10 ແຂວງພາກເໜືອ ຖອດຖອນບົດຮຽນວຽກງານແຜນການ ແລະ ການລົງທຶນ

10 ແຂວງພາກເໜືອ ຖອດຖອນບົດຮຽນວຽກງານແຜນການ ແລະ ການລົງທຶນ
ວັນທີ 28 ມີນາຜ່ານມາ ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ໄດ້ຈັດກອງປະຊູມແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກງານແຜນການ ແລະ ການລົງທືນ 10 ແຂວງພາກເໜືອ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳທາ, ທ່ານ ອຸຕະແກ້ວ ແກ້ວດວງສີນ ຫົວໜ້າຫ້ອງການ ກະຊວງແຜນການ ແລະ ການລົງທືນ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກແຜນການຈາກແຂວງ ຫຼວງນໍ້າທາ, ວຽງຈັນ, ຊຽງຂວາງ, ໄຊສົມບູນ, ຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ, ຫົວພັນ, ຜົ້ງສາລີ ແລະ ແຂວງບໍ່ແກ້ວ ຕະຫຼອດຮອດພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວົງມະນີ ເພື່ອປະຊາ ຫົວໜ້າພະແນກແຜນການ ແລະ ການລົງທືນ ແຂວງຫຼວງນໍ້າທາ ໄດ້ຜ່ານຮ່າງບົດສະຫຼູບການຈັດຕັ້ງປະຕິບັດ ວຽກງານແຜນການ ແລະ ການລົງທືນ ປີ 2023 ຂອງ 10 ແຂວງ ພາກເໜືອ ພະແນກແຜນການ ແລະ ການລົງທຶນຂອງບັນດາແຂວງພາກເໜືອ ໄດ້ມີການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025), ແຜນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍປະຕິບັດ ພາລະບົດບາດໃນການຄົ້ນຄວ້າ, ວາງແຜນ, ຈັດຕັ້ງ ແລະ ຄຸ້ມຄອງວຽກງານ ແຜນການ ແລະ ການລົງທຶນ ດ້ວຍຄວາມຮັບຜິດຊອບສູງ, ມີຜົນສຳເລັດຕາມລະດັບຄາດໝາຍ ແລະ ຕາມແຜນຍຸດທະສາດຂອງກະຊວງ ແຜນການ ແລະ ການລົງທືນ ກໍານົດໄວ້ຄື (ສ້າງການຫັນປ່ຽນໃໝ່ວຽກງານແຜນການ ແລະ ການລົງທຶນໃນເງື່ອນໄຂໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ). ຂະແໜງການແຜນການ ແລະ ການລົງທຶນ 10 ແຂວງ ລວມມີພະນັກງານລັດຖະກອນຂັ້ນແຂວງ 424 ທ່ານ, ຂັ້ນເມືອງ 455 ທ່ານ. ໄດ້ສຳເລັດການສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2023 ແລະ ຄາດຄະເນແຜນການປີ 2024, ສະຫຼູບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ ຂອງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຂອງແຕ່ລະແຂວງ, ສໍາເລັດການສ້າງຄໍາແນະນຳກ່ຽວກັບການສ້າງແຜນພັດທະນາ ເສດຖະກິດ - ສັງຄົມ ແລະ ແຜນລົງທຶນຂອງລັດ ປະຈຳປີ 2024, ໄດ້ຊຸກຍູ້ພະແນກການຂອງແຂວງ ແລະ ເມືອງ ໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ ແລະ ກະກຽມສ້າງແຜນ 5 ປີ ເປັນປົກກະຕິ, ສັງລວມການອະນຸຍາດການລົງທຶນ ສໍາລັບ 10 ແຂວງພາກເໜືອ ເຫັນວ່າ ສາມາດອະນຸຍາດການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ສະເໜີໃໝ່ໃນປີ 2023 ໄດ້ທັງໝົດ 220 ໂຄງການ, ມູນຄ່າການລົງທຶນທັງໝົດ 753 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 390 ລ້ານໂດລາສະຫະລັດ. ການລົງທຶນແມ່ນກວມເອົາຂົງເຂດວຽກງານ ເຊັ່ນ: ການຂຸດຄົ້ນແຮ່ທາດ, ແຮ່ອຸດສາຫະກໍາກໍ່ສ້າງ, ພະລັງງານ, ການຜະລິດກະສິກໍາ, ອຸດສາຫະກໍາປຸງແຕ່ງ, ການບໍລິການ, ການທ່ອງທ່ຽວ ແລະ ການຮ່ວມມືສາກົນ ບັນດາແຂວງ ແມ່ນໄດ້ຈັດຕັ້ງປະຕິບັດຢ່າງເປັນປົກກະຕິ. ໃນນີ້ ມີຫຼາຍໂຄງການ,ການຮ່ວມມືລາວ-ຫວຽດນາມ, ລາວ-ຈີນ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດຕ່າງໆ, ສັງລວມການຊ່ວຍເຫຼືອສໍາລັບ 10 ແຂວງ ແມ່ນມີຫຼາຍຮ້ອຍລ້ານໂດລາສະຫະລັດ .
ສໍາຫຼັບທິດທາງແຜນການ ປີ 2024 ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຜນການ ແລະ ການລົງທຶນຂອງບັນດາແຂວງ ໃຫ້ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້, ສະມາຊິກພັກ-ພະນັກງານ ທຸກຄົນຈະຕ້ອງໄດ້ສູ້ຊົນ ແລະ ພ້ອມກັນຕັ້ງໜ້າປະຕິບັດວຽກງານຕາມພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບຢ່າງແຂງແຮງ ເພື່ອເຮັດສຳເລັດໜ້າທີ່ວຽກງານໃນແຕ່ລະດ້ານ ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມນີ້ແຕ່ລະແຂວງໄດ້ພ້ອມກັນລາຍງານການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການລົງທືນຂອງຕົນ ພ້ອມທັງປະກອບຄຳຄິດຫັນຢ່າງກົງໄປກົງມາ. ໂອກາດນີ້, ກໍໄດ້ເຊັນບົດບັນທືກມອບ - ຮັບການເປັນເຈົ້າພາບຈັດກອງປະຊູມ ວຽກງານແຜນການ ແລະ ການລົງທືນຄັ້ງທີ່ 11 ໃຫ້ແຂວງຊຽງຂວາງ.
(ຂ່າວ: ອຸ້ມ ສົມນໍວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ