ເຊື່ອມຊຶມມະຕິ 04/ກມສພ ທົ່ວ ຄອສພ ພ້ອມປະກາດການຈັດຕັ້ງ

ເຊື່ອມຊຶມມະຕິ 04/ກມສພ ທົ່ວ ຄອສພ ພ້ອມປະກາດການຈັດຕັ້ງ
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ພິທີປະກາດການຈັດຕັ້ງ ຂຶ້ນໃນວັນທີ 8 ພຶດສະພາ ນີ້ທີ່ຫ້ອງປະຊຸມໃຫຍ່ ຄອສພ ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າ ຄອສພ ປະທານສະພາທິດສະດີສູນກາງພັກ; ມີບັນດາສະຫາຍຄະນະພັກ-ຄະນະນໍາ ແລະ ບັນດາຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານພາຍໃນ ຄອສພ ເຂົ້າຮ່ວມ.
ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ເຜີຍແຜ່ມະຕິດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນວ່າ: ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແມ່ນການຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນໃນຊາດ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນດ້ານຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະທຳ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄຳນຶງເຖິງປະສິດທິພາບ, ປະສິດທິຜົນ ແລະ ຄວາມຄຸ້ມຄ່າ ຂອງການນຳໃຊ້ຄວາມສາມາດບົ່ມຊ້ອນຂອງຊັບພະຍາກອນທີ່ມີ ເພື່ອຕອບສະໜອງໃຫ້ແກ່ການປົກປັກຮັກສາປະເທດຊາດ ແລະ ການພັດທະນາທີ່ຍືນຍົງ; ແມ່ນການສ້າງຄວາມເປັນເຈົ້າດ້ານຄວາມຮັບຮູ້, ເພື່ອຂຸດຄົ້ນນຳໃຊ້ໃນສິ່ງທີ່ມີຢູ່ ຂອງປະເທດຊາດ ແລະ ສັງຄົມລາວ, ໃນສິ່ງທີ່ເຮົາສາມາດເຮັດໄດ້, ຮູ້ອີງໃສ່ທ່າແຮງບົ່ມຊ້ອນຂອງປະເທດ, ຮູ້ວາງແຜນໃນການຂຸດຄົ້ນ, ຄຸ້ມຄອງ, ນຳໃຊ້ຊັບພະຍາກອນຂອງຊາດ ໃຫ້ອອກມາເປັນທຶນຮອນຢ່າງມີປະສິດທິຜົນ, ສ້າງໃຫ້ຄົນລາວເປັນເຈົ້າການຫຼາຍຂຶ້ນ ໃນການຮູ້ຫາເງິນຢ່າງເປັນລະບົບ, ຮູ້ສະສົມ ແລະ ນຳໃຊ້ທຶນຢ່າງປະຢັດ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມຂຶ້ນໃໝ່ຢ່າງບໍ່ຢຸດຢັ້ງ, ເປັນເຈົ້າການຄິດໄລ່, ໄຕ່ຕອງ ການນຳເຂົ້າຜະລິດຕະພັນຈາກພາຍນອກ ມາຊົມໃຊ້ຢ່າງມີຈຸດສຸມ ແລະ ມີການເລືອກເຟັ້ນ; ເປັນເຈົ້າການໃນການພັດທະນາພື້ນຖານການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດຕະພັນທີ່ຫຼາກຫຼາຍ, ພັດທະນາລະບົບການເງິນ-ເງິນຕາ ໃຫ້ເຂັ້ມແຂງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ເປັນເຈົ້າການຜະລິດພາຍໃນເພື່ອສົ່ງອອກ, ປຸງແຕ່ງຊັບພະຍາກອນທີ່ເປັນທ່າແຮງຂອງປະເທດ ໂດຍນຳໃຊ້ເຕັກນິກ ເຕັກໂນໂລຊີທີ່ທັນສະໄໝ, ເປັນເຈົ້າການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ສ້າງລາຍຮັບໃໝ່ໃຫ້ຫຼາຍ ແລະ ໜັກແໜ້ນ; ຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຄວາມບາກບັ່ນສູ້ຊົນສູງສຸດຂອງຕົນເອງ ເປັນສິ່ງຕັດສິນຕົ້ນຕໍໃນການຮັບປະກັນ ຄວາມເປັນເອະລາດ, ເປັນເຈົ້າຕົນເອງໃຫ້ສະແດງອອກຢ່າງເປັນຮູບປະທຳທາງດ້ານເສດຖະກິດ, ການຮ່ວມມືດ້ານເສດຖະກິດກັບພາຍນອກ ແລະ ການເຊື່ອມໂຍງສາກົນ, ຍາດແຍ່ງເອົາການສະໜັບສະໜູນຈາກເພື່ອນມິດສາກົນ.
ສະຫາຍ ຍັງໃຫ້ຮູ້ວ່າ: ການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແມ່ນການເຮັດໃຫ້ຄົນລາວ, ສັງຄົມລາວ ຍົກລະດັບວິຖີຊີວິດ ແລະ ວິທີການທຳມາຫາກິນແບບໃໝ່, ສາມາດເສີມຂະຫຍາຍຫົວຄິດປະດິດສ້າງ, ຄວາມດຸໝັ່ນຂະຫຍັນພຽນ, ເປັນຜູ້ປະກອບການທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ; ແມ່ນການພັດທະນາດ້ວຍສະຕິປັນຍາ ແລະ ເດີນໜ້າດ້ວຍລຳຂາຂອງຕົນເອງຢ່າງເປັນເຈົ້າການ, ນອກນີ້ ກໍເປັນເຈົ້າການສ້າງຄ່ານິຍົມສິນຄ້າລາວໃຫ້ຫຼາຍຂຶ້ນ. ພ້ອມນີ້, ກໍໄດ້ເນັ້ນໃຫ້ກຳແໜ້ນເນື້ອໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ກໍຄືທິດທາງລວມ, ເປົ້າໝາຍສູ້ຊົນ, ແຜນນະໂຍບາຍ ແລະ ວິທີການຈັດຕັ້ງປະຕິບັດ ຊຶ່ງແມ່ນອັນສຳຄັນໃນການເຮັດຕົວຈິງ ໂດຍສະເພາະທົ່ວ ຄອສພ ຕ້ອງໄດ້ຫັນເຂົ້າສູ່ວຽກງານຂອງຕົນ ແລະ ຈັດຕັ້ງປະຕິບັດໃຫ້ໄດ້.
ພາຍຫຼັງສຳເລັດກອງປະຊຸມເຊື່ອມຊຶມມະຕິ 04/ກມສພ, ຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ດຳເນີນພິທີປະກາດການຈັດຕັ້ງ ໂດຍໄດ້ມີການຜ່ານມະຕິຕົກລົງ ສະບັບເລກທີ 31/ຄລສພ, ລົງວັນທີ 1 ກຸມພາ 2024 ຕົກລົງໃຫ້ ສະຫາຍ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາອອກພັກການ-ຮັບອຸດໜູນບໍານານ; ມະຕິຕົກລົງ ສະບັບເລກທີ 77/ຄລສພ, ລົງວັນທີ 3 ເມສາ 2024 ແຕ່ງຕັ້ງ ສະຫາຍ ສາຄອນ ພົມມະລາດ ເປັນຮອງຫົວໜ້າ ຄອສພ; ມະຕິຕົກລົງ ສະບັບເລກທີ 78/ຄລສພ, ລົງວັນທີ 3 ເມສາ 2024 ແຕ່ງ ຕັ້ງສະຫາຍ ອານົງສັກ ອິນທະວົງ ເປັນຫົວໜ້າກົມໂຄສະນາ ແລະ ມະຕິຕົກລົງ ສະບັບເລກທີ 79/ຄລສພ, ລົງວັນທີ 3 ເມສາ 2024 ແຕ່ງຕັ້ງ ສະຫາຍ ນາງ ພວງມະລີ ອັກຄະມຸນຕີ ເປັນຫົວໜ້າກົມຈັດຕັ້ງ-ພະນັກງານ; ນອກນີ້, ກໍໄດ້ມີການຜ່ານຂໍ້ຕົກລົງ ສະບັບເລກທີ 603/ຄອສພ ແຕ່ງຕັ້ງ ສະຫາຍ ສະຫວ່າງ ດາລາແສນ ຮອງຫົວໜ້າກົມກວດກາ ເປັນວ່າການຫົວໜ້າກົມກວດກາ ແລະ ຂໍ້ຕົກລົງ ສະບັບເລກທີ 604/ຄອສພ ແຕ່ງຕັ້ງ ສະຫາຍ ບຸນເພັງ ຈັນທະດາລາ ຮອງຫົວໜ້າຫ້ອງການ ເປັນວ່າການຫົວໜ້າຫ້ອງການ ຄອສພ.
ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ກໍໄດ້ມີຄໍາເຫັນໂດຍເບື້ອງຕົ້ນໄດ້ກ່າວຊົມເຊີຍ ຕໍ່ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບປ່ຽນໜ້າທີ່ໃໝ່ ຊຶ່ງນີ້ເປັນການສືບຕໍ່ກໍ່ສ້າງພະນັກງານສືບທອດປ່ຽນແທນ ແລະ ທັງເປັນການສ້າງການຫັນປ່ຽນພາຍໃນ ຄອສພ ແນໃສສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ເຮັດໃຫ້ວຽກງານຂອງ ຄອສພ ຫັນປ່ຽນໄປສູ່ຄຸນນະພາບໃໝ່. ພ້ອມກັນນັ້ນ, ກໍເນັ້ນໃຫ້ບັນດາສະຫາຍ ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຂອງຂັ້ນເທິງ ມອບໝາຍໜ້າທີ່ອັນມີກຽດ ຊຶ່ງສະເໜີໃຫ້ບັນດາສະຫາຍດຳເນີນກະກຽມບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະຜ່ານມາ ແລະ ຈັດຕັ້ງມອບຮັບໜ້າທີ່ກັນໃຫ້ສຳເລັດໂດຍໄວ ເພື່ອກ້າວສູ່ການສືບຕໍ່ເຮັດວຽກງານໃຫ້ເດີນໄປຢ່າງຕໍ່ເນື່ອງ; ເອົາໃຈໃສ່ກວດກາຄືນ ແລະ ສ້າງແຜນການເຄື່ອນໄຫວໃໝ່ ໃຫ້ສອດຄ່ອງກັບວຽກງານໃນສະພາບການປັດຈຸບັນ ພ້ອມດຽວກັນ ກໍໃຫ້ສືບຕໍ່ບຸກບືນສືບຕໍ່ພັດທະນາຄວາມຮູ້ຄວາມສາມາດຂອງຕົນເອງ. ນອກນີ້, ກໍໄດ້ຮຽກຮ້ອງໃຫ້ບັນດາພະນັກງານທົ່ວ ອຄສພ ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອກັນ ເພື່ອໃຫ້ວຽກງານ ຄອສພ ໄດ້ມີຜົນສຳເລັດດີຂຶ້ນເລື້ອຍໆ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ