21 ມີນາ ວັນທີ່ມີຄວາມໝາຍ-ສໍາຄັນໃນປະຫວັດສາດຂອງຊາດລາວ

21 ມີນາ ວັນທີ່ມີຄວາມໝາຍ-ສໍາຄັນໃນປະຫວັດສາດຂອງຊາດລາວ

21 ມີນາ ວັນທີ່ມີຄວາມໝາຍ-ສໍາຄັນໃນປະຫວັດສາດຂອງຊາດລາວ
ເນື່ອງໃນໂອກາດວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026). ວັນທີ 21 ມີນາ ແມ່ນວັນໜຶ່ງທີ່ສໍາຄັນໃນປະຫວັດສາດຂອງຊາດລາວເຮົາ; ເປັນວັນທີ່ພວກ ຈັກກະພັດລ່າເມືອງຂຶ້ນແບບເກົ່າ ໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວ ເມືອງທ່າແຂກ ແລະ ພະນັກງານນັກຮົບຂອງພວກເຮົາ. ຍ້ອນແນວນັ້ນ, ໃນໄລຍະຜ່ານມາຈຶ່ງພ້ອມກັນລະນຶກວັນທີ 21 ມີນາ 1946 ເປັນວັນແຫ່ງຄວາມຄຽດແຄ້ນສັດຕູຜູ້ຮຸກຮານ.
21 ມນາ ວນທມຄວາມໝາຍ-ສາຄນໃນປະຫວດສາດຂອງຊາດລາວ - image 1
 

 

ວັນທີ 30 ກໍລະກົດ 2008, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກດຳລັດເລກທີ 136/ນຍ ວ່າດ້ວຍການກຳນົດເອົາວັນດັ່ງກ່າວມາເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ. ແຕ່ການຈັດຕັ້ງປະຕິບັດໄລຍະນັ້ນບໍ່ທັນເຂົ້າສູ່ຊີວິດຕົວຈິງ; ຈົນມາເຖິງວັນທີ 4 ມີນາ 2014 ຫ້ອງວ່າການສູນກາງພັກ ໄດ້ອອກແຈ້ງການເລກທີ 94/ຫສພ ເຖິງຄະນະໂຄສະນາອົບ ຮົມສູນກາງພັກ ກ່ຽວກັບການຈັດຕັ້ງລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະ ເທດຊາດ. ຄະນະໂຄສະນາອົບຮົມສູນກາງພັກ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງ ປະຕິບັດດຳລັດຂອງນາຍົກໃຫ້ເປັນຈິງ, ຖືວ່າປີ 2014 ເປັນປີເປີດສາກທີ່ພວກເຮົາລະນຶກວັນທີ 21 ມີນາ ເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ, ໄດ້ດໍາເນີນການລະນຶກວັນປະຫວັດສາດດັ່ງກ່າວດ້ວຍຫຼາຍຮູບການເຊັ່ນ: ໂຮມຊຸມນຸມມິດຕິງໃຫຍ່ຢູ່ທ່າແຂກ, ວາງພວງມາລາຢູ່ສຸສານແຫ່ງຊາດ ແລະ ອານຸສາວະລີນັກຮົບນິລະນາມແຫ່ງຕ່າງໆ, ໂຮມຊຸມນຸມ - ຈັດປາຖະກະຖາຢູ່ບັນດາແຂວງຈໍານວນໜຶ່ງ, ຈັດຕັ້ງຢ້ຽມຢາມບັນດາສູນເສຍອົງຄະ, ໂຄສະນາສຶກສາອົບຮົມຜ່ານສື່ຕ່າງໆ, ສ້າງສາລະຄະດີເປັນແຜ່ນ CD ແລະ ອື່ນໆ. ດັ່ງນັ້ນ, ນັບແຕ່ປີ 2014 ເປັນຕົ້ນມາໄດ້ພ້ອມກັນລະນຶກ ແລະ ສະເຫຼີມສະຫຼອງວັນທີ 21 ມີນາ ໃນຖານະວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະ ເທດຊາດ.

ປີ 1946 ພວກລ່າເມືອງຂຶ້ນແບບເກົ່າ ໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່, ເພື່ອສະກັດກັ້ນ, ຕ້ານຢັນການບຸກລຸກຄັ້ງໃໝ່ຂອງສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າສົມທົບກັບກອງກຳ ລັງປະກອບອາວຸດ ຂອງຄົນຫວຽດນາມຢູ່ລາວ ໄດ້ດໍາເນີນການຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີຕ້ານການບຸກລຸກບຽດຢຶດຂອງສັດຕູຢູ່ບັນດາຕົວເມືອງຕ່າງໆໃຫ້ປະລາໄຊເປັນກ້າວໆເດັ່ນກວ່າໝູ່ແມ່ນບັ້ນຮົບປ້ອງ ກັນຕົວເມືອງທ່າແຂກ ຊຶ່ງເປັນຈຸດຍຸດທະສາດສໍາຄັນ ຂອງການປະຕິວັດໃນເວລານັ້ນ. ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານກັບກໍາລັງທະຫານ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ພວກປະຕິການຂາຍຊາດ ທີ່ຈະຢຶດເອົາຕົວເມືອງທ່າແຂກ, ໃນຕົ້ນເດືອນກຸມພາ ປີ 1946 ໜ່ວຍພັກປະຈໍາເມືອງ ທ່າແຂກ ໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິ ຊຶ່ງໄດ້ລະບຸໄວ້ວ່າ: “ຕ້ອງເພີ່ມຄວາມສາມັກຄີລະຫວ່າງ 2 ກໍາລັງປະກອບອາວຸດຂອງລາວ ແລະ ຊາວຫວຽດນາມຕ່າງດ້າວ ເພື່ອກະກຽມໃຫ້ແກ່ການຕໍ່ສູ້ປ້ອງກັນທ່າແຂກ, ປົກປັກຮັກສາຊັບສົມບັດຂອງປະຊາຊົນ ແລະ ເປັນການທົດສອບໃນແປວໄຟ ເພື່ອສ້າງກໍາລັງໃຫ້ເຕີບໃຫຍ່ຂະຫຍາຍຕົວ”. ປະຕິບັດຕາມມະຕິດັ່ງກ່າວຄະນະບັນຊາການທະຫານ ແລະ ຄະນະຮັກສາຕົວເມືອງທ່າແຂກ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ບັນຊາການສູງສຸດ ໄດ້ໂຮມປະຊຸມ ເພື່ອຜ່ານແຜນການສູ້ຮົບປ້ອງກັນຕົວເມືອງຢ່າງລະອຽດ. ຄະນະບັນຊາການ ໄດ້ມອບໜ້າທີ່ໃຫ້ 2 ສະຫາຍຄື: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ ແລະ ສະຫາຍ ຫງວຽນແຈ້ງ ຮອງຫົວໜ້າຄະນະບັນຊາການຮັບຜິດຊອບເຂດຕາເວັນອອກສ່ຽງເໜືອ ແລະ ທິດຕາເວັນຕົກສ່ຽງໃຕ້ ຂອງເມືອງທ່າແຂກ; ກໍາລັງທະຫານລວມມີ 800 ກວ່າຄົນ ໄດ້ຈັດຕັ້ງເປັນ 4 ກອງຮ້ອຍ (ລາວ 2 ກອງຮ້ອຍ, ຊາວຫວຽດນາມຕ່າງດ້າວ 2 ກອງຮ້ອຍ) ປະກອບອາວຸດ ແລະ ມີໜ້າທີ່ຮ່ວມກັບໜ່ວຍປ້ອງກັນຕົວກຽມ ພ້ອມຕໍ່ສູ້ກັບພວກສັດຕູໃນທຸກທິດ.

ນໍ້າໃຈ ວັນທີ 21 ມີນາ ໝັ້ນຍືນ !.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ໂດຍປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2026 ວ່າດ້ວຍ ການເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ, ອີງຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 311/ປກສ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ, ອີງຕາມຄໍາສັ່ງຂອງປະທານຄະນະກໍາມະການ ປກຊ-ປກສ ແຂວງວຽງຈັນ ສະບັບເລກທີ 13/ປກຊ-ປກສ, ລົງວັນທີ 25 ມີນາ 2022 ວ່າດ້ວຍການຮີບໂຮມ, ຂຶ້ນບັນຊີ, ຄຸ້ມຄອງອາວຸດເສິກ.
ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ວັນທີ 6 ພະຈິກຜ່ານມາ, ສູນ 523 ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ, ມີຄະນະກົມຊ່າງແສງ, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ຄະ ນະພັກ-ຄະນະບັນຊາສູນ 523, ພະແນກການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ພິທີປະກາດຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນໄດ້ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ,ໂດຍການເປັນປະທານຂອງສະຫາຍພົນໂທວົງສອນອິນປານພິມຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍພູທະນູເພັດໄຊສົມບັດກໍາມະການສູນກາງພັກ, ເລຂາຄະນະບໍລິຫານການພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ສະຫາຍພົນຈັດຕະວາອຸ່ນຄຳສີແຫວນວົງສັກຜູ້ບັນຊາການທະຫານຊາຍແດນ, ມີກົມກອງທີ່ກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ, ກົມກອງອ້ອມຂ້າງແລະແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ວັນທີ 10 ພະຈິກຜ່ານມາ, ທີ່ສໍານັກງານເມືອງໄຊເສດຖາຄະນະໂຄສະນາອົບຮົມແຂວງ​ອັດຕະປື​ໄດ້ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ, ໃຫ້ກຽດເຜີຍແຜ່ຂອງ​ທ່ານກົງຈັກສີສະຫວາດກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,​ ມີ​ຄະນະພັກ, ຄະນະນໍາ,​ສື່ມວນຊົນອ້ອມຂ້າງເມືອງເຂົ້າຮ່ວມ.​
ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ວັນທີ 10 ພະຈິກຜ່ານມາ, ທີ່ກອງພັນທະຫານຮາບ 19 ໄດ້ຈັດພິທີເປີດຊຸດອົບຮົມ- ຫັດແອບວຽກງານຮັບປະກັນພະລາທິການປະຈຳປີ 2026 ທົ່ວກອງບັນຊາການທະຫານແຂວງອັດຕະປື, ໂດຍການເປັນປະທານຂອງສະຫາຍພົວສີສົມໃຈມະໂນລາຄະນະປະຈຳພັກແຂວງ, ເລຂາພັກຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ພະນັກງານ, ຄູ-ອາຈານແລະສຳມະນາກອນເຂົ້າຮ່ວມ.
ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເພື່ອເຮັດໃຫ້ວຽກງານຄົ້ນຄ້ວາສັງລວມ-ຫາງສຽງສັງຄົມ ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດຕອບສະໜອງໄດ້ກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນເງື່ອນໄຂປັດຈຸບັນ.ເມື່ອບໍ່ດົນມານີ້, ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ຮ່ວມກັບຄະນະໂຄສະນາອົບຮົມແຂວງ(ຄອຂ)ຈໍາປາສັກໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງຈໍາປາສັກ; ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 2-3 ພະຈິກ 2026ທີ່ສະໂມສອນແຂວງຈໍາປາສັກ(ຫຼັກ 4),
ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫ້ອງວ່າດານສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີເຜີຍແຜ່ເອກະສານສໍາຄັນຂອງພັກ ໃນວັນທີ 10 ພະຈິກນີ້ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ, ໃຫ້ກຽດບັນລະຍາຍໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ເຂົ້າຮ່ວມຮັບຟັງ ມີທ່ານນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ບັນດາຄະນະນໍາຫສປທ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ.
ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ວັນທີ 10 ພະຈິກນີ້ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ໄດ້ເປີດພິທີຝຶກອົບຮົມຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII ໃຫ້ພະນັກງານສານປະຊາຊົນ ແລະ ສານທະຫານ, ໂດຍການເປັນປະທານຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີຮອງປະທານສານທະຫານ, ກົມຈັດຕັ້ງ, ແຂກຖືກເຊີນ, ວິທະຍາກອນພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມ.
ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ວັນທີ 10 ພະຈິກນີ້ທີ່ໂຮງໝໍສູນກາງ 103 ກອງທັບ, ໄດ້ຈັດພິທີປະກາດການແຕ່ງຕັ້ງຫົວໜ້າການເມືອງ ແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະພັກ ໂຮງໝໍສູນກາງ 103 ກອງທັບ, ໂດຍການເປັນທະທານ ຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ), ມີຕາງໜ້າກົມພະນັກງານ, ກົມຈັດຕັ້ງພັກ, ແຂກຖືກເຊີນ, ຄະນະພັກ-ຄະນະອໍານວຍການ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ກອງປະຊຸມຄົບຄະນະພັກຮາກຖານ ຄັ້ງທີ 2 ສະໄໝທີ I ຂອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຂວງສາລະວັນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຈັດຂຶ້ນໃນວັນທີ 6 ພະຈິກຜ່ານມາ,ທີ່ ພະແນກ ວທ ແຂວງ, ໂດຍການເປັນປະທານຂອງສະຫາຍ ຄໍາໄພ ໄຊຍະເດດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ວທ ແຂວງ,ມີຄະນະພັກຮາກຖານ, ເລຂາໜ່ວຍພັກ,ສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ