![]() |
ໃນພິທີ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານສະຫຼຸບຜົນການຈັດຕັ້ງປະຕິບັດ ບົດບັນທຶກຮ່ວມໃນໄລຍະຜ່ານມາ, ເຊິ່ງໄດ້ມີບົດບາດສຳຄັນໃນການສະໜັບສະໜູນການດຳເນີນຄະດີອາຊະຍາກຳດ້ານປ່າໄມ້, ສັດປ່າ ແລະ ສັດນ້ຳ ໂດຍສະເພາະຄະດີທີ່ມີຄວາມສັບສົນ, ຄະດີຂະ ໜາດໃຫຍ່ ແລະ ຄະດີຂ້າມຊາດໃຫ້ສາມາດດຳເນີນໄດ້ຢ່າງຖືກຕ້ອງຕາມຂັ້ນຕອນນິຕິກໍາ.
![]() |
ການປັບປຸງບົດບັນທຶກຮ່ວມໃນຄັ້ງນີ້, ເປັນໄປຕາມຄວາມຈໍາເປັນໃນການປັບໃຫ້ສອດຄ່ອງກັບສະພາບການ ໃໝ່ ແລະ ການປ່ຽນແປງດ້ານນິຕິກໍາ ໂດຍອີງໃສ່ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ (ສະບັບປັບປຸງປີ 2024), ກົດໝາຍວ່າດ້ວຍສັດປ່າ (ສະບັບປີ 2023) ແລະ ກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ (ສະບັບປີ 2023) ເນື້ອໃນຂອງບົດບັນທຶກຮ່ວມສະບັບປັບປຸງໄດ້ມີການປັບຈາກ 8 ມາເປັນ 9 ຂໍ້ ໂດຍຂະຫຍາຍຂອບເຂດການປະສານງານໃຫ້ກວມເອົາການດຳເນີນຄະດີອາຊະຍາກຳດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມທຸກຮູບແບບ ລວມທັງອາຊະຍາກຳທີ່ມີລັກສະນະການຈັດຕັ້ງ ແລະ ຂ້າມຊາດ ພ້ອມທັງເພີ່ມກົນໄກການແລກປ່ຽນຂໍ້ມູນ, ການຮ່ວມມືກັບເຈົ້າໜ້າທີ່ຕໍາຫຼວດ ແລະ ການສະໜັບສະໜູນດ້ານວິຊາການ ແລະ ງົບປະມານຕາມກົດໝາຍກໍານົດ.
![]() |
ການລົງນາມໃນຄັ້ງນີ້, ເພື່ອເສີມສ້າງກົນໄກທາງນິຕິກໍາໃຫ້ການບັງຄັບໃຊ້ກົດໝາຍມີຄວາມເປັນເອກະພາບ, ມີປະສິດທິຜົນ, ໂປ່ງໃສ ແລະ ຍຸດຕິທຳ ປະກອບສ່ວນໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມຂອງສປປ ລາວໃຫ້ມີຄວາມຍືນຍົງ ແລະ ສອດຄ່ອງກັບພັນທະການຮ່ວມມືລະດັບພາກພື້ນ ແລະ ສາກົນ.
![]() |
ຮ່ວມລົງນາມໃນຄັ້ງນີ້ມີທ່ານ ໄຊຊະນະ ໂຄດພູທອນ ແລະ ທ່ານ ລິນຄໍາ ດວງສະຫວັນ ພ້ອມດ້ວຍຜູ້ແທນ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ຂ່າວ: ພູວັນ+ແສງຈັນ




ຄໍາເຫັນ