ແຂວງຜົ້ງສາລີ ມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ

11 ເດືອນຜ່ານມາ ແຂວງຜົ້ງສາລີ ມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ

11 ເດືອນຜ່ານມາ ແຂວງຜົ້ງສາລີ ມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ
ແຂວງຜົ້ງສາລີ ມີຜົນສຳເລັດທີ່ພົ້ນເດັ່ນຫຼາຍດ້ານໃນການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ສະແດງອອກໃນ 11 ເດືອນຂອງປີ 2024 ແຂວງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມປູກພືດ


ແລະ ຕົ້ນໄມ້ອຸດສາຫະກໍາເປັນສິນຄ້າສົ່ງອອກດ້ວຍຮູບການລົງທຶນ 2+3, 1+4 ແລະ ດ້ວຍຮູບການອື່ື່ນໆ ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 12 ທັນວາຜ່ານມາ ທີ່ແຂວງຜົ້ງສາລີ ວ່າ: ມາຮອດ 11 ເດືອນຂອງປີ 2024 ແຂວງພວກເຮົາໄດ້ມີຜົນສຳເລັດທີ່ພົ້ນເດັ່ນຫຼາຍດ້ານ ໃນການຈັດຕັ້ງປະຕິບັດວຽກງານດັ່ງນີ້: 1. ຊາປອດສານພິດ: ໄດ້ປູກຢູ່ 6 ເມືອງ, 170 ບ້ານ, 6,388 ຄອບຄົວ, ມີຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດມາລົງທຶນສົ່ງເສີມປູກ ແລະ ເກັບຊື້ລວມມີ 18 ຫົວໜ່ວຍທຸລະກິດໃນນີ້: ພາຍໃນ 5 ຫົວໜ່ວຍ, ຕ່າງປະເທດ 13 ຫົວໜ່ວຍ; ມີເນື້ອທີ່ປູກທັງໝົດ 3,511.21 ເຮັກຕາ (ຮຕ), ຜົນຜະລິດຊາປະຕິບັດໄດ້ 4,401.18 ໂຕນ ແລະ ສົ່ງຊາແຫ້ງອອກໄດ້ 979.54 ໂຕນ, ມູນຄ່າສົ່ງອອກ 97.95 ຕື້ກີບ; 2. ຢາງພາລາ: ໄດ້ປູກຢູ່ 7 ເມືອງ, 233 ບ້ານ, 8,704 ຄອບຄົວ, ມີບໍລິສັດລົງທຶນປູກ ແລະ ເກັບຊື້ 10 ຫົວໜ່ວຍທຸລະກິດ; ໃນນີ້: ພາຍໃນ 1 ຫົວໜ່ວຍ ແລະ ຕ່າງປະເທດ 9 ຫົວໜ່ວຍ ແລະ ຂອງປະຊາ ຊົນປູກເອງມີເນື້ອທີ່ປູກທັງໝົດ 35,413.54 ຮຕ, ເນື້ອທີ່ສາມາດກີດຢາງ 17,678.24 ຮຕ, ເນື້ອທີ່ປາດຕົວຈິງ 13,539.63 ຮຕ, ຜົນຜະລິດ 20,886.9 ໂຕນ ລວມມູນຄ່າສົ່ງອອກ 417.73 ຕື້ກີບ; 3. ອ້ອຍ: ໄດ້ປູກຢູ່ 6 ເມືອງຄື: ເມືອງບຸນເໜືອ, ເມືອງຍອດອູ, ເມືອງບຸນໃຕ້, ເມືອງຜົ້ງສາລີ, ເມືອງຂວາ ແລະ ເມືອງສໍາພັນ) ມີ 95 ບ້ານ, 3,431 ຄອບຄົວ; ໂດຍບໍລິສັດຈົ່ງຢຸນ ແລະ ບໍລິສັດລິລຽງສົ່ງເສີມປູກ ແລະ ເກັບຊື້, ມີເນື້ອທີ່ 8,338.24 ຮຕ, ຜົນຜະລິດ 550,926 ໂຕນ, ລວມມູນຄ່າສົ່ງອອກ 826.38 ຕື້ກີບ; 4. ກ້ວຍ: ປູກຢູ່ 4 ເມືອງຄື: (ເມືອງຂວາ, ເມືອງບຸນເໜືອ, ເມືອງຍອດອູ ແລະ ເມືອງບຸນໃຕ້) ມີ 52 ບ້ານ, 658 ຄອບຄົວ, ມີເນື້ອທີ່ປູກ 1,077.36 ຮຕ, ຜົນຜະລິດ 5,213 ໂຕນ ລວມມູນຄ່າສົ່ງອອກ 6.43 ຕື້ກີບ; 5. ກາເຟ: ໄດ້ປູກຢູ່ 7 ເມືອງ, 39 ບ້ານ, 999 ຄອບຄົວ ໂດຍບໍລິສັດຈ່າງເຊີນຕາ ແລະ ບໍລິສັດຈິງຮຸຍຊິນ ສົ່ງເສີມປູກ ແລະ ເກັບຊື້, ມີເນື້ອທີ່ 205.51 ຮຕ, ເນື້ອທີ່ສາມາດເກັບກ່ຽວໄດ້ 129 ຮຕ, ຜົນຜະລິດປະມານ 199 ໂຕນ ລວມມູນຄ່າສົ່ງອອກ 6.96 ຕື້ກີບ; 6. ໝາກແໜ່ງ: ປູກໃນ 7 ເມືອງ, 460 ບ້ານ, 24,121 ຄອບຄົວ ປະຊາຊົນລົງທຶນປູກເອງ ແລະ ບໍລິສັດຈີງຈຽງສົ່ງເສີມປູກ ແລະ ເກັບຊື້, ມີເນື້ອທີ່ປູກ 22,310.13 ຮຕ, ເນື້ອທີ່ເກັບກ່ຽວປະມານ 20,258.68 ຮຕ, ຜົນຜະລິດ 459.5 ໂຕນ (ໝາກແໜ່ງດິບ) ມູນຄ່າສົ່ງອອກ 111.65 ຕື້ກີບ; 7. ໝາກງາ: ປູກໃນ 7 ເມືອງ, 155 ບ້ານ ປະຊາຊົນປູກເອງ ແລະ ມີບໍລິສັດເກັບຊື້, ມີເນື້ອທີ່ປູກ 771 ຮຕ, ຜົນຜະລິດ 21.50 ໂຕນ ມູນຄ່າສົ່ງອອກ 1.42 ຕື້ກີບ; 8. ໝາກເດືອຍ: ປູກໃນ 7 ເມືອງ, 194 ບ້ານ, 8,435 ຄອບຄົວ, ມີເນື້ອທີ່ປູກ 4,236.42 ຮຕ, ຜົນຜະລິດ 120 ໂຕນ ມູນຄ່າສົ່ງອອກ 2.88 ຕື້ກີບ; 9. ພືດລະດູແລ້ງ ລວມມີພືດຕະກຸນຖົ່ວ, ແຕງໂມ, ໝາກເຜັດ, ມັນຝຣັ່ງ, ໝາກອຶ ແລະ ອື່ນໆ ສ່ວນໃຫຍ່ແມ່ນປູກຢູ່ເມືອງຍອດອູ, ບຸນເໜືອ, ບຸນໃຕ້; ແຕ່ລະປີບັນລຸໄດ້ເນື້ອທີ່ 4,000-5,000 ຮຕ, ຜົນຜະລິດ 13,970.84 ໂຕນຕໍ່ລະດູ ມູນຄ່າສົ່ງອອກປະມານ 168.75 ຕື້ກີບ; 10. ການຂຸດຄົ້ນເຄື່ອງປ່າຂອງດົງສາ ມາດຂຸດຄົ້ນ ແລະ ສົ່ງອອກໄດ້ 1,234.61 ໂຕນ ລວມມູນຄ່າສົ່ງອອກທັງໝົດ 23.06 ຕື້ກີບ; ລວມມູນຄ່າສົ່ງອອກທັງໝົດ 1,664.47 ຕື້ກີບ ແລະ ຜະລິດຕະພັນໂອດັອບບັນລຸໄດ້ 30 ກາໝາຍ (121 ຊະນິດ).
ທ່ານ ຄໍາຜອຍ ວັນນະສານ ກ່າວໃຫ້ຮູ້ອີກວ່າ: ຈາກການປະເມີນຜົນ ມາດຕະຖານຄວາມທຸກຍາກ ແລະ ພົ້ນທຸກ 348/ລບ ມາຮອດເດືອນ 11 ປີ 2024 ທົ່ວແຂວງມີຈຳນວນບ້ານທຸກຍາກ 324 ບ້ານ ກວມ 63.9%, ສາມາດແກ້ໄຂບ້ານທຸກຍາກໄດ້ 183 ບ້ານ ກວມ 36.09%; ການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດບັນລຸ 2 ຈຸດຄື: ບ້ານຢໍ້ ເມືອງບຸນເໜືຶອ ແລະ ຈຸດບ້ານສິນໄຊ ເມືອງຂວາ. ມາຮອດປັດຈຸບັນບ້ານທຸກຍາກຍັງກວມ 64% ແລະ ຄອບຄົວທຸກຍາກຍັງກວມ 44%, ໄດ້ສຸມໃສ່ຍົກລະດັບພື້ນຖານໂຄງລ່າງໃນຂົງເຂດສຶກສາເປັນຕົ້ນ ໂຮງຮຽນ, ຫ້ອງຮຽນຈາກປະຖົມປະຖານມາເຄິ່ງຖາວອນ ແລະ ຖາວອນເພີ່ມຂຶ້ນ ຕິດພັນກັບການສະໜອງອຸປະກອນການຮຽນ-ການສອນ, ການແກ້ໄຂຄູສອນ ແລະ ການປັບປຸງລະບົບການຮຽນ-ການສອນໃນທຸກຊັ້ນຮຽນ ແລະ ສຸມໃສ່ຈັດຕັ້ງປະຕິບັດຄາດໝາຍການພັດທະນາແບບຍືນຍົງ (SDGs) ໃນຂົງເຂດສັງຄົມບັນລຸເພີ່ມຂຶ້ນ. ຂ່າວ-ພາບ: ພູວັນ

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ