ຢາພື້ນເມືອງການົກສັນຕິພາບຄູ່ ສູ່ສັງຄົມພາຍໃນ-ຕ່າງປະເທດ

ຢາພື້ນເມືອງການົກສັນຕິພາບຄູ່ ສູ່ສັງຄົມພາຍໃນ-ຕ່າງປະເທດ

ຢາພື້ນເມືອງການົກສັນຕິພາບຄູ່ ສູ່ສັງຄົມພາຍໃນ-ຕ່າງປະເທດ
ໂດຍ: ແສງຈັນ ປະເທດລາວມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ໂດຍສະເພາະ ແມ່ນມີການປົກຫຸ້ມຂອງເນື້ອທີ່ປ່າໄມ້ກວມຈໍານວນຫຼວງຫຼາຍ ໃນນັ້ນ ມີທັງໄມ້ເປັນຢາ ແລະ ປ່າໄມ້ສໍາລັບອຸດສາຫະກໍາປຸງແຕ່ງ.

 

 

ໃນໂອກາດເຂົ້າຮ່ວມງານສະແດງສິນຄ້າ ໜຶ່ງເມືອງໜຶ່ງຜະລີດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ປະຈໍາປີ 2025, ທ່ານ ດ້າຍໄໝ ໃສຕາວັນ ເຈົ້າຂອງຜະລິດຜະພັນຢາພື້ນເມືອງລາວການົກສັນຕິພາບຄູ່ ໄດ້ນໍາເອົາສິນຄ້າຂອງຕົນເອງ ກໍຄື ສິນຄ້າຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ເຂົ້າຮ່ວມໃນງານເປັນເທື່ອທໍາອິດ ເພື່ອໃຫ້ສັງຄົມພາຍໃນປະເທດໄດ້ຮູ້ຈັກຫຼາຍຂຶ້ນ. ສິນຄ້າ-ຜະລິດຕະພັນທີ່ນໍາມາແມ່ນໄດ້ຮັບຄວາມສົນໃຈ ຈາກລູກຄ້າໃໝ່ ແລະ ລູກຄ້າທີ່ເຄີຍໃຊ້ມາກ່ອນ ເຂົ້າມາຊື້ຢ່າງບໍ່ຂາດສາຍ. ທ່ານ ດ້າຍໄໝ ໃສຕາວັນ ຍັງຍົກໃຫ້ຮູ້ຕື່ມວ່າ: ກ່ອນຈະໄດ້ມາເປັນໝໍຢາພື້ນເມືອງ ຕອນຍັງນ້ອຍ ຕົນເອງໄດ້ກິ້ງເກືອກລີເລືອ ຢູ່ກັບຢາພື້ນເມືອງມາໂດຍຕະຫຼອດ ເນື່ອງຈາກວ່າ ປູ່ເປັນໝໍຢາພື້ນເມືອງທີ່ມີຊື່ສຽງໂດ່ງດັງຢູ່ເຂດບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ ຈົນກາຍເປັນຜູ້ໜຶ່ງທີ່ມີຄວາມສໍານິຊໍານານງານດ້ານຢາພື້ນເມືອງ ຈຶ່ງຢາກສານຕໍ່ອາຊີບ ຈາກປູ່ຈຶ່ງຕັດສິນໃຈ ເລີ່ມຜະລິດ ຢາພື້ນເມືອງ ມາແຕ່ປີ 2019 ໂດຍໃສ່ຊື່ວ່າ: “ການົກສັນຕິພາບຄູ່” ຊຶ່ງໄລຍະນັ້ນ ຜະລິດຕະພັນ ແມ່ນເຮັດແບບປະຖົມປະຖານ ຊຶ່ງໄລຍະຕໍ່ມາຈຶ່ງໄດ້ໄປຮຽນຮູ້ເຕັກນິກວີຊາການ ດ້ານອື່ນໆຈາກປະເທດເພື່ອນບ້ານແລ້ວນໍາມາປັບໃຊ້ຈົນເຮັດໃຫ້ຢາພື້ນເມືອງເປັນທີ່ປະຈັກຕາໃນສັງຄົມ, ມີຜະລິດຕະພັນທັງໝົດຫຼາຍຊະນິດ, ອັນໄດ້ກາຍເປັນທີ່ຮູ້ຈັກ ແລະ ຊົມໃຊ້ຢ່າງແຜ່ຫຼາຍຂອງສັງຄົມ ຊຶ່ງສິນຄ້າທີ່ສັງຄົມນໍາໃຊ້ຫຼາຍທີ່ສຸດ ແມ່ນຢານວດເສັ້ນ-ເອັນ, ນໍ້າມັນຄາຍເສັ້ນ, ຢາດົມອາລົມດີ, ຢາພື້ນເມືອງດີວາຍສູດເຢັນ ເໝາະສໍາລັບທຸກເພດ-ທຸກໄວ, ຢາສະໝຸນໄພສໍາລັບຕົ້ມບໍາລຸງສຸຂະພາບ, ຢາສໍາລັບດອງເຫຼົ້າມີຫຼາຍສູດ, ຢາປິ່ນປົວໂຣກກະເພາະ, ພະຍາດຍິງ, ຢາຕົ້ມສໍາລັບຜູ້ທີ່ປວດເສັ້ນເອັນ ແລະ ຜະລິດຕະພັນອື່ນໆ, ຖ້າຫາກວ່າ ທ່ານໃດບໍ່ເຄີຍໃຊ້ຢາຄັ້ນເສັ້ນ-ນວດ ຄວນຈະໃຊ້ຢາສໍາລັບທາ ເພື່ອຫຼີກເວັ້ນການເກີດເສັ້ນ-ເອັນພິກ, ມາຮອດປັດຈຸບັນສາມາດນຳໃຊ້ພືດເປັນຢາໄດ້ແລ້ວຈຳນວນ 614 ຊະນິດ. ພືດດັ່ງກ່າວ ແມ່ນມີຢູ່ໃນປ່າຂອບເຂດບ້ານນາແດງ, ແຕ່ໜ້າເປັນຫ່ວງປັດຈຸບັນນີ້ ການພັດທະນາແມ່ນມີທ່າຂະຫຍາຍຕົວ ໂດຍສະເພາະການບຸກເບີກເນື້ອທີ່ປ່າທີ່ມີພືດເປັນຢາປະປົນຢູ່ນັ້ນ ແລ້ວຫັນມາເປັນເນື້ອທີ່ປູກອ້ອຍທົດແທນ, ປູກມັນຕົ້ນ ແລະ ພືດອື່ນໆ ເຮັດໃຫ້ເນື້ອທີ່ພືດທີ່ເປັນຢາຖືກທຳລາຍໄປພ້ອມໆກັນ, ຜະລິດຕະພັນຢາພື້ນເມືອງລາວ ການົກສັນຕິພາບຄູ່ ເປັນທີ່ນິຍົມຂອງຄົນພາຍໃນ ແລະ ຕ່າງປະເທດ ເພາະວ່າ ງານວາງສະແດງຢູ່ພາຍໃນແຂວງສະຫວັນນະເຂດ ແມ່ນໄດ້ຮັບເຊີນເຂົ້າຮ່ວມ ແລະ ງານວາງສະແດງ ຫຼື ກອງປະຊຸມໃຫຍ່ແຂວງອື່ນໆ ກໍໄດ້ນໍາເອົາຜະລິດຕະພັນໄປວາງຂາຍ. ນອກຈາກຂາຍຢູ່ພາຍໃນປະເທດ, ຜະລິດຕະພັນ ຍັງໄດ້ສົ່ງອອກສູ່ ປະເທດຫວຽດນາມ, ຣາຊະອານາຈັກໄທ ແລະ ປະເທດກໍາປູເຈຍ. ທ່ານ ດ້າຍໄໝ ໃສຕາວັນ ກ່າວຕື່ມວ່າ: ການເຂົ້າຮ່ວມງານຄັ້ງນີ້, ເຖິງຈະເປັນເທື່ອທໍາອິດ ແຕ່ກໍຂໍຝາກຄໍາສະເໜີ ຫາພາກສ່ວນທີ່ກ່ຽວຂ້ອງໃນການຈັດງານ ໂດຍລວມແລ້ວແມ່ນດີຫຼາຍ ເພາະວ່າ ໄດ້ມີສິນຄ້າຂອງຫຼາຍແຂວງເຂົ້າມາຮ່ວມນໍາ ແຕ່ກໍມີບາງຈຸດທີ່ຢາກໃຫ້ປັບປຸງນັ້ນ ຄືການຈັດສັນບັນດາຮ້ານວາງສະແດງ-ຂາຍສິນຄ້າອື່ນໆ ຢາກໃຫ້ເປັນລະບົບລະບຽບຕື່ມ ເຊັ່ນ: ແຖວອາຫານກໍຢູ່ແຖວໜຶ່ງ, ເຄື່ອງນຸ່ງຫົ່ມກໍຄວນຢູ່ແຖວໜຶ່ງ, ຢາພື້ນເມືອງກໍຄວນຢູ່ແຖວໜຶ່ງ ເພື່ອຄວາມຈົບງາມ ແລະ ໃຫ້ຜູ້ປະກອບການໄດ້ມີການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ຊ່ວຍເຫຼືອກັນດ້ານການຊື້-ຂາຍອີກດ້ວຍ.

ໃນແຜນຕໍ່ໜ້າ ຈະສືບຕໍ່ເອົາໃຈໃສ່ເພີ່ມການຜະລິດໃຫ້ຫຼາຍ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ. ໂອກາດນີ້, ທ່ານ ດ້າຍໄໝ ໃສຕາວັນ ຍັງຮຽກຮ້ອງ ມາຍັງຜູ້ທີ່ມີຈຸດປະສົງຢາກປິ່ນປົວສຸຂະພາບ ຫຼື ຮັບໄປຈໍາໜ່າຍ ສາມາດຕິດຕໍ່ປຶກສາໄດ້ ທີ່ເບີໂທ ແລະ WhatsApp 020 58474089 ຫຼື ມີເວລາສະດວກກໍໄປຫາດ້ວຍຕົນເອງໄດ້ທີ່ບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຈະສະໜອງລູກປາ 65 ລ້ານໂຕ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ຈະສະໜອງລູກປາ 65 ລ້ານໂຕ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ກົມລ້ຽງສັດ ແລະ ການປະມົງ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງລ້ຽງສັດ-ການປະມົງ ນະຄອນຫຼວງວຽງຈັນ, ບັນດາແຂວງໃນຂອບເຂດທົ່ວປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ກ່ຽວຂ້ອງ ກະກຽມປ່ອຍປາພ້ອມກັນຢ່າງເປັນຂະບວນການຟົດຟື້ນ, ໃນຂະນະດຽວກັນຈະຜະລິດ, ສະໜອງ ລູກປາ ໃຫ້ແກ່ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ໃຫ້ໄດ້ 65 ລ້ານໂຕ.
ອອປສ ປາຖະກະຖາ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ຂອງພັກ

ອອປສ ປາຖະກະຖາ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ຂອງພັກ

ວັນທີ 11 ກໍລະກົດ​ນີ້ ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມປາຖະກະຖາວັນສໍາຄັນຕ່າງໆຂອງຊາດ-ຂອງພັກຄື: ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ສະໄໝ XI ຂອງຄະນະບໍລິຫານງານສູນກາງພັກ, ມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909 – 13 ກໍລະກົດ 2025) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ (18 ກໍລະກົດ 1977 - 18 ກໍລະກົດ 2025) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ ຄົບຮອບ 63 ປີ, ໃຫ້ກຽດປາຖະກະຖາໂດຍສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະພັກ, ຄະນະໜ່ວຍພັກ, ຄະນະກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເຈົ້າຄອງນະຄອນຫຼວງວຽງຈັນຕ້ອນຮັບຄະນະຝຶກອົບຮົບສຳລັບພະນັກງານໜຸ່ມ

ເຈົ້າຄອງນະຄອນຫຼວງວຽງຈັນຕ້ອນຮັບຄະນະຝຶກອົບຮົບສຳລັບພະນັກງານໜຸ່ມ

ໃນຕອນບ່າຍ ວັນທີ 10 ກໍລະກົດ ນີ້ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຊຸດຝຶກອົບຮົມຫົວຂໍ້ສະເພາະສຳລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ທີ່ ສປປ ລາວ ເປັນເຈົ້າພາບຈັດ ລະຫວ່າງ ວັນທີ 7-15 ກໍລະກົດ 2025.
ສະພາຮັບຮອງການປັບລາຄາຊົມໃຊ້ນ້ຳປະປາ

ສະພາຮັບຮອງການປັບລາຄາຊົມໃຊ້ນ້ຳປະປາ

ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ໃນວັນທີ 9 ກໍລະກົດຜ່ານມານີ້ ທີ່ສໍານັກງານປົກຄອງ ນວ, ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.
ປະທານ ສຸພານຸວົງ ກັບວຽກງານແນວໂຮມ

ປະທານ ສຸພານຸວົງ ກັບວຽກງານແນວໂຮມ

ປະທານ ສຸພານຸວົງ ແມ່ນໜຶ່ງໃນບັນດາຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາ ທີ່ໄດ້ລິເລີ່ມນໍາພາຂະບວນການຕໍ່ສູ້ກູ້ຊາດ ໂດຍເລີ່ມຈາກການເຕົ້າໂຮມ ກໍ່ສ້າງ ແລະ ຂະຫຍາຍກໍາລັງປະຕິວັດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.ເພິ່ນໄດ້ຮ່ວມເຄື່ອນໄຫວກັບບັນດາທ່ານຜູ້ນໍາ ເຄື່ອນໄຫວນໍາພາການຕໍ່ສູ້ຂອງປະຊາຊົນລາວ ດ້ວຍຄວາມທໍລະຫົດອົດທົນ,ບໍ່ທໍ້ຖອຍຕໍ່ຄວາມລໍາບາກ ແລະ ຕໍ່ການທົດສອບທີ່ສ່ຽງໄພແຕ່ປະການໃດ.ອັນໄດ້ເຮັດໃຫ້ເພິ່ນສາມາດສ້າງໄດ້ຜົນງານອັນຍິ່ງໃຫຍ່ ແລະ ມີຄຸນງາມຄວາມດີຢ່າງຫຼວງ ຫຼາຍ.ເວົ້າລວມແມ່ນການປະກອບສ່ວນເຂົ້າໃນການນໍາພາຂອງພັກ,ແນວລາວສ້າງຊາດ, ໃນໄຊຊະນະຂອງພາລະກິດຕໍ່ສູ້ປ່ອຍຊາດໃນເມື່ອກ່ອນກໍຄືການນໍາພາຂອງພັກ,ລັດໃນຊຸມຕົ້ນປີຂອງພາລະກິດປ່ຽນແປງໃໝ່ຂອງປະເທດເຮົາ.
ທາບທາມຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ

ທາບທາມຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ

ເມື່ອບໍ່ດົນມານີ້, ທີ່ແຂວງ ອຸດົມໄຊ ໄດ້ເປີດກອງປະຊຸມທາບທາມປະກອບຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ, ການນຳໃຊ້ ແລະ ການຕິດຕາມກວດກາການນຳໃຊ້ 7 ມາດຕະການສະກັດກັ້ນ ແລະ ທິດທາງຂອງການປັບປຸງ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ຂອງອົງການໄອຍະການປະຊາຊົນສູງສຸດຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ, ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນ ພາກເໜືອ, ສານປະຊາຊົນພາກເໜືອ, ອົງການໄອຍະການປະຊາຊົນແຂວງ, ສະພາທະນາຍຄວາມ 7 ແຂວງພາກເໜືອ ພ້ອມດ້ວຍພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ”

ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ”

ເມື່ອບໍ່ດົນຜ່ານມາ, ເຂື່ອນໄຟຟ້ານໍ້າງຽບ 2 ໄດ້ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງ” ເພື່ອສະເຫຼີມສະຫຼອງການດຳເນີນງານຄົບຮອບ 10 ປີ, ຊຶ່ງມີອາຈານ, ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ, ອໍານາດການປົກຄອງທ້ອງຖິ່ນ, ຕະຫຼອດຮອດປະຊາຊົນເຂົ້າຮ່ວມ ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ເປັນໂຄງການໄຟຟ້າ BOOT ແຫ່ງທີ 2 ຂອງກຸ່ມບໍລິສັດ CCCG ບໍລິສັດ CWE, ກໍາລັງຕິດຕັ້ງ 180 MW, ເລີ່ມດໍາເນີນງານໃນປີ 2015, ມາຮອດປັດຈຸບັນ ຄົບຮອບ 10 ປີ, ຜະລິດໄຟຟ້າໄດ້ຫຼາຍກວ່າ 42 ລ້ານkwh, ສາມາດສະໜອງໄຟຟ້າໃຫ້ທ້ອງຖິ່ນໄດ້ 780,000 ກວ່າຄົນ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາໄຟຟ້າສາຍສົ່ງພາກເໜືອຂອງລາວ. ປີ 2022 ໄດ້ຮັບຫຼຽນໄຊແຮງງານຊັ້ນ 2 ຂອງລັດຖະບານ.
ອຸທຸມພອນ ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບສະຫຼອງວັນສ້າງຕັ້ງກິລາລາວ

ອຸທຸມພອນ ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບສະຫຼອງວັນສ້າງຕັ້ງກິລາລາວ

ໃນຕອນເຊົ້າວັນທີ 10 ກໍລະກົດນີ້, ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບ ຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກິລາລາວ, ວັນປ່ອຍປາ ແລະ ອານຸລັກສັດນໍ້າ,ໂດຍການເຂົ້າຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ເລຂາຄະນະບໍລິຫານງານພັກເມືອງ.
ກອງພັນໃຫຍ່ 202 ປາຖະກະຖາສອງວັນປະຫວັດສາດ

ກອງພັນໃຫຍ່ 202 ປາຖະກະຖາສອງວັນປະຫວັດສາດ

ວັນທີ 10 ກໍລະກົດນີ້ ຢູ່ທີ່ສະໂມສອນ ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດພິທີປາຖະກະຖາວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909 - 13 ກໍລະກົດ 2025) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 48 ປີ (18/7/1977-18/7/2025) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 63 ປີ (5/9/1962-5/9/2025) ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສົມໝາຍ ດອນພະຈັນ ຫົວໜ້າການເມືອງກອງພັນໃຫຍ່ 202.
ຈຳປາສັກ ປ່ອຍປາຄືນສູ່ທຳມະຊາດ ແມ່ນໍ້າເຊໂດນ.

ຈຳປາສັກ ປ່ອຍປາຄືນສູ່ທຳມະຊາດ ແມ່ນໍ້າເຊໂດນ.

ເນື່ອງໃນວັນປ່ອຍປາແຫ່ງຊາດທີ 13 ກໍລະກົດທີ່ຈະໝູນວຽນມາຮອດອີກວາລະໜື່ງ ໃນວັນທີ 10 ກໍລະກົດນີ້, ພະແນກກະສີກຳ ແລະ ປ່າໄມ້ແຂວງຈຳປາສັກ ຮ່ວມກັບ ນະຄອນປາກເຊ ຈັດພີທີປ່ອຍປາຂຶ້ນ ທີ່ທ່າວັດຫຼວງນະຄອນປາກເຊ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ພະຈານໃຫຍ່ ມະຫາ ສຸວັນ ຈັນທະຣາດ ປະທານ ອພສ ແຂວງ, ມີພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ
ເພີ່ມເຕີມ