3 ອົງການຈັດຕັ້ງມະຫາຊົນ ຄອສພ ຢ້ຽມຢາມເຂດເສດຖະກິດພິເສດສາມຫຼ່ຽມຄຳ

3 ອົງການຈັດຕັ້ງມະຫາຊົນ ຄອສພ ຢ້ຽມຢາມເຂດເສດຖະກິດພິເສດສາມຫຼ່ຽມຄຳ

ເນື່ອງໃນໂອກາດວັນແມ່ຍິງສາກົນວັນທີ 8 ມີນາ ຄົບຮອບ 114 ປີ,​ ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກພ້ອມພັນລະຍາ, ມີທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ຊີ້ນໍາ 3 ອົງການຈັດ ຕັ້ງມະຫາຊົນໄດ້ນໍາພາສະມາຊິກກຳມະບານ, ແມ່ຍິງ, ຊາວໜຸ່ມ ຈຳນວນ 65 ທ່ານ ເຄື່ອນໄຫວຢ້ຽມຢາມພົບປະແລກປ່ຽນບົດຮຽນຢູ່ເຂດເສດຖະກິດພິເສດສາມ ຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນວັນທີ 9 ມີນານີ້,​ ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດ ຖະກິດພິເສດສາມຫຼ່ຽມຄຳ, ມີທ່ານ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າກົມ, ຮອງກົມ, ຄະນະນໍາກ່ຽວ ຂ້ອງ 2 ຝ່າຍເຂົ້າຮ່ວມ.

ພາຍຫຼັງ,​ ທ່ານ ສົມພອນ ສຸທຳ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ລາຍງານສະພາບຈຸດພິເສດການສ້າງຕັ້ງ ແລະ ພັດທະນາເຂດເສດ ຖະກິດພິເສດໂດຍຫຍໍ້ນັບແຕ່ປີ 2007 ເຖິງປັດຈຸບັນ.

ທ່ານ ຄຳພັນ ເຜີຍຍະວົງ ໄດ້ກ່າວວ່າ: ການ ເຄື່ອນໄຫວຄັ້ງນີ້ມີສະມາ ຊິກກຳມະບານ, ແມ່ຍິງ, ຊາວໜຸ່ມທັງໝົດ 65 ທ່ານເພື່ອມາແລກປ່ຽນບົດຮຽນດ້ານການພັດ ທະນາເຕີບໃຫຍ່ຂະ ຫຍາຍຕົວຂອງເຂດເສດ ຖະກິດພິເສດສາມຫຼ່ຽມຄຳ, ເຫັນໄດ້ເຖິງການມີສ່ວນຮ່ວມຂອງ ຄອສພ ຊຶ່ງເປັນກະບອກສຽງຂອງສູນກາງພັກ ມີໜ້າທີ່ໂຄ ສະນາໃຫ້ສັງຄົມເຂົ້າມາມີສ່ວນຮ່ວມໃນການພັດ ທະນາປະເທດຊາດເພື່ອ ນໍາເອົາບົດຮຽນທີ່ໄດ້ຮັບຄັ້ງນີ້ໄປເຜີຍແຜ່ໃຫ້ສັງ ຄົມຮັບຮູ້ຢ່າງກວ້າງ ຂວາງ; ການພັດທະນາເຂດເສດຖະກິດພິເສດແມ່ນຄວາມມຸ່ງຫວັງຂອງລັດຖະບານໄດ້ກາຍ ເປັນຕົວແບບໃນການພັດທະນາໃຫ້ແກ່ເຂດເສດຖະກິດອື່ນໆເພື່ອເຮັດແນວໃດໃຫ້ແຂວງບໍ່ແກ້ວກາຍເປັນຮົງກົງໃນອະນາຄົດທີ່ທັນສະໄໝ ສະແດງໃຫ້ເຫັນວ່າເປັນຕົວແບບໃນການພັດທະ ນາບ້ານນ້ອຍໃຫ້ກາຍ ເປັນຕົວເມືອງໃຫຍ່ໃນຊົນນະບົດ ເມື່ອທຽບໃສ່ເຂດເສດຖະກິດອື່ນໆເຫັນວ່າເຂດເສດຖະກິດພິເສດສາມຫຼ່ຽມຄຳເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຫັນວ່າມີການພັດ ທະນາ ແລະ ທັນສະໄໝທີ່ສຸດ.

ທ່ານ ຈ້າວເຫວີຍ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຂອບໃຈ ຕໍ່ການມາເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນຂອງທ່ານ ຄຳພັນ ເຜີຍຍະວົງ ພ້ອມຄະນະໃນຄັ້ງນີ້ ແລະ ອວຍ ພອນໃຫ້ເອື້ອຍນ້ອງແມ່ ຍິງມີສຸຂະພາບແຂງແຮງມີຄວາມສຸກໃນຄອບຄົວ ພ້ອມທັງລາຍງານການສ້າງຕັ້ງເຂດຖະກິດພິ ເສດສາມຫຼ່ຽມຄຳຕະ ຫຼອດໄລຍະ 17 ປີແຫ່ງການເຕີບໃຫຍ່ຂະຫຍາຍ ຕົວເປັນກ້າວໆ.

ຂ່າວ: ພູວັນ, ພາບ: ຄອສພ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ

ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ

ໃນວັນທີ 29 ກັນຍານີ້ ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນຢຶດອຳນາດທົ່ວປະເທດ ຄົບຮອບ 81 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ, ວັນປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ວັນການທູດລາວຄົບຮອບ 81 ປີ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ຊຶ່ງມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ 450 ກວ່າສະຫາຍ.
ກອງປະຊຸມຝຶກອົບຮົມວຽກງານເລຂາການນຳ

ກອງປະຊຸມຝຶກອົບຮົມວຽກງານເລຂາການນຳ

ກອງປະຊຸມຝຶກອົບຮົມການເປັນເລຂານຸການການນຳໃຫ້ແກ່ບັນດາເລຂານຸການການນຳພາຍໃນສະພາແຫ່ງຊາດ (ສພຊ) ໄດ້ຈັດຂຶ້ນໃນວັນທີ 28-29 ກັນຍານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳສະໄໝ ສຳມາວົງ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ບຸນທັນ ບຸນວິໄລ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ບັນດາທ່ານວິທະຍາກອນ ແລະ ສຳມະນາກອນພາຍໃນ ສພຊ.
ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ມອບເງິນ-ວັດຖຸກວ່າ 400 ລ້ານກີບຊ່ວຍຜູ້ປະສົບໄພນໍ້າຖ້ວມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ມອບເງິນ-ວັດຖຸກວ່າ 400 ລ້ານກີບຊ່ວຍຜູ້ປະສົບໄພນໍ້າຖ້ວມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ສະແດງນໍ້າໃຈຮ່ວມແບ່ງເບົາຄວາມເດືອດຮ້ອນຂອງປະຊາຊົນ ໂດຍມອບເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າລວມກວ່າ 400 ລ້ານກີບ ເພື່ອຊ່ວຍບັນເທົາຄວາມເດືອດຮ້ອນ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ປະສົບໄພນ້ຳຖ້ວມໃນບັນດາເມືອງຂອງແຂວງ.
ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດຂໍ້ແຂ່ງຂັນປະຈຳປີ 2026

ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດຂໍ້ແຂ່ງຂັນປະຈຳປີ 2026

ວັນທີ 25 ກັນຍາຜ່ານມາ, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປີດຂໍ້ແຂ່ງຂັນປະຈຳປີ 2026 ໂດຍການເປັນປະທານຂອງສະຫາຍ ພັນໂທ ບຸນນອງ ອະໄພ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກ ການ, ກອງຮ້ອຍທະຫານຊາຍແດນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເມືຶອງບໍ່ແຕນ ສຳເລັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເມືຶອງບໍ່ແຕນ ສຳເລັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຄະນະໂຄສະນາອົບຮົມເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ I ໃຫ້ແກ່ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງ​ບໍ່​ແຕນ, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ; ມີທ່ານສົມປະສົງ ໄຊຍະລາດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກສຳນັກງານ, ອົງການ, ກົມກອງ ແລະ ຕາແສງພາຍໃນເມືອງ ເຂົ້າຮ່ວມ.
4 ໜ່ວຍພັກ ພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

4 ໜ່ວຍພັກ ພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ວັນທີ 28 ກັນຍາຜ່ານມາ, ທີ່ສະໂມສອນເມືອງໂພນໂຮງ ແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບ ຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສີວຽງໄຊ ອໍລະບູນ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ; ສະຫາຍ ນາງ ວັນເພັງ ພັນທະນາໄລ ກຳ ມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດ 8 ເມືອງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດ 8 ເມືອງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ວັນທີ 28 ກັນຍາຜ່ານມາ, ທີ່ສະໂມສອນໃຫຍ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຄົ້ນຄວ້າ ໂຄງການບຸລິມະສິດ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ພາຍໃນແຂວງຫຼວງພະບາງ, ມີທ່ານ ຄຳເພັດ ສີລາທອງນິດ ຫົວໜ້າພະ ແນກການເງິນແຂວງ, ທ່ານ ຢີ່ ຢ່າງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ ຄັ້ງທີ 5 ສະໄໝທີ Vl

ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ ຄັ້ງທີ 5 ສະໄໝທີ Vl

ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄຳໄຊ ຄັ້ງທີ 5 ສະໄໝທີ Vl ຈັດຂຶ້ນໃນວັນທີ 28 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄໍາແພນ ວິລື້ທໍາ ກໍາມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ປິດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ

ປິດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ

ວັນທີ 25 ກັນຍາຜ່ານມາ, ທີ່ກອງຮ້ອຍທະຫານຊາຍແດນ 256, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳແພນ ວິລື້ທຳ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະຫ້ອງ, ພະແນກການ ແລະ ນັກຝຶກອົບຮົມ ເຂົ້າຮ່ວມ.
ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ

ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ

ໃນວັນທີ 24 ກັນຍາ ຜ່ານມາ ທີ່ຫ້ອງປະຊຸມສູນພັດທະນາຊົນລະປະທານຮ່ວມມື ລາວ-ເກົາຫຼີ (ເຂດດົງໝາກຄາຍ), ໄດ້ມີການຈັດກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍກອງທຶນຊົນລະປະທານ ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຄະນະກຳມະການຮັບຜິດຊອບເຂົ້າຮ່ວມ.
ເພີ່ມເຕີມ