114 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວັນແມ່ຍິງສາກົນ

114 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວັນແມ່ຍິງສາກົນ
ໂດຍ: ບຸນອູ້ມ
ວັນແມ່ຍິງສາກົນ ເປັນວັນທີ່ມີຄວາມໝາຍສໍາຄັນວັນໜຶ່ງ ເປັນເຫດການການເມືອງທີ່ສຳຄັນເປັນ ຂີດໝາຍແຫ່ງໄຊຊະນະອັນເປັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທຳມາໃຫ້ແມ່ຍິງຊາວຜູ້ອອກແຮງງານຢູ່ທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕຄືກັບເພດຊາຍ ແລະ ໃນດ້ານແນວທາງນະໂຍບາຍ ແລະ ກົນໄກການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນ ສປປ ລາວ ຢູ່ໃນເວທີສາກົນ ແລະ ອາຊຽນ,  ສະຫະພັນແມ່ຍິງລາວຍັງໄດ້ພົວພັນຮ່ວມມືກັບສະຫະພັນແມ່ຍິງບັນດາປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນຊຶ່ງໄດ້ເພີ່ມທະວີ ແລະ ສືບຕໍ່ຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດ ຂອງພັກ-ລັດ ໃນການເປີດກວ້າງການພົວພັນ ແລະ ຮ່ວມມືກັບບັນດາປະເທດໃນຂົງເຂດອາຊຽນ ແລະ ໃນໂລກ, ສູນກາງສະຫະພັນແມ່ຍິງລາວ ໄດ້ຕັ້ງໜ້າປະກອບສ່ວນ ແລະ ເຂົ້າຮ່ວມຂະບວນການຕ່າງໆຂອງພັກ-ລັດ, ສືບຕໍ່ຂະຫຍາຍການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ກັບອົງການຈັດຕັ້ງແມ່ຍິງບັນດາປະເທດເພື່ອນມິດ, ບັນດາປະເທດອາຊຽນ ແລະ ອົງການຈັດຕັ້ງສາກົນຕ່າງໆ ອັນເຮັດໃຫ້ການພົວພັນຮ່ວມມືນັບມື້ຂະຫຍາຍຕົວ ແລະ ເຂົ້າສູ່ລວງເລິກ.
ທ່ານນາງຫຼ້າຄຸນນະວີສາຮອງຫົວໜ້າຫ້ອງການ ຮອງໜ່ວຍສະຫະພັນແມ່ຍິງກອງທັບໄດ້ໃຫ້ສຳພາດວ່າ: ໃນໄລຍະ 1 ປີຜ່ານມາ ໂດຍປະຕິບັດຕາມທິດຊີ້ນຳຄະນະພັກກະຊວງປ້ອງກັນປະເທດ ແລະ ສູນກາງສະຫະພັນແມ່ຍິງລາວ, ຄະນະຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມຄະນະນຳສະຫະພັນແມ່ຍິງແຕ່ລະຂັ້ນ ໄດ້ເຄື່ອນໄຫວຕາມພາລະບົດບາດ ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ ແລະ ເປັນພື້ນຖານໃນການເຄື່ອນໄຫວວຽກງານຮອບດ້ານຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາດ້ວຍຫຼາຍຮູບ, ຫຼາຍວິທີການທີ່ແທດເໝາະກັບສະພາບຄວາມເປັນຈິງຂອງອົງການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນ ດ້ວຍການປຸກລະດົມຂະບວນການຕ່າງໆຂອງເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງໃນທົ່ວກອງທັບຢ່າງເປັນຂະບວນກວ້າງຂວາງ ແລະ ຕໍ່ເນື່ອງ, ເຮັດໃຫ້ເອື້ອຍນ້ອງແມ່ຍິງກອງທັບມີຄວາມຮັບຮູ້, ເຂົ້າໃຈ ແລະ ກຳໄດ້ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ, ກົດລະບຽບຂອງສະຫະພັນແມ່ຍິງລາວວາງອອກເຂັ້ມງວດ ແລະ ກຳໄດ້ເນື້ອໃນປະຫວັດສາດສຳຄັນຕ່າງໆດ້ວຍການເຂົ້າຮ່ວມເຊື່ອມຊຶມບັນດາເອກະສານຕ່າງໆຕາມແຕ່ລະໄລຍະ ແລະ ໄດ້ປະກອບສ່ວນຊຸກຍູ້ດ້ານວຽກງານວິຊາສະເພາະ ບັນດາມະຕິກອງປະຊຸມຄົບຄະນະບໍລິຫານງານ ແຕ່ລະຄັ້ງແມ່ນໄດ້ເຮັດຕາມຂັ້ນຕອນ, ຂັ້ນກະຊວງ ຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າການຈັດຕັ້ງເຜີຍແຜ່ ແລະ ນຳໄປເຜີຍແຜ່ຢູ່ບັນດາກົມກອງຮາກຖານໃນທົ່ວກຳລັງຫຼວງຈຳນວນ 38 ກົມກອງຢ່າງທົ່ວເຖິງ, ຜ່ານມາຍັງໄດ້ປະກອບສ່ວນເຂົ້າໃນວັນບຸນຕ່າງໆ ເປັນຕົ້ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໄດ້ສ້າງເປັນຂະບວນການຟົດຟື້ນ ເວົ້າລວມເວົ້າສະເພາະເຂົ້າຮ່ວມທຸກຂະບວນການຂອງກະຊວງຈັດຂຶ້ນ ແລະ ປະຕິບັດໜ້າທີ່ ທີ່ມອບໝາຍເປັນອະນຸກຳມະການການຍ່າງເພື່ອສຸຂະພາບໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 75 ປີ ຮ່ວມກັບແນວລາວສ້າງຊາດສຳເລັດໄປດ້ວຍດີ, ເຂົ້າຮ່ວມຊົມການສະແດງວັນສ້າງຕັ້ງກອງທັບຄົບຮອບ 75 ປີ ຢູ່ວິທະຍາຄານກົມມະດຳ ແລະ ບັນດາກະຊວງໄດ້ມາອວຍພອນຫ້ອງການສະຫະພັນແມ່ຍິງກອງທັບຢ່າງເປັນຂະບວນຟົດຟື້ນ. ນອກຈາກນັ້ນໄດ້ຊຸກຍູ້ບັນດາກົມກອງ, ພະແນກການ, ຂະແໜງ ແລະ  ໜ່ວຍເອກະລາດທີ່ຂຶ້ນກັບຫ້ອງການສະຫະພັນແມ່ຍິງໃຫ້ເປັນເຈົ້າການຈັດຕັ້ງຂະບວນການດ້ານຕ່າງໆ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມ 3 ຂັ້ນຂອງພັກ ແລະ ກອງປະຊຸມ 3 ຂັ້ນຂອງເອື້ອຍນ້ອງແມ່ຍິງ ແລະ ຍັງສຸມໃສ່ກອງປະຊຸມຂັ້ນພະແນກ, ຂະແໜງ ປັດຈຸບັນທາງຫົວໜ້າຫ້ອງການກໍໄດ້ລົງບັນດາກົມກອງຮາກຖານ ເພື່ອເກັບກຳເອົາຜົນງານວຽກງານ 3 ດີ, ວຽກງານກອງທຶນ ແລະ ຄອບຄົວຕົວແບບ ເພື່ອກຽມໃສ່ກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ 9 ທີ່ຈະເປີດຂຶ້ນໃນທ້າຍປີ 2024 ຊຶ່ງໄດ້ຊຸກຍູ້ໃຫ້ແຕ່ລະໜ່ວຍງານເຄື່ອນໄຫວຢ່າງຕັ້ງໜ້າ ແລະ ເປັນຂະບວນການຟົດຟື້ນ ແລະ ໄດ້ປຸກລະດົມທຸກພາກສ່ວນເປັນຂະບວນການທີ່ດີຫຼາຍ.
 ເນື່ອງໃນໂອກາດວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 114 ປີ ທີ່ຈະໄດ້ໝູນວຽນມາເຖິງ ໃນນາມຕາງໜ້າຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍເອື້ອຍນ້ອງສະຫະພັນແມ່ຍິງທົ່ວກະຊວງປ້ອງກັນປະເທດ ອວຍພອນໄຊອັນປະເສີດມາຍັງການນຳພັກ-ລັດ, ການນຳສະຫະພັນແມ່ຍິງສູນກາງ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຈົ່ງມີສຸຂະພາບເຂັ້ມແຂງ ມີອາຍຸໝັ້ນຂວັນຍືນ, ປະຕິບັດໜ້າທີ່ອັນມີກຽດດ້ວຍຜົນສຳເລັດ ແລະ ສືບຕໍ່ຊີ້ນຳ-ນຳພາອົງການຈັດຕັ້ງສະຫະພັນແມ່ຍິງລາວ ເວົ້າລວມເວົ້າສະເພາະສະຫະພັນແມ່ຍິງກອງທັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ