13 ບ້ານເມືອງເລົ່າງາມ ແຂວງ ສາລະວັນ ໄດ້ຮັບຮອງເປັນບ້ານຢຸດຕິການຖ່າຍຊະຊາຍ ແລະ ບ້ານສາທາລະສຸກແບບຢ່າງຫຼັງຈາກໄດ້ຮັບການປະເມີນຜ່ານຂະບວນການຈັດຕັ້ງປະຕິບັດຕາມມາດຖານ, ເງື່ອນໄຂຕ່າງໆ ການປະເມີນ 4 ດາວ, 10 ມາດຖານ ແລະ 30 ຕົວຊີ້ບອກ. ໂດຍຜ່ານການປະເມີນຂອງຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງ ເຫັນວ່າມາດຖານເງື່ອນໄຂ 4 ດາວ ຄື: ຄົວເຮືອນມີວິດຖ່າຍ-ຖ່າຍໃສ່ວິດ 100%, ອະນາໄມ ແລະ ລ້າງມືໃສ່ສະບູ, ມີນໍ້າດື່ມ-ນໍ້າໃຊ້ທີ່ສະອາດ ແລະ ຮັກສາສິ່ງແວດລ້ອມສູງກວ່າ 80% ຊຶ່ງໃນຈຳນວນບ້ານດັ່ງກ່າວປະກອບມີຄື:ບ້ານສັນທົ່ງ, ໝືນປາກດີ, ມ່ວງຊຸມ, ຫຼວງເສນາ, ເລົ່າໜ້ອງຕະແບງ, ນາຈານ, ພະນາຍ, ບ້ານຍານ, ນາແຊ, ວັງຄະນານ, ນາອອມ ແລະ ບ້ານວັງແຂ້. ມີປະຊາກອນທັງໝົດ 9.455 ຄົນ, ມີ 1.951 ຄອບຄົວ ແລະມີ 1.809 ຫຼັງຄາເຮືອນ. ມາຮອດປັດຈຸບັນທົ່ວເມືອງເລົ່າງາມ ສາມາດປະກາດບ້ານສາທາລະນະສຸກແບບຢ່າງ ແລະ ບ້ານຢຸດຕິການຖ່າຍຊະຊາຍ ໄດ້ທັງໝົດ 97 ບ້ານ ເທົ່າກັບ 100% ຂອງຈຳນວນບ້ານທັງໝົດທົ່ວເມືອງ ແລະ ກຽມພ້ອມຈະຮັບຮອງເມືອງເລົ່າງາມເປັນເມືອງສາທາລະນະສຸກແບບຢ່າງ ແລະ ເມຶອງຢຸດຕິການຖ່າຍຊະຊາຍ ໃນໄວໆນີ້.
ຈາກນັ້ນ, ກໍໄດ້ມີການມອບຂໍ້ຕົກລົງ, ໃບຍ້ອງຍໍ ແລະ ໃບຢັ້ງຢືນຮັບຮອງເອົາບ້ານດັ່ງກ່າວ ເປັນບ້ານຢຸດຕິການຖ່າຍຊະຊາຍ ແລະ ບ້ານສາທາລະນະສຸກແບບຢ່າງ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 9 ພະຈິກ ນີ້ ທີ່ສະໂມສອນຂອງເມືອງ, ໂດຍເປັນກຽດມອບຂອງ ທ່ານ ສົມສັກ ທົງຄຳຫານ ເຈົ້າເມືອງເລົ່າງາມ ແລະ ທ່ານ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຫົວໜ້າຫ້ອງການສາທາລະນະສຸກເມືອງເລົ່າງາມ, ບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພະນັກງານລົງກໍ່ສ້າງຮາກຖານຂັ້ນແຂວງ, ຫົວໜ້າ - ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຫົວໜ້າເຂດ, ເລຂາພັກບ້ານ, ນາຍບ້ານ-ຮອງນາຍບ້ານ ໃນ 13 ບ້ານ ເຂົ້າຮ່ວມ.
(ຂ່າວ-ພາບ: ທິດລານີ ໂຄດໂຍທາ)

ຄໍາເຫັນ