1 ພຶດສະພາ ວັນແຫ່ງຄວາມພາກພູມໃຈຂອງຊົນຊັ້ນກໍາມະກອນ

1 ພຶດສະພາ ວັນແຫ່ງຄວາມພາກພູມໃຈຂອງຊົນຊັ້ນກໍາມະກອນ
ໂດຍ: ວັນເພັງ
    ວັນທີ 1 ພຶດສະພາ ເປັນວັນແຫ່ງຄວາມພາກພູມໃຈຂອງຊົນຊັ້ນກໍາມະກອນລາວ ກໍຄືກຳມະກອນໃນທົ່ວໂລກ ໃນໂອກາດເຂົ້າຮ່ວມຂະບວນຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນກໍາມະກອນສາກົນຄົບຮອບ 138 ປີ (1 ພຶດສະພາ 1886-1 ພຶດສະພາ 2024) ທ່ານນາງ ລັດດາວອນ ວົງສາລີ ຫົວໜ້າໜ່ວຍງານປາຖະກະຖາ ຄະນະໂຄສະນາອົບຮົມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ)ໄດ້ສະແດງຄວາມຮູ້ສຶກຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນດັ່ງກ່າວທີ່ສວນປະຕູໄຊ ນວ ວ່າ: ຕົນເອງມີຄວາມພາກພູມໃຈ ແລະ ດີໃຈຫຼາຍຕໍ່ວັນດັ່ງກ່າວທີ່ໄດ້ໝູນວຽກມາອີກວາລະໜຶ່ງປີນີ້ຄົບຮອບ 138 ປີ. ທຸກໆປີ ເມື່ອຮອດວັນດັ່ງກ່າວຈະມີກິດຈະກໍາຍ່າງເພື່ອສຸຂະພາບຢູ່ສະຖານທີ່ສວນປະຕູໄຊແຫ່ງນີ້ ໂດຍເລີ່ມຂະບວນຍ່າງຈາກສວນປະຕູໄຊໄປຕາມເສັ້ນທາງລ້ານຊ້າງ ຫາ ຫໍຄຳ ແລ້ວກັບຄືນມາປະຕູໄຊບ່ອນເກົ່າ ໃນໄລຍະທາງ 2 ກິໂລແມັດ.ຕົນເອງກໍໄດ້ມາຮ່ວມກິດຈະກຳດັ່ງກ່າວນີ້ທຸກໆປີ, ເຫັນວ່າປີນີ້ມີມວນຊົນຊາວ ນວເຂົ້າມາຮ່ວມກິດຈະກຳດັ່ງກ່າວນີ້ຢ່າງຫຼວງຫຼາຍເຮັດໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ຟົດຟື້ນເປັນພິເສດເຫັນໄດ້ວ່າເປັນໜຶ່ງກິດຈະກຳທີ່ມີຄວາມໝາຍ-ສຳຄັນຢ່າງຍິ່ງ ທັງເປັນບຸນປາງໃຫຍ່ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທຸກທົ່ວໜ້າ ກໍຄືໃນທົ່ວໂລກທັງເປັນວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມຄວາມສາມັກຄີກັນ ລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງຕົນ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຈາກພວກນາຍທຶນໂດຍເກີດມີຫຼາຍຂະບວນການຂອງກຳມະກອນໃນປະເທດຕ່າງໆລຸກຂຶ້ນຕໍ່ສູ້ຫຼາຍຂະບວນການຈຶ່ງປະກາດວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ ມາຮອດປັດຈຸບັນ.
ຢ່າງໃດກໍຕາມສຳລັບກິດຈະກຳໃນວັນດັ່ງກ່າວປີນີ້, ຖ້າທ່ານໃດບໍ່ໄດ້ໄປເຂົ້າຮ່ວມ ຫຼືປີນີ້ພາດໂອກາດ ປີໜ້າ ຫຼືປີຕໍ່ໆໄປກໍສາມາດມາໄດ້ ເພາະກິດຈະກໍາດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນຄວາມໝາຍ-ຄວາມສຳຄັນຂອງວັນດັ່ງກ່າວ ກິດຈະກຳໃນຄັ້ງນີ້, ຍັງເປັນການພົບປະກັບໝູ່ເພື່ອນ, ໄດ້ຄວາມສາມັກຄີຊຶ່ງກັນ ແລະ ກັນ, ໄດ້ສຸຂະພາບທີ່ດີ ແລະ ຍັງມີຄວາມເບີກບານມ່ວນຊື່ນ ແລະ ຄວາມປະທັບໃຈຕື່ມອີກ. 
ທ່ານນາງລັດດາວອນວົງສາລີຍັງຝາກເຖິງກໍາມະກອນ ກໍຄືຊາວຜູ້ອອກແຮງງານລາວ ຈົ່ງມີຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ສືບຕໍ່ປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດຂອງຊາດສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນກຳລັງແຮງງານທີ່ມີລະບຽບວິໄນໃນການອອກແຮງງານເສີມຂະຫຍາຍຄຸນລັກສະນະອັນດີເລີດທາດແທ້ມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນລາວ ກາຍເປັນກໍາລັງຫຼັກແຫຼ່ງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນັ້ນ, ໃນໂອກາດວັນກຳມະກອນສາກົນ ຄົບຮອບ 138 ປີທ່ານນາງລັດດາວອນວົງສາລີຍັງໄດ້ອວຍພອນໄຊອັນປະເສີດໃຫ້ຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານທຸກທົ່ວໜ້າຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ