2025 ສາມາດດຳເນີນການກວດສອບໄດ້ທັງໝົດ 147 ເປົ້າໝາຍ

2025 ສາມາດດຳເນີນການກວດສອບໄດ້ທັງໝົດ 147 ເປົ້າໝາຍ

2025 ສາມາດດຳເນີນການກວດສອບໄດ້ທັງໝົດ 147 ເປົ້າໝາຍ
ກອງປະຊຸມວຽກງານກວດສອບແຫ່ງລັດ ທົ່ວປະເທດ ປະຈໍາປີ 2026 ໄດ້ປິດລົງດ້ວຍຜົນສໍາເລັດ ໃນຕອນແລງວັນທີ 7 ເມສາ ນີ້, ພາຍຫຼັງດຳເນີນມາ 2 ວັນທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ, ໂດຍໃນມື້ທີສອງຕາມວາລະກອງປະຊຸມ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄດ້ສຸມໃສ່ການປຶກສາຫາລືວຽກງານປິ່ນອ້ອມ ເປັນຕົ້ນແມ່ນການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນການວິເຄາະຂໍ້ມູນ, ການນໍາໃຊ້ລະບົບຕິດຕາມການເຮັດວຽກຂອງຄະນະກວດສອບແບບອອນລາຍ ແລະ ການປະເມີນການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ແບບລົງເລີກ.
2025 ສາມາດດຳເນນການກວດສອບໄດທງໝດ 147 ເປາໝາຍ - image 1
 

ໃນຕອນບ່າຍຂອງວັນດຽວກັນ, ກອງປະຊຸມໄດ້ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບ ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ແຂກຖືກເຊີນ ຈາກພາກສ່ວນພາຍນອກ ທີ່ຕິດພັນກັບວຽກງານການກວດສອບ ເຂົ້າຮ່ວມກອງປະຊຸມ.

ທ່ານ ວຽງທະວີສອນ ເທບພະຈັນ ໄດ້ລາຍງານການດໍາເນີນກອງປະຊຸມໂດຍສັງເຂບ: ທີ່ສະແດງໃຫ້ເຫັນສະພາບລວມ ແລະ ບັນຍາກາດຂອງກອງປະຊຸມ ໃນໄລຍະ 1 ວັນເຄິ່ງທີ່ຜ່ານ ຊຶ່ງເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງ ເພື່ອຕີລາຄາການປະຕິບັດໜ້າທີ່ການເມືອງຂອງຕົນ; ສະຫຼຸບຜົນງານທີ່ພົ້ນເດັ່ນ ໃນປີ 2025 ເຊັ່ນ: ດ້ານນິຕິກຳໄດ້ບັນຈຸວຽກງານກວດສອບແຫ່ງລັດເຂົ້າໃນການປັບປຸງລັດຖະທຳມະນູນ ສະບັບປີ 2025 ເພື່ອເພີ່ມສິດໃຫ້ອົງການກວດສອບແຫ່ງລັດດຳເນີນການກວດສອບຢ່າງເປັນເອກະລາດ; ດ້ານວິຊາສະເພາະ: ສາມາດດຳເນີນການກວດສອບໄດ້ທັງໝົດ154 ເປົ້າໝາຍ (ຄົບ 100% ຂອງແຜນການ). ຜ່ານການຊຸກຍູ້ການແກ້ໄຂຜົນການກວດສອບ ສາມາດມອບເງິນຄືນເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 5,303.17 ຕື້ກີບ ແລະ 310,000 ໂດລາ ແລະ ທິດທາງແຜນການ ແລະ ຈຸດສຸມໃນປີ 2026: ຄາດໝາຍສູ້ຊົນ: ດຳເນີນການກວດສອບໃຫ້ສຳເລັດ145 ເປົ້າໝາຍ (ຫຼື 147 ເປົ້າໝາຍ ຕາມມະຕິສະພາແຫ່ງຊາດ); ວຽກງານຈຸດສຸມ: ສຸມໃສ່ກວດສອບການຈັດເກັບລາຍຮັບ, ລາຍຈ່າຍບຸລິມະສິດ, ການຂຸດຄົ້ນແຮ່ທາດ, ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການປ່ອຍກູ້ຂອງທະນາຄານ ແລະ ການຫັນເປັນທັນສະໄໝ: ປະສານສົມທົບກັບຄູ່ຮ່ວມພັດທະນາ ເພື່ອພັດທະນາໂຄງລ່າງພື້ນຖານຮອງຮັບການນຳໃຊ້ AI ເຂົ້າໃນການກວດສອບ. ກອງປະຊຸມໄດ້ຍົກເອົາບັນຫາຕົວຈິງມາສົນທະນາຢ່າງກົງໄປກົງມາ ເປັນຕົ້ນແມ່ນການເກັບກູ້ລາຍຮັບຢູ່ນອກລະບົບງົບປະມານ, ພັນທະຈາກການສົ່ງອອກແຮ່ທາດ ແລະ ການຄຸ້ມຄອງເງິນຕາຕ່າງປະເທດ. ບັນດາຄຳເຫັນປະກອບຈາກແຕ່ລະພາກສ່ວນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນ ແລະ ເປັນບົດຮຽນໃນການປະຕິບັດໜ້າທີ່ຕໍ່ໜ້າ.

2025 ສາມາດດຳເນນການກວດສອບໄດທງໝດ 147 ເປາໝາຍ - image 2
 

ໃນກອງປະຊຸມ ໄດ້ຮັບຟັງການໂອ້ລົມ ຊີ້ນໍາ ຈາກ ທ່ານ ວັນໄຊ ພອງສະຫວັນ ຊຶ່ງທ່ານ ໄດ້ສະແດງຄວາມຍ້ອງຊົມເຊີຍຕໍ່ຜົນສໍາເລັດທີ່ອົງການກວດສອບແຫ່ງລັດຍາດມາໄດ້ ແລະ ໄດ້ເນັ້ນໜັກທິດຊີ້ນໍາຕື່ມ ດັ່ງນີ້:

1. ເພີ່ມທະວີການເອົາໃຈໃສ່ສຶກສາອົບຮົມດ້ານແນວຄິດ-ຈັນຍາບັນ ຕ້ອງຊື່ສັດ, ບໍ່ສວຍໃຊ້ໜ້າທີ່ ແລະ ບໍ່ຮັບສິນບົນ ເປັນແບບຢ່າງທີ່ດີ ເພື່ອສ້າງຄວາມເຊື່ອໝັ້ນ-ເຊື່ອຖື ໃຫ້ເປົ້າໝາຍທີ່ຖືກກວດສອບ ແລະ ຕໍ່ສັງຄົມ;

2. ເພີ່ມທະວີຕີຖອຍຫັນຈາກການກວດສອບແບບຄອງເດີມ ໄປສູ່ການກວດສອບລ່ວງເລິກ ເພື່ອສະກັດກັ້ນການຮົ່ວໄຫຼຂອງງົບປະມານແຫ່ງລັດ;

3. ເອົາໃຈໃສ່ປະສານາສົມທົບກັບອົງການກວດກາແຫ່ງລັດ ໃຫ້ກົມກຽວ ແລະ ຕໍ່ເນື່ອງ ເພື່ອຫຼີກເວັ້ນຄວາມຊໍ້າຊ້ອນ;

4. ຍົກສູງຄວາມຮັບຜິດຊອບການແກ້ໄຂຜົນການກວດສອບ ໂດຍຖືເອົາການແກ້ໄຂຜົນການກວດສອບ ເປັນໄມ້ລາວັດແທກ ໃນການປະເມີນຜົນງານ ທີ່ສໍາຄັນໃນການປະເມີນພະນັກງານ.

2025 ສາມາດດຳເນນການກວດສອບໄດທງໝດ 147 ເປາໝາຍ - image 3
 

ໃນຕອນທ້າຍຂອງກອງປະຊຸມ ກອງເລຂາກອງປະຊຸມ ຍັງໄດ້ຜ່ານຮ່າງມະຕິກອງປະຊຸມ ແລະ ໄດ້ມີການປະກອບຄໍາເປັນເອກະພາບກັນ ຂອງບັນດາຜູ້ເຂົ້າຮ່ວມກອງປະຊຸມ ເພື່ອນໍາເອົາວຽກງານທີ່ໄດ້ຕົກລົງກັນ ນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນທີ່ສໍາເລັດ.

ຂ່າວ-ພາບ:ອກສລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ