27 ປີ ໃນການປະຕິບັດພາລະບົດບາດ - ໜ້າທີ່ຂອງວຽກງານກວດສອບແຫ່ງລັດ (ເນື່ອງໃນວັນສ້າງຕັ້ງ ອົງການກວດສອບແຫ່ງລັດ 5/8/1998 – 5/8/2025)

27 ປີ ໃນການປະຕິບັດພາລະບົດບາດ - ໜ້າທີ່ຂອງວຽກງານກວດສອບແຫ່ງລັດ (ເນື່ອງໃນວັນສ້າງຕັ້ງ ອົງການກວດສອບແຫ່ງລັດ 5/8/1998 – 5/8/2025)

27 ປີ ໃນການປະຕິບັດພາລະບົດບາດ - ໜ້າທີ່ຂອງວຽກງານກວດສອບແຫ່ງລັດ  (ເນື່ອງໃນວັນສ້າງຕັ້ງ ອົງການກວດສອບແຫ່ງລັດ 5/8/1998 – 5/8/2025)
ໃນຂະບວນວິວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວລະບົບການເມືອງຂອງປະເທດໜຶ່ງໆກໍຕ້ອງປະກອບດ້ວຍຫຼາຍພາກສ່ວນສຳຄັນເປັນຕົ້ນ: ແມ່ນອົງການຈັດຕັ້ງພັກ, ອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງມະຫາຊົນ-ສັງຄົມ ແລະ ອື່ນໆ; ໃນນັ້ນ, ອົງການຈັດຕັ້ງລັດແມ່ນອົງການຈັດຕັ້ງໜຶ່ງທີ່ມີບົດບາດສຳຄັນເປັນໃຈກາງໜຶ່ງ ໃນລະບົບການເມືອງ. ດ້ວຍບົດບາດ ແລະ ຄວາມສຳຄັນດັ່ງກ່າວ, ພັກ-ລັດຖະບານແຫ່ງ ສປປ ລາວ ຈຶ່ງເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງອົງການອຳນາດລັດໃຫ້ມີຄວາມຄ່ອງຕົວ, ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດປະຕິວັດໃນແຕ່ລະໄລຍະ.

 

27 ປ ໃນການປະຕບດພາລະບດບາດ - ໜາທຂອງວຽກງານກວດສອບແຫງລດ (ເນອງໃນວນສາງຕງ ອງການກວດສອບແຫງລດ 5/8/1998 – 5/8/2025) - image 1
 

 

ໂດຍເຫັນໄດ້ຄວາມສຳຄັນດັ່ງກ່າວ, ລັດຖະບານຈຶ່ງໄດ້ອອກດຳລັດສະບັບເລກທີ 174/ນຍ, ລົງວັນທີ 5 ສິງຫາ 1998 ເພື່ອປະຕິບັດພາລະບົດບາດ ແລະ ໜ້າທີ່ໃນການກວດສອບການຄຸ້ມຄອງ, ນໍາໃຊ້ງົບປະມານ, ການເງິນ-ເງິນຕາ ແລະ ຊັບສິນແຫ່ງລັດຂອງອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງອື່ນໆທີ່ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ການເງິນ ແລະ ຊັບສິນຂອງລັດ; ທະນາຄານແຫ່ງ ສປປ ລາວ, ບໍລິສັດມະຫາຊົນ, ວິສາຫະກິດທີ່ຮັບເໝົາກໍ່ສ້າງໂຄງການລົງທຶນຂອງລັດ ແລະ ວິສາຫະກິດກວດສອບ; ທະນາຄານທຸລະກິດ, ສະຖາບັນການເງິນ ແລະ ບໍລິສັດລັດລົງທຶນ; ໂຄງການລົງທຶນຂອງລັດ, ທຶນກູ້ຢືມ, ທຶນສົມທົບແລະທຶນຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ; ເປົ້າໝາຍ ຫຼື ໂຄງການທີ່ລັດເປັນຜູ້ຄໍ້າປະກັນໃຫ້ມີຄວາມໂປ່ງໃສ, ປະຢັດ, ມີປະສິດທິພາບ ແລະ ປະສິດທິຜົນສູງ.

ຜ່ານຂະບວນວິວັດແຫ່ງການສ້າງ ແລະ ປັບປຸງບູລະນະກົງຈັກເວົ້າລວມ, ເວົ້າສະເພາະການປັບປຸງອຳນາດລັດໄດ້ຢັ້ງຢືນເຖິງຄວາມຈຳເປັນພາວະວິໄສ, ເປັນເຄື່ອງມືອັນແຫຼມຄົມຂອງພັກເພື່ອໝູນໃຊ້ເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ. ຕະຫຼອດໄລຍະ 27 ປີແຫ່ງການປະຕິບັດພາລະກິດປະຕິວັດໂດຍຢຶດໝັ້ນອຸດົມການຂອງພັກ ແລະ ລັດຖະບານໃນການປະຕິບັດໜ້າທີ່ອັນຫຍຸ້ງຍາກ ແລະ ມີກຽດສະຫງ່າ. ອົງການກວດສອບແຫ່ງລັດໄດ້ເປັນເຈົ້າການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເດັດດ່ຽວປົກປ້ອງອົງການຈັດຕັ້ງຂອງລັດ ແລະ ສິດຜົນປະ ໂຫຍດທາງດ້ານເສດຖະກິດ, ການເງິນ-ເງິນຕາ ແລະ ຊັບສິນແຫ່ງລັດຂອງປະເທດ; ເອົາໃຈໃສ່ພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງດ້ານກົງຈັກການຈັດຕັ້ງ, ພັດທະນາບຸກຄະລາກອນ ແລະ ວິຊາສະເພະຢ່າງບໍ່ຢຸດຢັ້ງ. ຜົນສຳເລັດທັງໝົດນັ້ນ, ກໍບົນພື້ນຖານການນຳພາ-ຊີ້ນຳຂອງຄະນະພັກ, ຄະນະນຳອົງການກວດສອບແຫ່ງລັດຢ່າງໃກ້ຊິດໂດຍສະເພາະການຄົ້ນຄວ້າ ແລະ ວິເຄາະວິໄຈສະຖານະການ, ສະພາບການທາງດ້ານເສດຖະກິດ - ການເງິນທັງໃນສະເພາະໜ້າ ແລະ ຍາວນານຂອງພັກ-ລັດຖະບານ; ອົງການກວດສອບແຫ່ງລັດຈຶ່ງເຮັດໜ້າທີ່ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດໂດຍຖືເອົາຫຼັກການດຳເນີນການກວດສອບ, ການຄຸ້ມຄອງ, ການນຳໃຊ້ງົບປະມານການເງິນແລະຊັບສິນຂອງລັດໃຫ້ມີຄວາມໂປ່ງໃສ, ປະຢັດ, ມີປະສິດທິພາບ, ປະສິດທິຜົນສູງແນໃສ່ເພື່ອປະກອບສ່ວນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວແລະໝັ້ນຄົງ.

27 ປີໃນການປະຕິບັດພາລະບົດບາດແລະໜ້າທີ່ການກວດສອບໄດ້ຜ່ານຂະບວນວິວັດຫຼາຍໄລຍະໃນການປະຕິບັດໜ້າທີ່ການເມືອງຕາມພາລະບົດບາດຂອງອົງການກວດສອບແຫ່ງລັດໂດຍເລີ່ມຈາກການຮຽນຮູ້ໃນວຽກງານຕົວຈິງ, ຈາກຄວາມຮັບຮູ້ພື້ນຖານດ້ານວິຊາສະເພາະຢູ່ພາຍໃນກໍຄືການແລກປ່ຽນບົດຮຽນກັບບັນດາປະເທດເພື່ອນມິດຮ່ວມຍຸດທະສາດໃນພາກພື້ນແລະສາກົນລວມທັງຄູ່ຮ່ວມພາຄີດ້ານການກວດສອບຂອງສາກົນເຮັດໃຫ້ອົງການກວດສອບແຫ່ງລັດມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານການຈັດຕັ້ງແລະຄວາມອາດສາມາດທາງດ້ານວຽກງານວິຊາສະເພາະໃນການປະຕິບັດພາລະບົດບາດຂອງວຽກງານກວດສອບໄດ້ເປັນຢ່າງດີ; ພະນັກງານ-ບຸກຄະລາກອນຈຳນວນບໍ່ໜ້ອຍໄດ້ກາຍເປັນນັກກວດສອບທີ່ມີຄວາມຮູ້-ຄວາມສາມາດ, ມີຄວາມຊຳນິຊຳນານ, ກາຍເປັນນັກກວດສອບມືອາຊີບເທື່ອລະກ້າວ.

ແຕ່ປີ 2021-2025, ອົງການກວດສອບແຫ່ງລັດໄດ້ຢຶດໝັ້ນໃນຫຼັກການປະຕິບັດຕາມແນວທາງຂອງພັກ, ນະໂຍບາຍການຄຸ້ມຄອງຂອງລັດຢັ້ງຢືນໄດ້ວ່າອົງການກວດສອບແຫ່ງລັດໄດ້ສຸມໃສ່ປັບປຸງຂະແໜງການຂອງຕົນຢ່າງຮອບດ້ານໂດຍສະເພາະການຄົ້ນຄວ້າ, ສ້າງນິຕິກຳແມ່, ບັນດານິຕິກຳປິ່ນອ້ອມຮອງຮັບ, ທັງມີການປັບປຸງອັນໄດ້ເຮັດໃຫ້ວຽກງານກວດສອບແຫ່ງລັດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ເຕີບໃຫຍ່ທາງດ້ານປະລິມານແລະເຂັ້ມແຂງທາງດ້ານຄຸນນະພາບ; ສາມາດສ້າງ, ປັບປຸງແລະພັດທະນານິຕິກຳປິ່ນອ້ອມຮອງຮັບ, ໄດ້ສ້າງແລະປັບປຸງນິຕິກໍາລຸ່ມກົດໝາຍໃໝ່ລວມທັງບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືກ່ຽວກັບວຽກງານກວດສອບຈໍານວນ 27 ສະບັບບັນລຸໄດ້ 117% ຂອງແຜນການ; ໃນນັ້ນ, ອັນພົ້ນເດັ່ນແມ່ນໄດ້ຄົ້ນຄວ້າແລະນໍາສະເໜີປັບປຸງເນື້ອໃນລັດຖະທຳມະນູນທີ່ກ່ຽວຂ້ອງກັບວຽກງານກວດສອບແຫ່ງລັດສະບັບປີ 2015 ໂດຍສະເພາະແມ່ນໄດ້ເພີ່ມສິດໃຫ້ອົງການກວດສອບແຫ່ງລັດສາມາດດໍາເນີນການກວດສອບເປັນເອກະລາດຕາມກົດໝາຍເພື່ອຢັ້ງຢືນຄວາມຖືກຕ້ອງຂອງການສ້າງ, ການດັດແກ້ແຜນງົບປະມານແຫ່ງລັດ, ແຜນລາຍຮັບ, ແຜນລາຍຈ່າຍ, ແຜນການລົງທຶນແລະການຄາດເຄເນຜົນໄດ້ຮັບເລີ່ມແຕ່ຫົວທີ; ໄດ້ປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດສະບັບປີ 2022; ໃນນັ້ນ, ໄດ້ປັບປຸງ 65 ມາດຕາ, ສ້າງໃໝ່ 27 ມາດຕາຊຶ່ງໄດ້ສ້າງການຫັນປ່ຽນຢ່າງເລິກເຊິ່ງໃນການພັດທະນາວຽກງານກວດສອບແຫ່ງລັດແລະຊຸກຍູ້ການແກ້ໄຂຜົນການກວດສອບ.

ດ້ານກົງຈັກ ໄດ້ປັບປຸງຕາມທິດກະຮັດ, ສົມເຫດສົມຜົນ, ມີຄວາມໂລ່ງລ່ຽນແລະສອດຄ່ອງກັບໜ້າທີ່ການເມືອງໃນແຕ່ລະໄລຍະ, ເຄື່ອນໄຫວຢ່າງຄ່ອງຕົວ, ມີປະສິດທິພາບແລະປະສິດທິຜົນໂດຍໄດ້ໂຮມວຽກແລະສັບຊ້ອນບຸກຄະລາກອນໃຫ້ເໝາະສົມ; ໄດ້ສ້າງຕັ້ງອົງການກວດສອບປະຈຳພາກຕື່ມ 2 ແຫ່ງ (ອົງການກວດສອບປະຈໍາພາກເໜືອ 2 ແລະອົງການກວດສອບປະຈຳພາກກາງ 2); ໂຮມກົງຈັກທຽບເທົ່າກົມແລະພະແນກຈຳນວນໜຶ່ງເຂົ້າກັນ (ຈາກ 11 ກົມມາເປັນ 10 ກົມແລະຈາກ 60 ພະແນກມາເປັນ 54 ພະແນກ). ພ້ອມນັ້ນ, ກໍໄດ້ສຸມໃສ່ສ້າງນັກກວດສອບໃຫ້ມີຄວາມຊຳນິຊໍານານແລະເປັນມືອາຊີບກວມອັດຕາສ່ວນຫຼາຍຂຶ້ນ.

ດ້ານການຈັດຕັ້ງປະຕິບັດວຽກງານວິຊາສະເພາະໄດ້ດຳເນີນການກວດສອບສຳເລັດຕາມແຜນການ, ຄາດວ່າໃນທ້າຍປີ 2025 ຈະສຳເລັດການກວດສອບ 600 ເປົ້າໝາຍບັນລຸໄດ້ 100% ຂອງແຜນຄາດໝາຍສູ້ຊົ້ນ 5 ປີ (2021-2025); ໃນນັ້ນ, ອົງການຈັດຕັ້ງລັດ 260 ເປົ້າໝາຍ, ໂຄງການລົງທຶນຂອງລັດ 95 ເປົ້າໝາຍ, ໂຄງການເງິນກູ້ຢຶມແລະຊ່ວຍເຫຼືອລ້າ 92 ເປົ້າໝາຍ, ທະນາຄານ 48 ເປົ້າໝາຍ, ວິສາຫະກິດ 105 ເປົ້າໝາຍ; ພ້ອມນັ້ນ, ໄດ້ປັບປຸງກົນໄກໃນການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບເຮັດໃຫ້ການແກ້ໄຂຜົນການກວດສອບເປັນຮູບປະທຳຫຼາຍຂຶ້ນ. ຕະຫຼອດໄລຍະ 5 ປີທີ່ຜ່ານມາ, ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນເປັນຕົ້ນສາມາດກວດສອບເຫັນລາຍຮັບເພີ່ມລວມເປັນເງິນ 849.94 ຕື້ກີບ ແລະ ກວດສອບເຫັນລາຍຈ່າຍເພີ່ມ 229.55 ຕື້ກີບ; ກວດສອບເຫັນການຈ່າຍເງິນເກີນໜ້າວຽກຂອງໂຄງການລົງທຶນຂອງລັດ, ເງິນຮິບຄໍ້າປະກັນ, ເງິນປະກອບສ່ວນຊ່ວຍເຫຼືອຈາກສັງຄົມແລະລາຍຮັບອື່ນໆ 945.42 ຕື້ກີບ, ຊຸກຍູ້ການແກ້ໄຂໄດ້ 639.02 ຕື້ກີບ; ໃນນັ້ນ: ຈົດຮັບ-ຈົດຈ່າຍເຂົ້າງົບປະມານຜ່ານລະບົບຄັງເງິນແຫ່ງຊາດ 87.67 ຕື້ກີບ ແລະ ເກັບກູ້ເປັນເງິນຄືນເຂົ້າງົບປະມານແຫ່ງລັດໄດ້ 551.35 ຕື້ກີບ.

ຕໍ່ກັບວຽກງານຮ່ວມມື ແລະ ການເຊື່ອມໂຍງສາກົນໂດຍສະເພາະການຮ່ວມມືສອງຝ່າຍໃນການປຶກສາຫາລືແລະ ແລກປ່ຽນບົດຮຽນກ່ຽວກັບການພັດທະນາວຽກງານກວດສອບແຫ່ງລັດ ແລະ ການຮ່ວມມືຫຼາຍຝ່າຍເຊັ່ນ: ເຂົ້າຮ່ວມບັນດາກິດຈະກຳໃນຂອບຂອງສະຫະພັນສະຖາບັນກວດສອບສູງສຸດອາຊຽນ (ASEANSAI) ແລະສະຫະພັນສະຖາບັນກວດສອບສູງສຸດພາກພື້ນອາຊີ (ASOSAI) ຊຶ່ງທັງໝົດນັ້ນກໍເພື່ອຍົກລະດັບການຈັດຕັ້ງປະຕິບັດວຽກງານກວດສອບໃຫ້ສູງຂຶ້ນທຽບເທົ່າກັບສາກົນ. ໄປຄຽງຄູ່ກັບການປະຕິບັດວຽກງານວິຊາສະເພາະ, ການພັດທະນາພື້ນຖານໂຄງລ່າງໃຫ້ເປັນທັນສະໄໝຂອງອົງການກວດສອບແຫ່ງລັດກໍໄດ້ຮັບການພັດທະນາ-ຍົກສູງເພື່ອນໍາໃຊ້ລະບົບຂໍ້ມູນ - ຂ່າວສານເຊື່ອມຕໍ່ກັບລະບົບເຄືອຂ່າຍການຄຸ້ມຄອງງົບປະມານແຫ່ງລັດຂອງກະຊວງການເງິນເຂົ້າໃນການສ້າງແຜນການກວດສອບໃຫ້ມີຄວາມຊັດເຈນແຕ່ຫົວທີ; ພ້ອມດຽວກັນນັ້ນ, ກໍຊອກຫາແຫຼ່ງທຶນທັງພາຍໃນ ແລະ ຕ່າງປະເທດເພື່ອພັດທະນາການຫັນວຽກງາານກວດສອບເປັນທັນສະໄໝ (E-Audit); ໃນນີ້, ແມ່ນເລັ່ງໃສ່ສ້າງຄວາມເຂັ້ມແຂງຫັນເປັນທັນສະໄໝໃນ 5 ວຽກທີ່ເປັນພື້ນຖານສໍາຄັນໃຫ້ແກ່ການພົວພັນ, ປະສານງານໃນການເຄື່ອນໄຫວວຽກງານກວດສອບໃຫ້ມີຄວາມຮັບປະກັນ, ວ່ອງໄວເປັນຕົ້ນການສະໜອງວັດຖຸອຸປະກອນໃຫ້ຄົບຖ້ວນ, ຕິດຕັ້ງລະບົບບໍລິຫານຫ້ອງການທັນສະໄໝ (E-Office), ຕິດຕັ້ງລະບົບຄຸ້ມຄອງເອກະສານ (Document Management System), ລະບົບຈົດໝາຍເອເລັກໂຕຣນິກ (E-mail Server) ແລະ ລະບົບຖານເກັບກໍາຂໍ້ມູນCloud Server.

ຄຽງຄູ່ກັບຜົນງານ, ຜົນສຳເລັດທີ່ອົງການກວດສອບແຫ່ງລັດສູ້ຊົນມາໄດ້ນັ້ນ, ຍັງມີຫຼາຍບັນຫາທີ່ຄະນະພັກ, ຄະນະນຳຂອງອົງການກວດສອບແຫ່ງລັດ, ອົງການກວດສອບພາກຕ້ອງໄດ້ເປັນເຈົ້າການນຳພາ-ຊີ້ນຳຢ່າງໃກ້ຊິດ ແລະ ຕໍ່ເນື່ອງ ໂດຍສະເພາະການຄົ້ນຄວ້າເພື່ອຜັນຂະຫຍາຍ, ການປັບປຸງ ແລະ ສ້າງນິຕິກໍາຈໍານວນໜຶ່ງຍັງບໍ່ທັນສໍາເລັດຕາມແຜນການທີ່ໄດ້ກໍານົດ; ການຝຶກອົບຮົມວຽກງານພັດທະນາບຸກຄະລາກອນຍັງບໍ່ທັນດຳເນີນໄດ້ດີເທົ່າທີ່ຄວນ; ການຊຸກຍູ້ການແກ້ໄຂຜົນການກວດສອບຍັງເຮັດບໍ່ໄດ້ກວ້າງຂວາງ ແລະ ເລິກເຊິ່ງເທົ່າທີ່ຄວນ; ການບຸກທະລຸການກວດສອບຕາມວາລະແຫ່ງຊາດເປັນຕົ້ນແມ່ນການກວດສອບດ້ານລາຍຮັບ-ລາຍຈ່າຍກໍຍັງຢູ່ໃນທ່ວງທ່າທີ່ຈໍາກັດທາງດ້ານຈໍານວນເປົ້າໝາຍກວດສອບວິຊາສະເພາະ ແລະ ການລົງເລິກຊຶ່ງສາເຫດຕົ້ນຕໍແມ່ນເກີດຈາກການຮ່ວມມື ແລະ ການສະໜອງຂໍ້ມູນໃຫ້ແກ່ອົງການກວດສອບແຫ່ງລັດຍັງມີການແກ່ຍາວ ແລະ ຊັກຊ້າ; ການສະໜອງງົບປະມານຮັບໃຊ້ການເຄື່ອນໄຫວວິຊາສະເພາະເຖິງວ່າຈະມີຄວາມຄ່ອງຕົວດີຂຶ້ນ, ແຕ່ການປະກອບທາງດ້ານວັດຖຸ-ອຸປະກອນ ແລະ ພາຫະນະຮັບຍັງເຮັດໄດ້ໜ້ອຍ.

27 ປ ໃນການປະຕບດພາລະບດບາດ - ໜາທຂອງວຽກງານກວດສອບແຫງລດ (ເນອງໃນວນສາງຕງ ອງການກວດສອບແຫງລດ 5/8/1998 – 5/8/2025) - image 2
 

ທັງໝົດນັ້ນ, ກໍເພື່ອແນ່ໃສ່ເຮັດໃຫ້ການຍົກສູງຄຸນນະພາບວຽກງານການກວດສອບ ແລະ ມາດຕະການໃນການກວດສອບໄດ້ຮັບການປັບປຸງໂດຍສະເພາະບັນຫາການຕິດຕາມ, ຊຸກຍູ້ແລະກວດສອບຄືນການແກ້ໄຂຜົນການກວດສອບເພື່ອເຮັດໃຫ້ອົງການຄຸ້ມຄອງເປົ້າໝາຍຖືກກວດສອບແລະເປົ້າໝາຍຖືກກວດສອບເປັນເຈົ້າການຈັດຕັ້ງປະຕິບັດມາດຕະການແກ້ໄຂຜົນການກວດສອບຕາມມະຕິກອງປະຊຸມສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ກອງປະຊຸມສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ. ຜ່ານມາເຖິງວ່າອົງການກວດສອບແຫ່ງລັດໄດ້ມີຄວາມພະຍາຍາມສູງໃນການການຄົ້ນຄວ້າ, ການປັບປຸງ, ການສ້າງນິຕິກຳຕ່າງໆເພື່ອຮອງຮັບໃຫ້ແກ່ການກວດສອບ, ແຕ່ສັງເກດເຫັນວ່ານິຕິກຳຫຼາຍອັນຍັງບໍ່ຮັດກຸມຊຶ່ງສະແດງອອກໃນການປະເມີນຄຸນນະພາບການກວດສອບ ແລະ ການສ້າງບົດລາຍງານຜົນການກວດສອບ, ການກວດສອບເຫັນຫຼາຍບັນຫາແຕ່ຂອດການແກ້ໄຂຜົນການກວດສອບຍັງເຮັດໄດ້ໜ້ອຍ, ຊັກຊ້າ ແລະ ບາງບັນຫາບໍ່ສາມາດແກ້ໄຂໄດ້ພຶດຕິກຳ ແລະ ໄດ້ຍົກໃຫ້ເຫັນແຈ້ງວ່າຜ່ານການສັງລວມ ແລະ ຮ່າງບົດລາຍງານຜົນການກວດສອບປະຈຳປີເຫັນວ່າຜົນການກວດສອບແມ່ນເຫັນຫຼາຍບັນຫາທີ່ມີການລະເມີດແຜນການ-ການເງິນ, ລະເມີດລະບຽບກົດໝາຍ; ການແກ້ໄຂຍັງເຮັດໄດ້ໜ້ອຍ, ຊັກຊ້າ, ແກ່ຍາວ ແລະ ບາງບັນຫາແກ້ໄຂບໍ່ໄດ້, ສາເຫດດັ່ງກ່າວນີ້ແມ່ນບັນຫາຕັ້ງຂຶ້ນທີ່ຄະນະພັກ, ຄະນະນຳຕະຫຼອດຮອດນັກກວດສອບຈະຕ້ອງໄດ້ພ້ອມກັນແກ້ໄຂຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.

ສັງລວມແລ້ວ, ຕະຫຼອດໄລຍະ 27 ປີພາຍໃຕ້ການນຳພາ - ຊີ້ນຳຂອງພັກບົນພື້ນຖານການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ກໍຄືການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກອົງການກວດສອບແຫ່ງລັດເວົ້າລວມແມ່ນການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມຂອງບັນດາການຈັດຕັ້ງຂອງລັດ, ສະພາແຫ່ງຊາດແລະລັດຖະບານ, ເວົ້າສະເພາະແນໃສ່ເຮັດໃຫ້ວຽກງານກວດສອບ ແລະ ມາດຕະການໃນການຍົກສູງຄຸນນະພາບການກວດສອບມີປະສິດທິພາບ ແລະ ມີປະສິດທິຜົນກ້າວໄປສູ່ການຄຸ້ມຄອງ, ການນຳໃຊ້ງົບປະມານ, ການເງິນແລະຊັບສິນຂອງລັດ, ອົງການຈັດຕັ້ງການເມືອງ-ສັງຄົມ, ກົມກອງທີ່ຂຶ້ນກັບກຳລັງປະກອບອາວຸດ, ທະນາຄານແຫ່ງສປປລາວ, ທະນາຄານ ແລະ ວິສາຫະກິດທີ່ລັດລົງທຶນ; ໂຄງການລົງທຶນ ແລະ ກິດຈະການເຄື່ອນໄຫວຕ່າງໆທີ່ນຳໃຊ້ງົບປະມານ ແລະ ຊັບສິນຂອງລັດໃຫ້ມີຄວາມໂປ່ງໃສ, ມີປະສິດທິພາບ ແລະ ປະສິດທິຜົນສູງ.

ຜົນງານທັງໝົດທີ່ກ່າວມານັ້ນ, ໄດ້ເຮັດໃຫ້ວຽກງານການກວດສອບແຫ່ງລັດກາຍເປັນພາກສ່ວນໜຶ່ງທີ່ສຳຄັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ຍ້ອນເຫັນໄດ້ຄວາມສຳຄັນ ແລະ ຜົນງານການກວດສອບແຫ່ງລັດທີ່ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດພາລະບົດບາດ,ສິດແລະໜ້າທີ່ທີ່ພັກ-ລັດມອບໃຫ້ດ້ວຍຜົນສຳເລັດຢ່າງເປັນຮູບປະທຳ, ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງທາງດ້ານເສດຖະກິດ, ແຜນການ, ການເງິນ ແລະ ເງິນຕາໃນລະບົບການເງິນພາກລັດ. ດັ່ງນັ້ນ, ຜົນການກວດສອບດັ່ງກ່າວໄດ້ກາຍເປັນບ່ອນອີງໃຫ້ແກ່ສະພາແຫ່ງຊາດກໍຄືລັດຖະບານໃນການອອກມະຕິ, ອອກຄຳສັ່ງ ແລະ ແຈ້ງການຕ່າງໆເພື່ອກໍານົດມາດຕະການແກ້ໄຂປະກົດການຫຍໍ້ທໍ້ທາງດ້ານກົນໄກເສດຖະກິດຕະຫຼາດເປັນຕົ້ນວິໄນແຜນການ-ການເງິນ, ການສວຍໃຊ້ອຳນາດໜ້າທີ່ ແລະ ອື່ນໆໃຫ້ຖືກຈຳກັດ ແລະ ຫຼຸດລົງເທື່ອລະກ້າວ. ເຊື່ອແນ່ວ່າພາຍໃຕ້ການນຳພາຂອງພັກ, ການຄຸ້ມຄອງຂອງລັດກໍຄືອົງຄະນະພັກອົງການກວດສອບແຫ່ງລັດຕະຫຼອດເຖິງພະນັກງານ-ລັດຖະກອນ, ນັກກວດສອບຈະຮັກສາມູນເຊື້ອທາດແທ້ ແລະ ຜົນງານອັນດີເດັ່ນເຂົ້າໃນການປະຕິບັດສອງໜ້າທີ່ຍຸທະສາດທີ່ສຳຄັນຂອງພັກໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງຢ່າງໜັກແໜ້ນ.

ຄໍາເຫັນ

ຂ່າວການຮ່ວມມື

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ຕຸລານີ້, ພະນະທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຊຶ່ງພິທີຕ້ອນຮັບທີ່ສະໜາມບິນສາກົນວັດໄຕ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ທັງຝ່າຍລາວ ແລະ ຝ່າຍໄທ ໃຫ້ການຕ້ອນຮັບ.
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ແຫ່ງ ຣາຊະອານາຈັກ ນອກແວ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ແຫ່ງ ຣາຊະອານາຈັກ ນອກແວ

ຫວ່າງບໍ່ດົນມານີ້ ທີ່ພະຣາຊະວັງເຈົ້າຊີວິດຢູ່ນະຄອນຫຼວງໂອສະໂລ ປະເທດນອກແວ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ສົມເດັດພະຣາຊາ ຮາຣາດ ທີ 5 (Harald V) ແຫ່ງ ຣາຊະອານາຈັກນອກແວ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ນອກແວ.
ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນ ຂອງຫ້ອງວ່າ​ການ​ນະ​ຄອນຫຼວງວຽງ​ຈັນ, ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ສ​ປ ຈີນ ນຳ​ໂດຍສະ​ຫາຍ ຊູ ຢົງຫົງ (Chu Yonghong) ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ ເລ​ຂາ​ທິ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ຈ້ຽງ​ຊູ້ ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະຈຳ​ນວນ 8 ​​ສະ​ຫາຍ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 14-16 ຕຸ​ລາ 2025.
ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ

ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ

​ ໃນລະຫວ່າງວັນທີ 13-16 ຕຸລາ ນີ້, ທ່ານ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຊຶ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 14 ຕຸລາ ນີ້ ຢູ່ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.
3 ກອງທັບຊ້ອມກອບກູ້ໄພພິບັດ

3 ກອງທັບຊ້ອມກອບກູ້ໄພພິບັດ

ກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກພາກສ່ວນເພື່ອໃຫ້ຂັ້ນເທິງສັງເກດການຄັ້ງທີ 2 ໃນວັນທີ 13 ຕຸລາ ຜ່ານມາ ທີ່ສະໜາມຝຶກຊ້ອມອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບປະຈໍາປີ 2025, ທ່ານ ພັນເອກ ຟ້າມ ວັນຢູ້ງ ຮອງຫົວໜ້າເສນາທິການທະຫານເຂດ 4, ຫົວໜ້າຄະນະຊີ້ນໍາກອບກູ້ໄພພິບັດຮ່ວມ 3 ກອງທັບຝ່າຍຫວຽດນາມ, ທ່ານ ພັນເອກ ລົງ ກິມທຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ, ຫົວໜ້າຄະນະຊີ້ນໍາຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບຝ່າຍກໍາປູເຈຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ 3 ກອງທັບເຂົ້າຮ່ວມ.
ກອງປະຊຸມດ້ານການຂົນສົ່ງອາຊຽນ ຄັ້ງທີ 49 ແລະດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17

ກອງປະຊຸມດ້ານການຂົນສົ່ງອາຊຽນ ຄັ້ງທີ 49 ແລະດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17

ໃນລະຫວ່າງວັນທີ 14-17 ຕຸລາ 2025ນີ້, ທີ່ໂຮງແຮມສຸພັດຕານະຄອນ ຫຼວງພະບາງ ແຂວງຫຼວງພະບາງ, ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ໄດ້ຈັດກອງປະຊຸມໜ່ວຍງານວິຊາການ ອໍານວຍຄວາມສະດວກ ດ້ານການຂົນສົ່ງອາຊຽນ ຄັ້ງທີ 49 (49th Transport Facilitation Working Group Meeting) ແລະກອງປະຊຸມ ຫົວໜ້າຄະນະປະສານງານ ດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17 (17th Transit Transport Coordinating Board Meeting) ໂດຍເປັນປະທານຂອງ ທ່ານ ນາງ ອໍາໄພວັນ ແກ້ວປະດິດ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະຜູ້ແທນຈາກ ປະເທດສະມາຊິກ ອາຊຽນ 10 ປະເທດ, ກອງເລຂາອາຊຽນ ຄູ່ຮ່ວມພັດທະນາ ຈາກປະເທດ ຍີ່ປຸ່ນ, ອາເມລິກາ, ຕິມໍເລດເຕ ໃນຖານະປະເທດ ສັງເກດການ ແລະຜູ້ຕາງໜ້າຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເປີດກອງປະຊຸມຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ

ເປີດກອງປະຊຸມຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ

ກອງປະຊຸມ ຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 13 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດຂອງຈີນ ທີ່ປັກກິ່ງ, ໂດຍການເຂົ້າຮ່ວມຂອງທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍ ພັນລະຍາ, ແລະ ຜູ້ຕາງໜ້າແມ່ຍິງຫຼາຍກວ່າ100ປະເທດ ຈາກ 5 ທະວີບ ທົ່ວໂລກ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ເປັນຜູ້ຕາງໜ້າ ສປປ ລາວ ນຳພາຄະນະເຂົ້າຮ່ວມກອງປະຊຸມຄັ້ງນີ້.
ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

ໃນລະຫວ່າງວັນທີ 6-9 ຕຸລາ ຜ່ານມາ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການລາວເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34 ຢູ່ເຊລັງກໍ ປະເທດມາເລເຊຍ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໂດຍການເປັນປະທານຂອງທ່ານ ດາໂຕະ ສຣິ ຕິຢອງ ຄິງ ຊິງ ລັດຖະມົນຕີກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳແຫ່ງມາເລເຊຍ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າສະພາວັດທະນະທຳ-ສັງຄົມອາຊຽນ, ຕີມໍແລັດສະເຕ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.
ລັດຖະບານ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ

ລັດຖະບານ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ

ໃນວັນທີ 9 ຕຸລານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ພ້ອມທັງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານເອກອັກຄະລັດຖະທູດ ສິງກະໂປ ເພື່ອເປັນການຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສິງກະໂປ ໄດ້ຢ່າງຈົບງາມ, ມີປະສິດທິພາບ ແລະ ປະສິດທິຜົນ.
ສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ

ສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ

ໃນຕອນຄໍ່າຂອງວັນທີ 9 ກັນຍາ ຜ່ານມານີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນໄດ້ມີພິທີສະເຫຼີມສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ຂຶ້ນຢ່າງເປັນທາງການ, ເຂົ້າຮ່ວມເປັນກຽດໃນພິທີດັ່ງກ່າວມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ຕາງໜ້າລັດຖະບານ ແຫ່ງ ສ ຣັດເຊຍ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ