![]() |
ທ່ານ ເຝິງກວາງຫົວ ໄດ້ສະແດງຄວາມຮູ້ສຶກ 3 ປະການວ່າ: ປະການທີ 1: ແມ່ນສຽງສະທ້ອນແຫ່ງປະຫວັດສາດ ເຕືອນໃຫ້ຮູ້ບຸນຄຸນຕໍ່ຍຸກສະໄໝທີ່ຍິ່ງໃຫຍ່ ແລະ ພວກເຮົາເປັນຜູ້ໂຊກດີຫຼາຍທີ່ໄດ້ຮ່ວມເລີ່ມຕົ້ນເສັ້ນທາງແຫ່ງວັດທະນະທຳທີ່ຍິ່ງໃຫຍ່ ແລະ ເປັນຊ່ວງເວລາທີ່ສາຍພົວພັນລະຫວ່າງລາວ-ຈີນກ້າວເຂົ້າສູ່ໄລຍະທີ່ດີທີ່ສຸດ ໃນປະຫວັດສາດ. ໃນເວລາສ້າງຕັ້ງສະຖາບັນຂົງຈືໃໝ່, ກະຊວງສຶກສາທິການ ແລະ ກິລາ, ສະຖານທູດຈີນ ປະຈຳ ລາວ, ມຊ ແລະ ກະຊວງປ້ອງກັນຄວາມສະຫງົບ ໄດ້ຊ່ວຍຊຸກຍູ້ ຊີ້ທິດເຍືອງທາງໃຫ້ພວກເຮົາຜ່ານຜ່າອຸປະສັກນາໆປະການ. ການປະກອບສ່ວນໃນການປູພື້ນຖານທີ່ເຂັ້ມແຂງນີ້ຈະຖືກຈາລຶກໄວ້ໃນປະຫວັດສາດຕະຫຼອດໄປ; ປະການທີ 2: 15 ປີທີ່ຜ່ານມາ ບໍ່ແມ່ນການເດີນທາງທີ່ລຽບງ່າຍ. ທຸກໆບາດກ້າວທີ່ພວກເຮົາກ້າວໄປນັ້ນລ້ວນແຕ່ມີຮ່ອງຮອຍຂອງການສະໜັບສະໜູນທີ່ບໍ່ສັ່ນຄອນ ແລະ ມິດຕະພາບທີ່ເລິກເຊິ່ງຂອງທຸກໆທ່ານ ໂດຍສະເພາະໃນໄລຍະການລະບາດໂຄວິດ 19 ໃນທົ່ວໂລກ, ໄດ້ຢືນຢູ່ຄຽງຂ້າງກັນ, ເປັນຈິດໜຶ່ງໃຈດຽວກັນ. ໃນນັ້ນ, ກະຊວງສາທາລະນະສຸກ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ສາຂາວຽງຈັນ, ທະນາຄານລາວ-ຈີນ, ສະພາການຄ້າກວາງຊີປະຈໍາ ລາວ ຕະຫຼອດຮອດເພື່ອນມິດອີກຫຼາຍປະເທດ ກໍໄດ້ຕໍ່ສູ້ຄຽງຂ້າງກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍໃຊ້ການກະທໍາຂີດຂຽນເປັນບົດກະວີທີ່ຍິ່ງໃຫຍ່ທີ່ມີຫົວຂໍ້ວ່າ: "ຮ່ວມທຸກຮ່ວມສຸກ" ມິດຕະພາບນີ້, ຊຶ່ງສ້າງຂຶ້ນທ່າມກາງຄວາມຫຍຸ້ງຍາກ, ມີຄວາມແຂງແກ່ນກວ່າເພັດ ແລະ ມີຄວາມເລິກກວ່າມະຫາສະໝຸດ ແລະ ປະການທີ 3: ສຽງແກແຫ່ງອະນາຄົດ-ການຮຽກຮ້ອງສູ່ພາລະກິດ ແລະ ອຸດົມການດຽວກັນ. ເມື່ອເບິ່ງໄປອານາຄົດຕໍ່ໜ້າລາວ ແລະ ຈີນ ເປັນປະເທດບ້ານໃຫ້ເຮືອນຄຽງທີ່ມີສາຍນໍ້າ ແລະ ສາຍພູຕິດຈອດກັນ ມີລະບົບແນວທາງທີ່ຄ້າຍຄືກັນ, ມີການເພິ່ງພາອາໄສກັນ ແລະ ມີຊາຕາກໍາຮ່ວມກັນ ຊຶ່ງພວກເຮົາກໍາລັງຈັບມືກັນສ້າງຄູຮ່ວມຊາກໍາທີ່ມີອານາຄົດຮ່ວມກັນໃນເຊີງຍຸດທະສາດ ແລະ ແຜນແມ່ບົດ 15 ປີຕໍ່ໜ້າ ໄດ້ຖືກວາງໄວຢ່າງລະອຽດ ເມື່ອສຽງແກແຫ່ງການເດີນໜ້າດັງກ້ອງຂຶ້ນ ກໍພ້ອມທີ່ຈະອອກເດີນໜ້າ ພວກເຮົາໝັ້ນໃຈວ່າ: ພາຍໃຕ້ການນຳພາຂອງຄະນະນຳຂອງທັງສອງປະເທດ ແລະ ການເຮັດວຽກຄຽງບ່າຄຽງໄຫຼ່ຮ່ວມກັນ, ທຸກຂະແໜງການຂອງສັງຄົມລາວ ຍ່ອມຈະສາມາດລວມກຳລັງອັນມະຫາສານ ແລະ ຮ່ວມສ້າງອານາຄົດທີ່ສົດໃສ ແລະ ງົດງາມຍິ່ງຂຶ້ນໃຫ້ ສຂຈ ມຊ ຢ່າງແນ່ນອນ.

ຄໍາເຫັນ