2 ປີກ່ວາບໍລິສັດໄອແຄສ້າງວຽກເຮັດງານທຳໃຫ້ແຮງງານລາວ 700 ກວ່າຄົນ

2 ປີກ່ວາບໍລິສັດໄອແຄສ້າງວຽກເຮັດງານທຳໃຫ້ແຮງງານລາວ 700 ກວ່າຄົນ
ໂດຍ: ວັນເພັງ
ບໍລິສັດໄອແຄບໍລິການຈຳກັດເປັນໜຶ່ງບໍລິສັດຕັ້ງຢູ່ບ້ານທົ່ງສາງນາງເມືອງຈັນທະບູລີນະຄອນຫຼວງວຽງຈັນ (ນວ) ຊຶ່ງສ້າງຕັ້ງຂຶ້ນໄດ້ 2 ປີກວ່າແລ້ວ. ບໍລິສັດເຮັດໜ້າທີໃຫ້ບໍລິການແມ່ບ້ານ, ເອື້ອຍລ້ຽງເດັກ. ພ້ອມນັ້ນ, ຍັງຜະລິດນ້ຳຢາຖູພື້ນ, ນ້ຳຢາລ້າງຖ້ວຍ-ຈານ (ຊັນໄລ) ຊຶ່ງເປັນຜະລິດຕະພັນຂອງຄົນລາວ 100% ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນລາວກໍຄືແຮງງານລາວໃນຂອບເຂດທົ່ວປະເທດໄດ້ທັງໝົດ 700 ກວ່າຄົນ.
ເນື່ອງໃນໂອກາດສະຫຼອງວັນກຳມະກອນສາກົນຄົບຮອບ 138 ປີທີ່ໃກ້ຈະມາເຖິງນີ້ ທ່ານນາງສົນດວງເພັດຄະນະບໍລິຫານຝ່າຍຄຸ້ມຄອງແຮງງານບໍລິສັດໄອແຄບໍລິການຈຳກັດໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 24 ເມສາຜ່ານມາວ່າ: ວັນກໍາມະກອນສາກົນຊຶ່ງເປັນວັນທີ່ມີຄວາມໝາຍ-ຄວາມສຳຄັນຫຼາຍ, ເປັນວັນທີ່ຖືກສ້າງຕັ້ງຂຶ້ນມາເພື່ອສົ່ງເສີມແລະຊຸກຍູ້ ໃຫ້ທຸກຄົນເຫັນຄວາມສຳຄັນຂອງຜູ້ອອກແຮງງານວ່າພວກເຂົາຄືພາກສ່ວນຫຼັກສຳຄັນໃນການສ້າງສາພັດທະນາປະເທດຊາດແລະເສດຖະກິດ, ວັນດັ່ງກ່າວຍັງປຽບເໝືອນການສັນລະເສີນຄຸນງາມຄວາມດີຂອງຜູ້ອອກແຮງງານພາຍໃນຊາດແລະທຸກອາຊີບອອກແຮງງານບໍ່ວ່າຈະເປັນຜູ້ອອກແຮງງານຍິງຫຼືຊາຍ.
ໃນປີ 2023 ຜ່ານມາ, ບໍລິສັດໄອແຄສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນລາວຢູ່ ນວແລະບັນດາແຂວງໃນຂອບເຂດທົ່ວປະເທດໄດ້ທັງໝົດ 700 ກວ່າຄົນໂດຍສະເພາະຜູ້ອອກແຮງງານແມ່ຍິງແລະໄວໜຸ່ມເຂົ້າໃນຂະແໜງການແມ່ບ້ານ, ຄົນສວນ, ແມ່ຄົວ, ພໍ່ຄົວ, ເອື້ອຍລ້ຽງເດັກໃຫ້ກັບຄົວເຮືອນ, ສັງຄົມຢູ່ ນວ. ໃນນັ້ນ, ໃນເດືອນມິຖຸນາ 2024 ນີ້ ບໍລິສັດໄອແຄຈະຈັັດການແຂ່ງຂັນແມ່ບ້ານດີເດັ່ນປະຈຳປີ 2024 ແນໃສ່ໃຫ້ຄວາມສຳຄັນຮອບດ້ານໃຫ້ກັບແມ່ບ້ານຊຶ່ງຈະມີການເປີດຮັບສະໝັກແມ່ບ້ານອາຊີບ, ແມ່ບ້ານອິດສະລະ, ນັກສຶກສາອາຊີວະສຶກສາໃນຂະແໜງການແມ່ບ້ານເພື່ອເຂົ້າຮ່ວມການແຂ່ງຂັນໂດຍຜູ້ຊະນະຈະໄດ້ຮັບລາງວັນເງິນສົດແລະສັນຍາເຮັດວຽກກັບບໍລິສັດໄອແຄ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ສັງຄົມຮັບຮູ້ ແລະເຂົ້າໃຈເຖິງຄວາມສຳຄັນຂອງຜູ້ອອກແຮງງານຢ່າງຈິງຈັງ.
ທ່ານນາງສົນດວງເພັດໃຫ້ຮູ້ຕື່ມວ່າ: ການໃຫ້ຄວາມສຳຄັນແລະຍົກສູງວຽກງານການອອກແຮງງານຫຼືວຽກງານຂອງຜູ້ອອກແຮງງານຂັ້ນຕໍ່າທີ່ເປັນກຳລັງສຳຄັນໃນຫຼາຍຂົງເຂດວຽກງານສົມຄວນທີ່ຈະຖືກຍົກສູງແລະຖືສຳຄັນຫຼາຍດ້ານເປັນຕົ້ນອັດຕາຄ່າຈ້າງງານ, ສະຫວັດດີການຄຸ້ມຄອງຈາກພາກລັດ, ສິດຂັ້ນພື້ນຖານຂອງການໃຊ້ແຮງງານລວມເຖິງຫຼາຍໆປັດໃຈທີ່ປິ່ນອ້ອມແລະຜູ້ອອກແຮງງານຕ້ອງໄດ້ຮັບການຄຸ້ມຄອງດູແລທີ່ສົມເຫດສົມຜົນໃນສິ່ງທີ່ພວກເຂົາຄວນໄດ້ຮັບ. 
ຢ່າງໃດກໍຕາມປັດຈຸບັນບໍລິສັດໄອແຄບໍລິການຈຳກັດຍັງຕ້ອງການແຮງງານຈຳນວນຫຼາຍໂດຍສະເພາະໃນຂະແໜງແມ່ບ້ານ, ຄົນສວນ, ເອື້ອຍລ້ຽງເດັກ, ແມ່ຄົວ-ພໍ່ຄົວ ຖ້າທ່ານໃດສົນໃຈສາມາດເຂົ້າໄປພົວພັນສະໝັກວຽກໄດ້ດ້ວຍໂຕເອງທີ່ບໍລິສັດດັ່ງກ່າວ ໃນໂມງລັດຖະການ. ໃນໂອກາດວັນກຳມະກອນສາກົນຄົບຮອບ 138 ປີໃກ້ຈະມາເຖິງນີ້ ທ່ານນາງສົນດວງເພັດຍັງໄດ້ອວຍພອນໄຊອັນປະເສີດໃຫ້ຊາວຜູ້ອອກແຮງງານໃນຂອບເຂດທົ່ວປະເທດກໍຄືທົ່ວໂລກຈົ່ງມີສຸຂະພາບເຂັ້ມແຂງສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສຳເລັດທຸກປະການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ,ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ100,000,000 ກີບ, ບໍລີສັດ skvກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.
ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ, ບໍລິສັດ ທາງລົດໄຟລາວ-ຈີນ, ບໍລິສັດ ພາວເວີຊາຍນາ ແລະ ຫົວໜ່ວຍທຸລະກິດຈີນອື່ນໆ ສ້າງສູນສາທິດການຝຶກຫັດງານໃນຫຼາຍໆພື້ນທີ່, ລົງເລິກການພັດທະນາການສ້າງພະນັກງານທ້ອງຖິ່ນ ຜ່ານໂຄງການ “ພາສາຈີນ ເຕັກນິກວິຊາຊີບ”.
ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ

ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ ພາກພຽນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ ກັບເພດຊາຍ ບໍ່ວ່າຈະແມ່ນໄລຍະສົງຄາມກໍຄືໄລຍະສັນຕິສຸກ, ແມ່ຍິງປະກອບສ່ວນສ້າງສາພັດທະນາປະເທດຊາດດ້ວຍຄວາມຫ້າວຫັນໃນຫຼາກຫຼາຍສາຂາອາຊີບ ຊຶ່ງອາຊີບໃນຂົງເຂດສື່ມວນຊົນ ກໍເປັນອາຊີບໜຶ່ງ ທີ່ແມ່ຍິງລາວເຮົາ ມີບົດບາດສຳຄັນ ປະກອບສ່ວນຕໍ່ຜົນສຳເລັດຂອງການປະຕິບັດສອງໜ້າທີ່ຍຸດທະຍຸດທະສາດ ດັ່ງ ທ່ານ ນາງ ອາດີນາ ມະຫາວົງ ກໍເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມພູມໃຈຕໍ່ອາຊີບສື່ມວນຊົນ.
ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ໃນວັນທີ 12 ສິງຫາ ຜ່ານມາ ທີ່ສຳນັກພະລາດຊະວັງ ວາດູສ ປະເທດເລັກເຕິນສະເຕນ (Principality of Liechtenstein), ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳປະເທດເລັກເຕິນສະເຕນ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ເຊີແນວ ປະເທດສະວິດ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ  ສະໄໝທີ VI ຮອບທີ I

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຮອບທີ I

ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ຮອບທີ I ຂຶ້ນໃນວັນທີ 14 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ກໍາມະການພັກ, ຄະນະໜ່ວຍພັກ, ຮາກຖານພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ເພີ່ມເຕີມ