1 ປີຜ່ານມາວຽກງານ ຖວທ ເມືອງປາກລາຍມີຜົນສໍາເລັດຫຼາຍດ້ານ

1 ປີຜ່ານມາວຽກງານ ຖວທ ເມືອງປາກລາຍມີຜົນສໍາເລັດຫຼາຍດ້ານ
ໂດຍ: ທອງສະຫວັດໄຊຍະລາດ
ໃນໄລຍະ 1 ປີຜ່ານມາ, ບັນດາສະມາຊິກພັກ, ພະນັກງານ - ລັດຖະກອນພາຍໃນຫ້ອງການ ຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວ(ຖວທ) ແມ່ນໄດ້ເອົາໃຈໃສ່ປະຕິບັດແນວທາງ ແຜນນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດໄດ້ເປັນຢ່າງດີ, ເຊິ່ງສະແດງອອກ: ມີທັດສະນະຫຼັກໝັ້ນ, ຄຸນທາດການເມືອງໜັກແໜ້ນ, ມີແນວຄິດອຸ່ນອຽນ ທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດແລະ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍຈາກຂັ້ນເທີງ ກໍຄືແຜນວຽກຈຸດສຸມໃນແຕ່ລະໄລຍະຂອງວຽກງານຕົນໂດຍມີຜົນສຳເລັດເປັນຢ່າງດີ. 
ຫ້ອງການຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວປະກອບມີ 4 ໜ່ວຍງານທີ່ຂຶ້ນກັບ, ມີພະນັກງານທັງໝົດ 13ທ່ານ, ຍິງ 5 ທ່ານ,ມີຊັ້ນປະລິນຍາໂທ 1 ທ່ານ, ປະລິນຍາຕີ 6ທ່ານແລະ ຊັ້ນສູງ 6 ທ່ານ, ໃນນີ້ໄປຍົກລະດັບວິຊາສະເພາະ 1 ທ່ານ, ຍິງ 1 ທ່ານ.ວຽກງານຖະແຫຼງຂ່າວ - ວິທະຍຸ ໄດ້ຕັ້ງໜ້າເຮັດໜ້າທີ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິຄຳສັ່ງຂອງພັກ ແລະ ລະບຽບກົດໝາຍຂອງລັດ, ປະຕິບັດ
ໜ້າທີ່ຕາມພາລະບົດບາດຂອງຕົນໃນການເຄື່ອນໄຫວເກັບກຳຂ່າວຢູ່ຕາມສຳນັກງານ-ຫ້ອງການ, ອົງການ, ກົມກອງ, ລັດວິສາຫະກິດ ຮາກຖານບ້ານ ແລະ ເຂດບ້ານພັດທະນາ ເຊິ່ງສະແດງອອກສາມາດລົງເກັບກຳ ແລະ ຂຽນຂ່າວ-ຜະລິດຂ່າວໄດ້ທັງໝົດ 376 ຂ່າວ ເທົ່າກັບ 156,66% ຂອງແຜນການປີ; ໃນນັ້ນ ມີບົດຂ່າວ 13 ບົດ, ສົ່ງໃຫ້ແຂວງ ແລະ ສູນກາງ 327 ຂ່າວ, ຖ່າຍທອດກອງປະຊຸມສະໄໝສາມັນເທື່ອທີ 4 ແລະ ທີ 5 ຂອງສະພາແຫ່ງຊາດຊຸດທີ IX ມີ 2 ຄັ້ງ ເທົ່າກັບ 33 ຊົ່ວໂມງ, ຖ່າຍທອດສຽງຈາກວິທະຍຸກະຈາຍສຽງແຫ່ງຊາດ 288 ຊົ່ວໂມງ, ຮັບຊຸດລະບົບຮັບສົ່ງໂທລະໂຄ່ງຈາກສູນກາງ 5 ຊຸດ ແລະ ທະນາຄານພັດທະນາລາວ 3 ຊຸດ ພ້ອມລົງຕິດຕັ້ງໃຫ້ບັນດາບ້ານເປົ້າໝາຍໄດ້ສຳເລັດ 100% ສຳເລັດການລົງກວດກາປະເມີນຄືນ ກ່ຽວກັບການສ້າງຄົນ ຄອບຄົວວັດທະນະທຳໄດ້12ບ້ານ, ມີ430ຄອບຄົວ, ກວມເອົາ 95,55 % ຂອງແຜນການປີ. ໄດ້ຮັບໃບຢັ້ງຢືນເປັນກົມກອງວັດທະນະທຳໄດ້ 7 ກົມກອງ, ອອກໃບອະນຸຍາດສືບຕໍ່ປະຈຳປີ ໃຫ້ວົງດົນຕີ ໄດ້ 15 ວົງ. ສົມທົບກັບໜ່ວຍງານທີ່ກ່ຽວຂ້ອງລົງເຮັດບົດບັນທືກກັບບັນດາທຸລະກິດທີ່ຕິດປ້າຍໂຄສະນາບໍ່ຖືກຕ້ອງຕາມລະບຽບການໄດ້ທັງໝົດ 10 ຮ້ານ, ໄດ້ຮ່ວມກັບທິມງານອາຈານສອນມະຫາວິທະຍາໄລແຫ່ງຊາດ ລົງເກັບກຳຂໍ້ມູນ ແລະ ເປີດກອງປະຊຸມການອະນຸລັກຫີນແກະສະລັກຢູ່ ບ້ານແຄໄດ້ 3 ຄັ້ງ. ສຳເລັດການລົງເກັບກຳຂໍ້ມູນເພື່ອຂື້ນທະບຽນພຣະພຸດທະຮູບ ຢູ່ໃນເທດສະບານເມືອງ 2 ວັດ, ໄດ້ອອກໃບອະນຸຍາດດໍາເນີນທຸລະກິດທີ່ສ້າງຕັ້ງໃໝ່ໃຫ້ເຮືອນພັກ6 ແຫ່ງ, ຮ້ານອາຫານ 1 ແຫ່ງ, ໃບອະນຸຍາດສືບຕໍ່ປະຈຳປີໃຫ້ເຮືອນພັກໄດ້16 ແຫ່ງ, ຮ້ານອາຫານ8ແຫ່ງ, ຮ້ານກິນດື່ມ 7 ຮ້ານແລະ ເຮັດບົດບັນທຶກກັບຜູ້ປະກອບການທຸລະກິດທ່ອງທ່ຽວ ທີ່ເປີດບໍລິການກາຍໂມງ, ສຽງດັງເນື່ອງນັນ ພ້ອມທັງເຮັດບົດບັນທຶກໄດ້7ຄັ້ງ, ມີ 23 ຮ້ານ. ໄດ້ຈັດກອງປະຊຸມຮ່ວມກັບຜູ້ປະກອບການ ເພື່ອປຶກສາຫາລື ການກະກຽມຕ້ອນຮັບເປີດປີທ່ອງທ່ຽວລາວໃນປີ 2024 ຕິດພັນກັບການດຳເນີນກອງປະຊຸມ 3 ຂັ້ນຂອງພັກເພື່ອໃຫ້ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮອບຮ້ອຍ.ໄດ້ສົມທົບກັບຄະນະກຳມະການລົງກວດກາສວນ 36 ເພື່ອພັດທະນາເປັນແຫ່ງທ່ອງທ່ຽວ. ໄດ້ສົ່ງສະຖິຕິບັນດາເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມ - ບັນເທິງ ແລະ ຂໍ້ມູນແຫຼ່ງທ່ອງທ່ຽວຂອງເມືອງໃຫ້ທາງພິທີກອນ ເພື່ອໂຄສະນາໃນງານບຸນຊ່ວງເຮືອ. ສຳເລັດການເຮັດໜັງສືສະເໜີຫາຂັ້ນເທິງ ເພື່ອຂໍອະນຸມັດຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງວັດທະນະທໍາແລະທຸລະກິດການທ່ອງທ່ຽວຂັ້ນບ້ານ., ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມເມືອງປາກລາຍທັງໝົດ25,759ຄົນ, ຍິງ 12,598 ຄົນ, ໃນນີ້ ມີຕ່າງປະເທດ 2,378 ຄົນ, ຍິງ 1,237 ຄົນ, ກວມເອົາ 171,72 % ຂອງແຜນການປີ, ສຳເລັດການລົງຈັດເກັບລາຍຮັບຄ່າທໍານຽມແລະຄ່າບໍລິການພ້ອມທັງມອບເຂົ້າງົບປະມານໄດ້ທັງໝົດ 29,515.000 ກີບເທົ່າກັບ 108,67% ຂອງແຜນປີ, ໃນນີ້ ມີຄ່າທໍານຽມ 22,355.000 ກີບເທົ່າກັບ 111,77 %ເງິນຄ່າບໍລິການ 7,160,000 ກີບ ເທົ່າກັບ 100% ຂອງແຜນການປີ, ສໍາເລັດການປະເມີນຜົນພະນັກງານ-ລັດຖະກອນປະຈໍາປີ 2023ພ້ອມຂຶ້ນແຜນປີ 2024 ສົ່ງໃຫ້ພະແນກ ຖວທ ແຂວງ.
ສະເພາະທິດທາງແຜນການ ປີ 2024ສືບຕໍ່ເອົາໃໃສ່ສຶກສາອົບຮົມການເມືອງ - ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ ໂດຍນຳເອົາມະຕິຄໍາສັ່ງຂອງຂັ້ນເທິງມາຈັດຕັ້ງເຜີຍແຜ່ເຊື່ອມຊືມເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ- ລັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດຕໍ່ວຽກງານວິຊາສະເພາະທີ່ຖືກມອບໝາຍໃຫ້ມີຜົນສຳເລັດ.ຂ່າວ: ທອງສະຫວັດ ໄຊຍະລາດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ