1 ປີຜ່ານມາ ອົງການໄອຍະການປະຊາຊົນແຂວງວຽງຈັນ ໄດ້ຮັບສຳນວນຄະດີທັງໝົດ 982 ເລື່ອງ

1 ປີຜ່ານມາ ອົງການໄອຍະການປະຊາຊົນແຂວງວຽງຈັນ ໄດ້ຮັບສຳນວນຄະດີທັງໝົດ 982 ເລື່ອງ
1 ປີຜ່ານມາ, ອົງການໄອຍະການປະຊາຊົນແຂວງວຽງຈັນ ໄດ້ຮັບສຳນວນຄະດີທັງໝົດ 982 ເລື່ອງ, ໃນນັ້ນເປັນສຳນວນຄະດີອາຍາທັງໝົດ 773 ເລື່ອງ, ກວດກາແລ້ວ 675 ເລື່ອງ (ໃນນັ້ນຖະແຫຼງສັ່ງຟ້ອງ 546 ເລື່ອງ, ສົ່ງອົງການໄອຍະການປະຊາຊົນເຂດ 21 ເລື່ອງ,ສົ່ງຄືນເຈົ້າໜ້າທີ່ 15 ເລື່ອງ ແລະ ຊັດມ້ຽນ 35 ເລື່ອງ)ຍັງຄ້າງກຳລັງກວດກາ 98 ເລື່ອງ ແລະ ຮັບຄະດີແພ່ງທັງໝົດ 209 ເລື່ອງ, ກວດກາແລ້ວ 178 ເລື່ອງ, ຍັງຄ້າງ 31 ເລື່ອງ.
     ທ່ານ ບຸນຄໍ້າ ທຳມະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ແລະ ແຜນການປີ 2024ຂອງອົງການໄອຍະການປະຊາຊົນແຂວງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ໃນວັນທີ 28 ທັນວາຜ່ານມາວ່າ: ໃນໄລຍະ 1 ປີຜ່ານມາໄດ້ຮັບສຳນວນຄະດີທັງໝົດ 982 ເລື່ອງ, ໃນນັ້ນ, ຄະດີອາຍາທັງໝົດ 773 ເລື່ອງ(ຂັ້ນຕົ້ນ 755 ເລື່ອງ, ຂັ້ນອຸທອນ 22 ເລື່ອງ), ໄດ້ກວດກາແລ້ວ 675 ເລື່ອງ(ຂັ້ນຕົ້ນ 656 ເລື່ອງ, ຂັ້ນອຸທອນ 17 ເລື່ອງ)ເທົ່າກັບ 87,32% (ໃນນັ້ນ, ຖະແຫຼງສັ່ງຟ້ອງ 546 ເລື່ອງ, ສົ່ງອົງການໄອຍະການປະຊາຊົນເຂດ 21 ເລື່ອງ,ສົ່ງຄືນເຈົ້າໜ້າທີ່ 15 ເລື່ອງ ແລະ ຊັດມ້ຽນ 35 ເລື່ອງ), ຍັງຄ້າງກຳລັງກວດກາ 98 ເລື່ອງ (ຂັ້ນຕົ້ນ90 ເລື່ອງ, ຂັ້ນອຸທອນ 5 ເລື່ອງ)ເທົ່າກັບ 12,67%; ຮັບຄະດີແພ່ງທັງໝົດ 209 ເລື່ອງ (ຂັ້ນຕົ້ນ 14 ເລື່ອງ, ຂັ້ນອຸທອນ 55 ເລື່ອງ), ກວດກາແລ້ວ 178 ເລື່ອງ(ຂັ້ນຕົ້ນ 129 ເລື່ອງ, ຂັ້ນອຸທອນ 49 ເລື່ອງ)ເທົ່າກັບ 85,8%, ຍັງຄ້າງ 31 ເລື່ອງ (ຂັ້ນຕົ້ນ 25 ເລື່ອງ, ຂັ້ນອຸທອນ 6 ເລື່ອງ); ໄດ້ຕິດຕາມກວດກາການປະຕິບັດໜ້າທີ່ຂອງພະນັກງານອົງການໄອຍະການຂັ້ນຂອງຕົນ ແລະ ຂັ້ນເຂດ ຕາມຫາງສຽງຂອງສັງຄົມທີ່ມີຕໍ່ພະນັກງານຈຳນວນໜຶ່ງເປັນຕົ້ນ ແມ່ນຈັນຍາບັນ, ຈັນຍາທໍາ ແລະ ຄວາມບໍ່ໂປ່ງໃສໃນການປະຕິບັດໜ້າທີ່, ໄດ້ຮັບຄຳຮ້ອງຂອງປະຊາຊົນ, ອົງການຈັດຕັ້ງ ແລະ ພົນລະເມືອງ 171 ສະບັບ, ກວດກາແລ້ວ86 ສະບັບເທົ່າກັບ 60,25%, ກຳລັງຄົ້ນຄ້ວາ 86 ສະບັບ,ທຽບໃສ່ແຜນປີຄາດໝາຍຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ໂດຍໄດ້ອອກຄຳສັ່ງຈັບຕົວ 59 ສະບັບ, ອອກຄຳສັ່ງກັກຂັງພາງ 658 ສະບັບ, ອອກຄຳສັ່ງຕໍ່ການກັກຂັງພາງ 600 ສະບັບ, ອອກຄຳສັ່ງກວດຄົ້ນເຄຫະສະຖານ 85 ສະບັບ, ອອກຄຳສັ່ງປ່ອຍຕົວພາງ 63 ສະບັບ, ອອກຄຳສັ່ງເປີດການສືບສວນ-ສອບສວນ 40 ສະບັບ, ອອກຄຳສັ່ງຊັດມ້ຽນການດຳເນີນຄະດີ 24ສະບັບ, ອອກຄຳສັ່ງປ່ອຍຕົວຜູ້ຖືກຫາ 1 ສະບັບ, ອອກຄຳສັ່ງທວງສຳນວນຄະດີ 11 ສະບັບ, ອອກຄຳສັ່ງຕໍ່ການສືບສວນ-ສອບສວນ 513 ສະບັບ ແລະ ອອກຄຳແນະນຳອື່ນໆໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ 157 ສະບັບ, ຕິດຕາມກວດກາການປະຕິບັດກົດໝາຍຢູ່ຄ້າຍຄຸມຂັງ-ດັດສ້າງຂອງພາກ, ແຂວງ ແລະ ເມືອງຢ່າງເປັນປົກກະຕິ, ປະສານສົມທົບກັບຄະນະກຳມະການອະໄພຍະໂທດຂັ້ນແຂວງ, ຄົ້ນຄວ້າ ແລະ ນຳສະເໜີຄະນະກຳມະການອະໄພຍະໂທດລະດັບຊາດ, ມີນັກໂທດທີ່ນໍາສະເໜີທັງໝົດ 105 ຄົນຍິງ 7 ຄົນ.ໃນນັ້ນ, ຫຼຸດຜ່ອນໂທດ 90 ຄົນຍິງ 7 ຄົນ, ປ່ອຍຕົວ 15 ຄົນ, ໄດ້ຖະແຫຼງຕໍ່ສານຕັດສິນ ປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂ ມີນັກໂທດຖືກປ່ອຍຕົວທັງໝົດ 95 ຄົນຍິງ 5 ຄົນ; ຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ. ໃນນັ້ນ, ມີຄະດີອາຍາທັງໝົດ 4.201 ເລື່ອງ, ປະຕິບັດສຳເລັດແລ້ວ 183 ເລື່ອງ, ພວມຈັດຕັ້ງປະຕິບັດ 3.844 ເລື່ອງ, ບໍ່ສາມາດຈັດຕັ້ງປະຕິບັດ 234 ເລື່ອງ, ຄະດີແພ່ງທັງໝົດ 822 ເລື່ອງ, ປະຕິບັດສຳເລັດແລ້ວ 23 ເລື່ອງ ພວມຈັດຕັ້ງປະຕິບັດ 620 ເລື່ອງ, ບໍ່ສາມາດຈັດຕັ້ງປະຕິບັດໄດ້ 79 ເລື່ອງ.     ສຳລັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດອົງການໄອຍະການປະຊາຊົນແຂວງໄດ້ເອົາໃຈໃສ່ປະຕິບັດຄຳສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເລກທີ 021/ອອປທ, ລົງວັນທີ 8ທັນວາ 2021ຊຶ່ງຕົວເລກແກ້ໄຂຄະດີຢາເສບຕິດປີ2021 ມີ 129 ເລື່ອງກວມ 23,85%, ປີ 2022 ມີ221 ເລື່ອງກວມ29,66%, ປີ 2023 ມີ 249ເລື່ອງກວມ12,21%, ຄະດີທັງໝົດໄດ້ຖະແຫຼງສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍແລ້ວ. ສຳລັບທິດທາງແຜນການປີ 2024ອົງການໄອຍະການປະຊາຊົນແຂວງຈະສູ້ຊົນຄົ້ນຄວ້າ ກວດກາ ແກ້ໄຂຄະດີ ແລະ ຄຳຮ້ອງທຸກໃຫ້ໄດ້ 90%ຂຶ້ນໄປ ແລະ ແກ້ໄຂບັນຫາການລະເມີດກົດໝາຍຂອງການດຳເນີນຄະດີໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ຂ່າວ-ພາບ: ບຸນທະວີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ