2 ທັນວາແມ່ນວັນສຳຄັນໜຶ່ງຂອງທົ່ວປວງຊົນລາວທັງຊາດ

2 ທັນວາແມ່ນວັນສຳຄັນໜຶ່ງຂອງທົ່ວປວງຊົນລາວທັງຊາດ
ໂດຍ: ຍຸພິນທອງ
ວັນທີ 2 ທັນວາ 1975 ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວເຮົາ, ແມ່ນວັນແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ເປັນວັນສໍາຄັນ ທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ ໃນການກ່າວກ້ອງໄຂສັງກາດໃໝ່ ຊຶ່ງນັບແຕ່ມື້ນັ້ນມາ ສປປ ລາວ ໄດ້ຮັບການພັດທະນາ ພື້ນຖານໂຄງລ່າງດ້ານຕ່າງໆ ແລະ ໃນໂອກາດວັນຊາດ ທີ່ຈະ                    ໝູນວຽນມາ ຄົບຮອບ 48 ປີ ໃນມໍ່ໆນີ້ ກໍເປັນໂອກາດດີໜຶ່ງ ທີ່ພວກເຮົາຈະໄດ້ທົບທວນຄືນຜົນງານທີ່ຕົນໄດ້ສ້າງຜົນປະໂຫຍດແກ່ປະເທດຊາດ ອັນແສນຮັກຂອງຕົນ.
 ທ່ານ ສຸຄັນທອນ ສິງພວງເພັດ ຜູ້ອໍານວຍການ ວິທະຍາໄລ ວິທະຍາສາດ ສຸຂະພາບ ແຂວງສະຫວັນນະເຂດ (ວສສ) ມັກຈະຖາມຕົວເອງວ່າ: ວັນຊາດໝູນວຽນມາຄົບຮອບໜຶ່ງປີອີກຮອບໜຶ່ງແລ້ວ, ຜ່ານມາໜຶ່ງປີ ເຮົາໄດ້ເຮັດຫຍັງເພື່ອປະເທດຊາດຂອງເຮົາແນ່ ໂດຍສະເພາະແມ່ນພາຍໃນຂົງເຂດວຽກງານຂອງຕົນ ຊຶ່ງສິ່ງນີ້ກໍແມ່ນຈຸດທີ່ນໍາໄປເຖິງການທົບທວນວຽກງານ ກໍຄືຜົນງານທີ່ສ້າງໃຫ້ເກີດຜົນປະໂຫຍດແກ່ການພັດທະນາປະເທດຊາດ, ເຮັດໃຫ້ເຫັນເຖິງຈຸດອ່ອນ-ຂໍ້ຄົງຄ້າງ ເພື່ອປັບປຸງແກ້ໄຂໃຫ້ສາມາດສ້າງປະໂຫຍດແກ່ຊາດເຮົາ; ເມື່ອປະເທດຊາດ ສາມາດຜ່ານຜ່າຂໍ້ຫຍຸ້ງຍາກ ສາມາດປົດລ໊ອກຂີດຈໍາກັດແຫ່ງການພັດທະນາ ກ້າວສູ່ຄວາມຈະເລີນຮຸ່ງເຮືອງ, ເສດຖະກິດໝັ້ນທ່ຽງ, ສັງຄົມມີຄວາມສະຫງົບ ແລະ ເມື່ອນັ້ນ ຄວາມຜາສຸກກໍຈະເກີດໃນສັງຄົມລາວເຮົາ.
 ທ່ານ ສຸຄັນທອນ ສິງພວງເພັດໃຫ້ຮູ້ຕື່ມວ່າ: ຄະນະອຳນວຍການ ແລະ ຄູ-ອາຈານ ທຸກຄົນພາຍໃນ ວສສ ຍາມໃດກໍຖືສຳຄັນ ການສຸມໃສ່ວຽກງານຂອງຕົນ ຕິດພັນກັບການສ້າງຜົນປະໂຫຍດແກ່ປະເທດຊາດ ເຄື່ອນໄຫວຕາມວິໄສທັດ ວສສ ເປັນສະຖານທີ່ສຶກສາທີ່ມີມາດຕະຖານຕາມຂີດຄວາມສາມາດທາງດ້ານວິຊາຊີບ ເປັນທີ່ຍອມຮັບຂອງສັງຄົມ ແລະ ສາມາດເຊື່ອມໂຍງກັບພາກພື້ນ. ພ້ອມທັງດຳເນີນພາລະກິດສ້າງນັກສຶກສາໃຫ້ມີຄວາມຮູ້, ຄວາມສາມາດ, ມີຄວາມຊຳນານທາງດ້ານວິຊາຊີບທີ່ແນ່ນອນເພື່ອບໍລິການສຸຂະພາບປະຊາຊົນບັນດາເຜົ່າ; ເພີ່ມທະວີ, ສົ່ງເສີມນັກສຶກສາໃຫ້ມີຄຸນສົມບັດ, ສິນທຳ, ຈັນຍາທຳໃນວິຊາຊີບ; ບູລະນະຮັກສາສິນລະປະວັດທະນະທຳ, ສັງຄົມ ແລະ ຮັກສາຂະນົບທຳນຽມຮີດຄອງປະເພນີອັນດີງາມຂອງຊາດລາວ; ຄົ້ນຄວ້າວິທະຍາສາດ, ສ້າງຄວາມຮູ້ໃໝ່ໆ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເພື່ອນຳມາພັດທະນາຄຸນນະພາບການສຶກສາວິຊາຊີບທາງດ້ານການແພດ, ການພະຍາບານ, ຜະດຸງຄັນ; ພັດທະນາຄູ ແລະ ການບໍລິຫານຈັດການພາຍໃນວິທະຍາໄລ ໃຫ້ມີສັກກະຍະພາບ ພາຍໃຕ້ຄໍາຂວັນ:ຄວາມຮູ້ຄູ່ຄຸນນະທຳນຳວິຊາການໃຫ້ເປັນເລີດປະເສີດດ້ວຍຄຸນສົມບັດພັດທະນາດີມີຄຸນນະພາບ.ໃນສົກປີ 2022-2023, ວສສມີຜົນສຳເລັດໃນການສ້າງບຸກຄະລາກອນ ທັງໝົດມີ166 ຄົນ/ຍິງ 133 ຄົນ ຊຶ່ງມີຜູ້ທີ່ຈົບຫຼັກສູດຊັ້ນສູງການແພດ ສາຍກົງ60 ຄົນ/ຍິງ 38 ຄົນ, ຫຼັກສູດຊັ້ນສູງພະຍາບານ ສາຍກົງ49 ຄົນ/ຍິງ 38 ຄົນ; ຫຼັກສູດຊັ້ນສູງຜະດຸງຄັນ ສາຍກົງ23 ຄົນ/ຍິງ 23 ຄົນ; ຫຼັກສູດຊັ້ນສູງພະຍາບານ ສາຍຕໍ່ເນື່ອງ13 ຄົນ/ຍິງ 13 ຄົນ; ຫຼັກສູດຊັ້ນສູງຜະດຸງຄັນ ສາຍຕໍ່ເນື່ອງ21 ຄົນ/ຍິງ 21 ຄົນ. 
ທ່ານ ສຸຄັນທອນ ສິງພວງເພັດໃຫ້ຄວາມຮູ້ສຶກຕື່ມວ່າ: ວັນຊາດ ທີ 2 ທັນວາ ກໍເປັນໂອກາດໜຶ່ງ ທຸກຄົນເຮົາທົບທວນຄືນວ່າ ເຮົາເຮັດຫຍັງແດ່ ທີ່ເກີດປະໂຫຍດແກ່ປະເທດຊາດອັນແສນຮັກຂອງພວກເຮົາ ບົນພື້ນຖານຍົກສູງຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກໃນລະບອບໃໝ່ ລະບອບປະຊາທິປະໄຕ ປະຊາຊົນ ແຫ່ງການຂ້າມຜ່ານກ້າວໄປສູ່ສັງຄົມນິຍົມ ຊຶ່ງ ວສສ ກໍກຳລັງເອົາໃຈໃສ່ສືບຕໍ່ສ້າງບຸກຄະລາກອນເພື່ອຕອບສະໜອງການພັດທະນາບຸກຄະລາກອນສາທາລະນະສຸກໃນລະດັບຊັ້ນສູງໃຫ້ມີຄວາມຮູ້ຄວາມສາມາດ, ມີທັກສະ ແລະ ມີສຳນານງານ. ເພື່ອໃຫ້ໄດ້ຄືແນວນັ້ນ, ວສສ ກໍຍັງສືບຕໍ່ດຳເນີນຫຼາຍວຽກງານ ໃນນັ້ນກໍມີການພົວພັນຮ່ວມມືກັບຕ່າງປະເທດແລກປ່ຽນທາງດ້ານວິຊາການ ແລະ ຍາດແຍ່ງການຊ່ວຍເຫຼືອ ຊຶ່ງຜ່ານມາກໍມີການພົວພັນຮ່ວມມືກັບ ສສ ຫວຽດນາມ, ສປ ຈີນ, ຣາຊະອານາຈັກໄທ.ໃນສົກ 2023-2024 ວສສ ສືບຕໍ່ສ້າງ 400 ກວ່າຄົນ, ໃນນີ້ມີນັກສຶກສາເຂົ້າໃໝ່ ທັງໝົດ155 ຄົນ/ຍິງ 130 ຄົນ ຊຶ່ງໃນຫຼັກສູດຊັ້ນສູງການແພດ ສາຍກົງ69 ຄົນ/ຍິງ 51 ຄົນ, ຫຼັກສູດຊັ້ນສູງພະຍາບານ ສາຍກົງ51 ຄົນ/ຍິງ 47 ຄົນ, ຫຼັກສູດຊັ້ນສູງຜະດຸງຄັນສາຍກົງ21 ຄົນ/ຍິງ 21 ຄົນ, ຫຼັກສູດຊັ້ນສູງພະຍາບານ ສາຍຕໍ່ເນື່ອງ14 ຄົນ/ຍິງ 11 ຄົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ, ປັບປຸງລະບົບການຈັດຕັ້ງ, ການບໍລິຫານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ,ບໍາລຸງສ້າງຜູ້ພິພາກສາ-ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊໍານານງານ, ເຄື່ອນໄຫວປະຕິບັດໜ້າວຽກງານຢ່າງແຂງແຮງ ໂດຍສະເພາະການແກ້ໄຂຄະດີໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ.
ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ເມືອງພຽງ ແຂວງໄຊຍະບລີ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸຂື້ນໃນວັນທີ 29-30 ທັນວາ 2025 ຢູ່ທີ່ບ້ານດັ່ງກ່າວໂດຍການເຂົ້າຮ່ວມທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນເຂົ້າຮ່ວມ.
ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ