທັງເປັນບຸນປະເພນີ ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວຈັດຂຶ້ນໃນທຸກໆປີ, ເມື່ອຮອດມື້ເພັງ 15 ຄໍ່າ ເດືອນ 11 ເປັນມື້ອອກພັນສາປະວໍລະນາ ມື້ຕໍ່ມາກໍມີບຸນຊ່ວງເຮືອປະເພນີຈັດຂຶ້ນຢູ່ແຕ່ລະເຂດແຂວງຕາມຄວາມເໝາະສົມຄວບຄູ່ກັນໄປໃນແຕ່ລະປີ.

ບຸນປະເພນີດັ່ງກ່າວ, ຍັງມີປະຫວັດຄວາມເປັນມາອັນຍາວນານ ຊຶ່ງການແຂ່ງຂັນຊ່ວງເຮືອໃນມື້ບຸນອອກພັນສາ ເປັນກິລາທາງໜ້ານ້ຳປະເພດໜຶ່ງຈັດຂຶ້ນເພື່ອສ້າງໂອກາດໃຫ້ປະຊາຊົນໄດ້ມາພົບປະເພື່ອນມິດສະຫາຍ, ຍາດຕິພີ່ນ້ອງທີ່ມາຈາກທົ່ວສາລະທິດ, ໄດ້ມາພັກຜ່ອນຢ່ອນໃຈ ພາຍຫຼັງທີ່ທຳການຜະລິດໃນລະດູຝົນຕະຫຼອດຫຼາຍເດືອນຜ່ານມາ, ທັງເປັນໂອກາດອັນດີໃຫ້ປະຊາຊົນລາວບັນດາເຜົ່າໄດ້ເຕົ້າໂຮມຄວາມສາມັກຄີຊຶ່ງກັນ ແລະ ກັນ.

ທີ່ມາ: ໜັງສືພິມພາສາຕ່າງປະເທດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕິດຕາມສະພາບນ້ຳຖ້ວມ ທີ່ເມືອງໄຊທານີ ແລະ ເມືອງນາຊາຍທອງ

ຄະນະນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕິດຕາມສະພາບນ້ຳຖ້ວມ ທີ່ເມືອງໄຊທານີ ແລະ ເມືອງນາຊາຍທອງ

ໃນວັນທີ 5 ຕຸລາ ຜ່ານມານີ້, ຄະນະນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ນໍາໂດຍ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ, ທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ທ່ານຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ການນຳເມືອງໄຊທານີ, ເມືອງນາຊາຍທອງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງໄດ້ລົງຕິດຕາມສະພາບນ້ຳຖ້ວມ ຢູ່ທີ່ເຂດປະຕູນ້ຳ ບ້ານທ່າສະຫວ່າງ ບໍລິເວນຂົວນ້ຳເຄັມ ຊຶ່ງໄດ້ຮັບການລາຍງານສະພາບນ້ຳຖ້ວມ ໂດຍການນຳເມືອງໄຊທານີ ໂດຍໃຫ້ຮູ້ວ່າ:
ສະຖາບັນເລືອດແຫ່ງຊາດສະຫຼຸບການຈັດຕັ້ງປະຕິບັດໂຄງການ 6 ເດືອນຕົ້ນປີ

ສະຖາບັນເລືອດແຫ່ງຊາດສະຫຼຸບການຈັດຕັ້ງປະຕິບັດໂຄງການ 6 ເດືອນຕົ້ນປີ

ສະຖາບັນເລືອດແຫ່ງຊາດ,ອົງການກາແດງແຫ່ງຊາດລາວໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການ 6 ເດືອນຕົ້ນປີແລະແຜນການໄລຍະທ້າຍປີ 2025ຂຶ້ນໃນວັນທີ 6 ຕຸລານີ້ ທີ່ສະຖາບັນເລືອດແຫ່ງຊາດ ໂດຍການເປັນປະທານ ຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ,ມີ ທ່ານ ນາງ ບີນີຕາ ໂປ່ເດ໋ວ​ ຜູ້ຕາງໜ້າອົງການກາແດງສະວິດສ໌ ປະຈຳລາວ,ມີຫົວໜ້າສະຖາບັນເລືອດແຫ່ງຊາດ,ພາກສ່ວນທີ່ກຽວຂ້ອງ ແລະ ສື່ມ່ວນຊົນ ເຂົ້າຮ່ວມ.
ໄຊຍະບູລີ ແຂ່ງຂັນກອງແອວ ໃນງານເທດສະການບຸນອອກພັນສາປະວໍຣະນາ

ໄຊຍະບູລີ ແຂ່ງຂັນກອງແອວ ໃນງານເທດສະການບຸນອອກພັນສາປະວໍຣະນາ

ໃນຕອນຄໍ່າຄືນວັນທີ 5 ຕຸລານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກອງແອວ ໃນງານເທດສະການບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ ພສ 2568, ຄສ 2025 ທີ່ເດີ່ນຜາມໄຊບ້ານປົ່ງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເສນ ພັນລັກ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ ມີແຂກຖືກເຊີນ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງເຂົ້າຮ່ວມ.
ສໍາມະນາ ການອະນຸລັກມໍລະດົກໂລກ ແລະ ການພັດທະນາການທ່ອງທ່ຽວວັດທະນະທຳ ແບບຢືນຍົງ

ສໍາມະນາ ການອະນຸລັກມໍລະດົກໂລກ ແລະ ການພັດທະນາການທ່ອງທ່ຽວວັດທະນະທຳ ແບບຢືນຍົງ

ການສໍາມະນາ ພາຍໃຕຫົວຂໍ້ ‘‘ການອະນຸລັກມໍລະະດົກໂລກ ແລະ ການພັດທະນາການທ່ອງທ່ຽວວັດທະນະທຳ ແບບຢືນຍົງ’’ ໄດ້ຈັດຂຶ້ນໃນວັນທີ 6 ຕຸລານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງຫຼວງພະບາງ, ມີທ່ານ ນາງ ສີລິພອນ ສຸພັນທອງ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ມີແຂກຮັບຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທາບທາມບຸກຄະລາກອນສະໝັກເລືອກຕັ້ງຄະນະບໍລິຫານງານພັກ ແຂວງຫົວພັນສະໄໝທີ XI (ຮອບທີ 3)

ທາບທາມບຸກຄະລາກອນສະໝັກເລືອກຕັ້ງຄະນະບໍລິຫານງານພັກ ແຂວງຫົວພັນສະໄໝທີ XI (ຮອບທີ 3)

ກອງປະຊຸມທາບທາມບຸກຄະລາກອນ ເຂົ້າສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານພັກແຂວງຫົວພັນ ສະໄໝທີ XI (ຮອບທີ 3) ໄດ້ຈັດຂຶ້ນໃນວັນທີ 3 ຕຸລາຜ່ານມາ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງຫົວພັນ; ມີສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ແຕ່ລະພາກສ່ວນເຂົ້າຮ່ວມ.
ທໍ່ໂຕໂຢລາວ ຜະລິດຕະພັນຄຸນນະພາບລະດັບສາກົນ

ທໍ່ໂຕໂຢລາວ ຜະລິດຕະພັນຄຸນນະພາບລະດັບສາກົນ

ເນື່ອງໃນໂອກາດງານວາງສະແດງຜະລິດຕະພັນລາວ 2025 (Made In Lao 2025) ທີ່ເປີດຂຶ້ນຢ່າງເປັນທາງການໃນວັນທີ 3 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ. ທ່ານ ລັງກອນ ໄຊຍະວົງ ປະທານບໍລິສັດ ທັງເປັນຜູ້ສ້າງຕັ້ງໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດ ຜູ້ດຽວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ຕົນເອງມີຄວາມຮູ້ສຶກເປັນກຽດ, ດີໃຈ ແລະ ພາກພູມໃຈທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ໃຫ້ໂອກາດຜູ້ປະກອບການພາຍໃນໄດ້ນໍາສິນຄ້າຕ່າງໆ ຂອງຕົນເຂົ້າຮ່ວມວາງສະແດງ-ຂາຍຢ່າງຄັບຄາໜາແໜ້ນ ໂດຍສະເພາະໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດ ຜູ້ດຽວ ກໍໄດ້ນໍາເອົາຜະລິດທໍ່ໂຕໂຢມາວາງສະແດງ-ຂາຍໃນຄັ້ງນີ້ ຊຶ່ງຜະລິດທໍ່ໂຕໂຢ ເປັນໜຶ່ງຜະລິດຕະພັນຂອງລາວທີ່ມີຊື່ສຽງ, ມີຄຸນນະພາບລະດັບສາກົນເພື່ອຕອບສະໜອງຄວາມຕ້ອງການຕະຫຼາດພາຍໃນ.
ກອງປະຊຸມທາບທາມບຸກຄະລາກອນຮອບທີສອງ

ກອງປະຊຸມທາບທາມບຸກຄະລາກອນຮອບທີສອງ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສະໄໝທີ VII ຮອບທີ2 ໃນວັນທີ 6 ຕຸລານີ້ ທີ່ຫ້ອງປະຊຸຂອງຫ້ອງວ່າການສູນກາງພັກ, ໂດຍການເປັນປະທານ ຂອງສະຫາຍ ລິນຄໍາ ດວງສະຫວັນ ເລຂາຄະນະພັກ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍໃນຄະນະປະຈໍາ, ຄະນະພັກກະຊວງ, ບັນດາສະຫາຍພະນັກງານອາວຸໂສບຳນານ ອະດີດການນໍາກະຊວງ, ບັນດາສະຫາຍເລຂາ, ຮອງເລຂາ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ແຂກທີ່ມີກຽດ ແລະ ສະມາຊິກພັກ ພະນັກງານນໍາພາ-ຄຸ້ມຄອງ ຂອງກະຊວງເຂົ້າຮ່ວມ.
ຄຳຕອບສຳພາດຂອງ ຫົວໜ້າ ຄຕພ ໃນໂອກາດວັນການທູດລາວ ຄົບຮອບ 80 ປີ

ຄຳຕອບສຳພາດຂອງ ຫົວໜ້າ ຄຕພ ໃນໂອກາດວັນການທູດລາວ ຄົບຮອບ 80 ປີ

ໃນໂອກາດ ສະເຫຼີມສະຫຼອງ ວັນການທູດລາວ ຄົບຮອບ 80 ປີ (12/10/1945-12/10/2025), ສະຫາຍ ບຸນເຫຼືອ ພັນດານຸວົງ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕອບຄຳສຳພາດດັ່ງນີ້:
ສືບສານປະເພນີບຸນອອກພັນສາປະວໍລະນາ

ສືບສານປະເພນີບຸນອອກພັນສາປະວໍລະນາ

ບຸນອອກພັນສາປະວໍລະນາ ຖືເປັນປາງບຸນໃຫຍ່ທີ່ມີຄວາມໝາຍສຳຄັນ ເປັນປະເພນີອັນດີງາມສືບທອດກັນມາແດ່ດົນນານຂອງປະຊາຊົນລາວຊາວພຸດ ຊຶ່ງເປັນໜຶ່ງໃນຮີດ 12 ຄອງ 14 ຂອງລາວທີ່ເຄີຍປະຕິບັດກັນມາແຕ່ບູຮານນະການຈົນເຖິງປັດຈຸບັນ.
ເຜີຍແຜ່,ເຊື່ອມ​ຊຶມຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກກະຊວງຍຸຕິທໍາ

ເຜີຍແຜ່,ເຊື່ອມ​ຊຶມຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກກະຊວງຍຸຕິທໍາ

ກອງປະຊຸມ​ເຜີຍແຜ່, ເຊື່ອມ​ຊຶມຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIອົງຄະນະພັກກະຊວງຍຸຕິທໍາຈັດຂຶ້ນໃນວັນທີ3 ຕຸລານີ້ ທີ່ກະຊວງຍຸຕິທໍາ ໂດຍການເປັນປະທານຂອງສະຫາຍ​ໄພວີ ສີບົວລິພາ ກຳມະການ​ສູນ​ກາງ​ພັກເລຂາຄະນະບໍລິຫານງານພັກລັດຖະມົນຕີ​ກະຊວງຍຸຕິ​ທຳ,​ ມີບັນດາຄະນະປະຈຳພັກ, ກໍາມະການຄະນະບໍລິຫານງານ​ພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ເພີ່ມເຕີມ