ຢູນີເທວ ໂລຈິສຕິກ ສາຂາແຂວງເຊກອງ ເປີດບໍລິການຢ່າງເປັນທາງການ

ຢູນີເທວ ໂລຈິສຕິກ ສາຂາແຂວງເຊກອງ ເປີດບໍລິການຢ່າງເປັນທາງການ

ຢູນີເທວ ໂລຈິສຕິກ ສາຂາແຂວງເຊກອງ ເປີດບໍລິການຢ່າງເປັນທາງການ
ໃນວັນທີ 19 ມີນາຜ່ານມາ, ບໍລິສັດ ສະຕາໂທລະຄົມ (Unitel) ສາຂາແຂວງເຊກອງ ໄດ້ຈັດຂະບວນລົດແຫ່ ເປີດບໍລິການຂົນສົ່ງດ່ວນ ຢູນີເທວ ໂລຈິສຕິກ Unitel logistics ຢ່າງເປັນທາງການ, ຂະບວນລົດແຫ່ ຢູນີເທວ ໂລຈິສຕິກ ໄດ້ເລີ່ມແຕ່ສູນການຄ້າ ແຫ່ອ້ອມຮອບເທສະບານແຂວງຢ່າງຄຶກຄື້ນ. ຊຶ່ງຂະບວນລົດແຫ່ ແມ່ນຈະຍັງດຳເນີນຕໍ່ອີກໃນວັນທີ 20 ມີນາ.
ຢນເທວ ໂລຈສຕກ ສາຂາແຂວງເຊກອງ ເປດບລການຢາງເປນທາງການ - image 1
 

ທ່ານ ດວນ ແກ້ວພະລິຈັນ ໃຫ້ສໍາພາດວ່າ: ບໍລິສັດສະຕາໂທລະຄົມ ສາຂາແຂວງເຊກອງ ໄດ້ຈັດຂະບວນລົດແຫ່ ເພື່ອເປັນການເປີດບໍລິການໃໝ່ ຂອງຢູນີເທວ ຂົນສົ່ງດ່ວນ, ນີ້ແມ່ນບາດກ້າວສຳຄັນຂອງ Unitel Logistics ໃນການນຳສົ່ງບໍລິການ ຮັບ-ສົ່ງຮອດໜ້າບ້ານ (Door to Door) ເຂົ້າເຖິງທຸກພື້ນທີ່ ດ້ວຍລົດຕຸກຕຸກ ໄຟຟ້າ ທີ່ທັນສະໄໝ, ຊ່ວຍໃຫ້ລູກຄ້າ ປອດໄພຫຼາຍຂຶ້ນ, ປະຢັດເວລາ ແລະ ປະຢັດຄ່າໃຊ້ຈ່າຍ, ຊຶ່ງຂົນສົ່ງດ່ວນຂອງພວກເຮົາເປັນຂົນສົ່ງໜຶ່ງທີ່ຫາກໍເປີດຢ່າງເປັນທາງການໃນທ້າຍປີ 2025.

ສໍາລັບການຈັດຂະບວນລົດແຫ່ໃນມື້ນີ້, ກໍເພື່ອເປັນການສ້າງຂະບວນການໃຫ້ພໍ່ແມ່ປະຊາຊົນ ໃນທົ່ວແຂວງເຊກອງ ໄດ້ຮັບຮູ້ກ່ຽວກັບຜະລິດຕະພັນໃໝ່ ຂອງຢູນີເທວ ຊຶ່ງເປັນຂົນສົ່ງທີ່ວ່ອງໄວ ທັນໃຈ, ຊຶ່ງມີ 900 ກວ່າຕົວແທນໃນທົ່ວປະເທດ, ສໍາລັບສາຂາແຂວງເຊກອງ ມີ 12 ຕົວແທນ, ມີ 4 ສູນການຕະຫຼາດຢູ່ 4 ເມືອງ. ໃນນັ້ນ, ເມືອງລະມາມ ມີ 6 ຕົວແທນຄື: ຕົວແທນບ້ານໂນນມີໄຊ, ວັດຫຼວງ, ເພຍໃໝ່, ໃໝ່ຫົວເມືອງ, ໂພນຄໍາ ແລະ ບ້ານໂພນ, ເມືອງທ່າແຕງ ມີ 4 ຕົວແທນຄື: ບ້ານທ່າແຕງເໜືອ, ຫ້ວຍຊາຍ, ກະປື ແລະ ບ້ານຈຸນລາ, ເມືອງດາກຈຶງ ມີ 2 ຕົວແທນຄື: ບ້ານໂນນສະຫວັນ ແລະ ບ້ານຊຽງຫຼວງ.

ທ່ານ ດວນ ແກ້ວພະລິຈັນ ໄດ້ເຊີນຊວນພໍ່ແມ່ປະຊາຊົນຊາວແຂວງເຊກອງ ໃຫ້ມາເປີດໃຈ ທົດລອງນໍາໃຊ້ບໍລິການ ຢູນີເທວ ໂລຈິສຕິກ, ພ້ອມກັບໂປຣໂມຊັນສຸດພິເສດເຊັ່ນ: ຄ່າຝາກເຄື່ອງລາຄາເລີ່ມຕົ້ນພຽງ 6,000 ກີບຕໍ່ບິນ, ເກັບເງິນປາຍທາງ COD ຟຣີ, ບໍລິການຮັບ-ສົ່ງຮອດໜ້າບ້ານ, ບໍ່ກັງວົນນ້ຳມັນແພງ, ຟຣີຄ່າທໍານຽມ ຮັບເງິນ COD ເຂົ້າຢູມັນນີ ( U-Money ), ຮັບສ່ວນຫຼຸດ 2.000 ກີບທຸກບິນ (ເລີ່ມແຕ່ມື້ນີ້ ຮອດວັນທີ 31 ມີນາ 2026 ນີ້), ມີການຄຸ້ມຄອງເປັນລະບົບ ເຄພີໄອ ໃນການສົ່ງເຄື່ອງໃຫ້ວ່ອງໄວ ຖືກຕ້ອງກັບເວລາທີ່ກໍານົດໄວ້, ມີຟັງຊັ່ນ ຊອກຫາຈຸດບໍລິການ, ຟັງຊັ່ນ ຕິດຕາມການຂົນສົ່ງແບບ Realtime ໃຫ້ທັນກັບເວລາຕົວຈິງ ແລະ ລະບົບກວດສອບພັດສະດຸຜ່ານແອັບ ເນັ້ນຂົນສົ່ງວ່ອງໄວ ທັນໃຈ ປະຢັດທັງເງິນ ແລະ ເວລາຂອງພໍ່ແມ່ປະຊາຊົນ.

(ຂ່າວ:ພຸດທະສອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງໄຊ ສາມັກຄີກັນ ອະນາໄມ-ຟື້ນຟູຄອງເໝືອງ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ

ເມືອງໄຊ ສາມັກຄີກັນ ອະນາໄມ-ຟື້ນຟູຄອງເໝືອງ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ

ໃນວັນທີ 5 ກັນຍາ 2026 ນີ້, ທ່ານ ພິມມະເສນ ຄູນສິລິວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອຸດົມໄຊ (ກສ) ພ້ອມດ້ວຍວິຊາການ ຂັ້ນແຂວງ ຮ່ວມກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງໄຊ ສົມທົບກັບອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ບ້ານໃໝ່ ອອກແຮງງານລວມອະນາໄມ, ຂຸດດິນຕົມ, ຊາກໄມ້ ແລະ ສິ່ງກີດຂວາງອອກຈາກຄອງເໝືອງຊົນລະປະທານທີ່ໄດ້ຮັບຄວາມເສຍຫາຍ ຈາກໄພນ້ຳຖ້ວມ ທັງນີ້ກໍເພື່ອເປັນການແກ້ໄຂຜົນກະທົບ ແລະ ຟື້ນຟູລະບົບຊົນລະປະທານໃຫ້ສາມາດສົ່ງນ້ຳເຂົ້າສູ່ເນື້ອທີ່ການຜະລິດກະສິກຳໄດ້ທັນລະດູການ.
ມອບລົດບັນຈຸເກັບມ້ຽນຂີ້ເຫຍື່ອ ໃຫ້ບໍລິສັດການຄ້າຂາເຂົ້າ-ຂາອອກເມືອງລະມາມ ຈໍາກັດ

ມອບລົດບັນຈຸເກັບມ້ຽນຂີ້ເຫຍື່ອ ໃຫ້ບໍລິສັດການຄ້າຂາເຂົ້າ-ຂາອອກເມືອງລະມາມ ຈໍາກັດ

ຄະນະກໍາມະການປົກຄອງແຂວງເຊກອງ ໄດ້ມອບລົດບັນຈຸເກັບມ້ຽນຂີ້ເຫຍື່ອ ໃຫ້ບໍລິສັດການຄ້າ ຂາເຂົ້າ-ຂາອອກ ເມືອງລະມາມ ຈໍາກັດ ເພື່ອນໍາໄປໃຊ້ເຂົ້າໃນວຽກງານຮັບໃຊ້ສັງຄົມ ແລະ ປັບປຸງວຽກງານຈັດເກັບ-ຂົນສົ່ງຂີ້ເຫຍື່ອພາຍໃນເຂດເທສະບານເມືອງລະມາມ ກໍຄື ແຂວງເຊກອງ.
ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມລາຍງານຜົນການຄົ້ນຄວ້າ, ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດທີ່ຖືກສານຕັດສິນປະຫານຊີວິດປະຈຳປີ 2026 ຈັດຂຶ້ນໃນວັນທີ 3 ກັນຍາຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ, ມີບັນດາຮອງຫົວໜ້າກອງເລຂາ ແລະ ຄະນະກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສານປະຊາຊົນສູງສຸດເຂົ້າຮ່ວມ.
ປະທານສະຫະພັນແມ່ຍິງແຂວງເຊກອງ ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນພັດທະນາແມ່ຍິງບັນດາເຜົ່າແຂວງ

ປະທານສະຫະພັນແມ່ຍິງແຂວງເຊກອງ ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນພັດທະນາແມ່ຍິງບັນດາເຜົ່າແຂວງ

ໃນວັນທີ 2 ກັນຍາ 2026 ນີ້, ທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມຄະນະ ໄດ້ລົງຕິດຕາມ,ຊຸກຍູ້ວຽກງານການຫຍິບຜ້າອະນາໄມຂອງໄວໜຸ່ມຍິງ ທີ່ມີຄວາມເປັນພິການ ແລະ ດ້ອຍໂອກາດ ໂດຍໄດ້ຮັບທຶນສະໜັບຈາກໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ ( SFE ).
ພະແນກ ຮສສ ແຂວງຄໍາມ່ວນສະຫຼຸບວຽກງານ 9 ເດືອນ ປີ 2026

ພະແນກ ຮສສ ແຂວງຄໍາມ່ວນສະຫຼຸບວຽກງານ 9 ເດືອນ ປີ 2026

ວັນທີ 1 ກັນຍາ 2026 ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນໄດ້ສະຫຼຸບວຽກງານຮອບດ້ານພາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການ ຫົວໜ້າພະແນກ, ມີຮອງຫົວໜ້າພະແນກ, ຄະນະຂະແໜງການປິ່ນອ້ອມ ແລະ ພາກສ່ວນທີ່ຂຶ້ນກັບເຂົ້າຮ່ວມ.
ພາກລັດເຂົ້າຄຸ້ມຄອງວັດພູຈຳປາສັກ ເຕັມຮູບແບບ ພາຍຫຼັງສິ້ນສຸດສັນຍາສຳປະທານລົງທຶນ

ພາກລັດເຂົ້າຄຸ້ມຄອງວັດພູຈຳປາສັກ ເຕັມຮູບແບບ ພາຍຫຼັງສິ້ນສຸດສັນຍາສຳປະທານລົງທຶນ

ເລີ່ມວັນທີ 1 ກັນຍາ 2026 ເປັນຕົ້ນໄປ, ພາກລັດໄດ້ເຂົ້າມາຄຸ້ມຄອງ, ປົກປັກຮັກສາ ແລະ ບໍລິຫານຈັດການແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກ ຢ່າງເຕັມຮູບແບບ ພາຍຫລັງໂຄງການພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ ຂອງກຸ່ມບໍລິສັດ ຍິ່ງໂຊກໄຊ ຈຳກັດຜູ້ດຽວ ໄດ້ສິ້ນສຸດກຳນົດອະນຸຍາດລົງທຶນ ໃນວັນທີ 22 ມິຖຸນາ 2026 ທີ່ຜ່ານມາ.
ຄໍາມ່ວນ ມອບເຄື່ອງຊ່ວຍ​ເຫຼືອໃຫ້ 10 ເມືອງມູນ​ຄ່າ 350 ລ້ານ​ກີບ

ຄໍາມ່ວນ ມອບເຄື່ອງຊ່ວຍ​ເຫຼືອໃຫ້ 10 ເມືອງມູນ​ຄ່າ 350 ລ້ານ​ກີບ

ແຂວງຄໍາມ່ວນ ລະດົມການຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມ ໂດຍມອບເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 350 ລ້ານກີບ ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດ 10 ເມືອງ ເພື່ອນໍາໄປແຈກຢາຍແກ່ປະຊາຊົນທີ່ປະສົບໄພ.
ຄໍາມ່ວນ ປະເມີນຄວາມເສຍຫາຍຈາກ​ໄພ​ນ້ຳ​ຖ້ວມ​ ເບື້ອງ​ຕົນ275 ຕື້ກວ່າກີບ

ຄໍາມ່ວນ ປະເມີນຄວາມເສຍຫາຍຈາກ​ໄພ​ນ້ຳ​ຖ້ວມ​ ເບື້ອງ​ຕົນ275 ຕື້ກວ່າກີບ

ແຂວງຄໍາມ່ວນ ໄດ້ປະເມີນຄວາມເສຍຫາຍ ຈາກໄພນໍ້າຖ້ວມໃນ 10 ເມືອງ ໃນໄລຍະເດືອນກໍລະກົດ ຫາ ເດືອນ ສິງຫາ 2026 ມູນຄ່າເສຍຫາຍເບື້ອງຕົ້ນ 275.57 ຕື້ກີບ ແລະ ມີປະຊາຊົນ 151.000 ຄົນໄດ້ຮັບຜົນກະທົບ,ປັດ​ຈຸ​ບັນກຳ​ລັງເລັ່ງ ສືບຕໍ່ປະເມີນຄວາມເສຍຫາຍ ແລະ ຟື້ນຟູພື້ນຖານໂຄງລ່າງ, ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ມອບ-ຮັບໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ

ມອບ-ຮັບໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ

ເມືອງບໍ່ແຕນ ແຂວງໄຊຍະບູລີໄດ້ຈັດພິມອບ-ຮັບ ໂຄງການສ້າງຄວາມເຂັມແຂງ ແລະ ພັດທະນາຊີວິດການເປັນຢູ່ຂອງຊຸມຊົນໃນການປັບຕົວຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ບ້ານຕາລິ່ງເມືອງ​ບໍ່​ແຕນໂດຍການເປັນປະທານຮ່ວມຂອງທ່ານ ບຸນເດີມ ເສີມນະພາ ຮອງຫົວໜ້າຫ້ອງການ ກະສິກຳ ແລະສິ່ງແວດລ້ອມເມືອງ​ບໍ່​ແຕນ, ທ່ານສຽງພິນ ບຸນມີອາໄພ ຜູ້ປະສານງານໂຄງການ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ກະຊວງ ອ​ຄ ແລະ ບໍລິສັດ ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ກະຊວງ ອ​ຄ ແລະ ບໍລິສັດ ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ກະ​ຊວງ​ອຸດ​ສາ​ຫະ​ກຳແລະການ​ຄ້າ (ອ​ຄ)ແລະບໍ​ລິ​ສັດ​ເບຍ​ລາວຈຳ​ກັດໄດ້​ນຳ​ເອົາ​ເງິນແລະເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງອຸດົມໄຊເຊິ່ງ​ກະ​ຊວງ ອ​ຄ ໄດ້ມອບ​ເງິນ 200 ລ້ານ​ກີບ; ສ່ວນ​ບໍ​ລິ​ສັດ​ເບຍ​ລາວມອບນ້ຳ​ຫວານແລະນ້ຳ​ດື່ມ.
ເພີ່ມເຕີມ