10 ປີແຫ່ງການຮ່ວມແຮງຮ່ວມໃຈຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ: ກ້າວໄປສູ່ອະນາຄົດ ດ້ວຍການຂີ່ເຮືອລໍາດຽວທີ່ຮ່ວມສຸກ, ຮ່ວມທຸກນຳກັນ

10 ປີແຫ່ງການຮ່ວມແຮງຮ່ວມໃຈຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ: ກ້າວໄປສູ່ອະນາຄົດ ດ້ວຍການຂີ່ເຮືອລໍາດຽວທີ່ຮ່ວມສຸກ, ຮ່ວມທຸກນຳກັນ

10 ປີແຫ່ງການຮ່ວມແຮງຮ່ວມໃຈຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ: ກ້າວໄປສູ່ອະນາຄົດ  ດ້ວຍການຂີ່ເຮືອລໍາດຽວທີ່ຮ່ວມສຸກ, ຮ່ວມທຸກນຳກັນ
ທ່ານ ຫວາງອີ້ ກໍາມະການກົມການເມືອງສູນກາງພັກ ແລະ ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ ໄດ້ມີຄຳເຫັນວ່າ: ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຮ່ວມກັບບັນດາທ່ານສະເຫຼີມສະຫຼອງການເປີດກອງປະຊຸມຜູ້ນຳຄັ້ງປະຖົມມະລືກຂອງຂໍ້ລິເລີ່ມການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 10 ປີ. ຂໍຖືໂອກາດນີ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາປະເທດເພື່ອນມິດທີ່ໄດ້ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕະຫຼອດໄລຍະຜ່ານມາ, 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງດື່ມນ້ຳສາຍດຽວກັນ, ຊາຕາກໍາມີຄວາມຜູກພັນກັນຢ່າງແໜ້ນແຟ້ນ.

 

 ເມື່ອສິບປີກ່ອນໃນມື້ນີ້, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເລີ່ມຕົ້ນຢ່າງເປັນທາງການ ຊຶ່ງໄດ້ຫວ່ານແກ່ນແຫ່ງຄວາມສາມັກຄີ, ການເພິ່ງຕົນເອງ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ແກ່ບັນດາປະເທດໃນພາກພື້ນ. ພາຍໃຕ້ການນຳພາຂອງທ່ານ ສີຈິ້ນຜິງ ປະທານປະເທດ ແລະ ບັນດາຜູ້ນຳຂອງປະເທດລຸ່ມແມ່ນ້ຳຂອງ, ຫົກປະເທດໄດ້ເຊີດຊູວັດທະນະທຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ວ່າ "ສະເໝີພາບກັນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນຢ່າງຈິງໃຈ, ເໝືອນຄອບຄົວດຽວກັນ", ຢຶດໝັ້ນຈິດໃຈແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄື: "ຖືການພັດທະນາເປັນບຸລິມະສິດ, ປຶກສາຫາລືຢ່າງສະເໝີພາບ, ມີປະສິດທິຜົນຢ່າງແທ້ຈິງ, ເປີດກວ້າງ ແລະ ກວມລວມ", ສ້າງຄວາມໄວແບບ "ມີຄວາມຄືບໜ້າ ແລະ ໝາກຜົນໃນທຸກໆມື້, ເດືອນ ແລະ ປີຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເຮັດໃຫ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ພັດທະນາຈາກເມັດພັນໜຶ່ງກາຍເປັນໄມ້ໃຫຍ່ທີ່ສູງສະຫງ່າ, ເປັນແບບຢ່າງອັນດີງາມໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.

ໃນທົດສະວັດນີ້, ຊາຕາກໍາຂອງບັນດາປະເທດລຸ່ມແມ່ນໍ້າລ້ານຊ້າງ -ແມ່ນໍ້າຂອງມີຄວາມຜູກພັນກັນຢ່າງແໜ້ນແຟ້ນຍິ່ງຂຶ້ນ. ເມື່ອປະເຊີນໜ້າກັບການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນຮອບໜຶ່ງຮ້ອຍປີ, 6 ປະເທດໄດ້ຮ່ວມມືກັນກ້າວໄປຂ້າງໜ້າ, ບັນລຸການສ້າງຄູ່ຮ່ວມຊາຕາກຳສອງຝ່າຍຢ່າງກວມລວມ, ໄດ້ກາຍເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ ແລະ ຄູ່ຮ່ວມມືທີ່ດີທີ່ຮ່ວມສຸກຮ່ວມທຸກ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ.

ໃນທົດສະວັດນີ້, ພະລັງແຮງການພັດທະນາຂອງບັນດາປະເທດລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງນັບມື້ນັັບອຸດົມສົມບຸນກວ່າເກົ່າ. ມູນຄ່າການຄ້າລະຫວ່າງຈີນ ແລະ 5 ປະເທດລຸ່ມແມ່ນໍ້າຂອງໄດ້ທະລຸ 500 ຕື້ໂດລາ, ເພີ່ມຂຶ້ນ 150% ເມື່ອທຽບໃສ່ສິບປີກ່ອນ. ເມື່ອບໍ່ດົນນີ້, ພວກເຮົາໄດ້ໄປຢ້ຽມຊົມງານວາງສະແດງຜົນສຳເລັດຂອງການຮ່ວມມືລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ໄດ້ເຫັນຜົນງານການຮ່ວມມືອັນໜັກແໜ້ນທີ່ໄດ້ທຸ້ມເທຄວາມອົດທົນ ແລະ ເຫື່ອແຮງສ້າງຂຶ້ນຈາກບັນດາຂະແໜງການ ແລະທ້ອງຖິ່ນຂອງຫົກປະເທດ.

ທົດສະວັດນີ້, ກຳແພງປ້ອງກັນຄວາມໝັ້ນຄົງຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ມີຄວາມໜັກແໜ້ນກວ່າເກົ່າ. 6 ປະເທດໄດ້ຊຸກຍູ້ “ການປະຕິບັດງານຢ່າງປອດໄພໃນຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ປະສານສົມທົບກັນ ແລະ ສຸມກໍາລັງແຮງໃນຂົງເຂດການປ້ອງກັນ ແລະ ຕ້ານໄພພິບັດ, ສາທາລະນະສຸກ ແລະ ອື່ນໆ, ໄດ້ປົກປ້ອງຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນໃນພາກພື້ນຢ່າງແຂງແຮງ. ຈີນໄດ້ແບ່ງປັນຂໍ້ມູນອຸທົກກະສາດຂອງແມ່ນ້ຳລ້ານຊ້າງໃຫ້ແກ່ບັນດາປະເທດລຸ່ມແມ່ນ້ຳ, ຊ່ວຍເຫຼືອບັນດາປະເທດລຸ່ມແມ່ນ້ຳຂອງໃນການປ້ອງກັນ ແລະ ຮັບມືກັບໄພພິບັດນ້ຳຖ້ວມ ແລະ ໄພແຫ້ງແລ້ງ.

ໃນທົດສະວັດນີ້, ການແລກປ່ຽນວັດທະນະທຳ-ສັງຄົມຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເລິກເຊິ່ງກວ່າເກົ່າ. “ວີຊາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໄດ້ຖືກຈັດຕັ້ງປະຕິບັດ, ໂຄງການ “ເກັບກ່ຽວຜົນຜະລິດຈາກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ແລະ “ການປະຕິບັດບໍ່ນ້ຳຫວານ” ຊຶ່ງເປັນໂຄງການ “ນ້ອຍແຕ່ສວຍງາມ” ທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນໄດ້ຮັບຜົນສຳເລັດຢ່າງໂດດເດັ່ນ. ປະຊາຊົນຈາກຫົກປະເທດໄດ້ໄປມາຫາສູ່ກັນຢ່າງຄຶກຄື້ນ, ການແລກປ່ຽນວັດທະນະທຳ ແລະ ການເຊື່ອມໂຍງຈິດໃຈຂອງປະຊາຊົນໄດ້ກາຍເປັນຂົວຕໍ່ທີ່ແໜ້ນແຟ້ນຍິ່ງຂຶ້ນ.

ການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງໄດ້ຮັບການພັດທະນາຢ່າງວ່ອງໄວໃນໄລຍະສິບປີຜ່ານມາ ຊຶ່ງມີ 3 ຈຸດສຳຄັນຄື: ໜຶ່ງ, ຢຶດໝັ້ນການເປັນປະເທດເພື່ອນບ້ານທີ່ດີ ແລະ ມີຊາຕາກຳຮ່ວມກັນສະເໝີ. ສອງ, ຢຶດໝັ້ນການສຸມໃສ່ການພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສະເໝີ. ສາມ, ຢຶດໝັ້ນການຂັບເຄື່ອນດ້ວຍນະວັດຕະກຳ, ທົດລອງກ່ອນ ແລະ ນຳໜ້າສະເໝີ.

ປັດຈຸບັນ, ໂລກໄດ້ກ້າວເຂົ້າສູ່ຍຸກແຫ່ງຄວາມວຸ້ນວາຍ, ລັດທິອຳນາດນິຍົມ ແລະ ການເມືອງແບບໃຊ້

ກຳລັງໄດ້ແຜ່ລາມຢ່າງກວ້າງຂວາງ, ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ລະບຽບການສາກົນໃນປັດຈຸບັນ. ບໍ່ດົນມານີ້, ກອງປະຊຸມສອງສະພາຂອງຈີນໄດ້ປິດລົງຢ່າງສຳເລັດຜົນ ແລະ ແຜນການ 5 ປີຄັ້ງທີ 15 ໄດ້ເລີ່ມຕົ້ນຢ່າງເປັນທາງການ ຊຶ່ງໄດ້ສ້າງຄວາມໝັ້ນຄົງອັນລ້ຳຄ່າໃຫ້ແກ່ພາກພື້ນ. ພວກເຮົາຕ້ອງເສີມສ້າງການເຊື່ອມໂຍງຍຸດທະສາດ, ຮ່ວມກັນສ້າງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2.0, ສະແດງໃຫ້ເຫັນຄຸນຄ່າທາງດ້ານຍຸກສະໄໝແຫ່ງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ຊ່ວຍເຫຼືອການປົກຄອງທີ່ຍາວນານ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ສ້າງ “ຕົວແບບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ໃຫ້ແກ່ການຄຸ້ມຄອງທົ່ວໂລກ.

ພວກເຮົາຕ້ອງສ້າງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ມີຄວາມສາມັກຄີ ແລະ ຮ່ວມມືກັນ, ເສີມຂະຫຍາຍຄຸນຄ່າຂອງອາຊີທີ່ມີສັນຕິພາບ, ການຮ່ວມມື, ການເປີດກວ້າງ ແລະ ການມີສ່ວນຮ່ວມ, ເລັ່ງລັດການກໍ່ສ້າງກອງເລຂາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເພື່ອເປັນການເສີມແຮງໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ພວກເຮົາຕ້ອງສ້າງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ເປີດກວ້າງ ແລະ ມີຜົນປະໂຫຍດຮ່ວມກັນ, ຊຸກຍູ້ການເຊື່ອມຈອດດ້ານພື້ນຖານໂຄງລ່າງຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນທຸກດ້ານ, ດໍາເນີນການຮ່ວມມືແບບ "ຫຼາຍປະເທດຫຼາຍສວນ", ລົງເລິກການຮ່ວມມື "ຊ່ອງທາງການຄ້າທາງບົກ ແລະ ທາງທະເລສາກົນ" , ແລະ ຮ່ວມກັນສ້າງແລວການພັດທະນາເສດຖະກິດໃນລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ພວກເຮົາຕ້ອງສ້າງແມ່ນ້ຳຂອງໃຫ້ເປັນສີຂຽວ ແລະ ນະວັດຕະກຳ, ລົງເລິກການສ້າງແລວທາງນະວັດຕະກຳແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ, ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດດີຈີຕອນ, ປັນຍາປະດິດ, ນະວັດຕະກຳວິທະຍາສາດ ແລະ ເຕັກໂນໂລຊີ, ການຄຸ້ມຄອງລະບົບນິເວດ, ສົ່ງເສີມການລົງທຶນໃນຂົງເຂດພະລັງງານໃໝ່, ສ້າງລະບົບຕ່ອງໂສ້ມູນຄ່າສີຂຽວໃນພາກພື້ນ ແລະ ສ້າງກຸ່ມອຸດສາຫະກຳສີຂຽວແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ.

ພວກເຮົາຕ້ອງສ້າງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີການແລກປ່ຽນອະລິຍະທຳຊຶ່ງກັນ ແລະ ກັນ, ເລັ່ງລັດການສ້າງຕັ້ງພັນທະມິດຮ່ວມມືນະຄອນທ່ອງທ່ຽວແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສືບຕໍ່ລົງເລິກການຮ່ວມມືດ້ານສື່ມວນຊົນ ແລະ ຄັງສະໝອງ, ເສີມຂະຫຍາຍຜົນປະໂຫຍດຢ່າງກວ້າງຂວາງຂອງໂຄງການກອງທຶນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເປີດກວ້າງການໄປມາຫາສູ່ກັນ ແລະ ການແລກປ່ຽນຊາວໜຸ່ມລະຫວ່າງ 6 ປະເທດ, ເພື່ອໃຫ້ມິດຕະພາບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສືບທອດໄປຮຸ່ນຕໍ່ຮຸ່ນ.

ພວກເຮົາຕ້ອງສ້າງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ມີຄວາມສະຫງົບສຸກ, ເພີ່ມທະວີການຮ່ວມມືໃນການຄຸ້ມຄອງທົ່ວທັງລຸ່ມແມ່ນ້ຳ, ແບ່ງປັນຂໍ້ມູນອຸທົກກະສາດຕອນເທິງ ແລະ ຕອນລຸ່ມ, ເພີ່ມທະວີການປາບປາມອາຊະຍາກຳຂ້າມຊາດເຊັ່ນ: ການພະນັນອອນລາຍ ແລະ ການສໍ້ໂກງທາງໂທລະຄົມ, ຈັດຕັ້ງປະຕິບັດ “ການປະຕິບັດງານຢ່າງປອດໄພໃນຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ ການລາດຕະເວນຮ່ວມຕາມແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງໃຫ້ດີ, ເພື່ອສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳ.

ໃນໄລຍະຕອນຕົ້ນຂອງການສ້າງຕັ້ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ພວກເຮົາໄດ້ຕົກລົງກັນວ່າ, ການຮ່ວມມືແມ່ນ້ຳລ້ານຊ້າງ - ແມ່ນ້ຳຂອງ ຈະບໍ່ເປັນ “ສະໂມສອນສົນທະນາລ້າໆ” ແຕ່ຕ້ອງເປັນ “ລົດໄຖ”, ຢຶດໝັ້ນການຖືປະຊາຊົນເປັນຫຼັກ, ສະແຫວງຫາຄວາມຜາສຸກໃຫ້ແກ່ປະຊາຊົນຂອງ 6 ປະເທດ. ຢືນຢູ່ຈຸດເລີ່ມຕົ້ນໃໝ່, ຈີນຈະຢຶດໝັ້ນແນວຄິດການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່ວ່າຢຶດໝັ້ນການເປັນມິດກັບປະເທດບ້ານໃກ້ເຮືອນຄຽງ, ມີຄວາມຈິງໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເປີດກວ້າງກວມລວມ, ຮ່ວມກັບ 5 ປະເທດແມ່ນ້ຳຂອງ, ເປີດສັງກາດໃໝ່ “ທົດສະວັດທອງ” ຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮ່ວມກັນສ້າງບ້ານເມືອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ມີຄວາມສັນຕິພາບ, ຄວາມສະຫງົບ, ຄວາມຈະເລີນຮຸ່ງເຮືອງ, ຄວາມສວຍງາມ ແລະ ມິດຕະພາບ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ ແລະ ການພັດທະນາໃຫ້ແກ່ພາກພື້ນ ແລະ ທົ່ວໂລກ.

ຄໍາເຫັນ

ຂ່າວການຮ່ວມມື

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ການເສີມສ້າງຮາກຖານທີ່ໝັ້ນຄົງໃຫ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ດ້ວຍການຮ່ວມມືທີ່ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ລາວ ແລະ ຈີນ ສອງປະເທດມີພູຜາ ແລະ ສາຍນ້ຳເຊື່ອມຕໍ່ກັນ, ມີແນວຄວາມຄິດທີ່ສອດຄ່ອງກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມທີ່ໄດ້ສ້າງສາຍພົວພັນອັນເລິກເຊິ່ງໃນຖານະ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ນັບຕັ້ງແຕ່ສ້າງສາຍພົວພັນການທູດຢ່າງເປັນທາງການໃນປີ 1961 ເປັນຕົ້ນມາ, ການພົວພັນລາວ-ຈີນ ໄດ້ຜ່ານຜ່າບົດທົດສອບທີ່ເໝືອນດັ່ງພາຍຸລົມແດງຕະຫຼອດ 65 ປີ ແລະ ຍິ່ງແຂງແກ່ນຂຶ້ນ. ໃນເດືອນມິຖຸນາປີນີ້, ຜູ້ນຳສູງສຸດຂອງສອງປະເທດໄດ້ຮ່ວມກັນກຳນົດຖານະໃໝ່ໃນການຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່.
ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ພາຍໃຕ້ຫົວຂໍ້ “ການປົກປ້ອງສິດທິເດັກ ແລະ ມາດຕະການຕ້ານການກໍ່ອາຊະຍາກຳຕໍ່ເດັກ ຂອງອົງການໄອຍະການ ລາວ-ຣັດເຊຍ” ໂດຍການເຂົ້າຮ່ວມຂອງ ທ່ານ​ ພຸດທະວົງ​ ບົວລະພາ​ ຫົວໜ້າ​ກົມຮ່ວມມືກັບຕ່າງປະເທດ ອອປສ, ທ່ານ ອາເລັກເຊວລາດີມີໂຣວິຊ ຄອສຕຣີຢາຄອຟຮອງຫົວໜ້າກົມກວດກາການປະຕິບັດການຄຸ້ມຄອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ ກົມໃຫຍ່ຄຸ້ມຄອງການປະຕິບັດກົດໝາຍລັດຖະບານກາງ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຕາງໜ້າອົງການໄອຍະການທະຫານ ອ້ອມຂ້າງ ອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ໃນວັນທີ 19 ພະຈິກນີ້ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ (H.E. Tsutomu Koizumi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບອຳລາ ໃນໂອກາດທີ່ທ່ານທູດ ໄດ້ສຳເລັດພາລະກິດການທູດ ແລະ ສິ້ນສຸດວາລະການປະຈຳການຢູ່ ສປປ ລາວ.
ນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ໃນຕອນແລງວັນທີ 19 ພະຈິກຜ່ານມາທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ແທນກອງປະຊຸມໂຕະມົນປະຈໍາປີ 2026ຊຶ່ງນໍາພາໂດຍທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.
ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ

ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ

ສະຖານທູດຫວຽດນາມປະຈຳລາວ ໄດ້ຈັດງານວັນວັດທະນະທຳອາຫານຫວຽດນາມຢູ່ລາວ ປະຈຳປີ 2026 ຂຶ້ນໃນວັນທີ 19 ພະຈິກນີ້ ທີ່ສຳນັກງານສະຖານຫວຽດນາມ ປະຈຳ ສປປ ລາວນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ, ມີທ່ານ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ມີການນຳພັກ-ລັດ, ອະດີດການນຳພັກ-ລັດ, ບັນດາທູຕານຸອຸປະທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ພາກສ່ວນທີ່ກ່ຽວເຂົ້າຮ່ວມ.
ຜູ້ແທນຂັ້ນສູງພັກປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ

ຜູ້ແທນຂັ້ນສູງພັກປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ

ໃນລະຫວ່າງວັນທີ 17-21 ພະຈິກນີ້, ສະຫາຍ ອານຸພາບ ຕຸນາລົມຄະນະເລຂາທິການສູນກາງພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳພາຄະນະຜູ້ແທນຂອງພັກປະຊາຊົນປະຕິວັດລາວ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ເກົາຫຼີ. ຈຸດປະສົງການຢ້ຽມຢາມຄັ້ງນີ້ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກແຮງງານເກົາຫຼີ ໄລຍະປີ 2022-2027 ກໍຄືການຜັນຂະຫຍາຍຜົນການພົບປະສຸດຍອດ ລະຫວ່າງ ການນໍາສູງສຸດຂອງສອງປະເທດ ໃນໂອກາດຢ້ຽມຢາມລັດຖະກິດ ສປປ ເກົາຫຼີ ຢ່າງເປັນທາງການ ໃນເດືອນຕຸລາ 2025 ໃຫ້ເປັນຮູບປະທຳ; ທັງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ສປປ ເກົາຫຼີ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ເພີ່ມເຕີມ