ບຸນຊ່ວງເຮືອປະເພນີຂຶ້ນໃນໂອກາດບຸນຫໍ່ເຂົ້າປະດັບດິນ ປະຈໍາປີ

ຊ່ວງເຮືອທີ່ນະຄອນຫຼວງ ພະບາງ ປີນີ້ຈັດຂຶ້ນຢ່າງຄຶກຄື້ນ ໂດຍມີສີພາຍ ແລະເຮືອຊ່ວງຕ່າງແຂວງເຂົ້າຮ່ວມແຂ່ງຂັນ

ຊ່ວງເຮືອທີ່ນະຄອນຫຼວງ ພະບາງ ປີນີ້ຈັດຂຶ້ນຢ່າງຄຶກຄື້ນ ໂດຍມີສີພາຍ ແລະເຮືອຊ່ວງຕ່າງແຂວງເຂົ້າຮ່ວມແຂ່ງຂັນ
ວັນທີ່ 2 ກັນຍາ ນີ້, ອົງການປົກຄອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານບຸນຊ່ວງເຮືອປະເພນີຂຶ້ນໃນໂອກາດບຸນຫໍ່ເຂົ້າປະດັບດິນ ປະຈໍາປີ ພສ 2567, ຄສ 2024, ພ້ອມທັງໃສ່ບາດຖວາຍເຄື່ອງວັດຖຸ ທານ ແດ່ພະສົງ-ສາມະເນນ

 ແລະ ປະກອບພິທີທາງສາສະໜາ ຢູ່ຕາມວັດວອາຣາມແຕ່ລະແຫ່ງ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດການນຳຂັ້ນສູງ, ມີການນໍາຈາກແຂວງ, ເມືອງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດຮ່ວມຊົມ ຮ່ວມເຊຍຕາມແຄມຝັ່ງນ້ຳຄານ.

ຕອນເຊົ້າໄດ້ເຕົ້າໂຮມການນໍາພັກ-ລັດ ຊາວພຸດທະສາສະນິກະຊົນ, ແຂກທັງພາຍໃນ ແລະ ຕ່າງປະເທດ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ພ້ອມກັນໃສ່ບາດຖວາຍເຄື່ອງວັດຖຸທານ ແດ່ພະສົງ-ສາມະເນນ ແລະ ປະກອບພິທີທາງສາສະໜາ ຢູ່ຕາມວັດວອາຣາມແຕ່ລະແຫ່ງ. ຈາກນັ້ນ, ໄດ້ເຕົ້າໂຮມບັນດາເຮືອຊ່ວງທີ່ເຂົ້າຮ່ວມແຂ່ງຂັນ ຢູ່ເຂດຜາມໄຊ. ໂອກາດນີ້, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ກ່າວເປີດພິທີວ່າ: ພໍຮອດມື້ແຮມ 14 ຄໍ່າເດືອນ 9 ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດໃຫ້ມີບຸນຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດິນ, ອັນເປັນປາງບຸນໜຶ່ງ ທີ່ໄດ້ສືບທອດກັນມາແຕ່ສັດຕະວັດທີ່ 19 ໂດຍແມ່ນເຈົ້າມັນທາຕຸຣາດ ກະສັດປົກຄອງອານາຈັກລາວລ້ານຊ້າງຫຼວງພະບາງ ເປັນຜູ້ລິເລີ່ມ ແລະ ໄດ້ຮັບການສືບທອດມາເຖີງປັດຈຸບັນ, ທັງເປັນການສະແດງເຖີງພາລະກຳລັງ ຄວາມສາມັກຄີ ແລະ ບົດຮຽນ-ປະສົບການລະຫວ່າງປະຊາຊົນບັນດາເຜົ່າ, ພ້ອມທັງເປັນການບູຊາພະຍານາກ 15 ຕະກູນ ທີ່ເປັນເຈົ້າປົກປັກຮັກສາຊາວຫຼວງພະບາງ ແລະ ປົກປັກຮັກສາບ້ານເມືອງ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ຢູ່ເຢັນເປັນສຸກຕະຫລອດໄປ.

ທ່ານກ່າວຕື່ມວ່າ: ບຸນຊ່ວງເຮືອທີ່ນະຄອນ ຫຼວງພະບາງປີນີ້ ມີເຮືອຊ່ວງປະເພນີຈາກບ້ານຕ່າງໆພາຍໃນນະຄອນ ຫຼວງພະບາງ, ຕາງໜ້າຈາກເມືອງອ້ອມຂ້າງ, ພິເສດອົງການປົກຄອງແຂວງຫຼວງພະບາງ ໄດ້ເປີດກວ້າງໃຫ້ມີສີພາຍ ແລະ ເຮືອຊ່ວງຈາກຕ່າງແຂວງ ເຂົ້າຮ່ວມແຂ່ງຂັນ ລວມທັງໝົດ 25 ລໍາ.

(ຂ່າວ: ຫຼວງພະບາງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ I ນວ ລົງພົບປະຜູ້ມີສິດເລືອກຕັ້ງ

ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ I ນວ ລົງພົບປະຜູ້ມີສິດເລືອກຕັ້ງ

ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ I ນະຄອນຫຼວງວຽງຈັນ (ນວ) ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 12 ມິຖຸນານີ້ ທີ່ສະໂມສອນໃຫຍ່ ກະຊວງປ້ອງກັນຄວາມສະຫງົບ (ປກສ). ໃຫ້ກຽດນໍາພາຄະນະ ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ເຂົ້າຮ່ວມຮັບຟັງມີ ສະຫາຍ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ, ຮອງລັດຖະມົນຕີ, ຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນຕໍາຫຼວດ ຂອງກະຊວງ ປກສ.
ກອງສິລະປະກອນກອງທັບ ປິດບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2026

ກອງສິລະປະກອນກອງທັບ ປິດບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2026

ກອງສິລະປະກອນກອງທັບ ຈັດພິທີປິດບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2026 ຂຶ້ນໃນວັນທີ 10 ມິຖຸນາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທີ ບຸດດາແກ້ວ ຫົວໜ້າການເມືອງ ກອງສິລະປະກອນກອງທັບ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຊຸດທີ X ຢູ່ເມືອງໄຊພູທອງ

ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຊຸດທີ X ຢູ່ເມືອງໄຊພູທອງ

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງໄຊພູທອງ ໄດ້ລົງພົບປະປະຊາຊົນ ພ້ອມທັງເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໃນ​ວັນ​ທີ 10 ມິ​ຖຸ​ນາ​ຜ່ານ​ມາ.
ຍທຂ ຫວນຄືນມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ

ຍທຂ ຫວນຄືນມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ

ກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດກອງປະຊຸມ ປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ຂຶ້ນໃນວັນທີ 11 ມິຖຸນາ 2026,ທີ ກະຊວງ ຍທຂ ໃຫ້ກຽດປາຖະກະຖາໂດຍທ່ານ ພົຈວ ສຸລິນພອນ ຄຳພະຈັນ ຮອງປະທານສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ຊຶ່ງມີ ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີ ກະຊວງ ຍທຂ ພ້ອມດ້ວຍ ຫົວໜ້າກົມ ຮອງກົມ ຫົວໜ້າ ພະແນກ ຮອງພະແນກ ແລະ ພະນັກງານວິຊາການ ເຂົ້າຮ່ວມ.
ກອງບັນຊາການປ້ອງກັນສູນກາງ ປາຖະກະຖາ 3 ວັນປະຫວັດສາດ

ກອງບັນຊາການປ້ອງກັນສູນກາງ ປາຖະກະຖາ 3 ວັນປະຫວັດສາດ

ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີປາຖະ ກະຖາ 3 ວັນປະຫວັດສາດ ຄື: ວັນກຳມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ຄົບຮອບ 66 ປີ ຂຶ້ນໃນວັນທີ 11 ມິຖຸນານີ້, ໃຫ້ກຽດປາຖະກະຖາໂດຍສະຫາຍ ພັອ ສຸລິເດດ ກອງທະວີໄຊ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ເຊັນສັນຍາຮ່ວມມື ໂຄງການຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມຕາມເສັ້ນທາງ ລົດໄຟລາວ-ຈີນ

ເຊັນສັນຍາຮ່ວມມື ໂຄງການຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມຕາມເສັ້ນທາງ ລົດໄຟລາວ-ຈີນ

ໃນວັນທີ 11 ມິຖຸນານີ້ ທີ່ ສໍານັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີເຊັນສັນຍາການຮ່ວມມື ໂຄງການຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມຕາມເສັ້ນທາງ ລົດໄຟລາວ-ຈີນ ລະຫວ່າງບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ຢ່າງເປັນທາງການ. ໃຫ້ກຽດລົງນາມໂດຍ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ແລະ ທ່ານ ຄາງ ເທນິວ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຫານ ເຢ້ (HAN YE) ເລຂານຸການ ເອກອັກຄະນະລັດຖະທູດຈີນ ຝ່າຍເສດຖະກິດ ແລະ ການຄ້າ ປະຈຳ ສປປ ລາວ, ທ່ານ ສຸພົນ ຈັນທະວີໄຊ ກໍາມະການຄະນະບໍລິຫານງານພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ, ທ່ານ ລູ້ ຫາຍໂຈ ຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ, ຄະນະກົມຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຄະນະຜູ້ບໍລິຫານ ແລະ ພະນັກງານຂອງທັງສອງຝ່າຍ.
ກອງບັນຊາການປ້ອງກັນເຄື່ອນທີ່ ສະຫຼຸບການນຳພາ-ຊີ້ນຳຮອບດ້ານ

ກອງບັນຊາການປ້ອງກັນເຄື່ອນທີ່ ສະຫຼຸບການນຳພາ-ຊີ້ນຳຮອບດ້ານ

ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມສະຫຼຸບການນຳພາ-ຊີ້ນຳຮອບດ້ານ ຂອງຄະນະພັກ-ຄະນະບັນຊາໃນການປະຕິບັດມະຕິ, ແຜນດໍາເນີນງານຂອງຄະນະພັກ, ແບບແຜນວິທີເຮັດວຽກ ແລະ ການເຄື່ອນໄຫວວຽກງານວິຊາສະເພາະ ໃນວັນທີ 11 ມິຖຸນານີ້, ໃຫ້ກຽດເປັນປະທານໂດຍ ສະຫາຍ ພົຕ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີກະຊວງ ປກສ, ມີບັນດາຄະນະພັກ-ຄະນະບັນຊາເຂົ້າຮ່ວມ.
ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025

ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025 ໂດຍໄດ້ຮັບການສະໜັບສະໜູນຈາກ ຄະນະຊີ້ນຳລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂຶ້ນເມື່ອວັນທີ 10 ມິຖຸນາຜ່ານມາ, ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ວາດສະໜາ ຈັນທະນະສິນ ເລຂາຄະນະພັກຮາກຖານ ຄສບ ຫົວໜ້າຄະນະວິຊາ ຄສບ, ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ພ້ອມດ້ວຍຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ

ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ

ຄະນະໂຄສະນາອົບຮົມແຂວງຈຳປາສັກ ຮ່ວມກັບ ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດຊຸດຝຶກອົບຮົມວຽກງານເກັບກຳ, ສະພາບແນວຄິດຫາງສຽງ-ສັງຄົມ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນເມືອງປາກຊ່ອງ ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ປາກ​ຊ່ອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ, ມີ ທ່ານ ແສງເດືອນ ສົມສະຫວັນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ຂັ້ນເມືອງ, ຫົວໜ້າຄະນະຈັດຕັ້ງເມືອງປາກຊ່ອງ, ມີ​ພະ​ນັກ​ງານ​ຈາກ​ບັນ​ດາ​ກົມ​ກອງ​ອ້ອມ​ຂ້າງ​ເມືອງ​ປາກ​ຊ່ອງ​ເຂົ້າ​ຮ່ວມ.
ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ

ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ

ທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ ເຮັດວຽກ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງຈຳກັດ ໃນ​ວັນ​ທີ 9 ມິ​ຖຸ​ນາ​ຜ່ານ​ມາ ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະ ພະນັກງານພາຍໃນໂຮງງານ.
ເພີ່ມເຕີມ