2023 ບໍລິຄໍາໄຊ ມີຜົນສໍາເລັດບາງດ້ານພົ້ນເດັ່ນໃນຂົງເຂດວັດທະນະທໍາ-ສັງຄົມ

2023 ບໍລິຄໍາໄຊ ມີຜົນສໍາເລັດບາງດ້ານພົ້ນເດັ່ນໃນຂົງເຂດວັດທະນະທໍາ-ສັງຄົມ
ຕະຫຼອດໄລຍະປີ 2023 ຜ່ານມາ, ໄປພ້ອມກັບຜົນສໍາເລັດໃນດ້ານຕ່າງໆ ແຂວງບໍລິຄໍາໄຊໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມວຽກງານຂົງເຂດວັດທະນະທໍາ-ສັງຄົມ ເຮັດໃຫ້ມີບາງດ້ານພົ້ນເດັ່ນຂຶ້ນ. ເປັນຕົ້ນວຽກງານສຶກສາທິການ-ກິລາໃນໜຶ່ງປີຜ່ານມາ, ແຂວງໄດ້ປະ ຕິບັດ 15 ຄາດໝາຍຕົ້ນຕໍ ວຽກງານສຶກສາທິການ ແລະ ກິລາ ສາມາດບັນລຸໄດ້ 10 ຄາດໝາຍ, ບໍ່ສາມາດບັນລຸໄດ້ 4 ຄາດໝາຍ ແລະ 1 ຄາດໝາຍບໍ່ມີຄວາມກ້າວໜ້າ ແລະ ທົດຖອຍ.
    ຄາດໝາຍທີ່ມີຄວາມກ້າວໜ້າແຕ່ບໍ່ສໍາເລັດມີ 4 ຄາດໝາຍຄື: ອັດຕາເຂົ້າຮຽນຂອງເດັກ 5 ປີ ເພີ່ມຂຶ້ນຈາກສົກຮຽນຜ່ານມາ 77,4% ມາເປັນ 80,6% (ຄາດໝາຍ 87,5%); ອັດຕາເຂົ້າຮຽນໃໝ່ລວມ ປ.5 ເພີ່ມຂຶ້ນຈາກສົກຮຽນຜ່ານມາ 98,7% ມາເປັນ 98,8% (ຄາດໝາຍກ້າວເຂົ້າຫາ 100%); ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນຫຼຸດລົງຈາກສົກຮຽນຜ່ານມາ 11,9% ມາເປັນ 11,0% (ຄາດໝາຍ 10,5%); ອັດຕາເລື່ອນຊັ້ນ-ຈົບຊັ້ນປະຖົມຫຼຸດລົງຈາກສົກຮຽນຜ່ານມາ 94,5% ມາເປັນ 93,9% (ຄາດໝາຍ 94,8%), ຄາດໝາຍທີ່ບໍ່ມີຄວາມກ້າວໜ້າ ແລະ ທົດຖອຍມີ 1 ຄາດໝາຍຄື: ອັດຕາເຂົ້າຮຽນ     ໃໝ່ລວມ ມ.4 ຫຼຸດລົງຈາກສົກຮຽນຜ່ານມາ 64,3% ມາເປັນ 63,6% (ຄາດໝາຍ 65,2%). ສໍາລັບວຽກງານສາທາລະນະສຸກແຂວງໄດ້ຈັດຕັ້ງປະຕິບັດຕົວຊີ້ວັດ 5 ດີ 1 ພໍໃຈຢູ່ໂຮງໝໍແຂວງ ແລະ ໂຮງໝໍຊຸມຊົນ ການຕ້ອນຮັບດີປະຕິບັດໄດ້ 80,3%, ສະອາດດີປະຕິບັດໄດ້ 74,2%, ສະດວກດີປະຕິບັດໄດ້ 81,6%, ບົ່ງມະຕິດີປະຕິບັດໄດ້ 80,2%, ປິ່ນປົວດີປະຕິບັດໄດ້ 82,9%, ສະເລ່ຍໄດ້ 79,8% (ແຜນການຂອງແຕ່ລະຕົວຊີ້ວັດ 80%); ໃນການຈັດຕັ້ງປະຕິບັດ 11 ຕົວຊີ້ບອກທົ່ວແຂວງສາມາດບັນລຸສໍາເລັດໄດ້ທັງໝົດ; ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ສໍາເລັດການສະເໜີຮັບຮອງວັດພະບາດໂພນສັນ ເປັນມໍລະດົກລະດັບຊາດ; ສໍາເລັດການລົງເກັບກໍາຂໍ້ມູນສິລະປະລາຍດັ້ງເດີມຊຸດເຜົ່າເມີ້ຍ ແລະ ສຽງຂັບເມີ້ຍ ເພື່ອກະກຽມຂຶ້ນທະບຽນ ແລະ ສະເໜີຮັບຮອງເປັນມໍລະດົກລະດັບທ້ອງຖິ່ນ; ການກໍ່ສ້າງຫໍຫຼັກເມືອງຂອງແຂວງມາຮອດປັດຈຸບັນປະຕິບັດໄດ້ 80% ຄາດຄະເນໃຫ້ສໍາເລັດກ່ອນເດືອນກຸມພາປີ 2024; ສ່ວນວຽກງານແຮງງານ ແລະ ສະຫວັດດິີການສັງຄົມ ໄດ້ຝຶກອົບຮົມພັດທະນາສີມືແຮງງານ 305 ຄົນ ລື່ນແຜນປີ 22% (ແຜນປີ 250 ຄົນ), ຈັດຫາວຽກເຮັດງານທໍາໄດ້ 179 ຄົນ ເທົ່າກັບ 28,37% (ແຜນປີ 631), ເກັບກໍາແຮງງານລາວເຂົ້າເຮັດວຽກຢູ່ 22 ຫົວໜ່ວຍແຮງງານຈໍານວນ 723 ຄົນ ລື່ນແຜນປີ 14,58% (ແຜນປີ 631 ຄົນ), ຂຶ້ນທະບຽນຜູ້ຕ້ອງການວຽກເຮັດງານທໍາໄດ້ 292 ຄົນລື່ນແຜນປີ 16,8% (ແຜນປີ 250 ຄົນ); ປຸກລະດົມບໍລິຈາກເລືອດທັງໃນສູນ ແລະ ນອກສູນໄດ້ 991 ຄັ້ງ, ມີຜູ້ເຂົ້າຮ່ວມ 14.016 ຄົນ, ໄດ້ເລືອດ 2.874 ຖົງ ເທົ່າກັບ 92,70% (ແຜນປີ 3.100 ຖົງ), ສຳເລັດພິທີມອບ-ຮັບໂຮງໝໍທະຫານແຂວງໂດຍທຶນຊ່ວຍເຫຼືອຂອງແຂວງຮ່າຕິ້ງມູນຄ່າ 8,3 ຕື້ດົງ; ສຳເລັດພິທີມອບ-ຮັບໃບທະບຽນສັນຊາດທີ່ໄດ້ຮັບການອະນຸມັດຈາກລັດຖະບານລາວໃຫ້ແກ່ຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຕາມບໍລິເວນຊາຍແດນລາວ-ຫວຽດນາມ ຈຳນວນ 2.671 ຄົນ, ຍິງ 1.281 ຄົນຢູ່ເມືອງວຽງທອງ, ວຽກງານກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມໃນປີຜ່ານມາ, ໄດ້ເອົາໃຈໃສ່ສ້າງກິດຈະກໍາເພື່ອຊອກຫາແຫຼ່ງທຶນ ແລະ ລະດົມກໍາລັງແຮງທັງພາກລັດ ແລະ ເອກະຊົນໄດ້ທັງໝົດ 3 ຕື້ກວ່າກີບ, ເງິນບາດ 20.000 ບາດ; ຊ່ວຍເຫຼືອຜູ້ດ້ອຍໂອກາດ, ຜູ້ປະສົບໄພ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ກໍ່ສ້າງ-ສ້ອມແປງ ແລະ ສະໜອງອຸປະກອນການຮຽນ, ອຸປະກອນການແພດ, ຊ່ວຍເຫຼືອປຸກສ້າງເຮືອນສາຍໃຈ ຕອບບຸນແທນຄຸນຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ອື່ນໆລວມມູນຄ່າ 2,2 ຕື້ກວ່າກີບ.  
 ຂ່າວ: ຕະວິນຍານ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ, ປັບປຸງລະບົບການຈັດຕັ້ງ, ການບໍລິຫານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ,ບໍາລຸງສ້າງຜູ້ພິພາກສາ-ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊໍານານງານ, ເຄື່ອນໄຫວປະຕິບັດໜ້າວຽກງານຢ່າງແຂງແຮງ ໂດຍສະເພາະການແກ້ໄຂຄະດີໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ.
ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ເມືອງພຽງ ແຂວງໄຊຍະບລີ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸຂື້ນໃນວັນທີ 29-30 ທັນວາ 2025 ຢູ່ທີ່ບ້ານດັ່ງກ່າວໂດຍການເຂົ້າຮ່ວມທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນເຂົ້າຮ່ວມ.
ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ