1 ເດືອນຜ່ານມາ ຂົວມິດຕະພາບລາວ-ໄທແຫ່ງທີ 5 ເກັບລາຍຮັບໄດ້ 47.5 ຕື້ກວ່າກີບ

1 ເດືອນຜ່ານມາ ຂົວມິດຕະພາບລາວ-ໄທແຫ່ງທີ 5 ເກັບລາຍຮັບໄດ້ 47.5 ຕື້ກວ່າກີບ

1 ເດືອນຜ່ານມາ ຂົວມິດຕະພາບລາວ-ໄທແຫ່ງທີ 5 ເກັບລາຍຮັບໄດ້ 47.5 ຕື້ກວ່າກີບ
ຂົວມິດຕະພາບລາວ-ໄທແຫ່ງທີ 5 ແຂວງບໍລິຄຳໄຊ-ບຶງການ ພາຍຫຼັງເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2025 ຜ່ານມານີ້, ໄດ້ອຳນວຍຄວາມສະດວກໃນການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດລາວ-ໄທ, ການຂົນສົ່ງສິນຄ້າ, ການຈັດເກັບລາຍຮັບເຂົ້າງົບປະມານມີບັນຍາກາດຟົດຟື້ນ. ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືແຂວງບໍລິຄຳໄຊໃຫ້ມີການຂະຫຍາຍຕົວດີຂຶ້ນກວ່າເກົ່າ.
1 ເດອນຜານມາ ຂວມດຕະພາບລາວ-ໄທແຫງທ 5 ເກບລາຍຮບໄດ 47.5 ຕກວາກບ - image 1
 

ທ່ານ ຄຳຫຼ້າ ຫຼວງແສງເພັດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບແຫ່ງທີ 5 ແຂວງບໍລິຄຳໄຊ-ບຶງການ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ຂົວມິດຕະພາບລາວ-ໄທແຫ່ງທີ 5 ແຂວງບໍລິຄຳໄຊ-ບຶງການ ໄດ້ເປີດຢ່າງເປັນທາງການໃນວັນທີ 25 ທັນວາ 2025 ແລະ ໄດ້ເປີດບໍລິການໃຫ້ປະຊາຊົນໄປມາຫາສູ່, ຂົນສົ່ງເປັນທາງການໃນວັນທີິ 27 ທັນວາ 2025. ຜ່ານການເປີດບໍລິການໃນໄລຍະ 2 ເດືອນຜ່ານມາຮອດປັດຈຸ ບັນເຫັນວ່າຫຼາຍຢ່າງມີຄວາມສະດວກສະບາຍຂຶ້ນ ໂດຍສະເພາະແມ່ນການຂົນສົ່ງ, ການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດ ມີຫຼາຍດ້ານໄດ້ເພີ່ມຂຶ້ນ ໂດຍສະເພາະວຽກງານຈັດເກັບລາຍຮັບເຂົ້າງົບປະມານທີ່ເກີດຂຶ້ນພາຍໃນດ່ານ ເປັນຕົ້ນວຽກງານພາສີ ຊຶ່ງໃນປີ 2026 ຂັ້ນເທິງໄດ້ກຳນົດແຜນຈັດເກັບລາຍຮັບແມ່ນ 350 ຕື້ກີບ. ຜ່ານການຈັດເກັບລາຍຮັບໃນໄລຍະ 1 ເດືອນປີ 2026 ນີ້, ສາມາດຈັດເກັບລາຍຮັບໄດ້ 47.5 ຕື້ກວ່າກີບ. ສຳລັບສິນຄ້າຫຼັກທີ່ມາຜ່ານດ່ານແຫ່ງນີ້: ມີນ້ຳມັນເຊື້ອໄຟ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງໄຟຟ້າ, ວັດສະດຸອຸປະກອນການກໍ່ສ້າງທົ່ວໄປ.

1 ເດອນຜານມາ ຂວມດຕະພາບລາວ-ໄທແຫງທ 5 ເກບລາຍຮບໄດ 47.5 ຕກວາກບ - image 2
 

ໃນໄລຍະ 1 ເດືອນຜ່ານມາ, ການເຂົ້າ-ອອກເມືອງຢູ່ດ່ານສາກົນແຫ່ງນີ້ມີພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ເດີນທາງເຂົ້າມາ ສປປ ລາວ ມີປະມານ 6,800 ກວ່າເທື່ອຄົນ ແລະ ເດີນທາງອອກປະມານ 7,500 ກວ່າເທື່ອຄົນ. ນອກຈາກນີ້, ຍັງມີວຽກງານອື່ນໆ ທີ່ຕິດພັນກັບການໃຫ້ບໍລິການທີ່ເກີດຂຶ້ນຢູ່ດ່ານສາກົນແຫ່ງທີ 5 ກໍມີທ່າອ່ຽງເພີ່ມຂຶ້ນຫຼາຍດ້ານ ຍ້ອນມີຄວາມສະດວກສະບາຍໃນການໄປມາຫາສູ່ຂອງປະຊາຊົນທັງສອງຊາດ ຕະຫຼອດຮອດການຂົນສົ່ງໂດຍສານ, ສິນຄ້າ ແລະ ການໃຫ້ບໍລິການທີ່ວ່ອງໄວ, ສະຖານທີ່ໃຫ້ການບໍລິການກວ້າງຂວາງ ອຳນວຍຄວາມສະດວກໃຫ້ການບໍລິການ ຊຶ່ງເປັນທ່າແຮງໜຶ່ງປະກອບສ່ວນ ໂດຍສະເພາະແມ່ນການ ຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການທີ່ກຳນົດໄວ້.

1 ເດອນຜານມາ ຂວມດຕະພາບລາວ-ໄທແຫງທ 5 ເກບລາຍຮບໄດ 47.5 ຕກວາກບ - image 3
 

ທ່ານ ຄຳຫຼ້າ ຫຼວງແສງເພັດ ກ່າວຕື່ມວ່າ: ຄຽງຄູ່ກັບຂໍ້ສະດວກ, ພວກເຮົາຍັງພົບຄວາມທ້າທາຍບາງດ້ານ ໂດຍສະເພາະແມ່ນດ່ານສາກົນແຫ່ງທີ 5 ແມ່ນຫາກໍເປີດຂຶ້ນໃໝ່ ເຮັດໃຫ້ການບໍລິການບາງອັນຍັງຫຍຸ້ງຍາກ.ສິນຄ້າທີ່ນຳໃຊ້ພາຍໃນມີທ່າອ່ຽງເພີ່ມຂຶ້ນ ແລະ ສິນຄ້າທີ່ນຳເຂົ້າແລ້ວໄປປະເທດທີ 3 ຍັງມີລັກຊະນະຄ້າຍຄືເກົ່າ. ສາເຫດຍ້ອນຖະໜົນຫົນທາງຍັງບໍ່ສາມາດຮອງຮັບ ໂດຍສະເພາະແມ່ນເສັ້ນທາງເລກ 8 ທີ່ມີການຂົນສົ່ງອອກໄປ ປະເທດຫວຽດນາມແມ່ນເປ່ເພຫຼາຍ ຍັງບໍ່ທັນສາມາດຮອງຮັບໃຫ້ການຂົນສົ່ງໄດ້ຕາມມາດຖານນ້ຳໜັກຂອງສາກົນຮອງຮັບ (11 ໂຕນ/ເພົາ). ນີ້ຄືເຫດຜົນ ເຮັດໃຫ້ຜູ້ປະກອບການບໍ່ຄ່ອຍຢາກມາ, ຖ້າມາກໍຕ້ອງມີການຄ່ຽນຖ່າຍສິນຄ້າ ເຮັດໃຫ້ພົບຄວາມຫຍຸ້ງຍາກຫຼາຍຂຶ້ນ ແລະ ບັນຫາອື່ນໆ.

ຂ່າວ: ຢ່າຕົ່ງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ໂດຍປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2026 ວ່າດ້ວຍ ການເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ, ອີງຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 311/ປກສ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ, ອີງຕາມຄໍາສັ່ງຂອງປະທານຄະນະກໍາມະການ ປກຊ-ປກສ ແຂວງວຽງຈັນ ສະບັບເລກທີ 13/ປກຊ-ປກສ, ລົງວັນທີ 25 ມີນາ 2022 ວ່າດ້ວຍການຮີບໂຮມ, ຂຶ້ນບັນຊີ, ຄຸ້ມຄອງອາວຸດເສິກ.
ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ວັນທີ 6 ພະຈິກຜ່ານມາ, ສູນ 523 ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ, ມີຄະນະກົມຊ່າງແສງ, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ຄະ ນະພັກ-ຄະນະບັນຊາສູນ 523, ພະແນກການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ພິທີປະກາດຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນໄດ້ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ,ໂດຍການເປັນປະທານຂອງສະຫາຍພົນໂທວົງສອນອິນປານພິມຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍພູທະນູເພັດໄຊສົມບັດກໍາມະການສູນກາງພັກ, ເລຂາຄະນະບໍລິຫານການພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ສະຫາຍພົນຈັດຕະວາອຸ່ນຄຳສີແຫວນວົງສັກຜູ້ບັນຊາການທະຫານຊາຍແດນ, ມີກົມກອງທີ່ກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ, ກົມກອງອ້ອມຂ້າງແລະແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ວັນທີ 10 ພະຈິກຜ່ານມາ, ທີ່ສໍານັກງານເມືອງໄຊເສດຖາຄະນະໂຄສະນາອົບຮົມແຂວງ​ອັດຕະປື​ໄດ້ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ, ໃຫ້ກຽດເຜີຍແຜ່ຂອງ​ທ່ານກົງຈັກສີສະຫວາດກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,​ ມີ​ຄະນະພັກ, ຄະນະນໍາ,​ສື່ມວນຊົນອ້ອມຂ້າງເມືອງເຂົ້າຮ່ວມ.​
ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ວັນທີ 10 ພະຈິກຜ່ານມາ, ທີ່ກອງພັນທະຫານຮາບ 19 ໄດ້ຈັດພິທີເປີດຊຸດອົບຮົມ- ຫັດແອບວຽກງານຮັບປະກັນພະລາທິການປະຈຳປີ 2026 ທົ່ວກອງບັນຊາການທະຫານແຂວງອັດຕະປື, ໂດຍການເປັນປະທານຂອງສະຫາຍພົວສີສົມໃຈມະໂນລາຄະນະປະຈຳພັກແຂວງ, ເລຂາພັກຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ພະນັກງານ, ຄູ-ອາຈານແລະສຳມະນາກອນເຂົ້າຮ່ວມ.
ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເພື່ອເຮັດໃຫ້ວຽກງານຄົ້ນຄ້ວາສັງລວມ-ຫາງສຽງສັງຄົມ ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດຕອບສະໜອງໄດ້ກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນເງື່ອນໄຂປັດຈຸບັນ.ເມື່ອບໍ່ດົນມານີ້, ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ຮ່ວມກັບຄະນະໂຄສະນາອົບຮົມແຂວງ(ຄອຂ)ຈໍາປາສັກໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງຈໍາປາສັກ; ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 2-3 ພະຈິກ 2026ທີ່ສະໂມສອນແຂວງຈໍາປາສັກ(ຫຼັກ 4),
ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫ້ອງວ່າດານສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີເຜີຍແຜ່ເອກະສານສໍາຄັນຂອງພັກ ໃນວັນທີ 10 ພະຈິກນີ້ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ, ໃຫ້ກຽດບັນລະຍາຍໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ເຂົ້າຮ່ວມຮັບຟັງ ມີທ່ານນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ບັນດາຄະນະນໍາຫສປທ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ.
ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ວັນທີ 10 ພະຈິກນີ້ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ໄດ້ເປີດພິທີຝຶກອົບຮົມຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII ໃຫ້ພະນັກງານສານປະຊາຊົນ ແລະ ສານທະຫານ, ໂດຍການເປັນປະທານຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີຮອງປະທານສານທະຫານ, ກົມຈັດຕັ້ງ, ແຂກຖືກເຊີນ, ວິທະຍາກອນພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມ.
ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ວັນທີ 10 ພະຈິກນີ້ທີ່ໂຮງໝໍສູນກາງ 103 ກອງທັບ, ໄດ້ຈັດພິທີປະກາດການແຕ່ງຕັ້ງຫົວໜ້າການເມືອງ ແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະພັກ ໂຮງໝໍສູນກາງ 103 ກອງທັບ, ໂດຍການເປັນທະທານ ຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ), ມີຕາງໜ້າກົມພະນັກງານ, ກົມຈັດຕັ້ງພັກ, ແຂກຖືກເຊີນ, ຄະນະພັກ-ຄະນະອໍານວຍການ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ກອງປະຊຸມຄົບຄະນະພັກຮາກຖານ ຄັ້ງທີ 2 ສະໄໝທີ I ຂອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຂວງສາລະວັນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຈັດຂຶ້ນໃນວັນທີ 6 ພະຈິກຜ່ານມາ,ທີ່ ພະແນກ ວທ ແຂວງ, ໂດຍການເປັນປະທານຂອງສະຫາຍ ຄໍາໄພ ໄຊຍະເດດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ວທ ແຂວງ,ມີຄະນະພັກຮາກຖານ, ເລຂາໜ່ວຍພັກ,ສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ