200 ກວ່າໜ່ວຍພັກ ໄດ້ຮັບນາມມະຍົດ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

200 ກວ່າໜ່ວຍພັກ ໄດ້ຮັບນາມມະຍົດ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

200 ກວ່າໜ່ວຍພັກ ໄດ້ຮັບນາມມະຍົດ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024
ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂຶ້ນໃນວັນທີ 15 ພຶດສະພານີ້ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງເລຂາຄະນະພັກກະຊວງ ຮອງລັດ ຖະມົນຕີກະຊວງ ປກສ, ມີຄະນະພັກກະຊວງ, ຄະນະພັກກົມໃຫຍ່, ຫ້ອງວ່າການກະຊວງ, ກົມ, ກອງບັນຊາການ ແລະ ວິທະຍາຄານອ້ອມຂ້າງເຂົ້າຮ່ວມ.

 

 

ສະຫາຍ ພັອ ພຽນສີ ແສງຄໍາຢອງ ຄະນະພັກກົມໃຫຍ່ການເມືອງ ຫົວໜ້າກົມພັກ ໄດ້ລາຍງານວ່າ: ຄະນະພັກ-ຄະນະນໍາກະຊວງ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ຖືສໍາຄັນ ແລະ ເປັນຄວາມຮັບຜິດຊອບໂດຍກົງຕໍ່ການດໍາເນີນການຄັດເລືອກໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍໄດ້ນໍາພາສ້າງແຜນການ, ຄາດ ໝາຍສູ້ຊົນ ແລະ ກຳນົດຂໍ້ແຂ່ງຂັນໃນແຕ່ລະປີ; ໄດ້ນໍາພາສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດປົກກະຕິຕໍ່ເນື່ອງ; ການດໍາເນີນຊີວິດການເມືອງ ຄັດເລືອກໜ່ວຍພັກປອດໃສ ເຂັ້ມ ແຂງໜັກແໜ້ນ ປະຈຳປີໄດ້ດໍາເນີນຕາມບາດກ້າວ, ຂັ້ນຕອນ ນິຕິກຳທີ່ຂັ້ນເທິງວາງອອກ ໂດຍມີການຕິດຕາມຊຸກຍູ້, ກວດກາປະເມີນຜົນ; ໃນປີນີ້ໄດ້ດໍາເນີນຄຽງຄູ່ກັບການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກ, ຄະນະພັກແຕ່ລະຂັ້ນໄດ້ສະຫຼຸບຕີລາຄາການນໍາພາລວມ, ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ສໍາຫຼວດກວດກາບຸກຄົນໃນຄະນະພັກ, ສະມາຊິກພັກ ຕະຫຼອດໄລຍະໜຶ່ງສະໄໝຜ່ານມາ, ຜ່ານການຈັດຕັ້ງດໍາເນີນຕົວຈິງເຫັນວ່າມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ແຂງແຮງ.

ຜ່ານການຕີລາຄາແບ່ງປະເພດຮາກຖານພັກ: ປີ 2024 ທົ່ວອົງຄະນະພັກກະຊວງ ປກສ ມີ 14 ອົງຄະນະພັກ, 3 ຄະນະພັກຮາກຖານຂຶ້ນກັບ, ມີຮາກຖານພັກລວມທັງໝົດ 373 ຮາກຖານ, ໃນນັ້ນ, ມີຄະນະພັກຮາກຖານ 27 ຮາກຖານ, ໜ່ວຍພັກຮາກຖານ 187 ຮາກຖານ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 159 ໜ່ວຍ, ໄດ້ແບ່ງປະເພດ 287 ໜ່ວຍ, ບໍ່ໄດ້ແບ່ງປະເພດ 59 ໜ່ວຍ (ສ້າງໃໝ່). ໃນນີ້, ໄດ້ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ 2024 ຈຳນວນ 217 ໜ່ວຍ ທຽບໃສ່ປີ 2023 ເພີ່ມຂຶ້ນ 5 ໜ່ວຍ; ໜ່ວຍພັກກາງ 70 ໜ່ວຍ ກວມ 24.39%. ມີໜ່ວຍພັກທີ່ໄດ້ຮັບນາມມະຍົດ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 6 ປີຕິດຕໍ່ກັນມີ 69 ໜ່ວຍ, 5 ປີຕິດຕໍ່ກັນ 14 ໜ່ວຍ, 4 ປີຕິດຕໍ່ກັນມີ 18 ໜ່ວຍ, 3 ປີຕິດຕໍ່ກັນມີ 34 ໜ່ວຍ, 2 ປີຕິດຕໍ່ກັນ 27 ໜ່ວຍ ແລະ ສະເໜີຮັບຮອງໃໝ່ມີ 55 ໜ່ວຍພັກ.

ໃນພິທີໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ 2024 ໃຫ້ຕາງໜ້າ 217 ໜ່ວຍພັກອ້ອມຂ້າງກະຊວງ ໃຫ້ກຽດມອບໂດຍສະຫາຍ ພົທ ກົງທອງ ພົງວິຈິດ ພ້ອມດຽວກັນ, ຄະນະພັກ 17 ກົມກອງທີ່ຂຶ້ນກັບກະຊວງໄດ້ຂຶ້ນຈັບມືແຂ່ງຂັນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີຕໍ່ໄປ.

ຂ່າວ-ພາບ: ບຸນພະຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ມອບເງິນ-ວັດຖຸກວ່າ 400 ລ້ານກີບຊ່ວຍຜູ້ປະສົບໄພນໍ້າຖ້ວມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ມອບເງິນ-ວັດຖຸກວ່າ 400 ລ້ານກີບຊ່ວຍຜູ້ປະສົບໄພນໍ້າຖ້ວມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ສະແດງນໍ້າໃຈຮ່ວມແບ່ງເບົາຄວາມເດືອດຮ້ອນຂອງປະຊາຊົນ ໂດຍມອບເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າລວມກວ່າ 400 ລ້ານກີບ ເພື່ອຊ່ວຍບັນເທົາຄວາມເດືອດຮ້ອນ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ປະສົບໄພນ້ຳຖ້ວມໃນບັນດາເມືອງຂອງແຂວງ.
ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດຂໍ້ແຂ່ງຂັນປະຈຳປີ 2026

ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດຂໍ້ແຂ່ງຂັນປະຈຳປີ 2026

ວັນທີ 25 ກັນຍາຜ່ານມາ, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປີດຂໍ້ແຂ່ງຂັນປະຈຳປີ 2026 ໂດຍການເປັນປະທານຂອງສະຫາຍ ພັນໂທ ບຸນນອງ ອະໄພ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກ ການ, ກອງຮ້ອຍທະຫານຊາຍແດນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເມືຶອງບໍ່ແຕນ ສຳເລັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເມືຶອງບໍ່ແຕນ ສຳເລັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຄະນະໂຄສະນາອົບຮົມເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ I ໃຫ້ແກ່ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງ​ບໍ່​ແຕນ, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ; ມີທ່ານສົມປະສົງ ໄຊຍະລາດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກສຳນັກງານ, ອົງການ, ກົມກອງ ແລະ ຕາແສງພາຍໃນເມືອງ ເຂົ້າຮ່ວມ.
4 ໜ່ວຍພັກ ພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

4 ໜ່ວຍພັກ ພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ວັນທີ 28 ກັນຍາຜ່ານມາ, ທີ່ສະໂມສອນເມືອງໂພນໂຮງ ແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບ ຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສີວຽງໄຊ ອໍລະບູນ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ; ສະຫາຍ ນາງ ວັນເພັງ ພັນທະນາໄລ ກຳ ມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດ 8 ເມືອງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດ 8 ເມືອງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ວັນທີ 28 ກັນຍາຜ່ານມາ, ທີ່ສະໂມສອນໃຫຍ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຄົ້ນຄວ້າ ໂຄງການບຸລິມະສິດ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ພາຍໃນແຂວງຫຼວງພະບາງ, ມີທ່ານ ຄຳເພັດ ສີລາທອງນິດ ຫົວໜ້າພະ ແນກການເງິນແຂວງ, ທ່ານ ຢີ່ ຢ່າງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ ຄັ້ງທີ 5 ສະໄໝທີ Vl

ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ ຄັ້ງທີ 5 ສະໄໝທີ Vl

ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄຳໄຊ ຄັ້ງທີ 5 ສະໄໝທີ Vl ຈັດຂຶ້ນໃນວັນທີ 28 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄໍາແພນ ວິລື້ທໍາ ກໍາມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ປິດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ

ປິດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ

ວັນທີ 25 ກັນຍາຜ່ານມາ, ທີ່ກອງຮ້ອຍທະຫານຊາຍແດນ 256, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳແພນ ວິລື້ທຳ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະຫ້ອງ, ພະແນກການ ແລະ ນັກຝຶກອົບຮົມ ເຂົ້າຮ່ວມ.
ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ

ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ

ໃນວັນທີ 24 ກັນຍາ ຜ່ານມາ ທີ່ຫ້ອງປະຊຸມສູນພັດທະນາຊົນລະປະທານຮ່ວມມື ລາວ-ເກົາຫຼີ (ເຂດດົງໝາກຄາຍ), ໄດ້ມີການຈັດກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍກອງທຶນຊົນລະປະທານ ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຄະນະກຳມະການຮັບຜິດຊອບເຂົ້າຮ່ວມ.
ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ ໃນກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສະບັບ ເລກທີ 3541/ກສ ລົງວັນທີ 12 ສິງຫາ 2026 ໃນວັນທີ 28 ກັນຍານີ້ ທີ່ສະໂມສອນຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມ ມີ ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ກອງ ແລະ ສະຖາບັນທີ່ຂຶ້ນກັບກະຊວງ
ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ໄດ້ມອບຄອມພີວເຕີໂນດບຸກ, ປີນເຕີ ແລະ ກະເປົາໃຫ້ 3 ຕາແສງຄື: ຕາແສງ ໂນນໄຮ, ແດງມີໄຊ ແລະ ຕາແສງ ຮົ່ມທ້າວ, ໃນ​ວັນ​ທີ 28 ກັນ​ຍາ​ນີ້ ທີ່ ຫ້ອງວ່າການເມືອງໝື່ນ ແຂວງວຽງຈັນ.
ເພີ່ມເຕີມ