ອົບຮົມນໍາໃຊ້ລະບົບການຂື້ນທະບຽນແບບເອເລັກໂຕຣນິກ

ຊຸດອົບຮົມນໍາໃຊ້ລະບົບການຂື້ນທະບຽນແບບເອເລັກໂຕຣນິກ

ຊຸດອົບຮົມນໍາໃຊ້ລະບົບການຂື້ນທະບຽນແບບເອເລັກໂຕຣນິກ
ກົມທະບຽນວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ຈັດຝຶກອົບຮົມການນໍາໃຊ້ລະບົບຂຶ້ນທະບຽນແບບເອເລັກໂຕຣນິກ

 ຂື້ນໃນ ວັນທີ 29 ຕຸລາຜ່ານມານີ້ ຢູ່ທີ່ສູນໄອຊີທີ ໂຮງຮຽນ ມສ ໄຊຍະບູລີ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາໄຊເລົາ ລືເຕຊາ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ, ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີວິທະຍາກອນ ແລະ ສໍາມະນາກອນ ຈາກພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ, ແຂວງໄຊຍະບູລີເຂົ້າຮ່ວມ.

ທ່ານ ອະພິສິດ ແສງສຸລິວົງ ໄດ້ໃຫ້ຮູ້ວ່າ: ວຽກງານທະບຽນວິສາຫະກິດ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນໃນຂະແໜງເສດຖະກິດ ເພາະຂະແໜງດັ່ງກ່າວ ແມ່ນເຮັດໜ້າທີ່-ພາລະບົດບາດຄ້າຍກັບ ແພດໝໍປະສູດ, ໃຫ້ກໍາເນີດຊີວິດທຸລະກິດໃໝ່ເລື້ອຍໆການຖືພາມານຂອງທຸລະກິດເວົ້າໄດ້ວ່າຂະແໜງທະບຽນ ແມ່ນຂະແໜງແຈ້ງເກີດຂອງວິສາຫະກິດ ຈະເຕີບໃຫຍ່ຂະຫຍາຍຕົວ ກໍຕໍ່ເມື່ອຂະແໜງທະບຽນເຮັດໜ້າທີ່, ພາລະບົດບາດໃນການຊຸກຍູ້, ອໍານວຍຄວາມສະດວກ, ໃຫ້ຄໍາແນະນໍາ ແລະ ບໍລິການໃຫ້ແກ່ເຂົາເຈົ້າເຫຼົ່ານັ້ນໄດ້ແຈ້ງເກີດທຸລະກິດຂອງຕົນ ແລະ ອໍານວຍຄວບຄຸມໃຫ້ດໍາເນີນທຸລະກິດຖືກຕ້ອງຕາມລະບຽບການ ພ້ອມກັນນັ້ນ ຍັງເປັນການສ້າງ ແລະ ຂະຫຍາຍຖານລາຍຮັບງົບປະມານຂອງລັດຕື່ມອີກ.

ຊຸດອົບຮົມຄັ້ນີ້, ແມ່ນມີຄວາມສໍາຄັນຫຼາຍ ແລະ ຈະເປັນໃບໜ້າອັນໃໝ່ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ກໍຄືລະບົບການແຈ້ງຂຶ້ນທະບຽນວິສາຫະກິດແບບທັນສະໄໝ, ລະບົບການແຈ້ງຂຶ້ນທະບຽນວິສາຫະກິດແບບເອເລັກໂຕຣນິກ ຖືວ່າເປັນສິ່ງໃໝ່ສໍາລັບເຈົ້າໜ້າທີ່ທຸກຄົນ ພ້ອມທັງເປັນການຍົກລະດັບວຽກງານອອກຕິດຕາມທະບຽນວິສາຫະກິດ ໄປສູ່ສະພາບການອັນໃໝ່, ເປັນການສ້າງຄວາມຮັບຮູ້ ເຂົ້າໃຈພາວະວິໄສ ຂອງຄວາມຈຳເປັນຕໍ່ກັບລະບົບດັ່ງກ່າວ ແລະ ພື້ນຖານເຕັກນິກ ໃນວົງແຄບ ຫຼື ເວົ້າວ່າການສ້າງຄູຝຶກແຕ່ຄັ້ງນີ້ ເປັນການມາຖ່າຍທອດຄວາມຮູ້ ດ້ານວິທະຍາສາດ-ວິທະຍາການ, ມາຮຽນຮູ້ ເຕັກນິກອັນໃໝ່ເຫຼົ່ານັ້ນ ເນື້ອໃນລາຍລະອຽດສູ່ວິຊາການໃນວົງກວ້າງ, ຢ່າງເລິກເຊິ່ງເຖິງຖອງ.

(ຂ່າວ: ມະໄລວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບົວລະພາ ເປີດຊຸດຝຶກອົບຮົມ​ການ​ຂຽນ​ຂ່າວ-ການນຳໃຊ້ AI ແລະ ຈັດລາຍການວິທະຍຸ

ບົວລະພາ ເປີດຊຸດຝຶກອົບຮົມ​ການ​ຂຽນ​ຂ່າວ-ການນຳໃຊ້ AI ແລະ ຈັດລາຍການວິທະຍຸ

ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານຂ່າວ, ການນຳໃຊ້ AI ເຂົ້າໃນການຂຽນຂ່າວ, ການສ້າງເຟສບຸກຂ່າວ ແລະ ເຕັກນິກການຈັດລາຍການວິທະຍຸ-ໂທລະໂຄ່ງ ໃນ​ວັນ​ທີ 17 ສິງ​ຫາ​ນີ້ ທີ່​ເມືອງ​ບົວ​ລະ​ພາ ໂດຍມີ ທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ແລະ ທ່ານນາງ ໄລວັນ ດວງສະຫວັນ ຮອງເລຂາພັກເມືອງບົວລະພາ, ຫົວໜ້າຄະນະຈັດຕັ້ງເມືອງບົວລະພາ, ມີວິທະຍາກອນຈາກຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍບັນດາສຳມະນາກອນ ຈາກຂະແໜງການອ້ອມຂ້າງເມືອງ, ຕາແສງ ແລະ ຮາກຖານບ້ານ ເຂົ້າຮ່ວມ.
ຫຼາຍພາກສ່ວນ ສືບຕໍ່ຊ່ວຍເຫຼືອ ບັນເທົາທຸກຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ ແລະ ບ້ານປ່າປົວະ

ຫຼາຍພາກສ່ວນ ສືບຕໍ່ຊ່ວຍເຫຼືອ ບັນເທົາທຸກຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ ແລະ ບ້ານປ່າປົວະ

ຫຼາຍພາກສ່ວນ ທັງພາກລັດ ແລະ ພາກທຸລະກິດ ໄດ້ຮ່ວມແຮງຮ່ວມໃຈກັນ ສືບຕໍ່ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ໄປຊ່ວຍເຫຼືອປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມກະທັນຫັນ ຢູ່ທີ່ບ້ານນໍ້າດີ ແລະ ບ້ານປ່າປົວະ ເມືອງຫຼວງນໍ້າທາ ແຂວງຫຼວງ​ນ້ຳ​ທາ.
ບໍລິສັດ ເອັດຊີຈີ SCG ເຂົ້າອວຍພອນໜັງສືພິມປະຊາຊົນ

ບໍລິສັດ ເອັດຊີຈີ SCG ເຂົ້າອວຍພອນໜັງສືພິມປະຊາຊົນ

ເນື່ອງໃນໂອກາດວັນສື່ມວນຊົນ, ວັນພິມຈຳໜ່າຍ ແລະ ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 76 ປີ (13/8 /1950 - 13/8/2026) ບໍລິສັດ ເອັດຊີຈີ (SCG) ນຳໂດຍທ່ານ ນາງ ໂອບບຸນ ແຍ້ມສິລິກຸນ ພ້ອມດ້ວຍຄະນະ ຕາງໜ້າບໍລິສັດໄດ້ມາອວຍພອນໜັງສືພີມປະຊາຊົນ ໃຫ້ກຽດຕ້ອນຮັບໂດຍທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຄະນະ ໃນວັນທີ 13 ສິງຫານີ້ ທີ່ໜັງສືພີມປະຊາຊົນ.
ໄຟຟ້າລາວ ສະຫຼຸບການດໍາເນີນທຸລະກິດ 6 ເດືອນຕົ້ນປີ ແລະ ທ້າຍປີ 2026

ໄຟຟ້າລາວ ສະຫຼຸບການດໍາເນີນທຸລະກິດ 6 ເດືອນຕົ້ນປີ ແລະ ທ້າຍປີ 2026

ກອງປະຊຸມສະຫຼຸບການດໍາເນີນທຸລະກິດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີປະທານສະພາບໍລິຫານ ລັດວິສາຫະກິດໄຟຟ້າລາວ, ຫົວໜ້າກົມ, ຮອງກົມ, ຮອງຜູ້ອໍານວຍການໃຫຍ່ ໄຟຟ້າລາວ, ມີອໍານວຍການ ບໍລິສັດໃນເຄືອ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ

ຫຼາຍພາກສ່ວນ ມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ

ໃນວັນທີ 12 ສິງຫາຜ່ານມາ ຢູ່ທີ່ບ້ານນໍ້າດີ ຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ໄດ້ມີທັງພາກລັດ, ເອກະຊົນ ແລະ ປະຊາຊົນ ໄດ້ຮ່ວມແຮງຮ່ວມໃຈກັນ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ທຶນຮອນຈຳນວນໜຶ່ງ ໄປຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມກະທັນຫັນ ເມື່ອວັນທີ 11 ສິງຫາ ທີ່ຜ່ານມາ.
ວສລ ຈະສູ້ຊົນຫັນປ່ຽນວັດຖຸອຸປະກອນເຕັກນິກ ໃຫ້ມີຄຸນນະພາບສູງໄປສູ່ລະບົບດີຈີຕອນ ຢ່າງສົມບູນ

ວສລ ຈະສູ້ຊົນຫັນປ່ຽນວັດຖຸອຸປະກອນເຕັກນິກ ໃຫ້ມີຄຸນນະພາບສູງໄປສູ່ລະບົບດີຈີຕອນ ຢ່າງສົມບູນ

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ແລະ ວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ). ທ່ານ ນາງ ສິມມະນີ ແກ້ວແກ່ນ ຜູ້ອຳນວຍການໃຫຍ່ ວສລ ໄດ້ໃຫ້ສໍາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ ທີ່ ວສລ ໂດຍໄດ້ຍົກໃຫ້ເຫັນບົດບາດສໍາຄັນຂອງສື່ມວນຊົນ ສື່ມວນຊົນເປັນອາວຸດອັນແຫຼມຄົມ ທີ່ໄດ້ປະກອບສ່ວນຢ່າງສຳຄັນໃຫຍ່ຫຼວງເຂົ້າໃນໄຊຊະນະລວມຂອງພາລະກິດປະຕິວັດໃນແຕ່ລະໄລຍະຂອງຊາດຕະຫຼອດໄລຍະຜ່ານມາ ກໍຄືປັດຈຸບັນ; ຍົກໃຫ້ເຫັນວຽກງານອັນພົ້ນເດັ່ນ ວສລ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະໃນໄລຍະມໍ່ໆນີ້ ແມ່ນໄດ້ໂຄສະນາຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງພັກ (ຄັ້ງທີ XI, XII), ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (ຄັ້ງທີ IX, X), ວຽກງານຈຸດສຸມຂອງສະພາແຫ່ງຊາດ ແລະ ລັດຖະບານຊຸກຍູ້ການຜະລິດເປັນສິນຄ້າວຽກດີຄົນເດັ່ນ ແລະ ການສົ່ງເສີມຜະລິດຕະພັນພາຍໃນ. ພ້ອມນັ້ນ, ຍັງໄດ້ສ່ອງແສງເຫດການ ແລະ ວັນສໍາຄັນຕ່າງໆຢ່າງກວ້າງຂວາງ.
ກອງຈາລະຈອນ ປກສ ເມືອງໂຂງ ສຶກສາອົບຮົມກຸ່ມໄວໜຸ່ມດັດແປງສະພາບເຕັກນິກ

ກອງຈາລະຈອນ ປກສ ເມືອງໂຂງ ສຶກສາອົບຮົມກຸ່ມໄວໜຸ່ມດັດແປງສະພາບເຕັກນິກ

ວັນທີ 12 ສິງຫາ 2026 ນີ້, ກອງຈາລະຈອນທີ່ຂຶ້ນກັບພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສຶກສາອົບຮົມກຸ່ມໄວໜຸ່ມ ທີ່ມີພຶດຕິກຳຂັບຂີ່ລົດສ່ຽງອຸບັດເຫດ ດັດແປງສະພາບເຕັກນິກລົດ ແລະ ຂັບຂີ່ລົດສົ່ງສຽງດັງກວນເມືອງ ຈຳນວນ 13 ຄົນ (ຍິງ 1 ຄົນ). ໃຫ້ການສຶກສາອົບຮົມໂດຍທ່ານ ພັນຕີ ກິດຕິພັນ ພົມມາລາ ຮອງພະແນກຕຳຫຼວດ ຮັບຜິດຊອບກອງຈາລະຈອນ ກອງບັນຊາການ ປກສ ເມືອງໂຂງ, ພ້ອມດ້ວຍ ພະນັກງານວິຊາສະເພາະ, ອຳນາດການປົກຄອງ, ພໍ່ ແມ່ຜູ້ປົກຄອງ ແລະ ນັກຂັບຂີ່ທີ່ລະເມີດລະບຽບ ເຂົ້າຮ່ວມ.
ເປີດໂຄງການ ລະບົບອາຫານກະສິກຳແບບຍືນຍົງ ເນັ້ນ 4 ແຜນງານ ພັດທະນາວິສາຫະກິດກະສິກຳ ໃຫ້ເຂັ້ມແຂງ ແລະ ຍືນຍົງ

ເປີດໂຄງການ ລະບົບອາຫານກະສິກຳແບບຍືນຍົງ ເນັ້ນ 4 ແຜນງານ ພັດທະນາວິສາຫະກິດກະສິກຳ ໃຫ້ເຂັ້ມແຂງ ແລະ ຍືນຍົງ

ກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ(ຈນກ) ກະຊວງອຸດສາ ຫະກຳ ແລະ ການຄ້າ ຮ່ວມກັບທະນາຄານ ພັດທະນາອາຊີ (ADB) ແລະ ຄູ່ຮ່ວມພັດທະນາອື່ນໆ ໄດ້ຈັດພິທີເປີດໂຄງການລະບົບອາຫານກະສິກຳແບບຍືນຍົງ (SASSP) ຢ່າງເປັນທາງການ ໃນວັນທີ 11 ສິງຫາ ຜ່ານມາ ທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.
ໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ສະຫຼຸບວຽກງານ ປະຈໍາ 6 ເດືອນຕົ້ນປີ

ໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ສະຫຼຸບວຽກງານ ປະຈໍາ 6 ເດືອນຕົ້ນປີ

ວັນທີ 13 ສິງຫາ 2026 ນີ້, ໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ກະຊວງ ປ້ອງກັນປະເທດ ໄດ້ສະຫຼຸບວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2026, ໂດຍການເປັນກ່ຽດເຂົ້າຮ່ວມ ຂອງສະຫາຍ ພັນເອກ ວັນເຮືອງ ສິວິໄລ ຫົວໜ້າກອງບັນນາທິການ ໜັງສືພິມກອງທັບ, ມີຄະນະພັກ-ຄະນະບັນນາທິການ, ຄະນະໜ່ວຍຊາວໜຸ່ມ, ຄະນະໜ່ວຍ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.
ສນຊ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ ແລະ ປະກາດການຈັດຕັ້ງ

ສນຊ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ ແລະ ປະກາດການຈັດຕັ້ງ

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ແລະ ປະກາດການຈັດຕັ້ງ ພາຍໃນ ສນຊ ຂຶ້ນໃນວັນທີ 13 ສິງຫານີ້ ທີ່ ສນຊ ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ, ມີບັນດາຮອງປະທານ ສນຊ, ຜູ້ປະຈໍາການ ແລະ ບໍ່ປະຈໍາການ ສນຊ, ມີຄະນະປະຈໍາພັກ, ຄະນະພັກ, ເລຂາ-ຮອງເລາຂາໜ່ວຍພັກ, ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ເພີ່ມເຕີມ