3 ແຂວງພາກເໜືອ ສປປ ລາວ ແລະ 2 ແຂວງ ສສ ຫວຽດນາມແລກປ່ຽນບົດຮຽນ ວຽກງານການຕ່າງປະເທດ

3 ແຂວງພາກເໜືອ ສປປ ລາວ ແລະ 2 ແຂວງ ສສ ຫວຽດນາມແລກປ່ຽນບົດຮຽນ ວຽກງານການຕ່າງປະເທດ

3 ແຂວງພາກເໜືອ ສປປ ລາວ ແລະ 2 ແຂວງ ສສ ຫວຽດນາມແລກປ່ຽນບົດຮຽນ ວຽກງານການຕ່າງປະເທດ
ພິທີ ພົບປະ ແລະ ແລກປ່ຽນບົດຮຽນ ວຽກງານການຕ່າງປະເທດ 3 ແຂວງ ຂອງ ສປປ ລາວ ແລະ 2 ແຂວງ ຂອງ ສສ ຫວຽດນາມ ຮ່ວມກັບ ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ແຂວງຫຼວງພະບາງ ໄດ້ຈັດຂຶ້ນທີ່ແຂວງອຸດົມໄຊໃນວັນທີ 26 ມິຖຸນາຜ່ານມາ, ເປັນກຽດເຂົ້າຮ່ວມມີ ສະຫາຍ ຈໍາປາ ສີດາຄໍາ ຫົວໜ້າພະແນກການຕ່າງປະເທດ ແຂວງອຸດົມໄຊ, ສະຫາຍ ນາງ ກຽວ ທິ ຮັ້ງ ຟຸກ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ແຂວງຫຼວງພະບາງ, ມີຫົວໜ້າພະແນກການຕ່າງປະເທດ ແຂວງຜົ້ງສາລີ, ແຂວງຫຼວງພະບາງ ແຫ່ງ ສປປ ລາວ, ຫົວໜ້າພະແນກການຕ່າງປະເທດ ແຂວງດຽນບຽນ, ແຂວງລ່າຍເຈົ່າ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເຂົ້າຮ່ວມ.
3 ແຂວງພາກເໜອ ສປປ ລາວ ແລະ 2 ແຂວງ ສສ ຫວຽດນາມແລກປຽນບດຮຽນ ວຽກງານການຕາງປະເທດ - image 1
 

ການພົບປະຄັ້ນີ້, ເພື່ອແລກປ່ຽນຖອດຖອນບົດຮຽນ ວຽກງານການຕ່າງປະເທດ ເພື່ອເປັນການທົບທວນຄືນການເປັນສານາທິການ, ກົນໄກການປະສານງານ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ໃນໄລຍະຜ່ານມາ.ການພົບປະ ແລະ ແລກປ່ຽນບົດຮຽນຄັ້ງນີ້, ຝ່າຍລາວ ແລະ ຝ່າຍຫວຽດນາມ ໄດ້ຜັດປ່ຽນກັນ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານພົວພັນການຕ່າງປະເທດຂອງຕົນໃຫ້ກັນ ແລະ ກັນ ໄດ້ຮັບຊາບ, ດ້ານຈຸດພິເສດ ທີ່ຕັ້ງ, ວຽກງານການຮ່ວມມື ເຊິ່ງກັນ ແລະ ກັນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ, ພ້ອມທັງ ເປີດກ້ວາງໃຫ້ຜູ້ແທນໄດ້ປະກອບຄວາມຄິດຄວາມເຫັນເຂົ້າໃນວຽກງານແຕ່ລະດ້ານຢ່າງກົງໄປກົງມາ.ພ້ອມທັງຮັບຟັງການມີຄຳເຫັນຂອງ ສະຫາຍ ນາງ ກຽວ ທິ ຮັ້ງ ຟຸກ ມີບາງຕອນສະຫາຍໄດ້ກ່າວວ່າ: ເພື່ອປະຕິບັດວຽກງານການຕ່າງປະເທດຢ່າງມີປະສິດທິຜົນ, ບົດບາດທີ່ເປັນໃຈກາງ ແລະ ສຳຄັນຢູ່ທ້ອງຖິ່ນ ພະແນກການຕ່າງປະເທດ ຕ້ອງເປັນຫົວໜ່ວຍປະສານງານໃນການປະສານສົມທົບກັບບັນດາພະແນກການ ແລະ ຂະແໜງການຕ່າງໆ ຂອງທ້ອງຖິ່ນ, ສະແດງໃຫ້ເຫັນບົດບາດນຳພາຢ່າງຈະແຈ້ງ, ຕ້ອງມີຂໍ້ລິເລີ່ມຫຼາຍຢ່າງ ເພື່ອຈັດຕັ້ງການເຄື່ອນໄຫວ ແລກປ່ຽນ ວັດທະນະທຳ,ຂໍ້ມູນຂ່າວສານ, ເປີດກວ້າງການພົວພັນສາກົນ, ໂຄສະນາພາບພົດຂອງທ້ອງຖິ່ນ, ຍົກສູງຄວາມຮັບຮູ້, ເສີມຂະຫຍາຍທ່າແຮງບົ່ມຊ້ອມ ຂອງທ້ອງຖິ່ນໃນເວທີສາກົນ, ເພີ່ມທະວີການດຶງດູດ ການລົງທືນ,ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວ ກັບຕ່າງປະເທດ.

(ຂ່າວ: ແສງອາທິດ)

ຄໍາເຫັນ

ຂ່າວການຮ່ວມມື

ສ ເກົາຫຼີ ນຳສະເໜີນະວັດຕະກຳທີ່ກ້າວໜ້າພ້ອມທັງສົ່ງເສີມການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດ

ສ ເກົາຫຼີ ນຳສະເໜີນະວັດຕະກຳທີ່ກ້າວໜ້າພ້ອມທັງສົ່ງເສີມການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດ

ອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫຼີ ປະຈຳນະຄອນຫຼວງວຽງຈັນ (KOTRA Vientiane) ຮ່ວມກັບອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫຼີ ປະຈຳເມືອງ ຊອງນຳ ແລະ ອົງການສົ່ງເສີມອຸດສາຫະກຳ ເມືອງຊອງນຳ. ໂດຍມີຂອງທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສເກົາຫຼີ ປະຈຳລາວ ຊຶ່ງມີແຂກຖືກເຊີນຈາກ ສ ເກົາຫຼີ ແລະ ລາວ ເຂົ້າຮ່ວມ ງານກິດຈຳກຳສົ່ງເສີມການຄ້າເມືອງຊອງນຳ (Seongnam) ປະຈຳປີ 2025 ເປັນຂີດຫມາຍສຳຄັນໃນ ການສົ່ງເສີມ ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ ສ ​ເກົາຫຼີ ​ແລະ ສປປ ລາວ ໃນອາທິດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ.
ຄະນະຜູ້ແທນສຳນັກຂ່າວກວາງຊີ ສປ ຈີນ ຢ້ຽມຢາມ ໜັງສືພິມ ປະຊາຊົນ

ຄະນະຜູ້ແທນສຳນັກຂ່າວກວາງຊີ ສປ ຈີນ ຢ້ຽມຢາມ ໜັງສືພິມ ປະຊາຊົນ

ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ຕ້ອນຮັບຄະນະຜູ້ແທນ ສຳນັກຂ່າວກວາງຊີ ສປ ຈີນ ນຳໂດຍ ທ່ານ ຈີນຄາຍເລີ້ ຫົວໜ້າຝ່າຍຈັດການວາງແຜນຂ່າວ ສຳນັກງານເຂດປົກຄອງຕົນເອງ ກວາງຊີ ສປ ຈີນ ມາຢ້ຽມຢາມ ໜັງສືພິມປະຊາຊົນ ເມື່ອວັນທີ 11 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວ ມາຢ້ຽມຢາມ ແລະ ເຮັດວຽກ ສປປ ລາວ ໃນລະຫວ່າງວັນທີ 7-11 ສິງຫານີ້.
ກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນ

ກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນ

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນຂຶ້ນໃນວັນທີ 5 ສິງຫາ ຜ່ານມາ ທີ່ໂຮງແຮມຮໍລີເດອິນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງ ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ກະຊວງອຸດສາຫະກໍາ ແລະ ການຄ້າ ຮອງຫົວໜ້າເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນ ຂອງ ສປປ ລາວ. ມີຜູ້ເຂົ້າຮ່ວມຈາກບັນດາປະເທດອາຊຽນ, ປະເທດຕີມໍເລັດສະເຕ (ເຂົ້າຮ່ວມສັງເກດການ), ມີບໍລິສັດລົງທຶນດ້ານບໍ່ແຮ່ຂອງ ສປປ ລາວ ເຊັ່ນ: ບໍລິສັດ ລ້ານຊ້າງມິເນໂຣ ລິມິເຕັດ, ບໍລິສັດ ພູເບ້ຍມາຍນິງ ຈໍາກັດ, ຄະນະວິທະຍາສາດສິ່ງແວດລ້ອມ (ມະຫາວິທະຍາໄລແຫ່ງຊາດລາວ), ອົງການຈັດຕັ້ງສາກົນເປັນຕົ້ນ: CCOP, UNESCAP, USAID, KOMIR, IGF, ESCAP, UK Mission to ASEAN, SEforALL. ປະມານ 100 ກວ່າທ່ານ ເຂົ້າຮ່ວມ.
ໂຄງການ​ສາຍສົ່ງ 500 ກວ ລາວ-ຈີນ ເປີດໂຄງການກໍ່ສ້າງຊ່ວຍເຫຼືອ

ໂຄງການ​ສາຍສົ່ງ 500 ກວ ລາວ-ຈີນ ເປີດໂຄງການກໍ່ສ້າງຊ່ວຍເຫຼືອ

ຫວ່າງບໍ່ດົນມານີ້, ໂຄງການຊ່ວຍເຫຼືອ ດ້ານ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ ຂອງ​ໂຄງການ​ສາຍສົ່ງ 500 ກິໂລວັດ (ກວ) ລາວ-ຈີນ ໄດ້ເລີ່ມກໍ່ສ້າງຢ່າງເປັນທາງການຢູ່ໂຮງຮຽນປະຖົມບ້ານນາໝໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊ; ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຜູ້ຕາງໜ້າ ຈາກບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T), ໜ່ວຍງານອອກແບບໂຄງການ ແລະ ບໍລິສັດກໍ່ສ້າງໂຄງການ ໄດ້ເຂົ້າຮ່ວມພິທີເປີດການກໍ່ສ້າງດັ່ງກ່າວ.
ລັດຖະບານຍີ່ປຸ່ນມອບອຸປະກອນ ແລະ ລົດກົນຈັກສ້ອມແປງທາງມູນຄ່າ 1,500 ລ້ານເຢນ ໃຫ້ ສປປ ລາວ

ລັດຖະບານຍີ່ປຸ່ນມອບອຸປະກອນ ແລະ ລົດກົນຈັກສ້ອມແປງທາງມູນຄ່າ 1,500 ລ້ານເຢນ ໃຫ້ ສປປ ລາວ

ພິທີມອບ-ຮັບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງມູນຄ່າ 1,500 ລ້ານເຢນ ຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສດຖະກິດ-ສັງຄົມ ສົກປີ 2023 ໄດ້ຈັດຂຶ້ນໃນວັນທີ 8 ສິງຫານີ້ ທີ່ລັດວິສາຫະກິດກໍ່ສ້າງທາງເລກ 8 ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ຄັ້ງທີ 28

ສປປ ລາວ ເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ຄັ້ງທີ 28

ກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ (ASOF) ຄັ້ງທີ 28 ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນໃນລະຫ່ວາງ ວັນທີ 7-8 ສິງຫານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນປະທານ ຂອງ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຫົວໜ້າເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ສປປ ລາວ (SOM-ASOF) ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີ ທ່ານ ນາງ ສິລິພອນ ສຸພັັັັັນທອງ ຮອງເຈົ້າແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງໜ້າຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.
ສໍາມະນາລະດັບສາກົນເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 23

ສໍາມະນາລະດັບສາກົນເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 23

ກອງປະຊຸມສໍາມະນາລະດັບສາກົນຂອງເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນຄັັ້ງທີ 23 ພາຍໃຕ້ຫົວ ຂໍ້ "ການຂະຫຍາຍການຈັດຕັ້ງປະຕິບັດການແກ້ໄຂໂດຍອີງໃສ່ທໍາມະຊາດ (NbS), ວິທີການອີງໃສ່ລະບົບ ນິເວດ (EbA) ແລະ ກົນໄກການສະໜອງທຶນທີ່ຍືນຍົງສໍາລັບ NbS" ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 6 ສິງຫານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍໃຫ້ກຽດກ່າວເປີດກອງປະຊຸມສຳມະນາດັ່ງກ່າວຂອງ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຫົວໜ້າເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ສປປ ລາວ (SOM-ASOF), ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງ ໜ້າຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.
ຮອງປະທານປະເທດ ຕ້ອນຮັບທູດ ການາດາ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດ ການາດາ ເຂົ້າຢ້ຽມອຳລາ

ໃນວັນທີ 5 ສິງຫາ ນີ້ ທີ່ທຳນຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ປິງ ກິດນິກອນ (H.E. Mrs. Ping kinikone) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.
ເອກອັກຄະລັດຖະທູດ ສປຈີນ ປະຈຳລາວ ເຂົ້າພົບປະທ່ານເຈົ້າແຂວງຫຼວງນໍ້າທາ

ເອກອັກຄະລັດຖະທູດ ສປຈີນ ປະຈຳລາວ ເຂົ້າພົບປະທ່ານເຈົ້າແຂວງຫຼວງນໍ້າທາ

ເພື່ອສືບຕໍ່ຮັດແຫນ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ຂອງສອງປະເທດ ໃຫ້ເລິກຊຶ່ງກວ່າເກົ່າ. ທ່ານ ນາງ ຝາງຫົງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດປະຊາຊົນຈີນ ປະຈຳລາວ ພ້ອມດ້ວຍຄະນະ ເຂົ້າພົບປະທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ຢູ່ທີ່ຫ້ອງວ່າການແຂວງ ໃນວັນທີ 1 ສີງຫາຜ່ານມາ ພ້ອມທັງໄດ້ລາຍງານຈຸດປະສົງຂອງການເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາໃນຄັ້ງນີ້ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ.
ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28

ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28

ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28 (AWG-FPD28) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ສິງຫາ ນີ້ ທີ່ ໂຮງແຮມ ສຸພັດຕາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ,ໃນຮູບແບບອອນລາຍ ແລະ ເຊິ່ງໜ້າ ໂດຍການເປັນປະທານ ຂອງ ທ່ານ ທຸມທອນ ວົງວີສຸກ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານ ບຸນມີ ສະຫວັດ ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກປະເທດສະມາຊິກອາ ຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງໜ້າ ຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.
ເພີ່ມເຕີມ