![]() |
ການເຊັນສັນຍາຄັ້ງນີ້, ເພື່ອຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈທີ່ລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີ ລາວ ຈຳກັດ ໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາ ແລະ ຜັນຂະຫຍາຍຜົນການພົບປະລະຫວ່າງທ່ານປະທານ ສນຊ ແລະ ປະທານບໍລິສັດ ຊີຈີເອັນ ພາວເວີ ກຣຸບ ຈຳກັດ ຄັ້ງວັນທີ 29 ພຶດສະພາ 2025 ເພື່ອຮ່ວມກັນຄົ້ນຄວ້າຢ່າງເປັນລະບົບກ່ຽວກັບການພັດທະນາພະລັງງານສະອາດໃນ ສປປ ລາວ ຢ່າງມີປະສິດທິຜົນ ຕອບສະໜອງພະລັງງານໄຟຟ້າທີ່ມີການຊົມໃຊ້ທີ່ເພີ່ມຂຶ້ນເປັນຈໍານວນຫຼາຍ ແລະ ຊ່ວຍຫຼຸດຜ່ອນພາວະການຂາດແຄນ ແລະ ນໍາເຂົ້າພະລັງງານຈາກຕ່າງປະເທດ. ຮ່ວມລົງນາມໂດຍທ່ານ ຄະນອງລິດ ສີສົມບູນ ຫົວໜ້າສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ ແລະ ທ່ານເຖິງຢົງ ອໍານວຍການບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີ ລາວຈຳກັດ ໄລຍະເວລາໃນການຈັດຕັ້ງປະຕິບັດ 1 ປີ ພາຍຫຼັງລົງນາມເປັນຕົ້ນໄປ.
ຂ່າວ-ພາບ: ສນຊ

ຄໍາເຫັນ