10 ຂ່າວເດັ່ນ ກ່ຽວກັບທາງລົດໄຟລາວ-ຈີນໃນປີ 2023

   10 ຂ່າວເດັ່ນ ກ່ຽວກັບທາງລົດໄຟລາວ-ຈີນໃນປີ 2023
ບົດໂດຍ: Huang Yixian, Vimon
   ໃນວັນທີ 20 ກຸມພາ ນີ້, ບໍລິສັດທາງລົດໄຟລາວ-ຈີນ ໄດ້ຖະແຫຼງຢູ່ນະຄອນຄຸນໝິງ ສປ ຈີນ  10 ຂ່າວເດັ່ນກ່ຽວກັບທາງລົດໄຟລາວ-ຈີນ ປີ 2023  ຊຶ່ງໄດ້ມີຜົນງານບົດຂ່າວຈາກອົງການ
ສື່ມວນຊົນ ແລະ ໜ່ວຍງານຕ່າງໆເຊັ່ນ: ຂ່າວສານຊິນຮວາ, ໜັງສືືພິມລາຍວັນຢຸນນານ, ໜັງສືພິມລາຍວັນຫູໜານ, ໜັງສືພິມປະຊາຊົນ ສຽງຂອງສູນກາງ ພັກປະຊາຊົນ ປະຕິວັດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ສໍານັກຂ່າວສານປະເທດລາວ ແລະກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງເປັນຕົ້ນ. ການປະກວດຂ່າວຄັ້ງນີ້:ແມ່ນຈັດໂດຍສະຫະພັນສື່ມວນຊົນອາຊີໃຕ້-ອາ
ຊີຕາເວັນອອກສ່ຽງໃຕ້ ແລະ ສະຫະພັນສື່ມວນຊົນທາງລົດໄຟລາວ-ຈີນ. ສື່ມວນຊົນສໍາຄັນ, ສື່ມວນຊົນເອກະຊົນ ແລະ ອົງການຈັດຕັ້ງຕ່າງໆທັງສອງປະເທດລາວ-ຈີນ  ໄດ້ນໍາສະເໜີບົດ ຂ່າວດີເດັ່ນຂອງຕົນໃນປີມາເຂົ້າຮ່ວມການປະກວດຄັ້ງນີ້, ໂດຍຜ່ານການຄັດເລືອກຈາກຫົວໜ້າ ແລະ ນັກຊ່ຽວຊານດ້ານສື່ມວນຊົນ ທັງສອງຝ່າຍລາວ-ຈີນ, ໄດ້ເລືອກຂ່າວເດັ່ນ 10 ຂ່າວ, ບົດຂ່າວທີ່ໄດ້ຮັບລາງວັນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງເຫດການສໍາຄັນກ່ຽວກັບທາງລົດໄຟ ລາວ-ຈີນ ໃນປີ 2023 ພ້ອມທັງບົດຂ່າວທີ່ໄດ້ບັນທຶກເຖິງທາງລົດໄຟລາວ - ຈີນ ໄດ້ເພີ່ມພະລັງຂັບເຄື່ອນອັນແຂງແຮງເຂົ້າໃນການພັດທະນາຂອງພາກພື້ນ, ເລົ່າເລື່ອງລາວທີ່ ປະຊາຊົນສອງຊາດລາວ-ຈີນໄດ້ເຊື່ອມສານຈິດໃຈ ແລະ ເພີ່ມຄວາມເຂົ້າໃຈຊຶ່ງກັນ ແລະ ກັນ. ນັບຕັ້ງແຕ່ການເປີດນຳໃຊ້
ທາງລົດໄຟລາວ - ຈີນ ເປັນເວລາ 2 ປີກວ່າເປັນຕົ້ນມາ, ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຕາມທາງລົດໄຟລາວ-ຈີນໄດ້ມີການເພີ່ມຂຶ້ນຢ່າງຫຼວງຫຼາຍ, ທາງລົດໄຟສາຍນີ້
ກໍມີບົດບາດນັບມື້ນັບກວ້າງອອກ. ທາງລົດໄຟສາຍນີ້ໄດ້ເພີ່ມທະວີິຄວາມເຊື່ອມໂຍງເຊື່ອມຈອດ
ກັນ ແລະ ເປັນສັກຂີພິຍານໃຫ້ແກ່ການເພີ່ມຄວາມເຂົ້າໃຈກັນ ລະຫວ່າງ ປະຊາຊົນ, ພ້ອມທັງໄດ້ກາຍເປັນເສັ້ນທາງແຫ່ງຄວາມຜາສຸກ, ເສັ້ນທາງແຫ່ງການພັດທະນາ ແລະ ເສັ້ນທາງແຫ່ງມິດຕະພາບລະຫວ່າງປະຊາຊົນສອງຊາດລາວ-ຈີນຊຶ່ງໄດ້ເພີ່ມພະລັງຂັບ
ເຄື່ອນໃໝ່ໃຫ້ແກ່ການຮ່ວມກັນສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ຢ່າງມີຄຸນນະພາບສູງ. ອົງການທີ່ເຂົ້າຮ່ວມການປະກວດຂ່າວຄັ້ງນີ້ໄດ້ກ່າວວ່າ, ການຖະແຫຼງ 10 ຂ່າວເດັ່ນ ກ່ຽວກັບທາງລົດໄຟລາວ-ຈີນໃນປີ 2023 ເປັນໝາກຜົນທີ່ບັນດາສື່ມວນຊົນໄດ້ຮ່ວມມືກັນເລົ່າເລື່ອງລາວກ່ຽວກັບທາງລົດໄຟລາວ-ຈີນ ໄດ້ດີ, ສື່ມວນຊົນຕ່າງໆຈະນໍາໃຊ້ໂອກາດນີ້
 ເພື່ອເພີ່ມທະວີການຮ່ວມມື ແລະ ການປະສານງານ ຊຶ່ງກັນ ແລະ ກັນ, ຊຸກຍູ້ການແລກປ່ຽນດ້ານວັດທະນະທໍາລະຫວ່າງສອງປະເທດຂະຫຍາຍເຂົ້າສູ່ລວງເລິກ, ພ້ອມທັງປະກອບສ່ວນກໍາລັງຂອງສື່ມວນຊົນເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ.
ລາຍຊື່ 10 ຂ່າວເດັ່ນກ່ຽວກັບທາງລົດໄຟລາວ-ຈີນໃນປີ 2023 ດັ່ງລຸ່ມນີ້
1.    ຂ່າວສານຊິນຮວາ: ເສັ້ນທາງລົດໄຟໄດ້ຂ້າມພູຜາແມ່ນ້ຳ  ຂຽນໃນມື້ເປີດການນໍາໃຊ້ຂະ
ບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນ
http://m.news.cn/2023-04/14/c_1129521098.htm
2.    CMG: ເຂົາງາມເຮົາຍ້ອງ ເຮົາງາມເຂົາຍອມ
https://tv.cctv.com/2023/10/05/VIDEath46Xz1PLnNmoaS0m1r231005.shtml
3. ໜັງສືພິມລາຍວັນຢຸນນານ: 1.035 ກິໂລແມັດ ອອກເດີນທາງແຕ່ຕອນເຊົ້າ ແລະ ໄປຮອດ
ໃນຕອນແລງ
https://yndaily.yunnan.cn/content/202304/14/content_132537.html
4. ໜັງສືພິມລາຍວັນຫູໜານ: ແຂວງຫູໜານ ກັບ ປະເທດລາວ ຮ່ວມກັນສ້າງເສັ້ນທາງສາຍ
ໄໝເສັ້ນໃໝ່
https://m.voc.com.cn/xhn/news/202306/18121347.html
5. ບັນຊີວີແຊັດທາງການ “ທາງລົດໄຟຈີນ” ແລະ ບັນຊີວີແຊັດທາງການ “ທາງລົດໄຟຄຸນ
ໝິງ”: ຂີ່ຂະບວນລົດໄຟໄປປະເທດລາວ, ມິດຕະພາບລາວ-ຈີນ ໝັ້ນຄົງຂະໜົງແກ່ນຕະ
ຫຼອດໄປ !.
https://mp.weixin.qq.com/s/D8QADj-GDw0VCcDZEBrpHg
6. ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານ ສາຂາຜູ
ເອີ: ເສັ້ນທາງຄໍາ ຜ່ານນະຄອນຜູເອີ - ບັນທຶກການເປີດນໍາໃຊ້ທາງລົດໄຟລາວ-ຈີນ ຄົບຮອບ 2 ປີ.
http://www.yn.news.cn/20231203/53e1e475e3d24a71ae30bb720b1b60db/c.html

7. ໜັງສືພິມປະຊາຊົນ: ທາງລົດໄຟລາວ-ຈີນ ສົ່ງເສີມການພັດທະນາຂະແໜງການ
ຕ່າງໆຂອງປະເທດລາວ
8. ວິທະຍຸກະຈາຍສຽງແຫ່ງຊາດລາວ: ພຽງ 2 ປີ ທາງລົດໄຟລາວ-ຈີນ ນໍາຜົນປະໂຫຍດ
ຢ່າງຫຼວງຫຼາຍມາໃຫ້ ສປປ ລາວ
https://www.facebook.com/share/v/ipQDCvvX9aaMP7Tp/?mibextid=O563ZM
9. ສໍານັກຂ່າວສານປະເທດລາວ: ທາງລົດໄຟລາວ-ຈີນ, ໂຄງການຕົວແບບຂໍ້ລິເລີ່ມ "ໜຶ່ງ
ແລວ ໜຶ່ງເສັ້ນທາງ" ທີ່ດີທີ່ສຸດຢູ່ ສປປ ລາວ
https://kpl.gov.la/Detail.aspx?id=76811

10. ບັນຊີເຟສບຸກ Nethdao Channel:  ເນັດໄອດໍ ເນັດດາວ ເຊັກອິນ ອາຫານ ແລະ ແຫຼ່ງທ່ອງທ່ຽວຕາມທາງລົດໄຟລາວ-ຈີນ ໃນກິດຈະກໍາທາງລົດໄຟລາວ-ຈີນ MUST GO

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ